Home​ຂ່າວທ່ອງທ່ຽວວັງວຽນ ເມືອງ ຄຳ ແຂວງ ຊຽງຂວາງ

ວັງວຽນ ເມືອງ ຄຳ ແຂວງ ຊຽງຂວາງ

Published on

ຕໍ່ຈາກວ່ານນີ້ທີ່ເຮົາໄດ້ໄປທ່ຽວບ້ານໂພສີ ເມືອງຄຳ ແຂວງ ຊຽງຂວາງ “ວັງວຽນ” ຫຼາຍຄົນອາດບໍ່ຮູ້ຈັກເພາະວັງນ້ຳແຫ່ງນີ້ຍັງບໍ່ັທັນໄດ້ຮັບການບຸກເບີກເປັນສະຖານທີ່ທ່ອງທ່ຽວ ເຊິ່ງມັນເລື່ອງທີ່ໜ້າເສຍດາຍ ທີ່ສະຖານທີ່ທຳມະຊາດທີ່ເຕັມໄປດ້ວຍຄວາມສົມບູນແບບຍັງບໍ່ມີຄົນຮູ້ຈັກ ວັນນີ້ລາວໂພສຕ໌ເລີຍຂໍນຳສະເໜີ “ວັງວຽນ” ໃຫ້ທຸກທ່ານໄດ້ຮູ້ກັນ.

ວັງວຽນ ເມ່ນຕັ່ງຢູ່ເຂດບ້ານ ໂພສີ ເມືອງ ຄຳ ແຂວງ ຊຽງຂວາງ ການເດີນທາງໄປວັງວຽນແມ່ນຕ້ອງຍ່າງຂ້າມນ້ຳມັດ ຫຼື ຂີ່ລົດຕ໊ອກໆ ຂ້າມນ້ຳມັດໄປ 1 ຫຼັກກິໂລແມັດ ເສັ້ນທາງເຂົ້າໄປຈະເປັນດິນແດງ, ເສັ້ນທາງບໍ່ໃຫຍ່ ພໍແຕ່ວິດລົດຕ໊ອກໆ ທັງສອງຝາກທາງເປັນເປັນປ່າດົງ.

ເມື່ອເດີນທາງເຂົ້າໄປຮອດທ່ານຈະເຫັນຄວາມສວຍງາມຂອງແມ່ນ້ຳໄຫລ ເປັນແກ້ງດອນນ້ອຍໆ ນ້ຳໄຫລຖາດໆ ສຽງຄືຝົນຕົກຮ່າໃຫຍ່ ແນມເບິ່ງໃສໄຫລເຢັນເຫັນເທົ່າຂຽນເກາະກ່າຍຕາຍໂງ່ນຫີນ ເຫັນປາລອຍຫຼິ້ນໃນນ້ຳ, ຫາກຊາຍຂາວສະອາດ ແລະ ມີກ່ອນຫີນນ້ອຍໃຫຍ່ຢັ່ງຢາຍເຕັມຊາຍຫາດ.

ນອກຈາກໄດ້ຍິນສຽງນ້ຳໄຫລແລ້ວ ບັນຍາກາດອ້ອມຮອບແມ່ນເປັນພູເຂົາປ່າດົງ ໄດ້ຍິນສຽງຈັກກະຈັ່ນຮ້ອງປະສານກັບສຽງນ້ຳໄຫລ ບັນຍາກາດນີ້ເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍເບົາສະໝອງໄປທັນທີ

13020108_987699937964717_1497610977_n

ປະຊາຊົນໃນເຂດນີ້ບອກວ່າຖ້າຫາກມາໃນຊ່ວງລະດູຮອດທ່ານຈະໄດ້ເຫັນຝູງແມງກະເບື້ອບິນຕາມແຄມແມ່ນ້ຳຢ່າງສວຍງາມ ບາງມື້ແມງກະເບື້ອອອກມາບິນຫຼາຍຈົນເຕັມແຄມນ້ຳໝົດເບິ່ງແລ້ວເປັນຕາອອນຊອນ ແຕ່ມື້ທີ່ແອັດມິນໄປທ່ຽວ ຖືກມື້ແມງກະເບື້ອບໍ່ອອກມາຫຼາຍປານໃດ

987

ວັງວຽນ ຍັງເປັນແມ່ນ້ຳທີ່ສະອາດ ແລະ ອຸດົມສົມບູນໄປດ້ວຍປາທຳມະຊາດ ເຊັ່ນ: ປະເພດປາຄິ້ງ, ປາຍອນ, ແລະ ໃນບໍລິເວນຍັງມີພືດຜັກກິນໄດ້ອີກຫຼາຍຊະນິດເຊັ່ນ: ຜັກກູດ, ຜັກນາງເລີດ ແລະ ອື່ນໆ… ຊາວບ້ານເຂດນີ້ມາມັກກິນເຂົ້າປ່າເປັນປະຈຳ.

ວັງວຽນ ຖ້າໄດ້ຮັບການບຸກເບີກເປັນສະຖານທີ່ທ່ອງທ່ຽວກໍ່ຄົງຈະດີ ເພາະຈາກການທີ່ໄປທ່ຽວມາແລ້ວຮູ້ສຶກວ່າມັນງາມ ແລະ ກໍ່ເໝາະຫຼາຍກັບການສ້າງເປັນສະຖານທີ່ພາຍເຮືອລ່ອງແກ້ງ ກິນເຂົ້າປາ ແລະ ອື່ນໆ ວັງວຽນເປັນແມ່ນ່ຳທີ່ຍາວ ຊາວບ້ານບອກວ່າ ຖ້າມີເຮືອພາຍລົງໄປທາງໃຕ້ແມ່ນ້ຳແຮງງາມກ່ວານີ້ ເສຍດາຍວັນນັ້ນບໍ່ມີເຮືອພາຍໄປເລີຍບໍ່ໄດ້ໄປເກັບພາບມາຝາກແຕ່ຕອນນີ້ເບິ່ງພາບຄວາມສຸກຂອງການດຳນ້ຳຫາປາ, ຫຼິ້ນນ້ຳ ແລະ ກິນເຂົ້າປ່າຂອງຊາວບ້ານກັນໄປກ່ອນ.

ຄວາມສຸກທ່າມກາງຄວາມອຸດົມສົມບູນຂອງທຳມະຊາດອັນສວຍງາມທີ່ມອບໃຫ້ກັບມະນຸດ ຖ້າຢາກໃຫ້ສິ່ງເຫຼົ່ານີ້ຢູ່ກັບພວກເຮົາໄປດົນໆ ຕ້ອງຊ່ວຍກັນຮັກສາ ເມື່ອໄປທ່ຽວແລ້ວກໍ່ຢ່າຝາກຂີ້ເຫຍື້ອໄວ້ທີ່ນັ້ນ ແລະ ການຫາປາກໍ່ຄວນຫາດ້ວຍວິທີທຳມະຊາດ ບໍ່ຄວນໃຊ້ໄຟຊັອດຫຼື ສິ່ງໃດໆກໍ່ຕາມທີ່ຈະເຮັດໃຫ້ປາ ແລະ ສັດນ້ຳອື່ນໆສູນພັນ.

ວັງວຽນ ຍັງລໍຖ້າທ່ານໄປສຳພັດ ເມື່ອທ່ານໄປຮອດທ່ານຈະບໍ່ຜິດຫວັງແນ່ນອນ.

ຂຽນໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...