spot_img
Home​ຂ່າວທ່ອງທ່ຽວບ້ານ ໂພສີ ເມືອງ ຄຳ ດິນແດນແຫ່ງຄວາມຊົງຈຳທີ່ບໍ່ມີວັນລືມ

ບ້ານ ໂພສີ ເມືອງ ຄຳ ດິນແດນແຫ່ງຄວາມຊົງຈຳທີ່ບໍ່ມີວັນລືມ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ຈະພາທຸກທ່ານໄປທ່ຽວທີ່ ເມືອງ ຄຳ ແຂວງ ຊຽງຂວາງ ເຊິ່ງສະຖານທີ່ທ່ຽວທີ່ເຮົາຈະໄປຈະມີຢູ່ສາມແຫ່ງ ຄື: ບ້ານ ສົບມ່າ ຫຼື ບ້ານ ໂພສີ ໃນປັດຈຸບັນ, ວັງວຽນ ແລະ ວັງແລ ທັງສາມສະຖານທີ່ນີ້ອາດຈະບໍ່ຄຸ້ນຫູຫຼາຍໆຄົນ ເພາະມັນບໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນເມືອງຄຳ ແຕ່ພວກທ່ານອາດຈະຍັງບໍ່ຮູ້ເທື່ອວ່າທັງສາມສະຖານທີ່ນີ້ຖ້າຫາກທ່ານໄດ້ໄປສຳພັດແລ້ວ ທ່ານຈະຕິດໃຈໃນມົນສະເໜ່ທີ່ລຽບງ່າຍຂອງມັນຢ່າງບໍ່ມີວັນລືມ.

ການເດີນຈາກໂພນສະຫວັນມາ ບ້ານສົບມາ ຫຼື ບ້ານ ໂພສີ ເມືອງຄຳ ໃຊ້ເວລາຢູ່ປະມານ 1-2 ຊົ່ວໂມງ ຫຼື ກາຍບໍ່ນ້ຳຮ້ອນໄປປະມານ 7-8 KM ທາງເຂົ້າໝູ່ບ້ານເປັນທາງດິນແດງ ສອງຝາກທາງແມ່ນມີຮ້ວຍຮ່ອງ, ພູຜາ ສະລັບກັບເຮືອນປະຊາຊົນ ຖ້າໄປໃນຊ່ວງນີ້ (ເດືອນເມສາ) ທ່ານຈະແນມເຫັນພູໂລ້ນບາງໜ່ວຍແຈກຢາຍກັນໄປສຸດທາງ ຍ້ອນປະຊາຊົນເຂດນັ້ນໄດ້ຈູດໄຮ່ ຖາງໄວ້ ເພື່ອກຽມປູສາລີ ໃນຍາມຝົນຕົກໃໝ່ຫຼັງສົງການ.

ການເດີນທາງເຂົ້າໝູ່ບ້ານ ແມ່ນຈະຕ້ອງຂ້າມຂົວນ້ຳມ່າໄປ ບາງຄົນກໍ່ຂີ່ລົດໃຫຍ່ຂ້າມແມ່ນ້ຳມ່າໄປເລີຍ ເພາະມີບ່ອນນ້ຳຕື້ນສາມາດຂີ່ລົດຂ້າມ ຫຼື ຍ່າງຂ້າມໄດ້.

ຕາມຄຳບອກເລົ່າຂອງປະຊາຊົນໃນເຂດນັ້ນກ່ຽວກັບທີ່ມາຊື່ບ້ານ ສົບມາ ໃນອະດີດ ຫຼື ບ້ານ ໂພສີໃນປັດຈຸບັນ ວ່າ ຍ້ອນວ່າ ບ້ານ ສົບມາ ມີແມ່ນ້ຳ ມ່າ ແລະ ແມ່ນ້ຳມັດ ໄຫລມາໂຮມກັນໃນຈຸດດຽວກໍ່ເລີຍໃສ່ຊື່ວ່າບ້ານສົບມາ ໃນອະດີດ.

