spot_img
HomeມູມໄອທີລາວHuawei P9 ແລະ P9 Plus ເປີດໂຕຢ່າງເປັນທາງການແລ້ວ!!

Huawei P9 ແລະ P9 Plus ເປີດໂຕຢ່າງເປັນທາງການແລ້ວ!!

Published on

ສຸດທ້າຍກໍມາເຖິງແລ້ວ!!! ສຳລັບງານເປີດໂຕສະມາດໂຟນຊີຣີຍອດນິຍົມແບບ P ເຊິ່ງມື້ນີ້ເອງທາງ Huawei ກໍໄດ້ຈັດງານເປີດໂຕຢ່າງເປັນທາງການແລ້ວທີ່ເມືອງລອນດອນ (London) ປະເທດອັງກິດ. ຫຼັງຈາກທີ່ມີຂ່າວລືອອກມາທຸກມື້ຂອງສະມາດໂຟນຊີຣີນີ້ ບໍ່ວ່າຈະເປັນຮູບຫຼຸດ ລວມໄປເຖິງສະເປັກແລະລາຄາອີກນຳ ແຕ່ວ່າສິ່ງທີ່ປ່ຽນໄປສຳລັບຂ່າວໃນຄັ້ງນີ້ກໍຄື P9 Plus ເຊິ່ງຈະເປັນໂຕແທນໃຫ້ກັບລຸ້ນ P9 Max ທີ່ມີຂ່າວລືອອກມາກ່ອນນີ້

image

Huawei P9

ສຳລັບ Huawei P9 ເປັນສະມາດໂຟນລຸ້ນເຮືອທຸງຈາກຫົວເຫວີ່ຍ ເຊິ່ງການອອກແບບໃນລຸ້ນນີ້ນັ້ນແມ່ນມີແຖບທີ່ຊ່ວຍໃຫ້ສັນຍານມີຄວາມສະຖຽນແລະດີຂຶ້ນຄືກັນກັບ iPhone 6s. ສ່ວນດ້ານຂອງໜ້າຈໍນັ້ນມາພ້ອມກັບໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 1980×1080 ພິກເຊວ (FHD) ແລະຈໍນັ້ນແມ່ນໃຊ້ຈໍ IPS LCD.

image

ໃນດ້ານຂອງຮາດແວຣນັ້ນແມ່ນໃຊ້ງານຊິບປະມວນຜົນ Kirin 955 ເຊິ່ງເປັນຊິບລຸ້ນທີ່ຖືກປັບປຸງແກ້ໄຂມາຈາກລຸ້ນ Kirin 950 ທີ່ໃຊ້ງານໃນ Mate 8. ເຊິ່ງເປັນຊິບປະມວນຜົນແບບ octa-core ຄວາມໄວທີ່ 2.5GHz ສຳລັັບ Quad-Cortex-A72 ແລະຄວາມໄວທີ່ 1.8GHz ສຳລັບ Quad-Cortex-A53.

ສຳລັບ P9 ນີ້ຈະມາພ້ອມກັບ 2 ລຸ້ນໄດ້ແກ່: ລຸ້ນສະເປັກຕ່ຳທີ່ມາພ້ອມກັບ ROM 32 GB ແລະ RAM 3GB ແລະລຸ້ນສະເປັກສູງແມ່ນ ROM 64 GB ແລະ RAM 4GB. ທັງ 2 ລຸ້ນນັ້ນຮອງຮັບ microSD ຄືກັນ (ສູງສຸດ 128 GB)

image

ໃນທີ່ສຸດກໍມາຮອດຄຸນສົມບັດຫຼັກທີ່ຄິດວ່າເປັນຂ່າວຫຼາຍທີ່ສຸດສຳລັບສະມາດໂຟນລຸ້ນນີ້. ນັ້ນກໍຄືກ້ອງຂອງລຸ້ນນີ້ນັ້ນຈະມາພ້ອມກັບກ້ອງຄູ່ທີ່ຮ່ວມກັນພັດທະນາກັບບໍລິສັດ Leica ຈາກເຢຍລະມັນ, ເຊິ່່ງ P9 ມາພ້ອມກັບກ້ອງຄູ່ທັງສອງມີຄວາມລະອຽດ 12 ລ້ານພິກເຊວ, ກ້ອງເບື້ອງໜຶ່ງເປັນໂຕກວດຈັບຄວາມລະອຽດສີຕ່າງໆ ແລະກ້ອງອີກເບື້ອງແມ່ນມີໜ້າທີ່ກວດຈັບສະເພາະຄວາມລະອຽດສີດຳແລະຂາວເທົ່ານັ້ນ. ເຊິ່ງຈະຊ່ວຍໃຫ້ສາມາດກວດຈັບສີເທົາ ແລະສີໃຫ້ເປັນທຳມະຊາດຫຼາຍຂຶ້ນ. ສຳລັບກ້ອງທັງສອງຄູ່ນັ້ນແມ່ນຈະເຮັດວຽກຮ່ວມກັນໄດ້ຢ່າງລົງຕົວ ເຊິ່ງຈະສາມາດເຮັດໃຫ້ການສົ່ງພາບມີຄວາມລະອຽດຂຶ້ນບໍ່ວ່າຈະເປັນແສງທີ່ດີຂຶ້ນແລະຫຼຸດຮູບໃຫ້ມີນອຍ (noise) ໜ້ອຍລົງໃນບ່ອນທີ່ມີແສງໜ້ອຍ

