Homeຂ່າວທ້ອງຖິ່ນການຜະລິດລະດຸແລ້ງ ທົ່ວແຂວງໄຊຍະບູລີ ປະຕິບັດໄດ້ລື່ນແຜນການທີ່ວາງໄວ້!

ການຜະລິດລະດຸແລ້ງ ທົ່ວແຂວງໄຊຍະບູລີ ປະຕິບັດໄດ້ລື່ນແຜນການທີ່ວາງໄວ້!

Published on

ຂະແໜງກະສິກຳ ແລະ ປ່າໄມ້ ແມ່ນຂະແໜງການໜຶ່ງທີ່ມີບົດບາດສຳຄັນ ໃນໂຄງປະກອບເສດຖະກິດຂອງແຂວງ ໄຊຍະບູລີ ກໍຄືຂອງຊາດ. ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII 2016-2020 ແລະ ແຜນພັດທະນາເສດຖະກິດ – ສັງຄົມ ຂອງແຂວງ ກໍຄືແຜນພັດທະນາຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ຕາມ 3 ແຜນງານໃຫຍ່ຄືແຜນ ງານຄ້ຳປະກັນ ທາງດ້ານສະບຽງອາຫານ ແຜນງານຜະລິດເປັນສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້.

ຕາມຂໍ້ມູນຈາກ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ ທົ່ວແຂວງໄຊຍະບູລີ ສາມາດຜະລິດເຂົ້ານາແຊງ ເນື້ອທີ່ແຜນການໄດ້ 3.500 ເຮັກຕາ. ປັກດຳໄດ້ທັງໝົດ 3.364 ເຮັກຕາ ເທົ່າກັບ 96,13% ຂອງແຜນການ ຄາດຄະເນຜົນຜະລິດ 15.869 ໂຕນ, ສະມັດຖະພາບສະເລ່ຍ 4,72 ໂຕນ/ເຮັກຕາ, ການຜະລິດພືດລະດູແລ້ງເນື້ອທີ່ແຜນການ 12.400 ເຮັກຕາ, ປະຕິບັດໄດ້ 13.681,47 ເຮັກຕາ ຄາດ ຄະເນຜົນຜະລິດ 62.577 ໂຕນ, ທຽບໃສ່ແຜນການປີເພີ່ມຂຶ້ນ 858 ເຮັກຕາ ທຽບໃສ່ແຜນການ ຜົນຜະລິດເພີ່ມຂຶ້ນ 696 ໂຕນ. ສິ່ງທີ່ພົ້ນເດັ່ນ ໃນການຜະລິດລະດູແລ້ງ ຂອງແຂວງໄຊຍະບູລີ ເພີ່ມຂຶ້ນຍ້ອນພວກ ເຮົາໄດ້ຮ່ວມມືກັບບໍລິສັດຈີນ ສົ່ງເສີມການປູກເຂົ້ານາແຊງເປັນສິນຄ້າ. ໃນຂົງເຂດຈຸດສຸມ 3 ທົ່ງພຽງ ຊຶ່ງມີເນື້ອທີ່ທັງ ໝົດ 234,61 ເຮັກຕາ. ນອກນີ້ ຍັງໄດ້ນຳພາຊາວນາປູກເຂົ້າດ້ວຍເຕັກນິກໃໝ່. ພ້ອມນີ້ຍັງ ໄດ້ຮ່ວມມືກັບບໍລິສັດອີຈັງຟຸດ ໃນການປູກໝາກແຕງຍີ່ປຸ່ນຢູ່ເມືອງແກ່ນທ້າວ, ເມືອງພຽງ ໃນເນື້ອທີ່ 50 ເຮັກຕາ. ຮ່ວມມືກັບບໍລິສັດຍິງນົງ ໃນການປູກໝາກໂມ ໃນເນື້ອທີ່ 181 ກວ່າເຮັກຕາ, ການປູກພືດເປັນສິນຄ້າ ໄດ້ມີທ່ວງທ່າຂະຫຍາຍຕົວດີສົມຄວນ ຊຶ່ງທົ່ວແຂວງມີເນື້ອທີ່ປູກພືດ ເປັນສິນຄ້າທັງໝົດ 117,622 ເຮັກຕາ, ຜົນຜະລິດທັງໝົດ 896,566 ໂຕນ, ພົ້ນເດັ່ນກວ່າໝູ່ແມ່ນສາລີອາຫານສັດ, ມັນຕົ້ນ, ໝາກເດືອຍ ທັງນີ້ ເນື່ອງຈາກວ່າບັນດາພືດດັ່ງກ່າວ ແມ່ນມີທ່າແຮງທາງດ້ານການຕະຫຼາດ ໃນລາຄາທີ່ຊາວກະສິກອນຍອມຮັບໄດ້.

ຄຽງຄູ່ກັບການຊຸກຍູ້ ສົ່ງເສີມຂອງພາກສ່ວນລັດ ແລະ ພາກສ່ວນ ຜູ້ປະກອບການ ລວມທັງບັນດາບໍລິສັດ ຜູ້ລົງທຶນຕ່າງໆ ໃນຂົງເຂດກະສິກຳ ແລະ ການປຸງແຕ່ງຜົນຜະລິດກະສິກຳເຊັ່ນ: ສາລີ ມີເນື້ອທີ່ທັງໝົດ 51,140 ເຮັກຕາ. ຜົນຜະລິດ 288,895 ໂຕນ, ມັນຕົ້ນມີເນື້ອທີ່ທັງໝົດ 11,484 ເຮັກຕາຜົນ ຜະລິດ 351,758 ໂຕນ, ໝາກເດືອຍ ມີເນື້ອທີ່ 38,259 ເຮັກຕາ, ຜົນຜະລິດ 108,657 ໂຕນ ແລະ ພືດອື່ນໆ ມີເນື້ອທີ່ທັງໝົດ 16,777 ເຮັກຕາ ຜົນຜະລິດໄດ້ 147,254 ໂຕນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...