spot_img
Homeຂ່າວພາຍ​ໃນພາຍຸພັດເຂົ້າເມືອງປາກຊັນເສຍຫາຍຫນັກ

ພາຍຸພັດເຂົ້າເມືອງປາກຊັນເສຍຫາຍຫນັກ

Published on

ໃນວັນທີ 8/4/2016 ເວລາປະມານ 22:00 ໂມງ  ເກີດເຫດພາຍຸລົມແຮງ ຢູ່ປະມານ 5-10 ນາທີ ໃນເຂດບໍລິເວນເມືອງປາກຊັນ, ແຂວງບໍລິຄຳໄຊ ເຂດບ້ານສີສະອາດ ຫລັກ 4 ເຮັດໃຫ້ຕົ້ນໄມ້ໃຫຍ່ຫັກ, ເສົາໄຟຟ້າຫັກຫຼາຍຕົ້ນ ສາຍໄຟຟ້າຂາດ ແລະ ມີອາຄານໂຮງຮຽນ ປະຖົມ.ມັດທະຍົມ ສີທະນາໄຊ, ໂຮງຮຽນນອກລະບົບ ເຮືອນຊານບ້ານຊ່ອງຫລາຍຄອບຄົວ ເສຍຫາຍເປເພ ພາຍຸຍັງໄດ້ເຮັດໃຫ້ບ້ານເຮືອນຈຳນວນໜຶ່ງຢູ່ເຂດນອກເທດສະບານເມືອງອີກຈຳນວນຫນຶ່ງມີຜົນກະທົບຫຼາຍສົມຄວນ.

ຕາມການລາຍງານຂອງນັກຂ່າວຊາວບ້ານ ບໍ່ໄດ້ມີການເປີດເຜີຍວ່າ ມີປະຊາຊົນໄດ້ຮັບບາດເຈັບ ຫຼື ເສຍຊີວິດ ໃນເຫດການຄັ້ງນີ້ ສ່ວນມູນຄ່າຄວາມເສຍຫາຍໃນຄັ້ງນີ້ແມ່ນຍັງບໍ່ທັນໄດ້ຮັບການເປີດເຜີຍເທື່ອ.

ດັ່ງນັ້ນ ທຸກຄົນຄວນມີສະຕິ ໃນການຫຼິ້ນບຸນປີໃໝ່ ເພາະຍາມນີ້ແມ່ນລະດູຮ້ອນ ມັກເກີດພາຍຸລະດູຮ້ອນຂຶ້ນຫຼາຍແຫ່ງ ແລະ ບໍ່ຮູ້ວ່າມັນຈະເກີດຂຶ້ນເມື່ອໃດ ໃນຂົງເຂດໃດ ສະນັ້ນພວກເຮົາທຸກຄົນຕ້ອງມີສະຕິລະວັງຕົວທຸກເວລາ.

ພາບ ແລະ ຂ່າວ: ນັກຂ່າວຊາວບ້ານ
ລັດສະໝີ ສີວິໄລ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...