spot_img
Homeຂ່າວພາຍ​ໃນລັດ​ຕັ້ງ​ເປົ້າ​ເກັບ​ລາຍ​ຮັບ​ເພີ່ມ​ຂຶ້ນ 50% ສົກ​ໜ້າເລີ່ມ​ເພິ່ມດັດຊະນີ​ເງິນ­ເດືອນປີ​ລະ 500 ກີບ

ລັດ​ຕັ້ງ​ເປົ້າ​ເກັບ​ລາຍ​ຮັບ​ເພີ່ມ​ຂຶ້ນ 50% ສົກ​ໜ້າເລີ່ມ​ເພິ່ມດັດຊະນີ​ເງິນ­ເດືອນປີ​ລະ 500 ກີບ

Published on

   ແຕ່​ນີ້​ຮອດ​ປີ 2020 ລັດ­ຖະ­ບານ​ລາວ​ຊຸດ​ໃໝ່​ໄດ້​ຢືນ­ຢັນ​ທີ່​ຈະ​ສືບ­ຕໍ່​ແກ້​ໄຂບາງ​ບັນ­ຫາ​ຄົງ​ຄ້າງ​ໃນ​ໄລ­ຍະ​ຜ່ານ​ມາເພື່ອ​ດຶງ​ດູດ​ເອົາ​ງົບ­ປະ­ມານ​ກັບ​ຄືນ​ສູ່​ສະພາບ​ຄ່ອງ​ເທື່ອ​ລະ​ກ້າວທັງ​ນີ້​ເພື່ອ​ຮັບ­ປະ­ກັນ​ໃຫ້​ຂະ­ແໜງ­ການ​ເງິນ​ຂອງ​ປະ­ເທດ​ມີການ​ປ່ຽນ­ແປງ​ໃໝ່​ຢ່າງ­ຮອບ­ດ້ານໂດຍ​ສ້າງ​ຄວາມ​ໂປ່ງ​ໃສ, ແກ້​ໄຂ​ຫຍໍ້­ທໍ້​ທຸກ​ດ້ານ ແລະ​ ຫັນ​ໄປ​ສູ່​ຄວາມ​ທັນ​ສະ­ໄໝ​ໄປ​ພ້ອມກັບ​ການ​ຂະ­ຫຍາຍ​ຖານ​ລາຍ​ຮັບ​ໃໝ່​ທີ່ຄວບ​ຄູ່​ການ​ຂຸດ​ຄົ້ນ​ແຫຼ່ງ​ລາຍ​ຮັບ​ທີ່​ບົ່ມຊ້ອນ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ໝັ້ນຄົງ ເພື່ອ​ຕອບ​ສະ­ໜອງ​ໄດ້​ກັບ​ການ​ພັດນາ​ໃນ­ຕໍ່­ໜ້າ ໂດຍ​ຕັ້ງ​ເປົ້າ​ຈະ​ເກັບ​ລາຍຮັບ​ໃຫ້​ໄດ້​ເພີ່ມ​ຂຶ້ນ​ຈາກ 5 ປີ ກ່ອນ​ເຖິງ 50%.

   ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ​ລັດ ຖະ​ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນໄດ້​ສະ­ເໜີ​ດັດ­ແກ້​ແຜນ​ງົບ­ປະ­ມານ​ແຫ່ງລັດ ສົກ​ປີ 2015Œ2016 ແລະ​ ທິດ​ທາງ​ແຜນ​ງົບ­ປະ­ມານແຫ່ງ​ລັດ 5 ປີຄັ້ງ​ທີ VIII (2016-Œ2020) ຕໍ່​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດທີVIII ຮູ້​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ແຫ່ງ​ລັດ ໃນ​ໄລ­ຍະ 5 ປີ ຜ່ານ​ມາ ໄດ້​ດຳ­ເນີນ​ໄປ​ໃນ​ເງື່ອນ­ໄຂ​ທີ່​ສະ­ພາບ​ເສດ­ຖະ­ກິດ​ຂອງ​ໂລກ ແລະ​ພາກ​ພື້ນ​ບໍ່​ທັນ​ຟື້ນ ໂຕ ແລະ​ມີ​ຫຼາຍ​ດ້ານ​ບໍ່​ເອື້ອ​ອຳ­ນວຍ, ແຕ່​ດ້ວຍ​ການ​ຊີ້​ນຳ, ນຳ­ພາ​ຢ່າງ​ໃກ້­ຊິດ​ຂອງກົມ​ການ­ເມືອງ​ສູນ​ກາງ​ພັກ ແລະ​ລັດ­ຖະ­ບານ​ຈິ່ງ​ເຮັດ​ໃຫ້​ການ­ຈັດ­ຕັ້ງປະ­ຕິ­ບັດ​ງົບ­ປະ­ມານ​ແຫ່ງ​ລັດ​ໄດ້​ຮັບ​ໝາກ­ຜົນ​ດີ​ພໍ​ສົມ­ຄວນ, ສາ­ມາດ​ຂຸດ​ຄົ້ນເກັບ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊຶ່ງສາ­ມາດ​ຕອບ​ສະ­ໜອງ​ແຫຼ່ງ​ທຶນ​ຢ່າງພຽງ­ພໍ​ໃຫ້​ແກ່​ການ​ພັດ­ທະ­ນາ ໂດຍ​ສະເພາະ​ແມ່ນ​ສາ­ມາດ​ແກ້​ໄຂ​ໄດ້​ລາຍ​ຈ່າຍ ທີ່​ເປັນ​ບູ​ລິ​ມະ​ສິດ​ຂອງ​ລັດ­ຖະ­ບານ​ເປັນຕົ້ນ​ລາຍ​ຈ່າຍ​ເງິນ­ເດືອນ, ເງິນ​ອຸດ​ໜູນ, ລາຍ​ຈ່າຍ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນຊາດŒປ້ອງ​ກັນ​ຄວາມ​ສະ­ຫງົບ, ລາຍ​ຈ່າຍ​ຊຳ­ລະ​ໜີ້​ສິນ​ຕ່າງ­ປະ­ເທດ, ໜີ້​ສິນ​ພາຍ​ໃນ ແລະ​ລາຍ​ຈ່າຍ​ອື່ນໆ.

