spot_img
Homeຂ່າວພາຍ​ໃນພະຍຸລົມແຮງທີ່ເກີດໃນຫຼວງພະບາງຄືນວານນີ້ (ມີຄິລບ)

ພະຍຸລົມແຮງທີ່ເກີດໃນຫຼວງພະບາງຄືນວານນີ້ (ມີຄິລບ)

Published on

ໃນຕອນຄ່ຳຂອງວັນທີ 22/04/2016 ເວລາປະມານ 20:15ໂມງແລງ ໄດ້ເກີດລົມພາຍຸຢ່າງຮຸນແຮງພັດເຂົ້າເມືອງຫຼວງພະບາງ ພະຍຸໄດ້ພັດມາແຕ່ຝາກຊຽງແມນ ເຮັດໃຫ້ຕົ້ນໂພໃຫຍ່ໜ້າຫໍກອງລົ້ມມາທັບໃສ່ຜາມພຣະຫມ່ານ ແລະພຣະທາດຫນ້າອາຮາມ(ສີມ)ຂອງວັດຊຽງທອງ ໄດ້ຮັບຄວາມເສຍຫາຍສົມຄວນ ນອກຈາກວັດຈະໄດ້ຮັບຄວາມເສຍຫາຍແລ້ວ ສິ່ງປຸກສ້າງເຮືອນຊານຂອງປະຊາຊົນກໍ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ມີຄົນເສຍຊີວິດ 1 ຄົນ ໃນເຫດການຄັ້ງນີ້

ເຮົາມາເບິ່ງຄວາມແຮງຂອງລົມພະຍຸທີ່ເກີດຂຶ້ນໃນຄືນວານນີ້ທີ່ຫຼວງພະບາງກັນດ້ານລຸ່ມເລີຍ

ຂອບໃຈວິດີໂອຈາກ: Sangkhom Anongdeth ທີ່ນຳອອກມາເຜີຍແຜ່

ຂອບໃຈພາບ ແລະ ຂໍ້ມູນຈາກເຟສບຸ໊ກ: ວັດຊຽງທອງ ຣາຊະວໍຣະວິຫາຣ Wat XiengThong

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...