spot_img
Homeຂ່າວທ້ອງຖິ່ນກະຊວງສາທາລະນະສຸກ ເຜີຍແຜ່ເນື້ອໃນ ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃຫ້ພະນັກງານ-ລັດຖະກອນ

ກະຊວງສາທາລະນະສຸກ ເຜີຍແຜ່ເນື້ອໃນ ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃຫ້ພະນັກງານ-ລັດຖະກອນ

Published on

ກະຊວງສາທາລະນະສຸກ ກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບ ອົງການອະນາໄມໂລກ ປະຈໍາ ສປປ.ລາວ ແລະ ສະມາພັນຄວບຄຸມຢາສູບອາຊຽນ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນຂອງມາດຕາ 5.3 ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃຫ້ແກ່ພະນັກງານ ລັດຖະກອນ ແລະ ກົມກອງອ້ອມຂ້າງ ກະຊວງສາທາລະນະສຸກ ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ແນວທາງນະໂຍບາຍສົ່ງເສີມສຸຂະພາບ ແລະ ປະຕິບັດພັນທະສົນທິສັນຍາສາກົນ ໃຫ້ມີປະສິດທິພາບ.

ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 21 ເມສາ 2016 ທີ່ຫ້ອງປະຊຸມໃຫຽ່ ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງທ່ານ ດຣ.ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ທ່ານ ດຣ. ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ມີຊ່ຽວຊານ ວິທະຍາກອນຈາກກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ພະນັກງານ ລັດຖະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫົວໜ້າຫ້ອງການກະຊວງສາທາລະນະສຸກ ໄດ້ກ່າວວ່າ ຢາສູບແມ່ນຜະລິດຕະພັນເສບຕິດ ຜູ້ທີ່ສູບເປັນປະຈໍາມີຄວາມສ່ຽງທີ່ຈະເປັນພະຍາດຊໍາເຮື້ອ ເປັນຕົ້ນ ມະເຮັງປອດ ປອດອັດຕັນຊໍາເຮື້ອ ພະຍາດຫົວໃຈ ເສັ້ນເລືອດໃນສະໝອງແຕກ ແລະ ນໍາໄປສູ່ການເສຍຊີວິດກ່ອນໄວອັນຄວນ ທີ່ຮ້າຍແຮງໄປກວ່ານັ້ນແມ່ນຜູ້ຢູ່ອ້ອມຂ້າງທີ່ສູດດົມເອົາຄວັນກໍມີຄວາມສ່ຽງຈະເປັນພະຍາດຮ້າຍແຮງເຊັ່ນດຽວກັບຜູ້ສູບ ສປປ.ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການຄວບຄຸມການບໍລິໂພກຢາສູບ ໂດຍລັດຖະບານໄດ້ຮັບຮອງ ແລະ ໃຫ້ສັດຕະຍາບັນສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບແຕ່ປີ 2006 ທີ່ມີ 180 ປະເທດທົ່ວໂລກໃຫ້ສັດຕະຍາບັນດັ່ງກ່າວ ເຊິ່ງໃນມາດຕາ 5.3 ຂອງສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ກໍໄດ້ລະບຸວ່າ ປະເທດພາຄີຕ້ອງປົກປ້ອງນະໂຍບາຍສາທາລະນະສຸກຈາກອິດທິພົນ ແລະ ການແຊກແຊງຂອງອຸດສາຫະກໍາຢາສູບ ແລະ ຈໍາກັດໃຫ້ມີການພົວພັນສະເພາະໃນໜ້າວຽກທີ່ຈໍາເປັນເທົ່ານັ້ນ ແລະ ຫາກຈໍາເປັນຕ້ອງພົວພັນ ແມ່ນຕ້ອງມີຄວາມໂປ່ງໃສ ແລະ ເປີດເຜີຍຕໍ່ສາທາລະນະຊົນໄດ້ຮັບຊາບ.
ຂະນະທີ່ທ່ານ ດຣ. ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກໍໄດ້ໃຫ້ຮູ້ວ່າ ຢາສູບແມ່ນຜະລິດຕະພັນສິນຄ້າດຽວທີ່ຍັງຖືກກົດໝາຍ ແລະ ຂ້າຊີວິດຂອງຜູ້ບໍລິໂພກປະມານເຄິ່ງນຶ່ງທີ່ຊົມໃຊ້ເປັນປະຈໍາ ດັ່ງນັ້ນ ຕ້ອງມີການຄວບຄຸມການບໍລິໂພກ ເຊິ່ງປັດຈຸບັນ ໃນທົ່ວໂລກມີຄົນເສຍຊີວິດຍ້ອນຢາສູບປີລະ 6 ລ້ານຄົນ ສໍາລັບຢູ່ພາກພື້ນອາຊີ-ປາຊີຟິກ ໃນທຸກ 1 ນາທີ ມີຄົນເສຍຊີວິດຍ້ອນຢາສູບ ປະມານ 2 ຄົນ ສ່ວນຢູ່ ສປປ.ລາວ ອົງການອານາໄມໂລກ ໄດ້ຄາດຄະເນວ່າ ຄົນລາວ ເສຍຊີວິດຍ້ອນຢາສູບປີລະ 4.807 ຄົນ ຫຼື ມື້ລະ 13 ຄົນ.
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...