Homeຂ່າວການພັດທະນາລັດກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ການຜະລິດກະສິກໍາ

ລັດກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ການຜະລິດກະສິກໍາ

Published on

ລັດ​ຖື​ເອົາ​ວຽກ​ງານ​ກະ​ສິກຳŒປ່າ­ໄມ້​ເປັນ​ພື້ນ­ຖານເພື່ອ​ກໍ່ສ້າງ ແລະ​ຂະ­ຫຍາຍ​ອຸດ­ສາ­ຫະ­ກຳ, ໃນ​ຕະ­ຫຼອດ​ໄລ­ຍະ​ທີ່​ຜ່ານ​ມາ, ຂະແໜງ​ດັ່ງ­ກ່າວ​ໄດ້​ມີ​ການ​ຂະ­ຫຍາຍຕົວ­ຢ່າງ​ຕໍ່​ເນື່ອງ,

ລວມ​ຍອດ​ຜະ­ລິດຕະ​ພັນ​ກະ­ສິ­ກຳŒປ່າ­ໄມ້ ເພີ່ມ​ຂຶ້ນ​ປະມານ 4Œ5% ຕໍ່​ປີ, ມາ​ຮອດ​ປະ­ຈຸ​ບັນກວມ​ເອົາ 52% ຂອງ GDP ໃນນັ້ນ​ຂະ­ແໜງ​ປູກ­ຝັງ​ກວມ​ປະ­ມານ 27%, ລ້ຽງ­ສັດ 19% ແລະ​ປ່າ ໄມ້ 6%.

ອັນ​ພົ້ນ​ເດັ່ນ​ຂອງ​ລັດ­ຖະ­ບານ ໃນ​ໄລ­ຍະ​ທີ່​ຜ່ານ​ມາ​ແມ່ນ​ໄດ້​ສຸມທຶນ­ຮອນ​ເຂົ້າ​ໃສ່​ການ​ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ແກ່​ການ​ຜະ ລິດ​ກະ­ສິ­ກຳ​ເປັນ­ຕົ້ນ​ແມ່ນ​ລະ­ບົບ ຊົນ­ລະ­ປະ­ທານ ຊຶ່ງ​ມາ​ຮອດ​ປະ­ຈຸບັນ​ມີ​ເຖິງ 24.695 ແຫ່ງ, ສາ­ມາດສະ­ໜອງ​ນ້ຳ​ໃຫ້​ແກ່​ການ​ຜະ­ລິດ​ລະດູ​ແລ້ງ 215.000 ເຮັກ­ຕາ, ທຽບໃສ່​ປີ 1976 ມີ​ເນື້ອ­ທີ່​ການ​ຜະ­ລິດລະ­ດູ­ແລ້ງ​ທີ່​ໄດ້​ຮັບ​ນ້ຳ​ຈາກ​ລະ­ບົບ ຊົນ­ລະ­ປະ­ທານ​ພຽງ 2.700 ກວ່າເຮັກ­ຕາ, ພ້ອມ​ກັນ​ນີ້ ກໍ​ໄດ້​ສ້າງ​ສະຖາ​ບັນ​ຄົ້ນ­ຄວ້າ​ກະ­ສິ­ກຳ ແລະ​ປ່າ ໄມ້​ຂຶ້ນ ຊຶ່ງ​ເຄືອ​ຂ່າຍ​ປະ­ກອບ​ມີ 10 ສູນ, 8 ສະ­ຖາ­ນີ ແລະ1 ໂຮງ­ງານຜະ­ລິດ​ຢາ​ວັກ​ຊິນ ຈາກ​ພື້ນ­ຖານ​ດັ່ງ ກ່າວ​ເຮັດ​ໃຫ້​ຜົນ​ຜະ­ລິດ​ເຂົ້າ​ບັນ­ລຸເຖິງ 2,6 ລ້ານ​ໂຕນ ໃນ​ປີ 2005 (ປີ 1976 ຜົນ​ຜະ­ລິດ​ເຂົ້າ​ໄດ້​ພຽງ 6,6 ແສນ​ກວ່າ​ໂຕນ) ນັບ​ແຕ່​ປີ 2000 ເປັນ­ຕົ້ນ​ມາ ສປປ ລາວ ສາມາດ​ມີ​ເຂົ້າ​ກຸ້ມ​ກິນ​ຢ່າງ​ພຽງ­ພໍ, ມີສ່ວນ​ແຮ​ໄວ້ ແລະ​ຈຳ­ນວນ​ໜຶ່ງ​ໄດ້ ກາຍ­ເປັນ​ສິນ­ຄ້າ​ສົ່ງ​ອອກ ຊຶ່ງ​ບໍ່ເຄີຍ​ມີ​ມາ​ຈັກ​ເທື່ອ​ໃນ​ປະ­ຫວັດ­ສາດຂອງ​ຊາດ​ລາວ.

ນອກ­ຈາກ​ການ​ປູກ​ເຂົ້າ​ແລ້ວ ຍັງ​ໄດ້​ປູກ​ພືດ, ລ້ຽງ­ສັດ​ທັງ​ໃນ ແບບ​ອຸດ­ສາ­ຫະ­ກຳ ແລະ​ພື້ນ​ບ້ານ ຊຶ່ງ​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່ ເນື່ອງ​ໃນ​ນັ້ນ​ການ​ລ້ຽງ­ສັດ​ເພີ່ມ ຂຶ້ນ​ໃນ​ລະ­ດັບ 3% ຕໍ່​ປີ, ລ້ຽງ​ປາເພີ່ມ​ຂຶ້ນ​ໃນ​ລະ­ດັບ 15% ຕໍ່​ປີ, ສາມາດ​ແກ້​ໄຂ​ຄວາມ​ຕ້ອງ­ການ​ຂອງ ຕະ­ຫຼາດ​ພາຍ​ໃນ​ປະ­ເທດ​ໄດ້​ໂດຍພື້ນ­ຖານ ພ້ອມ​ກັນ​ນີ້​ກໍ​ມີ​ຫຼາຍ​ປະ ເພດ​ທີ່​ໄດ້​ກາຍ­ເປັນ​ສິນ­ຄ້າ​ສົ່ງ​ອອກ ຊຶ່ງ​ມາ​ເຖິງ​ປະ­ຈຸ​ບັນ​ມີ​ມູນ​ຄ່າ​ສົ່ງ ອອກ​ປະ­ມານ 70 ລ້ານ​ໂດ​ລາ​ຕໍ່​ປີ.

 

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...