Homeວັນນະກຳເລື່ອງສັ້ນນິທານພື້ນເມືອງລາວ ເລື່ອງ ສອງສະຫາຍ

ນິທານພື້ນເມືອງລາວ ເລື່ອງ ສອງສະຫາຍ

Published on

ນິທານພື້ນເມືອງລາວ ເລື່ອງ ສອງສະຫາຍ

ມີສອງສ່ຽວທີ່ຮັກແພງກັນທີ່ສຸດ.ຕະຫລອດໄລຍະເວລາທີ່ຍາວນານສອງສ່ຽວເຮັດອັນໃດກໍເຮັດຮ່ວມກັນສະເໝີ. ແຕ່ໃນວັນສິນຫນຶ່ງກາງ ລະດູຝົນທັງເປັນກາງ ພັນ ສາອີກດ້ວຍສອງສ່ຽວກໍປຶກສາກັນ ວ່າພວກເຂົາຈະພາກັນ ໄປເຮັດຫຍັງ,ຄວາມເຫັນຂອງພວກເຂົາກໍຄັດກັນ. ສ່ຽວຄົນໜຶ່ງສະເໜີວ່າພວກເຮົາບໍ່ໄດ້ເຮັດບຸນ ກຸສົນອັນ ໃດນານແລ້ວ.ສິນນີ້ພວກເຮົາພາກັນໄປຈຳສິນພາວະນາຟັງເທດຟັງ ທຳຢູ່ວັດ ເທາະ!ສ່ຽວຄົນໜຶ່ງຄັດວ່າ: ນີ້ເປັນໂອກາດດີທີ່ສຸດສຳລັບການຫາປາ.ມັນ ເປັນຍາມຝົນ ກາງພັນສາຊ້ຳພັດເປັນ ວັນສິນອີກ,ບໍ່ມີຄົນອື່ນ ໄປ ຫາ ຫຼາຍປາກໍ ແຮ່ງຖືກແຫເຮົາລະບໍ!ແມ່ນວ່າຄວາມ ຄິດຂອງຄົນໜຶ່ງໄດ້ເຮັດໃຫ້ອີກຄົນລັ່ງເລແດ່ກໍຕາມແຕ່ແລ້ວ ແຕ່ລະຄົນກໍຕັດ ສິນໃຈເຮັດສິ່ງທີ່ຕົນໄດ້ເຮັດແຕ່ຕົ້ນ.ສະຫາຍທີ່ໄປວັດຮູ້ສຶກບໍ່ດີໃຈເລີຍ, ລາວບໍ່ລື້ງກັບຜູ້ຄົນຢູ່ວັດແລະບໍ່ຊິນເຄີຍກັບກິດຈະກຳ ຂອງວັດ ລາວຄິດຢ່າງ ກິນແໜງວ່າ:  ກູມາຈຳສິນຟັງເທດນີ້ບໍ່ໄດ້ອັນໃດຈັກໜ້ອຍ,ຄັນແມ່ນກູໄປຕຶກແຫນຳສ່ຽວກູກໍຈະໄດ້ຂອງ ກິນສູ່ລູກ ສູ່ເມຍ ກິນ. ສ່ວນຜູ້ໄປຕຶກແຫກໍບໍ່ດີໃຈເຊັ່ນກັນ ເນື່ອງເຫດວ່າມື້ນັ້ນບໍ່ມີຄົນອື່ນໃດຢູ່ບໍລິເວນທ່າຫາປາເລີຍລາວຮູ້ສຶກປ່ຽວໆ ແລະເນື່ອງດ້ວຍ ວ່າບໍ່ມີ ຄົນກໍເລີຍບໍ່ມີຜູ້ຊ່ວຍຕ້ອນປາປາເລີຍ ມີບ່ອນຫຼົບຫຼີກຢ່າງ ໄພ ສານຈາກແຫຂອງລາວ, ລາວກໍເລີຍຫາ ປາບໍ່ໄດ້ພໍໂຕ. ລາວຄິດກິນ ແຫນງວ່າ: ກູມາຫາປາກໍເປົ່າປະໂຫຍດດາຍດອກແໜງວ່າກູໄປວັດ ນຳສະຫາຍກູຍັງຈະໄດ້ສົດຊື່ນ ໃຈໃນແວດລ້ອມທີ່ ສະງົບສຸກໄດ້ ຄວາມຮູ້ ທາງພຸດ ທະທຳແລະ ໄດ້ຜົນບຸນ ອີກດ້ວຍ.    ດັ່ງນັ້ນຄຳບູຮານຈິ່ງສັງລວມວ່າຜູ້ໄປຫາປາໄດ້ຮັບຜົນບຸນຂອງຜູ້ໄປວັດ ແລະ ໃນ ທາງກັບກັນຜູ້ໄປວັດໄດ້ຮັບບາບກຳຂອງຜູ້ໄປຫາປາ.

ເລື່ອງຈາກ: ສິດທິສອນ ແກ້ວພິຈິດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...