Homeຂ່າວພາຍ​ໃນອາ​ຊຽນ​ ຮັບ­ຮອງ​ເອົາ​ຫຼາຍ​ບັນ­ຫາ​ສຳ­ຄັນ​ດ້ານ​ການ​ເງິນ-ທະ­ນາ­ຄານ

ອາ​ຊຽນ​ ຮັບ­ຮອງ​ເອົາ​ຫຼາຍ​ບັນ­ຫາ​ສຳ­ຄັນ​ດ້ານ​ການ​ເງິນ-ທະ­ນາ­ຄານ

Published on

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ການ​ເງິນ​ອາ​ຊຽນ ແລະ​ກອງປະ­ຊຸມ​ຜູ້​ວ່າ­ການ​ທະ­ນາ­ຄານ​ກາງ​ອາ​ຊຽນ ໄດ້​ຮ່ວມ​ກັນ​ຮັບ­ຮອງເອົາ​ຫຼາຍ​ບັນ­ຫາ​ສຳ­ຄັນ​ໃນ​ຂະ­ແໜງ​ຂອງ​ຕົນພາຍ­ຫຼັງ​ທີ່​ໄດ້​ປຶກ ສາ​ຫາ­ລື​ກັນ​ໃນ​ບັນ­ດາ​ກອງ​ປະ­ຊຸມ​ປິ່ນ​ອ້ອມ​ມາ​ແຕ່​ວັນ​ທີ 1-4 ເມ­ສາ​ຜ່ານ​ມາ.

   ວັນ​ທີ 4 ເມ­ສາ 2016 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ​ກອງ​ປະ­ຊຸມ​ລັດຖະ​ມົນ­ຕີ​ການ​ເງິນ​ອາ​ຊຽນ​ຄັ້ງ​ທີ 20 ແລະ​ກອງ​ປະ­ຊຸມ​ຜູ້​ວ່າ­ການທະ­ນາ­ຄານ​ກາງ​ອາ​ຊຽນ​ຄັ້ງ​ທີ 12 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງການ ໂດຍ​ການ​ເປັນ​ປະ­ທານ​ຂອງ ທ່ານ ດຣ. ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງການ​ເງິນ ສປປ ລາວ, ທ່ານ ດຣ. ສົມ​ພາວ ໄຟ​ສິດ ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ, ມີ​ລັດ­ຖະ­ມົນ­ຕີ, ຮອງ​ຜູ້​ວ່າ­ການ​ທະ­ນາ­ຄານ ແລະ​ຜູ້​ແທນ​ກອງ​ປະຊຸມ​ຈາກ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ດັ່ງ­ກ່າວ​ໄດ້​ປຶກ­ສາ​ຫາ­ລືຫຼາຍ​ບັນ­ຫາ​ສຳ­ຄັນທີ່​ຕິດ​ພັນ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວິ­ໄສ​ທັດ​ການ​ສ້າງ​ປະ­ຊາຄົມ​ເສດ­ຖະ­ກິດ​ອາ​ຊຽນ ໂດຍ​ສະ­ເພາະ​ກອບ​ການ​ຮ່ວມ​ມື​ວຽກ  ງານ​ການ​ເງິນ-ເງິນ­ຕາ​ຂອງ​ອາ​ຊຽນ​ທີ່​ກວມ​ເອົາ​ວຽກ​ງານການ​ເປີດ​ເສລີ​ທາງ​ດ້ານ​ການ​ເງິນ, ການ​ເປີດ​ເສລີ​ບັນ­ຊີ​ທຶນ, ພັດ­ທະ­ນາ​ຕະ­ຫຼາດ​ທຶນ, ລະ­ບົບ​ການ​ຊຳ­ລະ​ສະ​ສາງ​ອາ​ຊຽນ, ການ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ທາງ​ດ້ານ​ການ​ເງິນ ແລະ​ກອບ ການ​ເຊື່ອມ​ໂຍງ​ທາງ​ດ້ານ​ທະ­ນາ­ຄານ.

ພ້ອມ​ດຽວ​ກັນ​ນີ້​ກອງ​ປະ­ຊຸມ​ດັ່ງ­ກ່າວຍັງ​ໄດ້​ຮັບ­ຮອງ​ເອົາກອບ​ການ​ຮ່ວມ​ມື​ອາ​ຊຽນ​ເປັນ­ຕົ້ນ​ທາງ​ດ້ານ​ຫຼັກ­ການ​ກ່ຽວກັບ​ເນື້ອ​ໃນ​ຂອງ​ສັນ­ຍາ​ຂໍ້​ຜູກ​ພັນ​ທີ 7 ຂອງ​ວຽກ​ງານ​ເປີດເສລີ​ການ​ບໍ­ລິ­ການ​ທາງ​ດ້ານ​ການ​ເງິນເພື່ອ​ໃຫ້​ມີ​ການ​ລົງ ນາມ​ໃນ​ໄລ­ຍະ​ທີ່ ສປປ ລາວ ເປັນ​ປະ­ທານ​ໂດຍ​ລັດ­ຖະ­ມົນ­ຕີ ການ​ເງິນ​ອາ​ຊຽນ​ຄາດ​ວ່າ​ຈະ​ມີ​ການ​ລົງ​ນາມ​ໃນ​ກອງ​ປະ­ຊຸມ​ອາ​ຊຽນ​ບວກ 3 ທີ່​ເມືອງ​ແຟຣງ​ເຟີດປະ­ເທດ​ເຢຍ​ລະ​ມັນ​ໃນຕົ້ນ​ເດືອນ​ພຶດ­ສະ­ພາ 2016, ຮັບ­ຮອງ​ເອົາ​ເນື້ອ​ໃນ​ແຜນປະ­ຕິ­ບັດ​ງານ​ດ້ານ​ຍຸດ​ທະ​ສາດ ( Strategic Action Plan ຫຼື SAP ) ການເຊື່ອມ​ໂຍງ 10 ປີ (2016-2025) ຂອງ​ໜ່ວຍ​ງານ​ຕ່າງໆ, ການ​ຮັບ­ຮອງ​ເອົາ​ແຜນ​ດັ່ງ­ກ່າວແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ເພາະ​ເປັນ​ເອ­ກະ­ສານ​ພື້ນຖານ​ໃນ​ການ​ກຳ­ນົດ​ແຜນ​ວຽກ​ຂອງ​ບັນ­ດາ​ໜ່ວຍ​ງານ​ທີ່​ຈະ ຂັບ​ເຄື່ອນ​ວຽກ​ງານ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ການ​ເງິນ-ເງິນ­ຕາ​ຂອງ​ອາ​ຊຽນ.

