spot_img
Homeລວມກົດຫມາຍລາວກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ( ສະບັບ​ປັບປຸງ ) ໝວດ​ທີ 2 ການ​ຂັບ​ຂີ່ຍານພາຫະນະ

ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ( ສະບັບ​ປັບປຸງ ) ໝວດ​ທີ 2 ການ​ຂັບ​ຂີ່ຍານພາຫະນະ

Published on

ໝວດ​ທີ 2
ການ​ຂັບ​ຂີ່ຍານພາຫະນະ

ມາດຕາ 13 (ໃໝ່) ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່

ການສອບເສັງເອົາໃບຂັບຂີ່ ຕ້ອງມີເງື່ອນໄຂ ດັ່ງນີ້:

– ມີໃບຢັ້ງຢືນຈົບຫຼັກສູດ ການຮຽນຂັບລົດ;

– ມີ​ໃບ​ຢັ້ງຢືນສຸຂະພາບ; ​

– ມີອາຍຸ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 14 ຂອງກົດໝາຍສະບັບນີ້.

ການສອບເສັງ ແລະ ການອອກໃບຂັບຂີ່ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ.

ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່ ສຳລັບຄົນພິການ ແລະ ເສັຍອົງຄະ ໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

ມາດຕາ 14 (ປັບປຸງ) ອາຍຸຂອງຜູ້ສອບເສັງເອົາໃບຂັບຂີ່

​ ຜູ້ສອບເສັງເອົາໃບຂັບຂີ່ລົດແຕ່ລະປະເພດ ຕ້ອງມີປະສົບການ ແລະ ມີ ອາຍຸ ດັ່ງນີ້:
– ແຕ່ ສິບຫ້າ ປີຂຶ້ນໄປ ສໍາລັບລົດຈັກ ຄວາມແຮງບໍ່ເກີນ 125 cc;

– ແຕ່ ສິບແປດ ປີ ຂຶ້ນໄປ ສໍາລັບລົດຈັກ ຄວາມແຮງ ແຕ່ 125 cc ຂຶ້ນໄປ, ລົດສາມລໍ້, ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວ ແລະ ລົດຂົນສົ່ງສະເພາະ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່ ຫຼື ນ້ຳໜັກລວມບໍ່ເກີນ 3.500 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່;

– ແຕ່ ຊາວເອັດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກ ລວມແຕ່ 3.500 ກິໂລກຣາມ ​ເຖິງ 7.000 ກິໂລກຣາມ, ລົດໄຖນາໃຫຍ່, ລົດຂົນສົ່ງໂດຍສານ ບໍ່ເກີນ ສິບຫ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່, ລົດຫົວລາກທີ່ແກ່ເຄິ່ງຫາງລາກ;

– ແຕ່ ຊາວຫ້າ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກລວມ ບໍ່ເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າ ໜັກລວມບໍ່ເກີນ 750 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ສາມສິບຫ້າ ບ່ອນນັ່ງ;

– ແຕ່ ຊາວແປດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ ນໍ້າໜັກບັນທຸກເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າໜັກລວມ ເກີນ 750 ກິໂລກຣາມຂຶ້ນໄປ ແລະ ລົດຂົນສົ່ງໂດຍສານ ແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປ.

ມາດຕາ 15 (​ໃໝ່) ໃບ​ຂັບ​ຂີ່

ໃບ​ຂັບ​ຂີ່​ຍານພາຫະນະ​ທີ່ ສປປ ລາວ ອອກໃຫ້ ມີ​ ໃບຂັບຂີ່ພາຍໃນ ແລະ ໃບຂັບຂີ່ສາ ກົນ.

ໃບຂັບຂີ່ພາຍໃນ ແມ່ນ ອອກໃຫ້ແກ່ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ທີ່ໄດ້ຜ່ານການສອບເສັງ ຢູ່ ສປປ ລາວ ເພື່ອນຳໃຊ້ ຢູ່ພາຍໃນປະເທດ ແລະ ຢູ່ບັນດາປະເທດ ທີ່ມີການຮັບຮູ້ໃບຂັບຂີ່ ຊຶ່ງກັນ ແລະ ກັນ, ມີອາຍຸການນຳໃຊ້ ຫ້າປີ ແລະ ສາມາດ ຕໍ່ໄດ້ຄັ້ງລະ ຫ້າ ປີ.

ໃບ​ຂັບ​ຂີ່​ສາກົນ​ ແມ່ນ ອອກ​ໃຫ້​ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນ ຕ່າງປະເທດ ທີ່ມີໃບຂັບຂີ່ພາຍໃນມາແລ້ວ ເພື່ອນຳໃຊ້​ຢູ່​ຕ່າງປະ​ເທດ.

ຂະໜາດ, ລັກສະນະ ​ແລະ ມາດຕະຖານຂອງ​ໃບ​ຂັບ​ຂີ່ ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ການສະ ​ເພາະ.

ມາດຕາ 16 (ປັບປຸງ) ​ປະເພດໃບ​ຂັບ​ຂີ່ຕາມຊະນິດ​ຍານພາຫະນະ

​ ໃບ​ຂັບ​ຂີ່ພາຍໃນ ຈັດ​ຕາມຊະນິດ​ຍານພາຫະນະ ດ້ວຍຕົວອັກສອນລາເເຕງ ດັ່ງ​ນີ້:

– A : ລົດຈັກ​ສອງ​ລໍ້​ ຄວາມແຮງ​ບໍ່​ເກີນ 125 cc;

– A1: ລົດຈັກ​ສອງ​ລໍ້ ຄວາມແຮງ​ແຕ່ 125 cc ຂຶ້ນໄປ;

– A2: ລົດ​ຈັກສາມ​ລໍ້ສ່ວນຕົວ ແລະ ລົດສອງລໍ້, ສາມລໍ້ ໂດຍສານ;

– A3: ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ;

– B: ລົດເບົາ ນ້ຳໜັກ​ລວມ ຕໍ່າກວ່າ 3.500 ກິໂລກຣາມ, ​ບໍ່​ເກີນ ​​ເກົ້າ ບ່ອນນັ່ງ ລວມທັງ​ຜູ້ຂັບ​ຂີ່;

– C: ລົດຂົນສົ່ງສິນ​ຄ້າ ນ້ຳໜັກ​ລວມ ​ແຕ່ 3.500 ກິໂລກຣາມ ຫາ 7.500 ກິໂລກຣາມ;

– C1: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ;

– C2: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ;

– D: ລົດຂົນສົ່ງໂດຍສານ ​​ປະ​ເພດ 4 ລໍ້ ຂຶ້ນ​ໄປ, ບໍ່ເກີນ ສິບ​ຫ້າ ບ່ອນນັ່ງ;

– D1: ລົດຂົນສົ່ງ​ໂດຍສານ​ ແຕ່ ສິບ​ຫົກ ຫາ ສາມ​ສິບ​ຫ້າ ບ່ອນນັ່ງ;

– D2: ລົດ​ຂົນສົ່ງໂດຍສານ​ ແຕ່ ສາມ​ສິບ​ຫົກ ບ່ອນນັ່ງຂຶ້ນໄປ;

– E: ລົດເບົາ (B), ລົດຂົນສົ່ງສິນຄ້າ (C) ແລະ ລົດຂົນສົ່ງໂດຍສານ (D) ທີ່​ແກ່​ຫາງລາກ ນ້ຳໜັກ​ລວມ ບໍ່​ເກີນ 750 ກິໂລກຣາມ;

– E1: ລົດຂົນສົ່ງສິນຄ້າ (C2) ​ແກ່ຫາງລາກ ນ້ຳໜັກລວມ​ ເກີນກວ່າ 750 ກິໂລ ກຣາມ.

ມາດຕາ 17 (ປັບປຸງ) ໃບຂັບຂີ່ຕ່າງປະເທດ

ໃບຂັບຂີ່ຕ່າງປະເທດ ແມ່ນ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ຊຶ່ງອອກຢູ່ຕ່າງປະ ເທດ.

ສປປ ລາວ ຮັບຮູ້ໃບຂັບຂີ່ຕ່າງປະເທດຂອງ ບຸກຄົນ ທີ່ມີໃບຂັບຂີ່ສາກົນ ຫຼື ມີໃບຂັບ ຂີ່ຂອງ ປະເທດທີ່ມີການຮັບຮູ້ ຊຶ່ງກັນ ແລະ ກັນ.

ມາດຕາ 18 (ປັບປຸງ) ການ​ຂັບ​ຂີ່ ແລະ ການ​ບັນທຸກ

ການ​ຂັບ​ຂີ່ ແລະ ການບັນທຸກ ຂອງລົດຂົນສົ່ງຄົນ ແລະ ຜູ້ໂດຍສານ ໃຫ້ປະຕິບັດ ດັ່ງນີ້:​

– ລົດຖີບ ໃຫ້ຊ້ອນໄດ້ ໜຶ່ງ​ຄົນ;

– ລົດຈັກ ອະນຸຍາດໃຫ້ຜູ້ໃຫຍ່ຊ້ອນ​ໄດ້​ໜຶ່ງ​ຄົນ ແລະ ເດັກນ້ອຍອາຍຸ​ບໍ່​ເກີນ​ ສິບເອັດ ​ປີ ອີກໜຶ່ງຄົນ; ຜູ້ຂັບຂີ່ ແລະ ຜູ້ຊ້ອນ ຕ້ອງໃສ່ໝວກກັນກະທົບ ທີ່ໄດ້ມາດຕະຖານ;

