ຂະແໜງປ່າໄມ້ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງພັກ-ລັດຖະບານໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດ ເພື່ອເຮັດໃຫ້ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ມີຄວາມອຸດົມສົມບູນ ທັງປະລິມານ-ຄຸນະພາບ ໂດຍສະເພາະແມ່ນ ເພື່ອຂະຫຍາຍພື້ນທີ່ການປົກຫຸ້ມຂອງປ່າໄມ້ ໃຫ້ບັນລຸຄາດໝາຍທີ່ວາງໄວ້ຄື: ສູ້ຊົນສ້າງເນື້ອທີ່ການປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020 ຂະນະທີ່ຕົວເລກຂອງການປົກຫຸ້ມ ໃນປີ 2010 ເຫັນວ່າທົ່ວປະເທດ ມີເນື້ອທີ່ປ່າໄມ້ທັງໝົດ 40,50% ຫຼື ປະມານ 9,55 ລ້ານເຮັກຕາ.
ສຳລັບ ສປປ ລາວ ປ່າໄມ້ ຍັງເປັນແຫຼ່ງສະໜອງສະບຽງອາຫານ ແລະ ເປັນແຫຼ່ງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ປະຊາຊົນກວ່າ 80% ອາໄສປ່າໄມ້ ເພື່ອນຳໃຊ້ໄມ້ເຂົ້າໃນການດຳລົງຊີວິດປະຈຳວັນ ແລະ ເຄື່ອງປ່າຂອງດົງ ກໍ່ເປັນແຫຼ່ງສະໜອງລາຍຮັບທີ່ສຳຄັນຂອງຫຼາຍຄອບຄົວທົ່ວປະເທດ ໃນຊຸມປີ 1960 ປະເທດລາວ ມີເນື້ອທີ່ປົກຫຸ້ມປ່າໄມ້ ປະມານ 71,6% (17 ລ້ານເຮັກຕາ) ເຖິງຢ່າງໃດກໍ່ຕາມ ການສຳຫຼວດປະເມີນຄວາມປົກຫຸ້ມຂອງປ່າໄມ້ໄດ້ດຳເນີນໃນທຸກໆ 10 ປີ ໃນຊຸມປີ 1982-2010 ການສຳຫຼວດແມ່ນໃຊ້ລະບົບພາບຖ່າຍທາງດາວທຽມເປັນຫຼັກ ເຫັນວ່າໃນປີ 1982 ມີເນື້ອທີ່ປ່າປົກຫຸ້ມ 49% (11,5 ລ້ານເຮັກຕາ) ປີ 1992 ມີ 47% (11,1 ລ້ານເຮັກຕາ) ປີ 2002 ມີ 41,5% (9,7 ລ້ານເຮັກຕາ) ແລະ ປີ 2010 ມີ 40,50% (9,55 ລ້ານເຮັກຕາ) ໂດຍຕາມຕົວເລກການສຳຫຼວດດັ່ງກ່າວ ເຫັນວ່າເນື້ອທີ່ການປົກຫຸ້ມຂອງປ່າໄມ້ມີຕົວເລກຫຼຸດລົງ ສາເຫດຈາກການນຳໃຊ້ໄມ້ ແລະ ຊັບພະຍາກອນປ່າໄມ້ທີ່ຍັງບໍ່ທັນສົມເຫດສົມຜົນ ບໍ່ເກີດປະໂຫຍດສູງສຸດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການເພີ່ມຂຶ້ນຂອງປະຊາກອນ ສ່ວນຫຼາຍຍັງອາໄສ ແລະ ທຳມາຫາກິນແບບເອື່ອຍອີງທຳມະຊາດ ພ້ອມກັບພາກລັດເອງ ກໍ່ບໍ່ມີແຜນການນຳໃຊ້ຊັບພະຍາກອນປ່າໄມ້ທີ່ຮັດກຸມເທົ່າທີ່ຄວນ ເຖິງຢ່າງໃດກໍ່ດີ ຍັງມີເນື້ອທີ່ປ່າຟື້ນຟູຢູ່ຕາມທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດຜ່ານມາ ສຳປະທານ 2,23 ລ້ານເຮັກຕາ ຫຼື ປະມານ 9,42% ສ່ວນໃຫຍ່ແມ່ນຍັງຢູ່ໃນໄລຍະທີ່ກຳລັງຈະສາມາດຈັດເຂົ້າເປັນປ່າໄມ້ໄດ້ ເຊິ່ງນັ້ນໝາຍຄວາມວ່າ ສປປ ລາວ ຈະມີເນື້ອທີ່ປົກຫຸ້ມປ່າໄມ້ເພີ່ມເປັນ 49% ໃນອະນາຄົດມໍ່ໆນີ້ ອີງຕາມບົດລາຍງານກອງປະຊຸມວຽກງານປ່າໄມ້ ປະຈຳປີ 2015 ຂອງກະຊວງກະສິກຳປ່າໄມ້.
ຂ່າວຈາກ: