spot_img
Homeນານາສາລະການລ້ຽງປູໃນອ່າງຊີເມັນ ເພື່ອເປັນສິນຄ້າ

ການລ້ຽງປູໃນອ່າງຊີເມັນ ເພື່ອເປັນສິນຄ້າ

Published on

dscf5611

ກະສິກຳວັນນີ້ລາວໂພສຕ໌ຂໍນຳສະເໜີການລ້ຽງປູນາ ເພື່ອເປັນສິນຄ້າ ຫາກໃຜຕອນນີ້ກຳລັງຫວ່າງວຽກ ຫຼື ກຳລັງຊອກຫາອາຊີບເສີມກໍ່ລອງສຶກສາ ແລະ ນຳໄປເຮັດໄດ້

ໂດຍທຳມະຊາດຂອງປູນາ ໃນຊ່ວງລະດູຝົນປູກໍ່ຈະອອກມາຈັບຄູ່ຫາກິນຕາມທົ່ງນາ ສະສົມອາຫານ ໂຕເມຍກໍ່ຈະເລີ່ມຖືພາປະມານເດືອນພຶດສະພາ ເຖິງ ເດືອນກໍລະກົດ ປູໂຕເມຍຈະມີໄຂ່ໃນທ້ອງປະມານ 500-1,000 ໜ່ວຍ ຊ່ວງນີ້ຫາກເຮົານຳແມ່ປູມາລ້ຽງໃນອ່າງຊີເມັນທີ່ກຽມໄວ້ ມັນກໍ່ຈະສາມາດໃຊ້ຊີວິດໄດ້ຕາມປົກກະຕິ ແລະ ເຕີບໃຫຍ່

y

ການສ້າງອ່າງຊີເມັນເພື່ອລ້ຽງປູ
ການສ້າງອ່າງຊີເມັນຈະມີຂະໜາດ 2×3 ແມັດ ຈະເຮັດແບບເທພື້ນປູນ ຫຼື ຈະລ້ຽງແບບພື້ນດິນກໍ່ໄດ້ ແຕ່ແນະນຳໃຫ້ເຮັດແບບພື້ນປູນແລ້ວໃສດິນປູໜ້າປະມານ 20-30 ຊັງຕີແມັດ ເພື່ອໃຫ້ປູໄດ້ຂຸດ ໂດຍການໃສ້ດິນເຂົ້າໄປໃນອ່າງນັ້ນ ເທດິນແບບລາດອຽງອີກຂ້າງໜຶ່ງມີນ້ຳ ຮຽນແບບອ່າງທຳມະຊາດນັ້ນເອງ ຫຼື ຈະເທດິນໃສ່ທັງໝົດແລ້ວໃສ່ນ້ຳໄວ້ໃນຊາມໄວ້ກໍ່ໄດ້ແລ້ວແຕ່ສະດວກ

ໃນອ່າງຄວນປູກພືດໄວ້ໃຫ້ປູ້ພື່ອເປັນແຫລ່ງອາຫານເຊັ່ນ: ຜັກບົ້ງ, ຜັກຕົບ ແລ້ວຫາເສດໄມ້ ຫຼື ກ້ານໝາກພ້າວມາໃສ່ໃນອ່າງ ຈາກນັ້ນກໍ່ປ່ອຍປູນາລົງລ້ຽງ 1 ກິໂລ/ 1 ອ່າງ (ອັດຕາສ່ວນໂຕຜູ້ໂຕເມຍຢ່າງລະເທົ່າໆກັນ)

i

ອາຫານສຳລັບລ້ຽງປູນາ

ການໃຫ້ອາຫານໂດຍໃຊ້ອາຫານປາດຸກເມັດນ້ອຍເສີມດ້ວຍເຂົ້າຫູງສຸກຂົນສອງຢ່າງນີ້ເຂົ້າກັນ ແລ້ວນຳໄປຫວ່ານປະມານ 1 ກຳມື ໃນຊ່ວງຕອນແລງ ເນື່ອງຈາກປູນາຈະອອກຫາກິນໃນຕອນກາງຄືນ ແລະ ທ່ານຄວນດູແລອ່າງປູໃຫ້ສະອາດໂດຍການເກັບມ້ຽນເສດອາຫານທີ່ປູກິນເຫຼືອຖິ່ມ ແລະ ເກັບປູທີ່ກ້າມລຸດອອກເນື່ອງຈາກຈະສົ່ງຜົນໃຫ້ປູຕົວອື່ນມາລຸມທຳຮ້າຍ ແລະ ຕາຍໄດ້ ຖ້າຫາກທ່ານປະໃຫ້ເສດອາຫານຫຼືປູທີ່ຕາຍໄວ້ດົນໆຈະເກີດມີກິ່ນເໝັນເນົ່າ ແລະ ມີເຊື້ອຣາເກີດຂຶ້ນເຮັດໃຫ້ປູເກີດໂຣກໄດ້ງ່າຍ

