spot_img
Homeຂ່າວການພັດທະນາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ມີຜົນສໍາເລັດຫລາຍດ້ານ

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ມີຜົນສໍາເລັດຫລາຍດ້ານ

Published on

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ໄດ້ລາຍງານການເຄື່ອນໄຫວຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII (2011-2015) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 20 ເມສານີ້ວ່າ: ຕະຫລອດໄລຍະ5 ປີຜ່ານມາ, ເຖິງວ່າສະພາບແວດລ້ອມຂອງສາກົນ, ພາກພື້ນ ແລະ ພາຍໃນປະເທດມີທັງຂໍ້ສະດວກ, ກາລະໂອກາດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆກໍຕາມ,ແຕ່ລັດຖະບານຊູດທີ 7 ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ໜ້າທີ່ ແລະ ສິດຂອງຕົນໃນການບໍລິຫານປະເທດດ້ວຍຄວາມຮັບພິຊອບສູງ,ຊຶ່ງສາມາດສ້າງຜົນງານອັນສໍາຄັນຫລາຍດ້ານຄື: (1) ສາມາດປົກປັກຮັກສາເອກະລາດ,ອໍານາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.(2)ລັດຖະບານໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງໄປຕາມທິດພັດທະນາແບບຍືນຍົງໂດຍສົມທົບແໜ້ນການພັດທະນາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດທີ່ເປັນທ່າແຮງຢ່າງມີຈຸດສຸມ, ປົກປັກຮັກສາສິ່ງແວດລ້ອມດ້ວຍການເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່, ເອົາໃຈໃສ່ສົ່ງເສີມກໍາລັງແຮງຂອງທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ເຄື່ອນໄຫວຕາມກົນໄກເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ ຍ້ອນແນວນັ້ນຈຶ່ງເຮັດໃຫ້ເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 7,9% ແລະ ລາຍໄດ້ສະເລ່ຍຕໍ່ຄົນ 1.970 ໂດລາສະຫະລັດ,ອັດຕາເງິນເຟີຢູ່ໃນລະດັບຕໍ່າ, ສາມາດເກັບລາຍຮັບງົບປະມານໄດ້ 24,6%ຂອງ GDP ລື່ນຄາດໝາຍກໍານົດໄວ້, ຈໍານວນຄອບຄົວທຸກຍາກໄດ້ຫລຸດລົງເຫລືອພຽງ 6,59% ຂອງຈໍານວນຄອບຄົວທັງ

ໝົດໃນທົ່ວປະເທດ, ພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ,ໂທລະຄົມມະນາຄົມໄດ້ມີການຂະ ຫຍາຍຕົວຢ່າງແຂງແຮງ,ມີເສັ້ນທາງທີ່ສາມາດໄປມາໄດ້ສອງລະດູການທົ່ວປະເທດ ແລະ ເຊື່ອມຈອດກັບປະເທດໃກ້ຄຽງ,ປະຊາຊົນໃນຕົວເມືອງ ແລະ ຊົນນະບົດຫ່າງໄກສອກຫລີກໄດ້ຊົມໃຊ້ໂທລະສັບ ແລະ ລະບົບການສື່ສານທັນສະໄໝດ້ວຍຮູບການຕ່າງໆ ແລະ ຜົນງານອັນພົ້ນເດັ່ນຊຶ່ງບໍ່ເຄີຍມີມາໃນປະຫວັດສາດຂອງຊາດເຮົາກໍຄືໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ປະເທດຂອງພວກເຮົາໄດ້ສໍາເລັດການສົ່ງດາວທຽມຂຶ້ນສູ່ອາວະກາດເປັນດວງທໍາອິດ ແລະ ສໍາເລັດພິທີວາງສີລາລຶກໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງທີ່ມີຄວາມທັນສະໄໝ ແລະ ເຕັກນິກສູງ,ຊຶ່ງປັດຈຸບັນແມ່ນພວມລົງມືກໍ່ສ້າງ. ເບິ່ງລວມແລ້ວໂສມໜ້າຂອງປະເທດພວກເຮົາທັງຢູ່ຕົວເມືອງ ແລະ ຊົນນະບົດໄດ້ມີການຫັນປ່ຽນຢ່າງເດັນຊັດ, ໂຄງປະກອບເສດຖະກິດໄດ້ປ່ຽນໄປຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝນັບມື້ເຊື່ອມໂຍງກັບສາກົນ.(3) ຂົງເຂດວັດທະນາທໍາ-ສັງຄົມ ໄດ້ມີການພັດທະນາດີຂື້ນໃນຫລາຍດ້ານຄຽງຄຸ່ກັບການພັດທະທາງດ້ານເສດຖະກິດ,ໃນ

