spot_img
Homeຂ່າວພາຍ​ໃນນາ­ຍົກ​ໃໝ່ວາງ​ວິ​​ໄສ​ທັດ​ຫັນ ສປປ ລາວ ພົ້ນ​ດ້ອຍ​ພັດ­ທະ­ນາ ກ້າວ​ເປັນ​ປະ­ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ

ນາ­ຍົກ​ໃໝ່ວາງ​ວິ​​ໄສ​ທັດ​ຫັນ ສປປ ລາວ ພົ້ນ​ດ້ອຍ​ພັດ­ທະ­ນາ ກ້າວ​ເປັນ​ປະ­ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ

Published on

   ເພື່ອ​ເຮັດ​ໃຫ້ ສປປ ລາວ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດ­ທະ­ນາ, ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ​ອັນ​ໜັກ​ແໜ້ນ, ມີ​ຄວາມ​ເປັນ​ລະ­ບຽບ​ຮຽບຮ້ອຍ​ດ້ານ​ສັງ­ຄົມ, ເສດ­ຖະ­ກິດ​ສືບ­ຕໍ່​ຂະຫຍາຍ​ຕົວ­ຢ່າງ​ຕໍ່​ເນື່ອງ​ດ້ວຍ​ຈັງ­ຫວະວ່ອງ­ໄວ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ຄົນໃໝ່ ໄດ້​ວາງ​ວິ​ໄສ​ທັດ​ພັດທະ​ນາ​ຮອດ​ປີ 2030 ໂດຍ​ເຮັດ​ໃຫ້​ຈີ​ດີ​ພີຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ກວ່າ 4 ເທົ່າ, ວາງ​ຍຸດທະ​ສາດ​ການ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງຄົມ​ໄລ­ຍະ 10 ປີ (2016Œ-2025) ໂດຍເຮັດ​ໃຫ້​ຈີ​ດີ​ພີ​ຕໍ່​ຫົວ​ຄົນ​ໃຫ້​ເພີ່ມ​ຂຶ້ນ 2 ເທົ່າ​ຕົວ, ບັນ­ລຸ​ເປົ້າ​ໝາຍ​ສຳ­ຄັນ​ຕົ້ນ­ຕໍ 17 ເປົ້າ​ໝາຍ ແລະ​ວາງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016Œ-2020) ໂດຍ​ຊຸກ­ຍູ້​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ​ຢ່າງ​ຕໍ່​ເນື່ອງ, ສົມ​ດຸນ ແລະ​ຍືນ​ຍົງ, ເຮັດ​ໃຫ້​ຈີ​ດີ​ພີ​ຂະ­ຫຍາຍ­ຕົວ​ບໍ່​ໃຫ້​ຫຼຸດ 7,5% ຕໍ່​ປີ​ທັງ​ນີ້ເພື່ອ​ສ້າງ​ພື້ນ­ຖານ​ເຮັດ​ໃຫ້​ລາວ​ເຮົາ​ກາຍ­ເປັນ​ປະ­ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ຕາມ​ທິດ​ເສດ­ຖະ­ກິດ​ພູມ​ປັນ­ຍາ​ສີ­ຂຽວ ແລະ​ຍືນ​ຍົງ.

   ໃນ​ມື້​ເປີດ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະລື​ືກ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ​ລັດ ຖະ​ມົນ ຕີ​ແຫ່ງ ສປປ ລາວ ລາຍ​ງານ​ໂດຍ​ສັງ ເຂບ​ກ່ຽວ​ກັບ​ວິ​ໃສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ໄລ­ຍະ 10 ປີ (2016-Œ2025) ແລະ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒ-ສັງ­ຄົມແຫ່ງ​ຊາດ 5 ປີຄັ້ງ​ທີVIII (2016-Œ2020) ລະ­ບຸ​ວ່າ: ແຕ່​ນີ້​ຮອດ​ປີ 2030 ຕ້ອງ​ໄດ້​ສ້າງ​ບາດ​ລ້ຽວ​ໃໝ່ເພື່ອ​ໃຫ້​ລາວເຮົາ​ເປັນ​ປະ­ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງຕາມ​ທິດ​ເສດ­ຖະ­ກິດ​ພູມ​ປັນ­ຍາ​ສີ­ຂຽວ ແລະ​ຍືນ​ຍົງ, ໃຫ້​ບັນ­ລຸ​ເປົ້າ​ໝາຍ​ແບບ​ຍືນຍົງ​ຂອງ​ສະ­ຫະ​ປະ­ຊາ​ຊາດ​ວາງ​ອອກ, ເຮັດ​ໃຫ້​ຈີ​ດີ​ພີ​ຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ກວ່າ 4 ເທົ່າ​ຖ້າ​ທຽບ­ໃສ່​ປີ 2015, ອຸດ­ສາ­ຫະ­ກຳ ເພີ່ມ​ຂຶ້ນ​ໃຫ້​ເປັນ 2 ເທົ່າ, ມີ​ໂຄງ​ລ່າງ​ພື້ນຖານ​ເສດ­ຖະ­ກິດ​ທີ່​ເຂັ້ມ­ແຂງ​ເພື່ອ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ​ທັນ​ສະ­ໄໝ​ຕໍ່​ໄປ.

