spot_img
Homeນານາສາລະເມື່ອງົບການທະຫານເພີ່ມຂຶ້ນ

ເມື່ອງົບການທະຫານເພີ່ມຂຶ້ນ

Published on

 ຫາກ​ຫວນ​ຄືນ​ເບິ່ງ​ສະ​ຖານະ​ການ​ໂລກ​ປີ­ຜ່ານ­ມາ (2015) ຈະ​ເຫັນ​ວ່າສົງ­ຄາມ ແລະ​ຂໍ້​ຂັດ ແຍ່ງ​ເກີດ​ຂຶ້ນ​ຫຼາຍ​ກວ່າ​ປີ 2014

ຈາກ​ສະ­ພາບ​ຄື​ດັ່ງ­ກ່າວ​ອັນ​ເຮັດໃຫ້­ການ​ໃຊ້​ຈ່າຍ​ງົບ­ປະ­ມານ​ດ້ານການ​ທະ­ຫານ​ເພີ່ມ​ຂຶ້ນ​ທົ່ວ​ໂລກ​ປະມານ 1,67 ພັນ​ລ້ານ​ໂດ​ລາ​ສະ­ຫະລັດ ໝາ­ຍວ່າ​ເພີ່ມ​ຂຶ້ນ 1% ຈາກ​ປີ 2014 ຖື​ເປັນ​ການ​ເພີ່ມ​ຂຶ້ນ​ເປັນ ຄັ້ງ​ທຳ​ອິດ​ໃນ​ຮອບ 4 ປີ.

ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ຕ່າງ ປະ­ເທດ​ໃຫ້​ຮູ້​ວ່າ​ວັນ​ທີ 5 ເມ­ສາ 2016 ນີ້​ວ່າ: ສະ​ຖາ​ບັນ​ວິ​ໃຈ​ສັນຕິ​ພາບ​ລະ­ຫວ່າງ​ປະ­ເທດ​ສະ​ຕອກ ໂຮມ​ຂອງ​ປະ­ເທດ​ຊູ​ແອດ (Stoc kholm internatlonal peace Resear ch lnstitute=SIPRI) ລະ­ບຸ​ວ່າລັດ­ຖະ­ບານ​ທົ່ວ​ໂລກ​ໃຊ້ ຈ່າຍ​ງົບ­ປະ­ມານ​ດ້ານ​ການ​ທະຫານ​ປະ­ຈຳ​ປີ 2015 ປະ­ມານ 1,67 ພັນ​ລ້ານ​ໂດ​ລາ​ສະ­ຫະ­ລັດ ເພີ່ມ​ຂຶ້ນ 1% ຈາກ​ປີ​ກ່ອນ​ໃນ​ນັ້ນ ສະ­ຫະ­ລັດ​ອາ­ເມ­ລິ­ກາ​ຍັງ​ຄົງ​ນຳ ໜ້າ​ຢູ່​ທີ່ 596 ພັນ​ລ້ານ​ໂດ​ລາ, ອັນ ດັບ​ສອງ​ແມ່ນ​ຈີນ ປະ­ມານ 215 ພັນ​ລ້ານ​ໂດ​ລາ, ອັນ​ດັບ​ສາມ​ແມ່ນ ຊາ​ອຸ​ດິ​ອາ​ຣັບ​ປີ​ປະ­ມານ 87 ພັນ 200 ລ້ານ​ໂດ​ລາ ສ່ວນ​ລັດ­ເຊຍ​ຖືກ ບຽດ​ຕົກ​ເປັນ​ອັນ​ດັບ​ທີສີ່ ຄື ປະມານ 66 ພັນ 400 ລ້ານ​ໂດ​ລາ.

