Homeຂ່າວທ່ອງທ່ຽວວັງວຽນ ເມືອງ ຄຳ ແຂວງ ຊຽງຂວາງ ວັງວຽນ ເມືອງ ຄຳ ແຂວງ ຊຽງຂວາງ ຂ່າວທ່ອງທ່ຽວ Published on 20/04/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 3816 ຕໍ່ຈາກວ່ານນີ້ທີ່ເຮົາໄດ້ໄປທ່ຽວບ້ານໂພສີ ເມືອງຄຳ ແຂວງ ຊຽງຂວາງ “ວັງວຽນ” ຫຼາຍຄົນອາດບໍ່ຮູ້ຈັກເພາະວັງນ້ຳແຫ່ງນີ້ຍັງບໍ່ັທັນໄດ້ຮັບການບຸກເບີກເປັນສະຖານທີ່ທ່ອງທ່ຽວ ເຊິ່ງມັນເລື່ອງທີ່ໜ້າເສຍດາຍ ທີ່ສະຖານທີ່ທຳມະຊາດທີ່ເຕັມໄປດ້ວຍຄວາມສົມບູນແບບຍັງບໍ່ມີຄົນຮູ້ຈັກ ວັນນີ້ລາວໂພສຕ໌ເລີຍຂໍນຳສະເໜີ “ວັງວຽນ” ໃຫ້ທຸກທ່ານໄດ້ຮູ້ກັນ. ວັງວຽນ ເມ່ນຕັ່ງຢູ່ເຂດບ້ານ ໂພສີ ເມືອງ ຄຳ ແຂວງ ຊຽງຂວາງ ການເດີນທາງໄປວັງວຽນແມ່ນຕ້ອງຍ່າງຂ້າມນ້ຳມັດ ຫຼື ຂີ່ລົດຕ໊ອກໆ ຂ້າມນ້ຳມັດໄປ 1 ຫຼັກກິໂລແມັດ ເສັ້ນທາງເຂົ້າໄປຈະເປັນດິນແດງ, ເສັ້ນທາງບໍ່ໃຫຍ່ ພໍແຕ່ວິດລົດຕ໊ອກໆ ທັງສອງຝາກທາງເປັນເປັນປ່າດົງ. ເມື່ອເດີນທາງເຂົ້າໄປຮອດທ່ານຈະເຫັນຄວາມສວຍງາມຂອງແມ່ນ້ຳໄຫລ ເປັນແກ້ງດອນນ້ອຍໆ ນ້ຳໄຫລຖາດໆ ສຽງຄືຝົນຕົກຮ່າໃຫຍ່ ແນມເບິ່ງໃສໄຫລເຢັນເຫັນເທົ່າຂຽນເກາະກ່າຍຕາຍໂງ່ນຫີນ ເຫັນປາລອຍຫຼິ້ນໃນນ້ຳ, ຫາກຊາຍຂາວສະອາດ ແລະ ມີກ່ອນຫີນນ້ອຍໃຫຍ່ຢັ່ງຢາຍເຕັມຊາຍຫາດ. ນອກຈາກໄດ້ຍິນສຽງນ້ຳໄຫລແລ້ວ ບັນຍາກາດອ້ອມຮອບແມ່ນເປັນພູເຂົາປ່າດົງ ໄດ້ຍິນສຽງຈັກກະຈັ່ນຮ້ອງປະສານກັບສຽງນ້ຳໄຫລ ບັນຍາກາດນີ້ເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍເບົາສະໝອງໄປທັນທີ ປະຊາຊົນໃນເຂດນີ້ບອກວ່າຖ້າຫາກມາໃນຊ່ວງລະດູຮອດທ່ານຈະໄດ້ເຫັນຝູງແມງກະເບື້ອບິນຕາມແຄມແມ່ນ້ຳຢ່າງສວຍງາມ ບາງມື້ແມງກະເບື້ອອອກມາບິນຫຼາຍຈົນເຕັມແຄມນ້ຳໝົດເບິ່ງແລ້ວເປັນຕາອອນຊອນ ແຕ່ມື້ທີ່ແອັດມິນໄປທ່ຽວ ຖືກມື້ແມງກະເບື້ອບໍ່ອອກມາຫຼາຍປານໃດ ວັງວຽນ ຍັງເປັນແມ່ນ້ຳທີ່ສະອາດ ແລະ ອຸດົມສົມບູນໄປດ້ວຍປາທຳມະຊາດ ເຊັ່ນ: ປະເພດປາຄິ້ງ, ປາຍອນ, ແລະ ໃນບໍລິເວນຍັງມີພືດຜັກກິນໄດ້ອີກຫຼາຍຊະນິດເຊັ່ນ: ຜັກກູດ, ຜັກນາງເລີດ ແລະ ອື່ນໆ… ຊາວບ້ານເຂດນີ້ມາມັກກິນເຂົ້າປ່າເປັນປະຈຳ. ວັງວຽນ ຖ້າໄດ້ຮັບການບຸກເບີກເປັນສະຖານທີ່ທ່ອງທ່ຽວກໍ່ຄົງຈະດີ ເພາະຈາກການທີ່ໄປທ່ຽວມາແລ້ວຮູ້ສຶກວ່າມັນງາມ ແລະ ກໍ່ເໝາະຫຼາຍກັບການສ້າງເປັນສະຖານທີ່ພາຍເຮືອລ່ອງແກ້ງ ກິນເຂົ້າປາ ແລະ ອື່ນໆ ວັງວຽນເປັນແມ່ນ່ຳທີ່ຍາວ ຊາວບ້ານບອກວ່າ ຖ້າມີເຮືອພາຍລົງໄປທາງໃຕ້ແມ່ນ້ຳແຮງງາມກ່ວານີ້ ເສຍດາຍວັນນັ້ນບໍ່ມີເຮືອພາຍໄປເລີຍບໍ່ໄດ້ໄປເກັບພາບມາຝາກແຕ່ຕອນນີ້ເບິ່ງພາບຄວາມສຸກຂອງການດຳນ້ຳຫາປາ, ຫຼິ້ນນ້ຳ ແລະ ກິນເຂົ້າປ່າຂອງຊາວບ້ານກັນໄປກ່ອນ. ຄວາມສຸກທ່າມກາງຄວາມອຸດົມສົມບູນຂອງທຳມະຊາດອັນສວຍງາມທີ່ມອບໃຫ້ກັບມະນຸດ ຖ້າຢາກໃຫ້ສິ່ງເຫຼົ່ານີ້ຢູ່ກັບພວກເຮົາໄປດົນໆ ຕ້ອງຊ່ວຍກັນຮັກສາ ເມື່ອໄປທ່ຽວແລ້ວກໍ່ຢ່າຝາກຂີ້ເຫຍື້ອໄວ້ທີ່ນັ້ນ ແລະ ການຫາປາກໍ່ຄວນຫາດ້ວຍວິທີທຳມະຊາດ ບໍ່ຄວນໃຊ້ໄຟຊັອດຫຼື ສິ່ງໃດໆກໍ່ຕາມທີ່ຈະເຮັດໃຫ້ປາ ແລະ ສັດນ້ຳອື່ນໆສູນພັນ. ວັງວຽນ ຍັງລໍຖ້າທ່ານໄປສຳພັດ ເມື່ອທ່ານໄປຮອດທ່ານຈະບໍ່ຜິດຫວັງແນ່ນອນ. ຂຽນໂດຍ: ປັອກເລັກ ລາວໂພສຕ໌ Tagsຊຽງຂວາງທ່ອງທ່ຽວຊຽງຂວາງທ່ອງທ່ຽວລາວທ່ອງທ່ຽວເມືອງຄຳທ່ຽວລາວບ້ານໂພສີວັງວຽນວັງວຽນ ເມືອງ ຄຳ ແຂວງ ຊຽງຂວາງເມື່ອງຄຳ ບົດຄວາມຫຼ້າສຸດ ຂ່າວພາຍໃນ ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ... 06/10/2026 ຂ່າວພາຍໃນ ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,... 06/10/2026 ຂ່າວພາຍໃນ ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,... 05/10/2026 ຂ່າວພາຍໃນ ຂໍ້ຕົກລົງ ວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປີ 2026 02/10/2026