ສຳ­ລັບ​ຍຸດ​ທະ​ສາດ​ຮອດ​ປີ 2025 ຕ້ອງ​ເຮັດ​ໃຫ້​ພື້ນ­ຖານ​ເສດ­ຖະ­ກິດŒສັງ­ຄົມ​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ­ແຂງ​ເພື່ອສ້າງ​ວັດ­ຖຸ​ປັດ​ໄຈ​ໃຫ້​ແກ່​ການ​ກ້າວ​ຂຶ້ນເປັນ​ປະ­ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງຈີ​ດີ​ພີ​ຕໍ່​ຫົວ​ຄົນ​ໃຫ້​ເພີ່ມ​ຂຶ້ນ 2 ເທົ່າ​ຕົວທຽບ­ໃສ່​ປີ 2015, ບັນ­ລຸ​ເປົ້າ​ໝາຍ​ສຳ­ຄັນ ຕົ້ນ­ຕໍ 17 ເປົ້າ​ໝາຍ, ຫຼຸດ­ຜ່ອນ​ອັດ­ຕາຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃຫ້​ຢູ່​ໃນລະ­ດັບ​ບໍ່​ເກີນ 5% ຂອງ​ຈຳ­ນວນ​ປະ­ຊາກອນ​ທັງ​ໝົດ, ການ​ພັດ­ທະ­ນາ​ແບບ​ຍືນຍົງ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ວາງ​ອອກ​ມີ​ຊັບ­ພະ­ຍາ­ກອນ​ມະ­ນຸດ ແລະ​ກຳ­ລັງ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ສ້າງ​ຄວາມ​ສາ­ມາດ​ແຂ່ງ­ຂັນ​ໃນ​ເງື່ອນ­ໄຂ​ໂລ­ກາ​ພິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ ແລະ​ສາ­ກົນ.

