spot_img
Homeຂ່າວພາຍ​ໃນຍຸດທະສາດ ການພັດທະນາຕະຫຼາດຂອງ ສປປ ລາວ

ຍຸດທະສາດ ການພັດທະນາຕະຫຼາດຂອງ ສປປ ລາວ

Published on

ຕະ­ຫຼອດ​ໄລ­ຍະ​ທີ່​ຜ່ານ​ມາພາກ​ລັດ​ກໍ​ຄື​ລັດ­ຖະ­ບານ​ຂອງ ສປປ ລາວ ຍາມ​ໃດ​ກໍ​ໄດ້​ໃຫ້​ຄວາມ​ສຳ ຄັນ​ໃນ​ທຸກໆ​ຂົງ­ເຂດ​ວຽກ​ງານ,ໂດຍ​ສະ­ເພາະ​ແມ່ນ​ຕໍ່​ການ​ພັດ​ທະນາ​ເສດ­ຖະ­ກິດ-ສັງ­ຄົມ

ເພື່ອ​ໃຫ້​ມີ ບາດ­ກ້າວ​ການ​ຂະ­ຫຍາຍ­ຕົວ ແລະ​ໄປ​ຕາມ​ກົນ​ໄກ​ຍຸດ​ທະ​ສາດ​ການ ພັດ­ທະ­ນາ​ຕະ­ຫຼາດ​ຂອງ​ລາວ ເພື່ອ ໃຫ້​ແທດ­ເໝາະ​ກັບ​ຕະ­ຫຼາດ​ຢູ່​ໃນ ພາກ​ພື້ນ ແລະ​ສາ­ກົນ.

ຍຸດ​ທະ​ສາດ​ພັດ­ທະ­ນາ​ການ​ຕະ ຫຼາດ​ສີນ​ຄ້າ​ທີ່​ຜະ­ລິດ​ໃນ ສປປ ລາວ ແມ່ນ​ໄດ້​ວາງ​ບາງ​ວິ­ໄສ​ທັດ​ຄື​ຄັດ ເລືອກ​ຕະ­ຫຼາດ​ສິນ­ຄ້າ​ທີ່​ເໝາະ​ສົມ ກັບ​ຈຸດ​ພິ­ເສດ, ທ່າ​ໄດ້​ປຽບ​ໄລ­ຍະ ຍາວ ຊຶ່ງ​ນິດ​ໄສ​ໃຈ­ຄໍ​ຄວາມ​ຮູ້​ຄວາມ ສາ­ມາດ​ຂອງ​ຄົນ​ໃນ​ຊາດ​ແລ້ວ ປ່ຽນ​ພຶດ­ຕິ​ກຳ​ຂອງ​ເຂົາ­ເຈົ້າ​ໃຫ້​ດຳ ເນີນ​ທຸ­ລະ​ກິດ​ໄປ​ຕາມ​ກົນ​ໄກ​ເສດ ຖະ​ກິດ​ຕະ­ຫຼາດ​ຊຶ່ງ​ກົນ​ໄກ​ນີ້​ຕ້ອງ ພິ­ສູດ​ໃຫ້​ເຫັນ​ວ່າ​ແມ່ນ​ເປັນ​ຊ່ອງ ທາງ​ດຽວ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ພົ້ນ ອອກ​ຈາກ​ຄວາມ­ທຸກ​ຍາກ​ໄດ້.

ອີງ​ຕາມ​ຂໍ້​ມູນ​ຂອງ​ກົມ​ສົ່ງ­ເສີມ ການ​ຜະ­ລິດ ແລະ​ການ​ຄ້າ (ກະຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ)ໃຫ້​ຮູ້​ວ່າ: ໂດຍ​ທົ່ວ​ໄປ​ແລ້ວ​ຄົນ ສ່ວນ​ໃຫຍ່​ແມ່ນ​ຍັງ​ເຂົ້າ­ໃຈ​ແຕ່​ຕະ ຫຼາດ​ຊື້-ຂາຍ​ສີນ​ຄ້າ​ເທົ່າ​ນັ້ນ, ແຕ່ ຍັງ​ບໍ່​ທັນ​ຄົ້ນ­ຄວ້າ​ຮູ້​ຕະ­ຫຼາດ​ການ​ບໍ ລິ​ການ​ຢ່າງ​ເລິກ­ເຊິ່ງ​ເທື່ອ​ໃນ​ຍຸດ ທະ​ສາດ​ການ​ຕະ­ຫຼາດ, ໂດຍ​ສະ ເພາະ​ຕະ­ຫຼາດ​ສິນ­ຄ້າ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໂດຍ​ອີງ­ໃສ່​ທີ່​ຕັ້ງ ແລະຈຸດ​ພິ­ເສດ​ຂອງ ສປປ ລາວ ແລະ​ທ່າ ແຮງ​ໄດ້​ປ່ຽບ​ໃນ​ນັ້ນ​ແມ່ນ​ໄດ້​ເນັ້ນ ໜັກ​ໃຫ້​ເອົາ­ໃຈ­ໃສ່​ຄວາມ​ຕ້ອງການ​ຂອງ​ຕະ­ຫຼາດ​ແຕ່​ລະ​ແຫ່ງ ເປັນ​ຈຸດ​ລິ​ເລີ່ມ​ຂອງ​ການ​ຜະ­ລິດ  ສິນ­ຄ້າ​ໂດຍ​ມ້າງ​ກົນ​ໄກ​ກີດ­ຂວາງ​ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ການ​ສົ່ງ​ອອກ.