ລັກສະນະພິເສດຂອງໝູ່ບ້ານນີ້ແມ່ນຈະອ້ອມດ້ວຍແມ່ນ້ຳສອງສາຍ ຄື ທາງເບື້ອງເໜືອຈະມີແມ່ນ້ຳມ່າໄຫລຜ່ານ ແລະ ທາງເບື້ອງໃຕ້ຈະມີແມ່ນ້ຳມັດໄຫລຜ່ານ ແມ່ນ້ຳມັດຈະເປັນນ້ຳນ້ອຍແຕ່ນ້ຳໄສໄຫລເຢັນເຫັນປາລອຍໄປມາຕະຫຼອດປີ ສ່ວນແມ່ນ້ຳມ່າຈະເປັນແມ່ນ້ຳໃຫຍ່ກ່ວາແມ່ນ້ຳມັດນ້ຳອຸ່ນເລັກນ້ອຍບໍ່ໃສປານໃດແຕ່ກໍ່ເປັນນ້ຳໄຫລປາກໍ່ມີຫຼາຍ ແມ່ນ້ຳທາງສອງສາຍນ້ຳນີ້ຖືເປັນສາຍເລືອດໃຫຍ່ຂອງປະຊາຊົນໃນເຂດນັ້ນ ເພາະເປັນທັງບ່ອນຫາກິນ, ບ່ອນອາບ, ບ່ອນກິນ ທຸກຢ່າງກໍ່ວ່າໄດ້. ນອກຈາກຈະມີສາຍນ້ຳທີ່ອ້ອມຮອບໝູ່ບ້ານນີ້ແລ້ວຍັງມີໜ່ວຍພູຢັ່ງຢາຍອ້ອມຮອບໝູ່ບ້ານນີ້ເຊັ່ນດຽວກັນ.

ອາກາດຂອງເມືອງ ຄຳ ຈະຄ້າຍຄືກັບ ນະຄອນຫຼວງວຽງຈັນ ຍາມກາງເວັນຈະຮ້ອນເອົ້າ ແຕ່ພໍຕາເວັນຕົກດິນອາກາດຈະເຢັນສະບາຍດີ ແລະ ເດິກມາຈະໜາວເລັກໜ້ອຍ

ໝູ່ບ້ານສົບມາ ຫຼື ບ້ານ ໂພສີ ສ່ວນໃຫຍ່ຈະເປັນຊົນເຜົ່າເມີ້ຍອາໃສຢູ່ ແບບເປັນຍາດເຄືອພີ່ນ້ອງກຸ່ມໃຫຍ່ຕະກູນດຽວເກືອບໝົດບ້ານ, ເຮືອນຂອງພວກເຂົາເຈົ້າຈະຖືກຈັດສັນໃຫ້ຕັ້ງເປັນແຖວລະບຽບ ປັດຈຸບັນມີຢູ່ສີ່ແຖວຮູບແບບເຮືອນມີລັກສະນະຄ້າຍຄືກັນເກືອບໝົດທຸກຫຼັງ ແຕ່ຈຸດພິເສດແມ່ນຕີນເສົາຂອງທຸກເຮືອນຈະມີກ່ອນຫີນຍອງກ່ອນຈິ່ງຕັ້ງເສົາທຸກຕົ້ນ, ມີເຕົາໄຟໃນເຮືອນຄືກັນທຸກຫຼັງເຮືອນ ກ້ອງຊານເຮືອນບ່ອນລ້າງຖ້ວຍ ພວກເຂົາກໍ່ຈະກໍ່ເປັນຄືອ່າງຕື້ນໄວ້ຄືກັນໝົດທຸກຫຼັງເຮືອນ.

13023336_987695424631835_2101712354_n

ອາຊີບຫຼັກຂອງປະຊາຊົນບ້ານນີ້ແມ່ນການປູກສາລີເປັນສິນຄ້າສົ່ງອອກ, ການເຮັດນາປູກເຂົ້າໄກ້ນ້ອຍ ແມ່ຍິງຕຳຫູກທຸກຄົວເຮືອນ, ລ້ຽງງົວ, ລ້ຽງໝູດຳ, ລ້ຽງໄກ່… ຜູ້ຊາຍແມ່ນເປັນຝ່າຍອາຫານຄືການຫາປາ, ເຂົ້າປ່າເພື່ອລ່າສັດເປັນຕົ້ນ 