ນັ້ນໄດ້ເອົາໃຈໃສ່ພັດທະນາທາງດ້ານຊັບພະຍາກອນມະນຸດ,ຍົກລະດັບການສຶກສາ, ໂດຍໄດ້ສະໜອງງົບປະມານໃຫ້ແກ່ຂະແໜງການສຶກສາຫລາຍຂື້ນກວມປະມານ 17% ຂອງລາຍຮັບຈາກການລົງທຶນຂອງລັດ, ທົ່ວປະເທດໄດ້ສໍາເລັດການຈົບຊັ້ນປະຖົມບໍາລູງໃນປີ 2015 ແລະ ມີຫລາຍທ້ອງຖິ່ນກໍໄດ້ສໍາເລັດການຈົບຊັ້ນມັດທະຍົມຕົ້ນ, ພ້ອມກັນນັ້ນພວກເຮົາກໍໄດ້ເອົາໃນໃສ່ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງທາງດ້ານສາທາລະນະສຸກໄປສູ່ົນະບົດເຂດຫ່າງໄກສອກຫລີກ, ຄຽງຄູ່ກັບການຍົກລະດັບຄຸນນະພາບການບໍລິການ, ອັນພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ ແລະ ເຫັນວ່າມີຜົນສໍາເລັດເປັນສ່ວນໃຫຍ່, ອັດຕາການຊົມໃຊ້ນໍ້າສະອາດ ແລະ ວິດຖ່າຍຂອງຄອບຄົວໄດ້ບັນລຸເກີນຄາດໝາຍ, ສ່ວນໃນຂົງເຂດຖະແຫລ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ກໍມີຜົນສໍາເລັດຫລາຍປະການ, ໄດ້ເອົາໃຈໃສ່ອະນຸລັກຮັກສາ ແລະ ສົ່ງເສີມວັດທະນາທໍາອັນດີງາມຂອງຊາດ, ກໍຄືຂອງບັນດາເຜົ່າ, ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມກໍມີຄວາມກ້າວໜ້າຫລາຍປະການເປັນຕົ້ນ:ການຍົກລະດັບສີມືແຮງງານ, ການກະຕຸກຊຸກຍູ້ຮູ້ບຸນຄຸນຜູ້ມີຄຸນ

ງາມຄວາມດີຕໍ່ການປະຕິວັດ ແລະ ຕໍ່ປະເທດຊາດ.(4) ລັດຖະບານໄດ້ເອົາໃຈໃສ່ປັບປຸງກົນໄກ, ລະບຽບການບໍລິຫານລັດໃຫ້ກະທັດລັດ, ໂປ່ງໃສເພີ່ມຂຶນ, ໄດ້ເພີ່ມທະວີກົນໄກການປະສານງານ ແລະ ແບບແຜນວິທີເຮັດວຽກຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນອັນໄດ້ເຮັດໃຫ້ການບໍລິຫານລັດ ແລະ ຮັບໃຊ້ສັງຄົມມີປະສິດທິຜົນ ດີຂຶ້ນເລື້ອຍໆ, ໂດຍປະຕິບັດຕາມທິດສ້າງລັດທີ່ປົກຄອງ ແລະ ຄຸ້ມຄອງດ້ວຍກົດໝາຍ, ໄດ້ທົບທວນ, ວາງ ແລະ ປັບປຸງຕິນິກໍາໃຫ້ສອດຄ່ອງກັບສະພາບການຕົວຈິງ

ຂອງປະເທດ ແລະ ສົນທິສັນຍາສາກົນຕ່າງໆທີ່ພວກເຮົາເປັນພາຄີ, ອັນພິເສດແມ່ນໄດ້ສໍາເລັດການທົດລອງແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຕາມທິດສາມສ້າງຄື:ຫັນກົງຈັກຂອງສູນກາງໃຫ້ເຮັດພາລະບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍໄປຄຽງຄູ່ກັບການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດ

