spot_img
Homeນານາສາລະການລ້ຽງກຸ້ງກ້າມແດງ ເປັນສິນຄ້າ

ການລ້ຽງກຸ້ງກ້າມແດງ ເປັນສິນຄ້າ

Published on

ກະສິກຳກັບລາວໂພສຕ໌ວັນນີ້ ເຮົາຈະມານຳສະເໜີການລ້ຽງກຸ້ງກ້າມແດງ ເຊິ່ງຈະມີວິທີເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ກຸ້ງກ້າມແດງ ເປັນກຸ້ງທີ່ມີການຈະເລີນເຕີບໂຕໄວ ແລະ ມີຂະໜາດໃຫຍ່ ລັກສະນະເດັ່ນຄື: ມີຂະໜາດໃຫຍ່ ແລະ ສີຂອງກຸ້ງມີການປ່ຽນແປງຕະຫຼອດ ແຕ່ສີທີ່ພົບຫຼາຍທີ່ສຸດຄື ສີຂຽວ, ສີນ້ຳຕານ ແລະ ສີນ້ຳເງິນ ເຊິ່ງມີອີກຊື່ໜຶ່ງເອີ້ນວ່າ: ບູລ ລັອບເຕີຣ ບາງຄົນກໍ່ລ້ຽງໄວ້ເພື່ອຄວາມສວຍງາມ ບາງຄົນກໍ່ລ້ຽງໄວ້ເພື່ອກິນ ແລະ ກຸ້ງຊະນິດນີ້ຈະຂາຍໄດ້ລາຄາສູງ

ກຸ້ງຊະນິດນີ້ຈະສັງເກດໄດ້ຄືຖ້າເປັນເພດຜູ້ ແຂບຂ້າງກ້າມຈະມີສີແດງ ແລະ ສີສົ້ມ ສ່ວນເພດເມຍຈະບໍ່ມີແຂບສີ ກຸ້ງຊະນິດນີ້ລ້ຽງງ່າຍ ປັບຕົວໄດ້ໄວ ແລະ ມີພູມດ້ານທານຕໍ່ພະຍາດສູງ ກຸ້ງກ້າມແດງຈະສາມາດລ້ຽງໃນອ່າງຊີມັງ ແລະ ອ່າງດິນ ຫຼື ໃນຕູ້ລ້ຽງປາກໍ່ໄດ້

ວິທີການລ້ຽງ

1. ການກຽມນ້ຳ ແມ່ນໃຫ້ເອົານ້ຳເຂົ້າໃນອ່າງໃນຄວາມສູງປະມານ 30-40 ຊມ ແລ້ວນຳເກືອເຖລົງອ່າງໃນນ້ຳອັດຕາສ່ວນ 1,000ລິດ ຕໍ່ເກືອ 1 ກິໂລກຣາມ ແລ້ວນຳອົກຊີໄປໃນອ່າງນ້ຳ ເປີດອົກຊີປະໄວ້ປະມານ 5-6 ຊົ່ວໂມງ ຄ່ອຍນຳກຸ້ງປ່ອຍລົງໄປ ເພື່ອໃຫ້ກຸ້ງໄດ້ປັບອຸນກະພູມກັບນ້ຳ

2.ປັບອຸນຫະພູມອ່າງລ້ຽງກຸ້ງໄວ້ທີ່ 20-30 ອົງສາ

3.ສັງເກດການລອກຄາບຂອງກຸ້ງ ເຊິ່ງເວລານີ້ກຸ້ງຈະໂຕບາງ ແລະ ອ່ອນແອຫຼາຍ ທ່ານຈະຮູ້ໄດ້ແນວໃດ ວິທີສັງເກດມີດັ່ງນີ້:
– ປະລິມານການກິນອາຫານໜ້ອຍລົງ
– ຮອຍຕໍ່ຂອງລຳຕົວຈະເປີດ
– ສັງເກດເບິ່ງເປືອກຫົວກຸ້ງຈະອ່ອນສະແດງວ່າກຸ້ງໃກ້ຈະລອກຄາບອອກແລ້ວ
– ແຕ່ຖ້າເປືອກຫົວເປີດແລ້ວແຕ່ໂຕຍັງແຂງຢູ່ສະແດງວ່າຍັງບໍ່ທັນລອກຄາບ ອາດຈະເປັນຍ້ອນກຸ້ງກິນອາຫານຫຼາຍເກີນໄປ ເຮັດໃຫ້ເປືອກບໍລິເວນຮອຍຕໍ່ຍົກຂຶ້ນເໝືອນລອກຄາບ
4. ການປ່ຽນນ້ຳແມ່ນດູດເອົານ້ຳເກົ່າອອກກ່ອນ ແລະ ຈົ່ງນ້ຳເກົ່າໄວ້ແນ່ ແລ້ວຈິ່ງເອົານ້ຳໃໝ່ເຂົາຕື່ມຄວນເຮັດທຸກ 2 ອາທິດ ບໍ່ຄວນດູດນ້ຳເກົ່າອອກຈົນໝົດ ເພາະຈະເຮັດໃຫ້ກຸ້ງຊັອກນ້ຳໄດ້
5.ອາຫານສຳລັບກຸ້ງຊະນິດນີ້ກິນໄດ້ທັງພືດ, ສັດ ແລະ ອາຫານເມັດ ເຊັ່ນ: ແຄຣັອດ ພືດນ້ຳຊະນິດຕ່າງໆ ປະເພດສັດຈະເປັນຈຳພວກກຸ້ງຝອຍຕົ້ມ, ປານ້ອຍ, ໜອນ ສ່ວນອາຫານເມັດແມ່ນອາຫານປາ
6.ການຂະຫຍາຍພັນກຸ້ງກ້າມແກງ ຈະເລີ່ມປະສົມພັນເລືອກກຸ້ງໂຕທີ່ມີຂະໜາດ 3 ນິ້ວຂຶ້ນໄປ (ຂຶ້ນຢູ່ກັບຄວາມສົມບູນ ແລະ ສາຍພັນ) ແມ່ນນຳໂຕຜູ້ 1 ໂຕ ຕໍ່ໂຕເມຍ 3 ໂຕໄປຂັງແຍກໄວ້ອີກອ່າງໜຶ່ງ ການປະສົມພັນນີ້ຈະໃຊ້ເວລາຢູ່ 10 ນາທີ ຫຼັງຈາກນັ່ນກໍ່ນຳຕົວເມຍອອກໄປໄວ້ໃນອ່າງອະນຸບານ ໂຕເມຍຈະປ່ອຍໄຂ່ອອກມາທາງກ້ອງຫາງ ລໍຖ້າຟັກໄຂ່ແມ່ນໃຊ້ເວລາ 30 ວັນໄຂ່ຈະກາຍເປັນໂຕກຸ້ງນ້ອຍ ມັນກໍ່ຂຶ້ນຢູ່ກັບສະພາບຂອງອຸນຫະພູມນ້ຳເຊັ່ນກັນ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)