image

ສຳລັບຮູຮັບແສງແມ່ນ f/2.2 ແລະເລນມີຄວາມກວ້າງໃນການເບິ່ງເຫັນທຽບເທົ່າກັບເລນກ້ອງທີ່ 27 ມມ ແລະ 35 ມມ. ລະບົົບໂຟກັດອັດຕະໂນມັດແມ່ນອາໄສການລວມຕົວກັນຂອງເລເຊີ, ການຄຳນວນຄວາມຄົມຊັດແລະເລິກ (ໜ້າຈະເປັນ Algorithm ທີ່ຢູ່ເທິງພື້ນຖານຄວາມແຕກຕ່າງລະຫວ່າງກ້ອງທັງສອງທີ່ສາມາດເບິ່ງເຫັນໄດ້) ແລະ ມີແຟລັດຄູ່ LED ທີ່ຈະຊ່ວຍໃຫ້ຖ່າຍຮູບໃນບ່ອນມືດໄດ້ຢ່າງດີ. ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ

ສຳລັບໂຕເຄື່ອງນັ້ນເຮັດມາຈາກອະລູມີນ້ຽມ ເຊິ່ງມີລັກສະນະຄືກັນກັບ Nexus 6P ໂດຍສະເພາະແມ່ນແຖບກ້ອງດ້ານຫຼັງ ແລະມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ. ໃຊ້ງານລະບົບ Android 6.0 MarshMallow ແລະຄອບດ້ວຍ EMUI 4.1

image

ສຳລັບ P9 ນັ້ນມາພ້ອມກັບແບັດເຕີຣີຂະໜາດ 3,000mAh ແລະສິ່ງທີ່ເພີ່ມມາໃໝ່ອີກຄືແມ່ນພອຣດ USB Type-C.

Huawei P9 Plus

image

P9 Max ເປັນຊື່ລຸ້ນທີ່ມີຂ່າວລືມາກ່ອນໜ້ານີ້ ແຕ່ວ່າຕອນນີ້ນັ້ນໄດ້ເປີດໂຕເປັນ Huawei P9 Plus ແທນ. ສຳລັບເຄື່ອງນີ້ແມ່ນມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1980×1080 ພິກເຊວ (FHD) ແຕ່ວ່າມີການປ່ຽນມາໃຊ້ຈໍ AMOLED ແທນຈໍ IPS LCD ແລະຍັງມາພ້ອມກັບເທັກໂນໂລຢີ Press Touch

ໃນດ້ານຂອງຊິບປະມວນຜົນ, ຄຸນສົມບັດອື່ນໆ ແລະ ກ້ອງນັ້ນແມ່ນໃຊ້ໂຕດຽວກັນກັບ P9.

ໃນສ່ວນຂອງ P9 Plus ມີພຽງແຕ່ລຸ້ນ 64GB ແລະ RAM 4GB ເທົ່ານັ້ນ ເຊິ່ງແຕກຕ່າງຈາກ P9 ທີ່ມີໃຫ້ເລືອກເຖິງ 2 ລຸ້ນ ແລະຍັງໄດ້ມີການເພີ່ມແບັດເຕີຣີຂຶ້ນເປັນ 3,400mAh. ທາງ “ຫົວເຫວີ່ຍ” ບອກວ່າສຳລັບລຸ້ນໃຫຍ່ນັ້ນຍັງມາພ້ອມກັບ dual-IC Rapid Charge, ເຊິ່ງສາມາດເຮັດໃຫ້ເຈົ້າສາມາດລົມໂທລະສັັບໄດ້ເຖິງ 6 ຊົ່ວໂມງສຳລັັບການສາກພຽງ 10 ນາທີເທົ່ານັ້ນ!!

ໃນເລື່ອງຂອງລາຄາສຳລັບ Huawei P9 ເລີ່ມຕົ້ນແມ່ນ £599 (5.545.000 ກີບ), ໃນຂະນະທີ່ລຸ້ນ P9 Plus ນັ້ນລາຄາຢູ່ທີ່ £749 (6.934.00 ກີບ). ສຳລັບສະມາດໂຟນທັງສອງລຸ້ນນັ້ນຈະພ້ອມຂາຍໃນວັນທີ 16 ເມສານີ້ ແລະຈະຂາຍໃນ 29 ປະເທດທີ່ຍຸໂຣບ ແລະຕາເວັນອອກກາງ ເປັນກຸ່ມທຳອິດ

ໝາຍເຫດ: ໃຜທີ່ກັງວົນເລື່ອງລາຄາກໍບໍ່ຕ້ອງເປັນຫ່ວງຫຼາຍເພາະລາຄາຂາຍຢູ່ນອກນັ້ນຈະແພງກວ່າລາຄາທີ່ນຳເຂົ້າປະເທດລາວຫຼາຍ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...