ທະນາ.(5) ໄດ້ປະສານສົມທົບຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ,ຊຶ່ງໄດ້ສ້າງເງື່ອນໄຂອໍານວຍໃຫ້ແກ່ການທໍາມາຫາກິນຂອງປະຊາຊົນບັນດາເຜົ່າ, ທັງສາມາດສ້າງຄວາມເຊື່ອໝັ້ນ,ຄວາມໄວ້ວາງໃຈໃນການລົງທຶນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ການສ້າງສາ ແລະ ພັດທະນາຂອງປະເທດເຮົາດໍາເນີນໄປດ້ວຍຄວາມໝັ້ນທ່ຽງ ແລະ ມີຜົນສໍາເລັດເປັນກ້າວໆມາ.(6) ລັດຖະບານໄດ້ເຄື່ອນໄຫວຕ່າງປະເທດຢ່າງຕັ້ງໜ້າເຮັດໃຫ້ອິດທິພົນ ແລະ ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນກວ່າເກົ່າ, ເພື່ອນມິດຂອງພວກເຮົາກໍນັບມື້ກວ້າງຂວາງ ແລະ ສາມາດຍາດແຍ່ງການຮ່ວມມືກັບຕ່າງປະເທດ, ໂດຍສະເພາະການຮ່ວມມືດ້ານເສດຖະກິດໄດ້ເປັນຢ່າງດີ ແລະ ມີຜົນສໍາເລັດເປັນກ້າວໆມາ,ອັນພົ້ນເດັ່ນແມ່ນ ສປປ ລາວໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າ

ໂລກໃນປີ 2013, ໄດ້ຕັ້ງໜ້າເຂົ້າຮ່ວມກັບບັນດາປະເທດສະມາຊິກອາຊຽນສ້າງຕັ້ງປະຊາຄົມເສດຖະ ກິດອາຊຽນ,ໄດ້ເປັນເຈົ້າພາບກອງປະຊຸມລັດຖະສະພາອາຊີ-ເອີຣົບຄັ້ງທີ 7, ກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 9 ແລະ ກອງປະຊຸມສໍາຄັນລະດັບພາກພື້ນ ແລະ ສາກົນອື່ນໆ, ປັດຈຸບັນ ສປປ ລາວກໍາລັງປະຕິບັດບົດບາດເປັນປະທານໝູນວຽນຂອງອາຊຽນ, ຊຶ່ງເວົ້າລວມແລ້ວປະເທດເຮົາໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ສົ່ງເສີມມິດຕະ ພາບ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ, ຊຶ່ງຜົນສໍາເລັດທີ່ກ່າວມານັ້ນແມ່ນຍ້ອນແນວທາງ ແລະ ການນໍາພາອັນຖືກຕ້ອງຂອງພັກ, ຍ້ອນຄວາມພະຍາຍາມດ້ວຍຄວາມຮັບພິຊອບສູງ,ຄວາມສາມັກຄີເປັນເອກະພາບຂອງລັດຖະບານ, ອົງການປົກຄອງແຕ່ລະຂັ້ນກໍຄືພະນັກງານ,ທະຫານ, ຕໍາຫລວດ,ປະຊາຊົນບັນດາເຜົ່າ ແລະ ການຊ່ວຍເຫລືອຂອງສາກົນ.

ຄຽງຄູ່ກັບຜົນສໍາເລັດດ້ານຕ່າງໆທີ່ກ່າວມານັ້ນ, ທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍສໍາຄັນຈໍານວນໜຶ່ງໃນຈັດຕັ້ງປະຕິບັດໃນໄລຍະຜ່ານມາເປັນຕົ້ນ: ການອໍານວຍຄວບຄຸມເສດຖະກິດຍັງມີບາງດ້ານບໍ່ທັນເຂັ້ມງວດ, ເຖິງວ່ເສດຖະກິດມີການເຕີບໂຕແຕ່ພື້ນຖານຍັງບໍ່ທັນໜັກແໜ້ນ,ຖານລາຍຮັບຍັງບໍ່ທັນເຂັ້ມແຂງ, ຍັງອາໃສການຂຸດຄົ້ນທໍາມະຊາດ ແລະ ການສົ່ງອອກວັດຖຸດິບເປັນອັນສໍາຄັນ,ລະດັບການພັດທະນາລະຫວ່າງຕົວ