ສຳ­ລັບ​ທິດ​ທາງ​ຂອງ​ແຜນ​ງົບ​ປະມານ​ແຫ່ງ​ລັດ 5 ປີ ຄັ້ງ​ທີ VIII ລາຍ​ຮັບລວມ​ແມ່ນ​ຈະ​ສູ້​ຊົນ​ສຸດ​ຂີດ​ໃຫ້​ໄດ້ ທັງ​ໝົດ​ປະ­ມານ 149,6 ພັນ​ຕື້​ກີບ ຢູ່​ໃນ​ລະ ຫວ່າງ 19Œ20% ຂອງ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນຫຼືຈີ​ດີ​ພີ, ທຽບ­ໃສ່​ໃນ 5 ປີ ຜ່ານ​ມາ​ເພີ່ມ​ຂຶ້ນ 50%, ລາຍ​ຮັບ​ພາຍ​ໃນ​ແມ່ນ​ຈະ​ສູ້​ຊົນ​ປະ­ຕິ­ບັດ​ໃຫ້​ໄດ້​ປະ­ມານ 131,8 ພັນ​ຕື້​ກີບ ເພີ່ມ​ຂຶ້ນ 72% ແລະ ລາຍ​ຈ່າຍ​ສູ້​ຊົນ​ປະ­ຕິ­ບັດ​ໃຫ້​ໄດ້​ປະ­ມານ 176,4 ພັນ​ຕື້​ກີບ, ທຽບ­ໃສ່​ປະ­ຕິ­ບັດ​ໃນ 5 ປີ ຜ່ານ​ມາ ເພີ່ມ​ຂຶ້ນ 48,7% ແລະ​ໃນ 5 ປີ​ຂ້າງ​ໜ້າ​ຈະ​ຄຸ້ມ​ຄອງ​ບໍ່​ໃຫ້​ເກີນ 25% ຂອງ​ຈີ​ດີ​ພີ.

ສຳ­ລັບ​ລາຍ​ຈ່າຍ​ເງິນ­ເດືອນ​ຄາດ​ຄະເນ​ປະ­ມານ 60 ພັນ​ຕື້​ກວ່າ​ກີບ ກວມ 8% ຂອງ​ຈີ​ດີ​ພີ, ທຽບ­ໃສ່ 5 ປີ­ຜ່ານ­ມາເພີ່ມ ຂຶ້ນ 85% ໂດຍ​ເລີ່ມ​ແຕ່​ສົກ​ປີ 2017 ເປັນ­ຕົ້ນ​ໄປ​ຈະ​ປັບ­ປຸງ​ດັດ​ເພີ່ມ​ສະ​ນີເງິນ­ເດືອນ​ໃຫ້​ບໍ່​ຫຼຸດ​ອັດ­ຕາ​ການ​ເຕີບໂຕ​ຂອງ​ເສດ­ຖະ­ກິດໃນ​ແຕ່​ລະ​ປີ ຫຼື ເພີ່ມ ດັດ​ສະ​ນີ​ເງິນ­ເດືອນ​ປີ​ລະ 500 ກີບ ກວມ ເອົາ​ໂດຍ​ສະ­ເລ່ຍ 44,3% ຫຼຸດ​ລົງ​ຈາກ 58% ຂອງ​ລາຍ​ຮັບ​ພາຍ​ໃນໃນ​ສົກ​ປີ 2012-Œ2013 ແລະ​ໃນ​ໄລ­ຍະ 5 ປີຂ້າງໜ້າ​ຈະ​ຄຸ້ມ​ຄອງ​ບໍ່​ໃຫ້​ເກີນ 45% ຂອງລາຍ​ຮັບ​ພາຍ​ໃນ​ທັງ​ຮັບ­ປະ­ກັນ​ການ​ຂາດດູນ​ບໍ່​ໃຫ້​ເກີນ 5% ຂອງຈີ​ດີ​ພີປະ­ມານ 26,8 ພັນ​ຕື້​ກີບ​ລື່ນ​ປະ­ຕິ­ບັດ​ໃນ 5 ປີຜ່ານມາ 7,8 ພັນ​ຕື້​ກີບຫຼືເທົ່າ​ກັບ 41%.

ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງົບປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ 2015Œ -2016 ທ່ານ​ຮອງ​ນາ­ຍົກ​ກ່າວ​ວ່າໂດຍພື້ນ­ຖານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ເລກຄາດ­ໝາຍ​ສູ້​ຊົນ​ຈັດ​ເກັບ​ລາຍ​ຮັບ​ຂອງບັນ­ດາ​ກົມ​ລາຍ​ຮັບ​ໄດ້​ຄາດ­ໝາຍ​ວ່າໝົດ​ສົກ​ປີແມ່ນ​ຈະ​ສາ­ມາດ​ຈັດ​ເກັບ​ລາຍຮັບ​ທັງ​ໝົດ​ໄດ້​ພຽງ 23.700 ຕື້​ກີບ ເທົ່າ​ກັບ 90,6% ຂອງ​ແຜນ­ການ​ປີ, ດັ່ງ­ນັ້ນອີງ​ຕາມ​ມາດ­ຕາ 46 ແລະ​ມາດ­ຕາ 54  ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ງົບ­ປະ­ມານ​ແຫ່ງ ລັດ​ສະ­ບັບ​ປີ 2006 ກໍ­ລະ­ນີ​ຄາດ​ຄະ­ເນການ​ປະ­ຕິ­ບັດ​ລາຍ​ຮັບ​ບໍ່​ສາ­ມາດ​ປະ­ຕິບັດ​ໄດ້​ຕາມ​ແຜນ­ການ 5% ຂຶ້ນ​ໄປ​ກະຊວງ​ການ​ເງິນ​ຕ້ອງ​ສະ­ເໜີ​ຕໍ່​ລັດ­ຖະ­ບານເພື່ອ​ສະ­ເໜີ​ສະ­ພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ ດັດ­ແກ້​ງົບ­ປະ­ມານ​ແຫ່ງ​ລັດ, ດ້ວຍ​ເຫດນັ້ນ ຈິ່ງ​ຂໍ​ສະ­ເໜີ​ມາ​ຍັງ​ສະ­ພາ​ແຫ່ງ​ຊາດ ເພື່ອ​ດັດ­ແກ້​ງົບ­ປະ­ມານ​ແຫ່ງ​ລັດ​ສົກ​ປີ 2015Œ2016 ຄື: ສະ­ເໜີ​ສະ­ພາ​ແຫ່ງ​ຊາດພິ­ຈາ­ລະ­ນາ​ດັດ­ແກ້​ຫຼຸດ​ແຜນ​ລາຍ​ຮັບ​ງົບ­ປະ­ມານ​ພາຍ​ໃນ​ຈຳ­ນວນ 2.459 ຕື້​ກີບ ຫຼື ຫຼຸດ​ຈາກ 26.159 ຕື້​ກີບ​ມາ​ເປັນ 23.700 ຕື້​ກີບ, ສ່ວນ​ພາກ​ລາຍ​ຈ່າຍ: ສະເໜີ​ສະ­ພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ​ດັດ­ແກ້ຫຼຸດ​ແຜນ​ລາຍ​ຈ່າຍ​ງົບ­ປະ­ມານ​ຈຳ­ນວນ 1.100 ຕື້​ກີບ, ໃນ​ນັ້ນດັດ­ແກ້​ຫຼຸດ​ແຜນງົບ­ປະ­ມານ​ເດືອນ, ເງິນ​ທີ​ຄາດ​ຄະ­ເນ​ບໍ່ໄດ້​ນຳ​ໃຊ້​ຈຳ­ນວນ 400 ຕື້​ກີບ, ຫຼຸດ​ຄັງສະ​ສົມ​ລົງ 200 ຕື້​ກີບ ແລະ​ຫຼຸດ​ລາຍ​ຈ່າຍ​ລົງ­ທຶນ 500 ຕື້​ກີບ ແລະ​ດັດ­ແກ້​ລາຍຈ່າຍ​ສຳ­ລັບ​ເງິນ​ເກີນ​ແຜນ​ຂອງ​ທ້ອງ­ຖິ່ນ ສົກ​ປີ 2014Œ2015 ຈຳ­ນວນ 272 ຕື້ກີບ ແລະ​ສັງ​ລວມ​ແລ້ວ​ຫຼຸດ​ລາຍ​ຈ່າຍ​ລົງຈຳ­ນວນ 828 ຕື້​ກີບ ຫຼື ຫຼຸດ​ຈາກ 31.946 ມາ​ເປັນ 31.118 ຕື້​ກີບ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...