Homeຂ່າວຕ່າງປະເທດເອກະສານເກົ່າໄທລະບຸ ຄົນລາວເປັນຜູ້ສ້າງ ກຳແພງເມືອງ ແລະ ປ້ອມປາການ ຢູ່ກຸງເທບ!

ເອກະສານເກົ່າໄທລະບຸ ຄົນລາວເປັນຜູ້ສ້າງ ກຳແພງເມືອງ ແລະ ປ້ອມປາການ ຢູ່ກຸງເທບ!

Published on

ສຳນັກຂ່າວມະຕິຊົນອອນລາຍຂອງໄທ ລາຍງານໃນວັນທີ 24 ເມສາຜ່ານມານີ້ວ່າ ເອກະສານເກົ່າຂອງທາງການໄທ ໃນສະໄໝກ່ອນລະບຸ ການກໍ່ສ້າງກຳແພງເມືອງ ແລະ ປ້ອມປາການຢູ່ກຸງເທບ ແມ່ນນຳໃຊ້ແຮງງານຄົນລາວ ທີ່ຖືກເກນໄປຈາກວຽງຈັນ ແລະ ພາກອີສານຂອງໄທ.

ພົງສາວະດານກຸງຣັດຕະນະໂກສິນຂອງໄທ ໄດ້ຈາລຶກໄວ້ວ່າ “…ໃຫ້ຕັ້ງກອງສັກເລກໄພ່ຫລວງສົມກຳລັງ ແລະ ເລກຫົວເມືອງທັງປວງ ແລ້ວໃຫ້ເກນສ້າງດິນຈີ່ຂຶ້ນໃໝ່ ລວມທັງໄປຮື້ດິນຈີ່ກຳແພງເມືອງເກົ່າ ເພື່ອລົງມືກໍ່ສ້າງພະນະຄອນ ທັງພະບໍຣົມມະຫາຣາຊະວັງ ແລະ ພະຣາຊະວັງບໍວອນສະຖານມຸງຄຸນ ໂປດໃຫ້ເກນລາວ ທາງພາກອີສານ ລາວຈາກວຽງຈັນ ຕະຫລອດຮອດຫົວເມືອງລາວ ແຄມແມ່ນ້ຳຂອງຟາກຕາເວັນຕົກ ເຂົ້າມາຂຸດຮາກກໍ່ກຳແພງພະນະຄອນ ແລະ ສ້າງປ້ອມເປັນໄລຍະອ້ອມພະນະຄອນ…”

ภาพถ่ายเก่าลาว03

ລາຍງານດັ່ງກ່າວຍັງໄດ້ລະບຸວ່າ ຄົນລາວທີ່ຖືກເກນມາທັງໝົດນີ້ ບໍ່ໄດ້ກັບຄືນຖິ່ນຖານບ້ານເກີດຂອງຕົນ ເນື່ອງຈາກການສ້າງເມືອງກຸງເທບ ບໍ່ໄດ້ສຳເລັດພຽງມື້ໜຶ່ງຍາມດຽວ ແຕ່ໄດ້ທຳການກໍ່ສ້າງຢ່າງຕໍ່ເນື່ອງ ຜ່ານຫລາຍຍຸກສະໄໝຣາຊະການ ຊຶ່ງຊາວລາວເຫລົ່ານີ້ ໄດ້ພາກັນຕັ້ງຖິ່ນຖານກະຈາຍຢູ່ກຸງເທບ ແລ້ວກາຍເປັນສ່ວນໜຶ່ງຂອງຄົນກຸງເທບ ທີ່ມີລູກມີຫລານສືບທອດມາເຖິງປັດຈຸບັນ.

ຜູ້ຊ່ວຍສາສະດາຈານ ດຣ. ຣຸ່ງໂຣດ ພິຣົມອະນຸກູນ ອາຈານປະຈຳພາກວິຊາປະຫວັດສາດ ຄະນະມະນຸດສາດ ມະຫາວິທະຍາໄລຣາມຄຳແຫງຂອງໄທ ໄດ້ກ່າວວ່າ ພົງສາວະດານກຸງຣັດຕະນະໂກສິນ ສະບັບເຈົ້າພະຍາທິພາກອນວົງ ໄດ້ບັນທຶກໄວ້ຊັດເຈນວ່າ ຄົນລາວເປັນຜູ້ສ້າງກຳແພງເມືອງກຸງເທບ ລວມເຖິງປ້ອມປາການຕ່າງໆ ໂດຍຖືກເກນມາຈາກລຸ່ມແມ່ນ້ຳຂອງ ເນື່ອງຈາກພາຍຫລັງກຸງສີອະຍຸດທະຍາສູນເສຍເອກະລາດ ຄັ້ງທີ 2 ແຮງງານທາດຢູ່ລຸ່ມນ້ຳເຈົ້າພະຍາເຫລືອໜ້ອຍ ຫາກບໍ່ມີແຮງງານຄົນລາວແລ້ວ 3 ປີກໍສ້າງກຳແພງບໍ່ສຳເລັດ ຊຶ່ງຕ້ອງໃຊ້ເວລາສ້າງ ດົນກວ່າທີ່ບັນທຶກໄວ້ໃນປະຫວັດສາດກວ່ານີ້ອີກຫລາຍ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...