ນອກ​ນີ້​ຍັງ​ໄດ້​ຮັບ­ຮອງ​ເອົາ­ໜ້າ​ວຽກ (TOR)ການ​ສ້າງ­ຕັ້ງ​ໜ່ວຍ​ງານ​ໃໝ່ເພື່ອ​ຄົ້ນ­ຄວ້າ​ວຽກ​ງານ​ການ​ເຊື່ອມ​ໂຍງ​ຂະ­ແໜງ​ທະ­ນາ­ຄານ​ອາ​ຊຽນ​ເຊັ່ນ: WC-ABIF (ຈາກ​ເມື່ອ​ກ່ອນ​ເປັນ TF-ABIF), ໜ່ວຍ​ງານ​ວຽກ​ປະ­ກັນ​ໄພ (AIFo) ຊຶ່ງເປັນ​ການ​ລວມ​ເອົາ​ໜ່ວຍ​ງານ FSL ແລະ ໜ່ວຍ​ງານ​ວຽກ​ງານ​ປະ­ກັນ​ໄພ AIRM ແລະ​ໜ່ວຍ​ງານ​ສົ່ງ­ເສີມ​ການ​ເຂົ້າ​ເຖິງ ແຫຼ່ງ​ທຶນ (WC-FINC) ສຳ­ລັບ TOR ຂອງ​ໜ່ວຍ​ງານ​ວຽກ​ງານ​ປະ­ກັນ​ໄພ ພ້ອມ​ທັງ​ຮັບ­ຮອງ​ເອົາ​ບັນ­ດາ​ປະ­ທານ ຮ່ວມ​ຂອງ​ທຸກ​ຄະ­ນະ​ກຳ­ມະ­ການ​ພາຍ ໃຕ້​ກອບ​ການ​ເຊື່ອມ​ໂຍງ​ຂະ­ແໜງ­ການ ເງິນ-ທະ­ນາ­ຄານ (RIA-FIN) ເພື່ອ​ປະຕິ​ບັດ​ໜ້າ­ທີ່​ນັບ​ແຕ່ ເດືອນ​ມິ­ຖຸ­ນາ 2016 ເປັນ­ຕົ້ນ​ໄປ.

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ການ​ເງິນ​ອາຊຽນ​ຄັ້ງ​ທີ 20 ແລະ​ກອງ​ປະ­ຊຸມ​ຜູ້​ວ່າການ​ທະ­ນາ­ຄານ​ກາງ​ອາ​ຊຽນ​ຄັ້ງ​ທີ 12 ຍັງ​ໄດ້​ຮັບ­ຮອງ​ເອົາ​ບຸກ​ຄະ­ລາ​ກອນ​ຂັ້ນ​ບໍ­ລິ­ຫານ​ຂອງ​ຫ້ອງ­ການ AMRO ໂດຍ​ສະ ເພາະ​ຂັ້ນ​ຫົວ­ໜ້າ ແລະ CE ຄົນ ໃໝ່, ຮັບ­ຮອງ​ເອົາ​ແຜນ​ງົບ­ປະ­ມານ​ປະ­ຈຳ​ປີ ແລະ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານພາຍ​ໃນ​ຂອງ​ຫ້ອງ­ການ AMRO, ຍຸດ​ທະສາດ​ໄລ­ຍະ​ກາງ​ທາງ​ດ້ານ​ນະ­ໂຍ­ບາຍ, ມາດ­ຖານ​ຕົວ​ຊີ້​ວັດ​ໃນ​ການ​ປະ​ເມີນ​ສະ ພາບ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ສະ­ມາ­ຊິກ (ERPD Matrix) ໂດຍ​ສະ­ເພາະ​ການ ນຳ​ໃຊ້​ໃນ​ການ​ປະ​ເມີນ​ການ​ຂໍ​ກູ້​ຢືມ​ຈາກ ກອບ CMIM, ຮັບ­ຮອງ​ເອົາ 9 ຕົວ​ຊີ້​ວັດ ເພື່ອ​ເປັນ​ເງື່ອນ­ໄຂ​ໃນ​ການ ເພີ່ມ​ອັດ­ຕາສ່ວນ​ກູ້​ຢືມ​ທີ່​ບໍ່​ຕິດ​ພັນ​ກັບ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ​ການ​ກຳ­ນົດ​ພື້ນ­ຖານ​ໃນ​ການປັບ­ປຸງ​ສັນ­ຍາ​ແມ່ ( CMIM fundamental Issues ).

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...