– ລົດ​ຖີບສາມ​ລໍ້, ລົດຈັກສາມ​ລໍ້​​ຕິດ​ຂ້າງ ໃຫ້​ຂີ່​ໄດ້​ສາມ​ຄົນລວມທັງຜູ້ຂັບຂີ່;

– ລົດ​ສາມ​ລໍ້​ຊະນິດ​ຈຳ​ໂບ້ ​ໃຫ້​ຂີ່ໄດ້ ​ບໍ່​ເກີນ​ ຫ້າ​ຄົນ ຫຼື ບັນທຸກ​ສິນຄ້າ​, ເຄື່ອງ​ຂອງ​ບໍ່​ເກີນ 300 ​ກິ​ໂລກຣາມ; ລົດ​ສາມ​ລໍ້​ຊະນິດ​ຕຸກໆ, ສະກາຍ​ແລັບ ອະນຸຍາດ​ໃຫ້​ຂີ່ໄດ້ ​ບໍ່​ເກີນ​ເກົ້າ​ຄົນ ຫຼື ບັນທຸກສິນຄ້າ, ​ເຄື່ອງ​ຂອງ​ບໍ່​ເກີນ 550 ​ກິ​ໂລກຣາມ;

– ລົດ​ເກງ, ລົດຈິບ, ລົດຕູ້, ລົດກະບະ ໃຫ້ບັນທຸກຕາມມາດຕະຖານ ຂອງໂຮງງານ ຜະລິດ.

ຜູ້​ຂັບ​ຂີ່ ລົດ​ສີ່​ລໍ້​ຂຶ້ນ​ໄປ ລວມທັງ ຜູ້ນັ່ງທາງໜ້າ ຕ້ອງ​ໃສ່​ສາຍ​ຮັດ​ນິລະ​ໄພ, ​ເດັກນ້ອຍ ​ທີ່​ບໍ່ສາມາດ ​ໃສ່​ສາຍຮັດ​ນິລະ​ໄພ​ປົກກະຕິ​ໄດ້ ​ໃຫ້​ນຳໃຊ້​ເບາະ​ນັ່ງສະ​ເພາະ.

ມາດຕາ 19 (ໃໝ່) ຂໍ້​ຈໍາ​ກັດ​ ຄວາມ​ໄວ ແລະ ໄລຍະຫ່າງລະຫວ່າງລົດ

ຄວາມ​ໄວ​ສູງ​ສຸດທີ່ອະນຸຍາດໃຫ້ລົດແຕ່ລະປະເພດແລ່ນຕາມເສັ້ນທາງໃນ ສປປ ລາວ ໄດ້ ກຳນົດໄວ້ ດັ່ງນີ້:

– ​ບໍ່ໃຫ້ເກີນ ສີ່ສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນໜາ​ແໜ້ນຕາມເສັ້ນ ທາງໃນຕົວເມືອງ, ເທດສະບານ, ​ເຂດ​ຊຸມ​ຊົນ;

– ບໍ່ໃຫ້ເກີນ ເກົ້າສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນ ຂອງລົດເບົາທຸກ ປະເພດ ແລະ ລົດຈັກ ແຕ່ 125 cc ຂຶ້ນໄປ ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ;

– ບໍ່ໃຫ້ເກີນ ເຈັດສິບ ກິໂລແມັດ ຕໍ່ຊົ່ວໂມງ ສຳລັບລົດບັນທຸກສິນຄ້າ, ລົດໂດຍສານ ແລະ ລົດຈັກ ບໍ່ເກີນ 125 cc ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ.

ນອກຈາກ​ນີ້ ຄວາມໄວສູງສຸດທີ່ອະນຸຍາດໃຫ້ແລ່ນໃນແຕ່ລະຕອນທາງ ແມ່ນໃຫ້ປະຕິບັດ ຕາມປ້າຍ​ກໍານົດຄວາມ​ໄວ​.

ເມື່ອລົດສອງຄັນແລ່ນໃນຊ່ອງຈະລາຈອນດຽວກັນ, ລົດຄັນແລ່ນຕາມຫຼັງ ຕ້ອງຮັກສາໄລ ຍະຫ່າງທີ່ເໝາະສົມ ກັບສະພາບເສັ້ນທາງ, ດິນຟ້າອາກາດ, ຂະໜາດ ແລະ ນໍ້າໜັກບັນທຸກຂອງລົດ ເພື່ອຮັບປະກັນຄວາມປອດໄພ ໃນກໍລະນີ ລົດຄັນແລ່ນທາງໜ້າ ຢຸດກະທັນຫັນ.

