Homeວັນນະກຳເລື່ອງສັ້ນຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມຮັກ ສາມສິ່ງນີ້ທ່ານເລືອກສິ່ງໃດ? ຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມຮັກ ສາມສິ່ງນີ້ທ່ານເລືອກສິ່ງໃດ? ເລື່ອງສັ້ນ Published on 19/04/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2756 ຖ້າໃນຊີວິດຈິງ ມີສາມສິ່ງທີ່ດີທີ່ສຸດໃຫ້ທ່ານເລືອກເອົາພຽງສິ່ງດຽວລະຫວ່າງ ຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມຮັກ ທ່ານຈະຕັດສິນໃຈເລືອກສິ່ງໃດ? ມັນອາດເຮັດໃຫ້ທ່ານຕ້ອງຄິດໜັກ ຫຼື ບາງຄົນບໍ່ຈຳເປັນຕ້ອງຄິດເລີຍກໍ່ສາມາດຕັດສິນໃຈເລືອກໄດ້ ແຕ່ກ່ອນທີ່ທ່ານຈະຕັດສິນໃຈແນວໃດນັ້ນ ລອງມາອ່ານເລື່ອງຕໍ່ໄປນີ້ກ່ອນ ມີຄອບຄົວນ້ອຍໆຢູ່ຄອບຄົວໜຶ່ງ ໃນຄອບຄົວນັ້ນມີທັງໝົດ 4 ຄົນມີ ແມ່ຜົວ, ຜົວ, ເມຍ ແລະ ລູກ ທັງໝົດໃຊ້ຊີວິດປົກກະຕິດັ່ງຄົນທົ່ວໄປ ແລະ ຢູ່ມາວັນໜຶ່ງ ກໍ່ເກີດມີເລື່ອງລາວປະຫຼາດເກີດຂຶ້ນ ຫຼັງຈາກທີ່ຜູ້ເປັນຜົວອອກໄປເຮັດວຽກ ແລະ ລູກອອກໄປຮຽນໜັງສືແລ້ວ ຝ່າຍຍິງຜູ້ເປັນເມຍໄດ້ສັງເກດເຫັນຄົນເຖົ້າສາມຄົນ (ເປັນຜູ້ຊາຍ) ນັ່ງຢູ່ປະຕູບ້ານ ຍິງນັ້ນຈິ່ງອອກໄປແລ້ວຖາມຜູ້ເຖົ້າທັງສາມຄົນນັ້ນວ່າ: “ທ່ານທັງສາມຄົນຕ້ອງການສິ່ງໃດຈິ່ງມາບ່ອນນີ້” ຜູ້ເຖົ້າທັງສາມຄົນນັ້ນຕອບພຽງວ່າ “ເຮົາຍັງບໍ່ບອກຈົນກ່ວາຜົວຂອງເຈົ້າຈະກັບມາ ແລະ ພວກເຮົາຈະຖ້າຢູ່ບ່ອນນີ້” ເມື່ອນາງໄດ້ຍິນດັ່ງນັ່ນນາງກໍ່ຍ່າງກັບເຂົ້າໄປໃນເຮືອນ ເມື່ອເຖິງເວລາທີ່ຜົວຂອງນາງກັບມາ ນາງຈິ່ງໄດ້ບອກກັບຜົວຂອງນາງວ່າ ມີຜູ້ເຖົ້າສາມຄົນມາຖ້າເຈົ້າຢູ່ໜ້າບ້ານເພື່ອຈະກ່າວບາງຢ່າງກັບເຈົ້າ ຜົວຂອງນາງໄດ້ບອກໃຫເນາງໄປເຊີນຜູ້ເຖົ້າທັງສາມເຂົ້າມາໃນເຮືອນ ແຕ່ເມື່ອນາງໄປຮອດ ແລະ ກ່າວເຊີນຜູ້ເຖົ້າທັງສາມຈິ່ງກ່າວກັບນາງວ່າ: “ບໍ່ໄດ້ດອກນາງເອີ້ຍ ເຮົາເຂົ້າໄປພຽງຄົນດຽວເທົ່ານັ້ນ” ຜູ້ເຖົ້າທ່າທາງອາລົມດີນັ້ນກ່າວວ່າ “ເພາະເຮົາຄົນໜຶ່ງເປັນຄືຄວາມຮັ່ງມີໝັ້ນຄົງ, ຄົນໜຶ່ງເປັນຄືກຽດຕິຍົດສັກສີ ແລະ ອີກຄົນໜຶ່ງຄືຄວາມຮັກ ເຈົ້າຕ້ອງເລືອກແລ້ວວ່າຈະໃຫ້ໃຜເຂົ້າໄປໃນເຮືອນເຈົ້າ” ເມື່ອນາງໄດ້ຍິນດັ່ງນັ້ນຈິ່ງກັບເຂົ້າໄປຫາຜູ້ເປັນຜົວ ແລະ ເລົ່າເລື່ອງທີ່ຜູ້ເຖົ້າສາມຄົນນັ່ນເວົ້າໃຫ້ຜູ້ເປັນຜົວຟັງ ທັງຄູ່ຈິ່ງປຶກສາກັນຍິງຜູ້ເປັນເມຍນັ້ນໄດ້ກ່າວກັບຜູ້ເປັນຜົວວ່າ “ເຮົາເລືອກຄວາມໝັ້ນຄົງຮັ່ງມີດີບໍ່ທີ່ຮັກ ເຮົາຈິ່ງໄດ້ມີຄວາມໝັ້ນຄົງ” ເມື່ອແມ່ຜົວໄດ້ຍິນເລື່ອງລາວດັ່ງກ່າວນັ້ນຈິ່ງກ່າວອອກໄປວ່າ “ການມີກຽດຕິຍົດຊື່ສຽງຕ່າງຫາກຈະນຳມາເຊິ່ງທຸກສິ່ງທຸກຢ່າງທັງເງິນທອງ ແລະ ຄວາມສຸກ” ເມື່ອໄດ້ຍິນດັ່ງນັ້ນຜູ້ເປັນຜົວຈິ່ງໄດ້ທົບທວນແລະຄິດເຖິງທຸກສິ່ງຢ່າງທີ່ຄອບຄົວຂາດຫາຍໄປ ແລະ ຕົ້ນຕໍຂອງບັນຫາທຸກຢ່າງເຂົາໄດ້ຕັດສິນໃຈບອກແກ່ຜູ້ເປັນເມຍວ່າ “ທີ່ຮັກເຈົ້າໄປເຊີນທ່ານຜູ້ເປັນຄວາມຮັກເຂົ້າມາໃນເຮືອນເຖີດ” ເມື່ອຜູ້ເປັນເມຍໄດ້ຍິນຈິ່ງຖາມຜົວກັບໄປວ່າ “ເປັນຫຍັງທີ່ຮັກຈິ່ງເລືອກສິ່ງທີ່ຈັບຕ້ອງບໍ່ໄດ້” ຜູ້ເປັນຜົວຈິ່ງຕອບໄປວ່າ “ເພາະຄວາມວຸ້ນວາຍທີ່ເກີດຂຶ້ນໃນເຮືອນເຮົາເກີດຂຶ້ນເປັນເພາະເຮົາຂາດສິ່ງທີ່ເຊື່ອມໂຍງເຮົາໄວ້ນັ້ນຄືຄວາມຮັກ ຂ້ອຍບໍ່ຮູ້ວ່າມັນຫາຍໄປຕອນໃດ ແຕ່ທີ່ຂ້ອຍຮູ້ຕອນນີ້ຂ້ອຍບໍ່ໄດ້ຮູ້ສຶກເຖິງສິ່ງນັ້ນແລ້ວ ສື່ສຽງເຮົາສ້າງໄດ້ທີ່ຮັກ ທຸກວັນນີ້ກໍ່ບໍ່ມີໃຜທີ່ບໍ່ຮູ້ຈັກເຮົາ ຄວາມໝັ້ນຄົງເຮົາກໍ່ສ້າງໄດ້ເພາະອີກບໍ່ດົນຂ້ອຍກໍ່ຈະໄດ້ເລື່ອນຕຳແໜ່ງແລ້ວ ທີ່ຮັກຊ່ວຍເຊີນເຂົາເຂົ້າມາເຖີດ” ຜູ້ເປັນເມຍກໍ່ອອກໄປເຊີນຕາມທີ່ຜົວບອກແຕ່ດ້ວຍໃຈທີ່ຄຸ່ນເຄືອງ ເມື່ອນາງກ່າວເຊີນຄວາມຮັກເຂົ້າເຮືອນ ທັງຄວາມຮັ່ງມີ ແລະ ກຽດຕິຍົດກໍ່ຕາມເຂົ້າມານຳ ນາງປະຫຼາດໃຈຢ່າງຍິ່ງຈິ່ງເອີ່ຍຖາມໄປວ່າ “ທ່ານເຂົ້າມາໄດ້ພຽງຄົນດຽວບໍ່ແມ່ນຫວາ ເປັນຫຍັງພວກທ່ານຈິ່ງຕາມເຂົ້າມານຳ” ຄວາມຮັກຈິ່ງຕອບໄປວ່າ “ຖ້າທ່ານເລືອກພຽງກຽດຕິຍົດສື່ສຽງ ຫຼື ຄວາມຮັ່ງມີ ທ່ານກໍ່ຈະໄດ້ພຽງຢ່າງດຽວເທົ່ານັ້ນ ແຕ່ຖ້າທ່ານເລືອກຄວາມຮັກ ສິ່ງເຫຼົ່ານີ້ຈະຕິດຕາມທ່ານໄປທຸກທີ່” ເລື່ອງນີ້ມັນສອນຫຍັງໃຫ້ກັບທ່ານແນ່??? Tagsກຽດຕິຍົດ ແລະ ຄວາມຮັກ ສາມສິ່ງນີ້ທ່ານເລືອກສິ່ງໃດ?ຄວາມຮັ່ງມີເລື່ອງສັ້ນ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ... 17/11/2025 ຂ່າວກິລາ ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ... 16/11/2025 ກອງປະຊຸມສະໄໝສາມັນ ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ... 14/11/2025 ຂ່າວຕ່າງປະເທດ ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ... 10/11/2025