ການ​ເພີ່ມ​ຂຶ້ນ​ຂອງ​ງົບ­ປະ­ມານການ​ທະ­ຫານ​ນີ້​ໄດ້​ຊ່ວຍ​ໃຫ້​ກຸ່ມນາຍ­ທຶນ​ຜະ­ລິດ​ອາ­ວຸດ​ຮັ່ງ­ມີ​ຂຶ້ນ ຊຶ່ງ​ລາຍ​ງານ​ຈາກ​ສະ​ຖາ​ບັນ​ດັ່ງກ່າວ​ວ່າ: ສະ​ຖາ​ບັນ​ວິ­ໄຈ​ສັນ­ຕິ­ພາບລະ­ຫວ່າງ​ປະ­ເທດ​ສະ​ຕອກ​ໂຮມ ຂອງ​ປະ­ເທດ​ຊູ​ແອດ​ລາຍ​ງານ​ໃຫ້ ຮູ້​ວັນ​ທີ 14 ທັນ­ວາ ນີ້​ວ່າ: ບໍ­ລິ­ສັດ ຜູ້​ຜະ­ລິດ​ອາ­ວຸດ​ຈາກ​ເອີ​ຣົບ​ຕາ­ເວັນຕົກ ແລະ​ສະ­ຫະ­ລັດ​ອາ­ເມ­ລິ­ກາ​ຍັງ ຄອງ​ສ່ວນ​ແບ່ງ​ການ​ຕະ­ຫຼາດ​ອາວຸດ​ໃນ​ໂລກ 80% ເຖິງ​ແມ່ນ​ຍອດຈຳ­ໜ່າຍ​ຈະ​ຫຼຸດ​ລົງ​ຈາກ​ປີ 2013 ປະ­ມານ 3,2% ກໍ​ຕາມສຳ­ລັບຍອດ​ຈຳ­ໜ່າຍ​ຜູ້​ຜະ­ລິດ​ອາ­ວຸດ 100 ອັນ​ດັບ​ໂລກ​ນັ້ນ​ບໍ­ລິ­ສັດ​ທີ່​ຂຶ້ນ​ອັນດັບ​ໜຶ່ງ​ຄື ບໍ­ລິ­ສັດ Lokheed Mar Tin ຈາກ​ອາ­ເມ­ລິ­ກາ​ຍອດ​ຈຳໜ່າຍ​ເພີ່ມ​ຂຶ້ນ 3,9% ຢູ່​ທີ່ 37 ຕື້ 500 ລ້ານ​ໂດ​ລາ.

ສ່ວນ​ໜັງ­ສື­ພິມ​ໄທ​ໂພ​ສ ວັນ​ທີ 15 ທັນ­ວາ 2015 ໃນ​ຄໍ​ລຳ “ອາ ສູນ​ສົງ­ຄາມ” ມີ​ບາງ​ຕອນ​ຂຽນ ວ່າ ເມື່ອ​ວັນ​ທີ 4 ທັນ­ວາ 2015 ເວບ​ໄຊ The intercept ລາຍ ງານ​ໂດຍ​ນັກ​ຂ່າວ LeeFang ແລະ Zaid jilani ເປີດ­ເຜີຍ​ວ່າ: “ບັນ­ດາ​ບໍ­ລິ­ສັດ​ຜະ­ລິດ​ອາ­ວຸດ​ລາຍ ໃຫຍ່​ເຊັ່ນ: Lockheed Martin, Raytheon, Oshkosh ໄດ້​ປະກາດ​ຮັບ­ຮອງ​ຕໍ່​ຜູ້​ຖື​ຮຸ້ນ​ຂອງ​ບໍ​ລິ ສັດ​ວ່າ​ສົງ­ຄາມ​ໃນ​ຕາ­ເວັນ​ອອກ ກາງ ຫຼື ຂໍ້​ຂັດ​ແຍ່ງ​ຕ່າງໆ​ໃນ​ທົ່ວໂລກ​ນັ້ນ ເປັນ​ຕົວ​ຊ່ວຍ​ໃຫ້​ຜົນ​ກຳໄລ​ຂອງ​ບໍ­ລິ­ສັດ​ເພີ່ມ​ຂຶ້ນ…”

