spot_img
Homeຂ່າວການພັດທະນາອະນາຄົດຂອງ ພືດຜັກປອດໄພ ໃນທັດສະນະຂອງຫົວໜ້າກຸ່ມກະສິກໍາອິນຊີ ໂນນແຕ້

ອະນາຄົດຂອງ ພືດຜັກປອດໄພ ໃນທັດສະນະຂອງຫົວໜ້າກຸ່ມກະສິກໍາອິນຊີ ໂນນແຕ້

Published on

ສະພາບການຂະຫຽາຍໂຕຂອງຈໍານວນຄອບຄົວປະຊາກອນ ເຊິ່ງມີຄວາມຕ້ອງການດ້ານທີ່ດິນປຸກສ້າງເພີ່ມຂຶ້ນ ແມ່ນນຶ່ງໃນຄວາມກັງວົນຕໍ່ການຜະລິດພືດຜັກກະສິກໍາອິນຊີ ຂອງກຸ່ມກະສິກໍາບ້ານໂນນແຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ອີກທັງຕະຫຼາດຈໍາໜ່າຍພືດຜັກອິນຊີ ເຊິ່ງຍັງບໍ່ມີສະຖານທີ່ແນ່ນອນ ແລະ ການຕອບສະໜອງດ້ານຝຸ່ນ (ມູນສັດ) ກໍມີປະລິມານຈໍາກັດ ເນື່ອງຈາກຜູ້ລ້ຽງຫັນໄປຜະລິດເປັນຟາມ ເຊິ່ງຫົວອາຫານບາງຊະນິດມີສານຕ້ອງຫ້າມຕໍ່ການຜະລິດຜັກອິນຊີ ທັງນີ້ຈິ່ງຖືເປັນສິ່ງທ້າທາຍຕໍ່ອະນາຄົດຂອງຊາວກະສິກໍາອິນຊີ ຢ່າງໃດກໍດີ ໃນຄວາມເອົາໃຈໃສ່ຂອງພາກລັດທີ່ໃຫ້ຄວາມສໍາຄັນຕໍ່ການຜະລິດກະສິກໍາອິນຊີ ຈິ່ງມີຄວາມເຊື່ອໝັ້ນວ່າ ເສັ້ນທາງກະສິກໍາອິນຊີໃນຕໍ່ໜ້າຂອງບັນດາກຸ່ມຜະລິດບ້ານໂນນແຕ້ ແລະ ກຸ່ມອື່ນໆຈະມີຄວາມຍືນຍົງ.

ກຸ່ມຜະລິດກະສິກໍາອິນຊີບ້ານໂນນແຕ້ ມີສະມາຊິກພຽງ 6 ຄອບຄົວໃນເບື້ອງຕົ້ນສ້າງຕັ້ງຂຶ້ນປີ 2005 ມາຮອດປັດຈຸບັນ ຫຼາຍຄອບຄົວໄດ້ຫັນປ່ຽນຈາກການນໍາໃຊ້ສານເຄມີມານໍາໃຊ້ຝຸ່ນຊີວະພາບ ແລະ ຝຸ່ນຄອກໃນການຜະລິດ ພ້ອມແຈ້ງເຈດຈໍານົງເຂົ້າຮ່ວມກຸ່ມປູກພືດ ຜັກອິນຊີ ມີປະມານ 27 ຄອບຄົວແລ້ວ ເຊິ່ງນອກຈາກຊາວກະສິກໍາພາຍໃນບ້ານ ກໍມີຊາວກະສິກໍາບ້ານອື່ນເຂົ້າຮ່ວມກຸ່ມການຜະລິດ ຈິ່ງໄດ້ຈັດປະຊຸມກັນທຸກໆອາທິດເພື່ອວາງແຜນການປູກບໍ່ໃຫ້ຊໍ້າກັນ ຄືຕ້ອງເນັ້ນຫຼາກຫຼາຍຊະນິດ ແລະ ວາງໄລຍະການເກັບກ່ຽວອອກສູ່ຕະຫຼາດໃຫ້ໄດ້ຄົບປະເພດພືດຜັກສວນຄົວ ນັບແຕ່ສະໝູນໄພພື້ນບ້ານເຊັ່ນ ຫົວສີໄຄ ຫົວຂ່າ ໃບອີ່ຕູ່ ຜັກຊີ ຫອມປ້ອມ ຫອມລາບ ແລະ ພືດຜັກຍອດນິຍົມຄື ຜັກກາດຊອມ ຜັກກາດຫຍໍ່ ຜັກກາດນາ ຜັກສະຫຼັດຫຼາຍປະເພດ ຜັກກະລໍ່າ ຫົວກະຣົດ ຜັກຕ່າງປະເທດຫຼາຍຢ່າງ ຮວມໄປເຖິງໝາກໄມ້ອີກຫຼາຍຊະນິດຄິດເປັນຫຼາຍໂຕນຕໍ່ເດືອນທີ່ຖືກສົ່ງເຂົ້າຕະຫຼາດກະສິກໍາອິນຊີຄື ວັນພຸດ ແລະ ວັນເສົາຕອນເຊົ້າ ຢູ່ເດີ່ນສວນໄຊເຊດຖາ ຢູ່ຕະຫຼາດຫ້ວຍຫົງ ສະເພາະຕອນເຊົ້າວັນເສົາ ສ່ວນວັນຈັນ ແລະ ວັນພະຫັດຢູ່ສວນເຈົ້າຟ້າງຸ່ມ ເຊິ່ງທາງກຸ່ມຈະຈັດສັນແບ່ງປັນກັນໄປຂາຍຢູ່ແຕ່ລະຈຸດໃນລາຄາເທົ່າກັບຜັກຢູ່ຕະຫຼາດທົ່ວໄປ ເຊິ່ງໄດ້ສ້າງລາຍຮັບສູ່ຊາວກະສິກໍາອິນຊີບໍ່ຕໍ່າກວ່າ 1,5 ລ້ານກີບຕໍ່ນຶ່ງອາທິດ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຊາວກະສິກໍາອິນຊີມີການຫັນປ່ຽນທີ່ດີຂຶ້ນ ອີກທາງດ້ານສຸຂະພາບກໍເຫັນວ່າ ບໍ່ມີຄວາມສ່ຽງຕໍ່ພະຍາດຮ້າຍ ເພາະວ່າບໍ່ມີການນໍາໃຊ້ສານເຄມີທີ່ເປັນພິດຕໍ່ຮ່າງກາຍ ແລະ ຕໍ່ສິງແວດລ້ອມ ທີ່ໜ້າພູມໃຈແມ່ນການປະກອບສ່ວນໃນວຽກງານສົ່ງເສີມສຸຂະພາບຜູ້ບໍລິໂພກຜ່ານການຮັບປະກັນພືດຜັກອິນຊີ.