13020163_987695081298536_640927359_n

ປະເພນີຂອງພວກເຂົາເຈົ້າໃນຍາມບຸນປີໃໝ່ທຸກໆປີ ລູກຫຼານຍາດພີ່ນ້ອງຢູ່ຕ່າງຖິ່ນກໍ່ຈະມາເຕົ້າໂຮມກັນໃນວັນບຸນປີໃໝ່ ແຕ່ລະເຮືອນກໍ່ຈະມີການຈັດພິທີບາສີສູ່ຂັວນ ເຮັດສົມມາຜູ້ເຖົ້າຜູ້ແກ່ຕາມຮີດຄອງລາວທີ່ເຄີຍປະຕິບັດກັນມາແຕ່ບູຮານ

13023238_987708561297188_1235154181_n

ຫຼັງຈາກເຊັດພິທີບາສີສູ່ຂັວນແລ້ວກໍ່ຈະແມ່ນການກິນເຂົ້າສາມັກຄີ ແລະ ຈຸດເດັ່ນແມ່ນການກິນເຫຼົ້າໄຫສາມັກຄີ ແລ້ວພາກັນມ່ວນຊື່ນ ບໍ່ວ່າຈະເປັນເດັກນ້ອຍຜູ້ເຖົ້າຜູ້ແກ່ກໍ່ພາກັນເຕັ້ນຖືບເຮືອນ ປານເຮືອນສິຫັກ ເຊິ່ງເປັນພາບທີ່ຫາເບິ່ງໄດ້ຍາກໃນເມືອງຫຼວງ ສ່ວນທາງກ່ອງຕະລ່າງເຮືອນກໍ່ມີກູ່ມຄົນພາກັນກິນເຫຼົ້າໃຫ ແລະ ເຕັ້ນຢ່າງມ່ວນຊື່ນ ເພື່ອຈະແດງເຖິງຄວາມສຸກ, ຊື່ນອົກຊື່ນໃຈ ແລະ ຄວາມສາມັກຄີ. ຈຸດພິເສດຄົນເມືອງນີ້ຍາມມ່ວນກໍ່ມ່ວນແທ້ມ່ວນວ່າ ບາດຮອດຍາມເຮັດວຽກກໍ່ຕັ້ງໃຈເຮັດແທ້ເຮັດວ່າ ຖືກວ່າເປັນຄົນເຮັດແທ້ທຳຈິງ.

13046304_987695951298449_251823754_n

ຊົນນະບົດຈະມີອາກາດທີ່ບໍລິສຸດ ແລະ ຄວາມອຸດົມສົມບູນຂອງທຳມະຊາດທີ່ເຮົາສຳພັດໄດ້ແລ້ວ ແລະ ຄົນໃນແຖບຊົນນະບົດບໍ່ວ່າຈະຢູ່ບ້ານເມືອງໃດ ເມື່ອເວລາທີ່ເຮົາໄປຢ້ຽມຢາມສິ່ງທຳອິດທີ່ເຮົາສຳພັດໄດ້ແມ່ນຮອຍຍິ້ມ ມິດຕະພາບທີ່ດີ ຄວາມຈິງໃຈທີ່ພວກເຂົາມອບໃຫ້ ສະເໜ່ຂອງຄົນໃນແຖບຊົນນະບົດແມ່ນພວກເຂົາຈະບໍ່ຖືຕົວ, ບໍ່ຖືກຽດ ເຂົ້າກັບເຮົາໄດ້ງ່າຍ, ໃຫ້ການຕ້ອນຮັບເຮົາເປັນຢ່າງດີສະເໝີຕົ້ນສະເໝີປາຍ ຂຶ້ນເຮືອນໃດກໍ່ໄດ້ກິນເຂົ້າບໍ່ອົດຕາຍ ເຊິ່ງສິ່ງເຫຼົ່ານີ້ຫາບໍ່ໄດ້ໃນເມືອງ ເຖິງຈະມີເງິນຫຼາຍປານໃດກໍ່ຫາຊື້ບໍ່ໄດ້.

ການເດີນທາງຍັງບໍ່ທັນສິ້ນສຸດ ວັນຕໍ່ໄປເຮົາຈະໄປຫຼິ້ນທີ່ວັງວຽນ ແລະ ວັງແລ ສອງວັງນ້ຳນີ້ຈະງາມພຽງໃດຕ້ອງຕິດຕາມກັນຕໍ່ໄປ.

ຂຽນໂດຍ: ປັອກເລັກ ລາວໂພສຕ໌

 

 

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...