ສ່ວນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ແຫ່ງ​ຊາດ​ຮອດ​ປີ 2020 ນັ້ນແມ່ນ​ຕ້ອງ​ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ, ຄວາມ​ສະ­ຫງົບ ແລະ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ສືບ­ຕໍ່​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ ແລະ​ທົ່ວ​ເຖິງ, ພັດ­ທະ­ນາ​ປະ­ເທດໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ໂດຍຊຸກ­ຍູ້​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດຢ່າງ​ຕໍ່​ເນື່ອງ, ສົມ​ດຸນ ແລະ​ຍືນ​ຍົງ, ຈີ​ດີ​ພີ ຂະ­ຫຍາຍ­ຕົວ​ບໍ່​ໃຫ້​ຫຼຸດ 7,5% ຕໍ່​ປີ, ໃນ​ນີ້ຂະ­ແໜງ​ກະ­ສິ­ກຳŒປ່າ­ໄມ້ເພີ່ມ​ຂຶ້ນ​ສະເລ່ຍ 3,2%, ກວມ​ເອົາ​ປະ­ມານ 19% ຂອງ​ລວມ​ຍອດ​ມູນ​ຄ່າ​ຜະ­ລິດ​ຕະ​ພັນ​ພາຍໃນ, ໃນ​ປີ 2020, ຂະ­ແໜງ​ອຸດ­ສາ­ຫະ­ກຳເພີ່ມ​ຂຶ້ນ 9,3%, ກວມ​ເອົາ​ປະ­ມານ 32% ຂອງ​ລວມ​ຍອດ​ມູນ​ຄ່າ​ຜະ­ລິດ​ຕະ​ພັນພາຍ​ໃນ ໃນ​ປີ 2020, ຂະ­ແໜງ​ບໍ­ລິ­ການເພີ່ມ​ຂຶ້ນ 8,9% ກວມ​ເອົາ​ປະ­ມານ 41% ຂອງ​ລວມ​ຍອດ​ມູນ​ຄ່າ​ຜະ­ລິດ​ຕະ​ພັນ​ພາຍ ໃນ, ໃນ​ປີ 2020, ນອກ​ນີ້ກໍ​ໃຫ້​ມີ​ການຄຸ້ມ​ຄອງ ແລະ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ສູງ, ສ້າງ​ໃຫ້ໄດ້​ການ​ຫັນ­ປ່ຽນ​ຮູບ​ແບບ​ການ​ພັດ​ທະນາ​ຕາມ​ທິດ​ເສີມ​ຂະ­ຫຍາຍ​ທ່າ­ແຮງ​ທີ່​ບົ່ມຊ້ອນ ແລະ​ຂໍ້​ໄດ້​ປຽບ​ຂອງ​ປະ­ເທດ, ເຂົ້າຮ່ວມ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ​ສາ­ກົນ​ຢ່າງ​ເປັນ​ເຈົ້າ​ການ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີກ່າວ​ຕື່ມ​ວ່າ: ຕໍ່​ກັບ​ທິດ​ທາງ​ໜ້າ­ທີ່​ລວມ ແລະ​ຄາດ­ໝາຍສູ້​ຊົນ​ຂອງ​ແຜນ​ພັດ­ທະ­ນາ​ແຫ່ງ​ຊາດຮອດ​ປີ 2020 ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນຈະ​ສາ­ມາດ​ບັນ­ລຸ​ໄດ້​ໝາກ­ຜົນ ຫຼື ເປົ້າໝາຍ​ໃຫຍ່ 3 ປະ­ການ​ຄື: ເປົ້າ​ໝາຍ​ທີ​ໜຶ່ງ: ເສດ­ຖະ­ກິດ​ແຫ່ງ​ຊາດ​ມີ​ການ​ເຕີບ​ໂຕ​ຢ່າງຕໍ່​ເນື່ອງ, ໝັ້ນ​ທ່ຽງ ແລະ​ສົມ​ດຸນ,  ເປົ້າ​ໝາຍ​ທີ​ສອງ: ຊັບ­ພະ­ຍາ­ກອນ​ມະ­ນຸດ ແລະ​ລະ ດັບ​ຄວາມ​ສາ­ມາດ​ຂອງ​ລັດ­ຖະ­ກອນ ແລະ​ກຳ­ລັງ​ແຮງ​ງານ​ທົ່ວ​ໄປ​ໄດ້​ຮັບ​ການ​ພັດ­ທະ­ນາ, ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທົ່ວ​ເຖິງ, ທຸກ​ຊົນ­ເຜົ່າ ແລະ​ເພດ​ໄວ​ສາ­ມາດ​ເຂົ້າ​ເຖິງ​ການ​ສຶກ​ສາ ແລະ​ການ​ບໍ­ລິ­ການ​ສາ­ທາ­ລະ­ນະ​ສຸກ​ໄດ້​ຢ່າງ​ທົ່ວ​ເຖິງ ແລະ​ມີ​ຄຸນ​ນະ​ພາບ, ສົ່ງ­ເສີມ​ການ​ປົກ​ປັກ​ຮັກ­ສາ ແລະ​ພັດ­ທະ­ນາ​ເອ­ກະ­ລັກ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ, ເປົ້າ​ໝາຍ​ສຸດ​ທ້າຍ: ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ ສິ່ງ­ແວ­ດລ້ອມ​ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ ແລະ​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ຕາມ​ທິດ​ສີ­ຂຽວ ແລະ​ຍືນ​ຍົງ, ກຽມ­ພ້ອມ​ຮັບ​ມື​ກັບໄພ­ພິ­ບັດ​ທາງ​ທຳ​ມະ​ຊາດ ແລະ​ການ​ປ່ຽນແປງ​ດິນ​ຟ້າ​ອາ­ກາດ​ຢ່າງ​ມີ​ປະ­ສິດ­ທິ­ພາບ.

ທີ່ມາ:logo

ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...