ລົດທີ່ແລ່ນເປັນຂະບວນແຕ່ສອງຂະບວນຂຶ້ນໄປ ຕ້ອງຮັກສາໄລຍະຫ່າງ ລະຫວ່າງຂະ ບວນຢ່າງໜ້ອຍ 150 ແມັດ ແລະ ໄລຍະຫ່າງລະຫວ່າງລົດໃນຂະບວນຢ່າງໜ້ອຍ 25 ແມັດ.

ຄວາມ​ໄວສູງສຸດທີ່​ໄດ້​ກຳນົດ​ໄວ້​ໃນ​ມາດຕາ​ນີ້ ບໍ່​ກວມ​ເອົາ​ຄວາມ​ໄວ​ຂອງ​ລົດສັນຈອນພິເສດ ແລະ ລົດທີ່​​ປະຕິບັດ​ວຽກ​ງານ ໃນກໍລະນີເກີດເຫດ​ສຸກ​ເສີນ ​ເຊັ່ນ ອຸບປະຕິເຫດ, ຄົນເຈັບ, ​ໄຟ​ໄໝ້, ນ້ຳ​ຖ້ວມ ແລະ ​ເຫດ​ສຸກເສີນອື່ນ.

ມາດຕາ 20 (ໃໝ່) ທາດ​ເຫຼົ້າ​ໃນ​ຮ່າງກາຍ​ຂອງຜູ້​ຂັບ​ຂີ່

ຄວາມ​ເຂັ້ມ​ຂຸ້ນ​ຂອງ​ທາດ​ເຫຼົ້າ​ໃນຮ່າງກາຍ ຂອງຜູ້ຂັບຂີ່ຍານພາຫະນະທຸກຊະນິດ ທີ່ອະນຸ ຍາດສູງສຸດບໍ່ໃຫ້ເກີນ ດັ່ງນີ້:

1. ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລໍ້ທຸກຊະນິດ

– ໃນລົມຫາຍໃຈ: 0,24 ມີລີກຣາມ ຕໍ່ ລິດ (BrAC);

– ໃນເລືອດ: 50 ມີລີກຣາມ ຕໍ່ 100 ມີລີລິດ (BAC);

– ໃນປັດສະວະ: 66,5 ມີລີກຣາມ ຕໍ່ 100 ມີລີລິດ (Urine).

2. ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບຈ້າງທຸກຊະນິດ

– ໃນລົມຫາຍໃຈ: 0 ມີລີກຣາມ ຕໍ່ ລິດ (BrAC);

– ໃນເລືອດ: 0 ມີລີກຣາມ ຕໍ່ 100 ມີລີລິດ (BAC);

– ໃນປັດສະວະ: 0 ມີລີກຣາມ ຕໍ່ 100 ມີລີລິດ (Urine).

3. ສໍາລັບຜູ້ຂັບຂີ່ລົດຈັກສອງລໍ້ ແລະ ສາມລໍ້

– ໃນລົມຫາຍໃຈ: 0,14 ມີລີກຣາມ ຕໍ່ ລິດ (BrAC);

– ໃນເລືອດ: 30 ມີລີກຣາມ ຕໍ່ 100 ມີລີລິດ (BAC);

– ໃນປັດສະວະ: 39,9 ມີລີກຣາມ ຕໍ່ 100 ມີລີລິດ (Urine).

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກວດກາຄວາມເຂັ້ມ​ຂຸ້ນ​ ຂອງ​ທາດ​ເຫຼົ້າ​ໃນລົມຫາຍໃຈຂອງຜູ້ຂັບຂີ່.

ໃນກໍລະນີ ເກີດອຸບປະຕິເຫດ ທີ່ເຮັດໃຫ້ຄົນບາດເຈັບ, ເສັຍຊີວິດ, ຊັບສິນເສັຍຫາຍນັ້ນ ແພດ ມີໜ້າທີ່ກວດຫາຄວາມເຂັ້ມ​ຂຸ້ນ​ຂອງ​ທາດ​ເຫຼົ້າ​ໃນ​ເລືອດ ແລະ ປັດສະວະ ຂອງຜູ້ຂັບຂີ່ ແລະ ຂອງຄູ່ກໍລະນີທີ່ເກີດອຸບປະຕິເຫດ ເພື່ອໃຊ້ເປັນຂໍ້ມູນໃຫ້ແກ່ການດໍາເນີນຄະດີ.

 

ຂໍ້ມູນຈາກ: ຂັບຂີ່ປອດໄພ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...