ແນວ­ໃດ​ກໍ​ຕາມ​ນັກ­ທຸ­ລະ­ກິດ ກ່ອນ​ຈະ​ຜະ­ລິດ​ສິນ​ຄ້າ​ສົ່ງ​ອອກ​ໄປ ຕ່າງ­ປະ­ເທດ​ໃດ​ໜຶ່ງ​ແມ່ນ​ມີ​ຄວາມ ຈຳ­ເປັນ​ຕ້ອງ​ໄດ້​ສຶກ​ສາ​ຕະ­ຫຼາດ ທີ່​ຈະ​ສົ່ງ​ອອກ​ໃຫ້​ເລິກ­ເຊິ່ງ​ເສຍ ກ່ອນ, ຫຼີກ­ເວັ້ນ​ຄວາມ​ສ່ຽງ​ໃນ​ທຳ ນອງ​ທີ່​ວ່າ​ຜະ­ລິດ​ສີນ​ຄ້າ​ຕາມ​ອັດ​ຕະ​ວິ­ໄສ​ຜູ້​ຜະ­ລິດ​ສີນ​ຄ້າ​ເພື່ອ​ສົ່ງ​ອອກ​ຕ້ອງ​ຕັດ​ຄວາມ​ຢາກ​ໄດ້​ສ່ວນ ໜຶ່ງ​ອອກ​ໄປ​ບໍ່​ຄວນ​ໄປ​ຮັບ­ປາກ ຫຼື ເຊັນ​ສັນ­ຍາ​ເກີນ​ຄວາມ​ສາ­ມາດ ທີ່​ຕົນ​ຜະ­ລິດ​ໄດ້ ແລະ​ກ່ອນ​ຈະ​ຊັນ ສັນ­ຍາ​ຕ້ອງ​ເບິງ​ຄວາມ​ຈິງ​ວ່າ​ເຮົາ ຈະ​ຢູ່​ໃນ​ລະ­ດັບ​ໃດ​ຊຶ່ງ​ອອກ​ຫາ​ຄູ່​ຄ້າ​ແມ່ນ​ທັດ­ສະ­ນະ​ໃໝ່​ຂອງ​ນັກ​ທຸ ລະ​ກິດ​ຕ້ອງ​ປະ­ລະ​ແນວ​ຄວາມ​ຄິດ​ເກົ່າ​ທີ່​ລໍ­ຖ້າ​ນັກ​ລົງ­ທຶນ ຫຼື ລູກ​ຄ້າ ມາ​ຫາ​ຕົນ, ​ຍຸດທະສາດແລະ​ການ​ຕະ­ຫຼາດ​ແມ່ນ​ເປັນ​ອົງ​ປະ­ກອບ​ໜຶ່ງ​ທີ່​ສຳ­ຄັນ ຂອງ​ການ​ດຳ­ເນີນ​ທຸ­ລະ​ກິດ ແລະ ຕົວ​ຂັບ​ເຄື່ອນ​ຕະ­ຫຼາດ​ຂາຍ​ຜະ­ລິດ ຕະ​ພັນ​ໃຫ້​ຂະ­ຫຍາຍ­ຕົວ ຊຶ່ງ​ນັກ​ການ ຕະ­ຫຼາດ​ແລະ​ນັກ­ທຸ­ລະ­ກິດ​ຕ້ອງ​ໄດ້ ສຶກ​ສາ​ທາງ​ດ້ານ​ວັດ­ທະ­ນະ­ທຳ ການ​ດຳ­ລົງ​ຊີ­ວິດ, ວ່າ​ເປົ້າ​ໝາຍ​ທີ່ ຈະ​ສົ່ງ​ສິນ­ຄ້າ​ໄປ​ມີ​ຄວາມ​ຕ້ອງ ການ​ສິນ­ຄ້າ​ປະ­ເພດ​ໃດ​ນຳ​ມາ​ຄົ້ນ ຄວ້າ​ເພື່ອ​ສ້າງ​ຜະ­ລິດ​ຕະ​ພັນ​ທີ່ ເໝາະ​ສົມ​ກັບ​ເຂົາ­ເຈົ້າ​ກ່ອນ​ສົ່ງ ອອກ​ຈິ່ງ​ມີ​ຜົນ​ດີ​ໃຫ້​ທຸ­ລະ​ກິດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...