ຂ່າວ​ຍັງ​ໄດ້​ລະ­ບຸ​ວ່າ: ບໍ­ລິ­ສັດ Lockheed Martin ນັ້ນ​ໄດ້​ສະແດງ​ຄວາມ​ຍິນ​ດີ​ທີ່​ສະ­ພາ​ຄອງ ເກຣດ​ຂອງ​ອາ­ເມ­ລິ­ກາ​ອະ­ນຸ­ມັດ ງົບ­ປະ­ມານ​ກະ­ຊວງ​ປ້ອງ​ກັນ​ປະ ເທດ​ປີ 2016 ໄດ້​ເຖິງ 607 ຕື້​ໂດລາ ໂດຍ​ຖື​ວ່າ​ເປັນ​ການ​ສະ­ໜັບ​ສະ ໜູນ​ອຸດ­ສາ­ຫະ­ກຳ​ຜະ­ລິດ​ອາ­ວຸດ ເປັນ​ຢ່າງ​ດີ ຜ່ານ​ມາ​ບໍ­ລິ­ສັດ​ມີ​ກຳ ໄລ​ຢ່າງ​ຫຼວງ­ຫຼາຍ​ເຊັ່ນ: ໃນ​ປີ 2014 ເພີ່ມ​ຍອດ​ຈຳ­ໜ່າຍ​ໄດ້​ເຖິງ 45 ຕື້ 600 ລ້ານ​ໂດ​ລາ ກຳ­ໄລ​ສຸດ ທິ​ເພີ່ມ​ຂຶ້ນ​ບໍ່​ຕ່ຳ​ກວ່າ 3 ຕື້ 614 ລ້ານ​ໂດ​ລາ ສ່ວນ​ບໍ­ລິ­ສັດ Ketheon Company ທີ່​ຊ່ຽວ­ຊານ​ດ້ານ  ການ​ຜະ­ລິດ​ຈະ​ຫຼວດ​ນຳ​ວິ­ຖີ​ປີ 2013 ເພີ່ມ​ຍອດ​ຂາຍ​ໄດ້​ເຖິງ 23 ຕື້ 706 ລ້ານ​ໂດ​ລາ ມີ​ກຳ­ໄລ​ບໍ່​ຕ່ຳ ກວ່າ 1 ຕື້ 996 ລ້ານ​ໂດ​ລາ, ບໍ​ລິ ສັດ Oshkosh Corporation ທີ່​ຖະ­ໜັດ​ໃນ​ການ​ອອກ​ແບບ​ລົດ ບັນ­ທຸກ ແລະ​ລົດ​ຕິດ​ອາ­ວຸດ​ປີ 2014 ເພີ່ມ​ຍອດ​ຂາຍ​ເຖິງ 6 ຕື້ 810 ລ້ານ​ໂດ​ລາ ມີ​ກຳ­ໄລ​ສຸດ­ທິ​ບໍ່ ຕ່ຳ​ກວ່າ 300 ກວ່າ​ລ້ານ​ໂດ​ລາ.

ຈາກ​ຂໍ້​ມູນ​ຂ້າງ​ເທິງ​ນັ້ນ​ສະ ແດງ​ໃຫ້​ເຫັນ​ວ່າ: ສົງ­ຄາມ ແລະ​ຂໍ້ຂັດ​ແຍ່ງ​ສ້າງ​ຜົນ​ປະ­ໂຫຍດ​ຢ່າງ ມະ­ຫາ­ສານ​ໃຫ້​ແກ່​ກຸ່ມ​ນາຍ­ທຶນ ສະ­ນັ້ນ ຈິ່ງ​ບໍ່​ເປັນ​ເລື່ອງ​ແປກ​ທີ່​ສົງ ຄາມ ແລະ​ຂໍ້​ຂັດ​ແຍ່ງ​ບໍ່​ຢຸດ­ຕິ​ໄດ້ ງ່າຍ​ພໍ​ປານ­ໃດ ເພາະ​ມີ​ຜູ້​ຫາ​ກິນ​ນຳ ຊີ­ວິດ​ເລືອດ​ເນື້ອ​ຂອງ​ມະ­ນຸດ​ດ້ວຍ ກັນ.

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...