ທ່ານ ຄໍາພູ ພັນທະບູນ ຫົວໜ້າກຸ່ມກະສິກໍາອິນຊີບ້ານໂນນແຕ້ ໄດ້ໃຫ້ຮູ້ວ່າ ຕໍ່ໜ້າຄວາມຕ້ອງການຂອງຜູ້ບໍລິໂພກທີ່ສືບຕໍ່ມີປະລິມານເພີ່ມຂຶ້ນ ຈິ່ງຖືເປັນອີກນຶ່ງກໍາລັງໃຈໃຫ້ແກ່ຊາວກະສິກໍາອິນຊີ ຂະນະທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊທານີ ກໍຄືຂະແໜງການກ່ຽວຂ້ອງ ກໍໄດ້ຕິດຕາມໃຫ້ຄວາມຮູ້ດ້ານວິຊາການມາຕະຫຼອດ ຮວມເຖິງຄະນະປົກຄອງນະຄອນຫຼວງວຽງຈັນ ກໍໄດ້ເອົາໃຈໃສ່ຈັດສັນສະຖານທີ່ຕະຫຼາດຊົ່ວຄາວໃຫ້ ຈິ່ງຖືເປັນການສະໜັບສະໜູນທີ່ສໍາຄັນແກ່ຜູ້ຜະລິດກະສິກໍາອິນຊີທົ່ວນະຄອນຫຼວງວຽງຈັນ ແຕ່ສິ່ງທີ່ໜ້າເປັນຫ່ວງແມ່ນປັດໄຈເອື້ອອໍານວຍອີກຈໍານວນນຶ່ງເຊັ່ນ ເນື້ອທີ່ດິນ ຝຸ່ນຄອກ ທີ່ນັບວັນມີຈໍານວນຈໍາກັດ ເຊິ່ງຍັງບໍ່ໄດ້ເວົ້າເຖິງກໍາລັງແຮງງານຮັບໃຊ້ການຜະລິດທີ່ນັບວັນຫຼຸດໜ້ອຍລົງ ເນື່ອງຈາກໄວໜຸ່ມສ່ວນໃຫຽ່ຢູ່ເຂດໂຕເມືອງ ແລະ ຊານເມືອງໃນນະຄອນຫຼວງວຽງຈັນ ເລັ່ງໃສ່ວຽກອື່ນ ເຊິ່ງບໍ່ແມ່ນການເຮັດກະສິກໍາ ດັ່ງນັ້ນ ຈິ່ງຖືເປັນອີກນຶ່ງບັນຫາຕໍ່ຂອດຕັດສິນກ່ຽວກັບຄວາມຍືນຍົງໃນການຜະລິດກະສິກໍາອິນຊີ.

ຂ່າວຈາກ: ສຳນັກຂ່າວສານເອບີຊີ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...