ເມືອງ ແລະ ຊົນນະບົດຍັງມີຄວາມແຕກໂຕນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວມີບາງດ້ານບໍ່ສາມາດບັນລຸຕາມຄາດ   ໝາຍການປະຕິບັດວິໄນແຜນການ-ການເງິນກໍຄືການຄຸ້ມຄອງບັນດາໂຄງການລົງທຶນຂອງລັດຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດ, ບັນດາໂຄງການຈໍານວນໜຶ່ງຂາດປະສິດທິຜົນເຮັດໃຫ້ໜີ້ສີນຂອງລັດເພີ່ມຂຶ້ນເກີນຄວາມສາມາດຂອງງົບປະມານ ແລະ ແກ້ໄຂຍາກ, ການພັດທະນາວີສາຫະກິດຍັງບໍ່

ທັນໄດ້ດີ, ຄວາມສາມາດແຂ່ງຂັນໃນເງື່ອນໄຂເຊື່ອມໂຍງຍັງຕໍ່າ, ນະໂຍບາຍດ້ານຕ່າງໆທີ່ລັດຖະບານໄດ້ປະກາດໃຊ້ແລ້ວຍັງມີບາງອັນປະຕິບັດບໍ່ທັນໄດ້, ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍຍັງບໍ່ທັນເດັດຂາດເຂັ້ມງວດ, ເຮັດໃຫ້ມີການສວຍໃຊ້ ແລະ ເກີດມີການສໍ້ລາດບັງຫລວງ ແລະ ປະກົດການຫຍໍ່ທໍ້ໃນສັງຄົມບໍ່ທັນໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາແທ້ ແລະ ມີບາງດ້ານກໍຍັງມີທ່າອ່ຽງເພີ່ມຂື້ນ, ຊຶ່ງບັນດາຂໍ້ຄົງຄ້າງທີ່ກ່າວມານັ້ນເກີດຈາກຫລາຍສາເຫດທັງໃນຕົວ ແລະ ນອກຕົວ, ແຕ່ອັນຕົ້ນຕໍ່ສໍາຄັນຈໍານວນໜຶ່ງເກີດຈາກຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກຍັງບໍ່ທັນເລິກເຊິ່ງເຖິງຖອງ, ຄວາມຮູ້ກ່ຽວກັບເສດຖະກິດຕະຫລາດຕາມທິດສັງຄົມນິຍົມຍັງບໍ່ທັນຈະແຈ້ງ,ບໍ່ເອກະພາບ ຕ່າງຄົນຕ່າງເຂົ້າໃຈ, ຕ່າງຄົນຕ່າງເຮັດ, ການຈັດຕັ້ງປະຕິບັດກົນໄກລະບຽບການຍັງບໍ່ທັນໄປລວງດຽວກັນ, ບໍ່ທັນແທດເໝາະກັບຄວາມເປັນຈິງ ແລະ ບໍ່ທັນເປັນການກະຕຸກຊຸກຍູ້ປຸກລະດົມກໍາລັງແຮງ

ຂອງທົ່ວສັງຄົມເຂົ້າຮ່ວມໃນການພັດທະນາປະເທດຊາດດີເທົ່າທີ່ຄວນ, ຄວາມຮັບພິຊອບ ແລະ ຄວາມເປັນເຈົ້າການຂອງຂະແໜງການຂອງສູນກາງ ແລະ ທ້ອງຖິ່ນບໍ່ທັນສູງ, ການຈັດຕັ້ງປະຕິບັດຕົວຈິງໃນການຫັນນະໂຍບາຍ,ກົດໝາຍ, ແຜນງານ ແລະ ໂຄງການລະອຽດຍັງຊັກຊ້າ ແລະ ບໍ່ແທດເໝາະຕົວຈິງ, ຊໍ້າຊອນ ແລະ ບາງຄັ້ງຍັງມີລັກສະນະກົດໜ່ວງທ່ວງດຶງການຈັດຕັ້ງປະຕິບັດນໍາອີກ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...