ປູນາຈະຂຸດຮູເພື່ອຈຳສິນ ແລະ ໃຊ້ເປັນທີ່ລົບຊ້ອນຕົວຈາກສັດຕູຈາກທຳມະຊາດ ເມື່ອມີອາຫານອຸດົມສົມບູນປູຈະອອກມາກິນອາການຢ່າງສະໝ່ຳສະເໝີ ແລະ ຈະປະສົມພັນທຸກຄັ້ງໃນຊ່ວງລະດູຝົນຂອງປີຖັດໄປ

ii

ການເພາະພັນປູ
ປູນາສາມາດນຳມາເພາະພັນໃນໂຮງຟັກເພື່ອຜະລິດລູກປູນ້ອຍໄດ້ເຊັ່ນດຽວກັນກັບປູມ້າ ຫຼື ປູທະເລ ອ່າງທີ່ໃຊ້ເປັນອ່າງຊີເມັນ ຖັງພລາສຕິກ ຫຼື ຕູ້ແກ້ວ ກໍ່ໄດ້ ຂະໜາດຂອງອ່າງບໍ່ຈຳກັດ ຂຶ້ນກັບຄວາມຕ້ອງການຂອງທ່ານ
ພໍ່ແມ່ພັນປູ
ພໍ່ແມ່ພັນ ໃນໄລຍະທຳອິດກໍ່ຄົງຕ້ອງຮວບຮວມຈາກທຳມະຊາດ ຈະເລີ່ມເພາະຈາກພໍ່ແມ່ພັນກໍ່ໄດ້ ຫຼື ຈະໃຊ້ແມ່ປູທີ່ມີໄຂ່ຢູ່ແລ້ວກໍ່ໄດ້ ປະຫຍັດເວລາ
ການອະນຸບານປູ
ໃນຊ່ວງ 15 ວັນທຳອິດ ຄວນໃຫ້ ໄຮແດງ ໜອນແດງ ເທົາ ຫຼື ໄຂ່ຕົ້ມ ກິນເປັນອາຫານ ຫຼັງຈາກນັ້ນຄວນໃຫ້ປາ ຫຼື ກຸ້ງສັບກັບອາຫານເມັດທີ່ໃຊ້ລ້ຽງລູກປາດຸກກໍ່ໃຊ້ໄດ້ ເມື່ອມີອາຍຸ 30 ວັນ ກໍ່ສາມາດນຳໄປປ່ອຍລ້ຽງໃນອ່າງດິນ ຫຼື ອ່າງຊີເມັນ ເພື່ອໃຫ້ມີຂະໜາດໃຫຍ່ເຕັມໄວ ລູກປູໃນໄລຍະນີ້ຄວນປ່ອຍລ້ຽງໃນປະລິມານ 10,000 ໂຕ/ ເນື້ອທີ່ 1 ຕາລາງແມັດ
ການຈະເລີນເຕີບໃຫຍ່ຂອງປູ
ຫຼັງຈາກຟັກເປັນໂຕແລ້ວຈະລອກຄາບປະມານ 13-15 ຄັ້ງກໍ່ຈະໃຫຍ່ເປັນປູເຕັມໄວໄດ້ຂະໜາດຂາຍໃນຕະຫຼາດ ຕ້ອງໃຊ້ເວລາປະມານ 6-8 ເດືອນ
ການລອກຄາບ
ປູທີ່ຈະລອກຄາບສັງເກດຈາກຮອຍຕໍ່ທາງສ່ວນທ້າຍຂອງກະດອງຈະກ້ວາງຫຼາຍກ່ວາປົກກະຕິ ເມື່ອໃກ້ຈະລອກຄາບປູຈະນິ້ງ ແລະ ຢຽດຂາອອກໄປທັງສອງຂ້າງ ຈາກນັ້ນຮອຍຕໍ່ຂອງກະດອງຈະເປີດອອກ ປູຈະໃຊ້ເວລາລອກຄາບປະມານ 1 ຊົ່ວໂມງ

ເຊີນເບິ່ງສິດີໂອດ້ານລຸ່ມນີ້ເລີຍ ໃຫ້ສຽງເປັນພາສາໄທເພື່ອເຮັດໃຫ້ທ່ານເຂົ້າໃຈການສື່ສານດ້ານພາສາງ່າຍຂຶ້ນ

 
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...