spot_img
Homeຂ່າວພາຍ​ໃນລັດຖະມົນຕີການເງິນເຜີຍ ສາເຫດສະພາບການເງິນຟືດເຄືອງ ໄລຍະ 2-3 ປີຜ່ານມາ!

ລັດຖະມົນຕີການເງິນເຜີຍ ສາເຫດສະພາບການເງິນຟືດເຄືອງ ໄລຍະ 2-3 ປີຜ່ານມາ!

Published on

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ໄດ້ຊີ້ໃຫ້ເຫັນສາເຫດ ທີ່ພາໃຫ້ສະພາບການເງິນ-ງົບປະມານ ມີຄວາມຟືດເຄືອງໃນໄລຍະ 2-3 ປີຜ່ານມາ ຕໍ່ກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ເມສານີ້ວ່າ: ນັບແຕ່ສົກປີງົບປະມານ 2012-2013 ເປັນຕົ້ນມາ ສະພາບການເງິນ-ງົບປະມານ ເລີ່ມມີຄວາມຫຍຸ້ງຍາກຟືດເຄືອງ, ເຊິ່ງເກີດຈາກຫລາຍສາເຫດຄື: ການສ້າງແຜນລາຍຮັບງົບປະມານ ບໍ່ໄດ້ອີງໃສ່ຄວາມອາດສາມາດຕົວຈິງ ເນື່ອງຈາກຍັງຂາດ ການວິໄຈຂໍ້ມູນທີ່ຄົບຖ້ວນ ແລະ ບໍ່ທັນສອດຄ່ອງກັບສະພາບຕົວ, ການຄົ້ນຄວ້າ, ວິໄຈຂໍ້ມູນຕົວເລກການເງິນ ຍັງມີດ້ານຈຳກັດ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນຂໍ້ມູນໃນການສ້າງແຜນງົບປະມານ ຍັງບໍ່ທັນມີພື້ນຖານອັນໜັກແໜ້ນ ແລະ ແນ່ນອນ, ຍັງບໍ່ທັນມີລັກສະນະວິທະຍາສາດ ທີ່ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ສ່ວນໃຫຍ່ແມ່ນການສ້າງແຜນວຽກ ເພື່ອແກ້ໄຂວຽກສະເພາະໜ້າ, ລາຍຮັບຈາກຂະແໜງຊັບພະຍາກອນທຳມະຊາດ ໄດ້ຫລຸດລົງຢ່າງຫລວງຫລາຍ, ເນື່ອງຈາກລາຄາແຮ່ທາດ ໃນຕະຫລາດໂລກໄດ້ຫລຸດລົງ, ຖ້າສົມທຽບກັບຊຸມຕົ້ນປີ ຂອງແຜນການ 5 ປີຄັ້ງທີ VII ລາຍຮັບຈາກຂະແໜງດັ່ງກ່າວ ມີຫລາຍກວ່າ 1.600 ຕື້ກີບຕໍ່ປີ, ແຕ່ໃນສົກປີ 2014-2015 ສາມາດປະຕິບັດໄດ້ ພຽງ 518 ຕື້ກີບ, ຫລຸດລົງເຖິງສອງສ່ວນສາມ, ຂະນະດຽວກັນນັ້ນ ລາຄານ້ຳມັນໃນຕະຫລາດໂລກ ກໍ່ຫລຸດລົງຢ່າງຫລວງຫລາຍ, ສ່ວນລາຍຮັບຂະແໜງໄຟຟ້າ ຍັງບໍ່ທັນໃຫ້ຜົນຕອບແທນຢ່າງຫລວງຫລາຍ ເນື່ອງຈາກວ່າຕ້ອງໄດ້ທົດແທນ ຕົ້ນທຶນເງິນກູ້ຢືມເພື່ອມາລົງທຶນກ່ອນ, ຂະນະດຽວກັນ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອທົດແທນການສູນເສຍລາຍຮັບ ຈາກການປະຕິບັດພັນທະ ການເຊື່ອມໂຍງການຄ້າເສລີອາຊຽນ (AFTA) ແລະ ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ຍັງມີຄວາມຫລ້າຊ້າ ສາເຫດໜຶ່ງແມ່ນເນື່ອງມາຈາກການຮັບຮອງ ແລະ ປະກາດໃຊ້ນິຕິກຳຈຳນວນໜຶ່ງ ຍັງມີຄວາມຊັກຊ້າ ເປັນຕົ້ນຮ່າງລັດຖະບັນຍັດ ວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ແລະ ລັດຖະບັນຍັດວ່າດ້ວຍອາກອນຊົມໃຊ້ລົດໃຫຍ່.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ສຳລັບການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ 5 ປີ ຄັ້ງທີ VII (2011-2015) ສາມາດປະຕິບັດໄດ້ 99,5 ພັນຕື້ກີບ ກວມເອົາ 24,6% ຂອງ GDP ລື່ນຄາດໝາຍທີ່ກຳນົດໄວ້ 3,6% ຂອງ GDP, ໃນນັ້ນ ລາຍຮັບພາຍໃນສາມາດປະຕິບັດໄດ້ 76,6 ພັນຕື້ກີບ ກວມເອົາ 18,9% ຂອງ GDP ລື່ນຄາດໝາຍທີ່ວາງໄວ້ 0,9% ຂອງ GDP.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...