spot_img
Homeຂ່າວຕ່າງປະເທດຊາວກະສິກອນຫວຽດນາມດີໃຈ ນ້ຳຈາກເຂື່ອນຈີນ-ລາວ ໄປຮອດທົ່ງພຽງປາກແມ່ນ້ຳຂອງແລ້ວ!

ຊາວກະສິກອນຫວຽດນາມດີໃຈ ນ້ຳຈາກເຂື່ອນຈີນ-ລາວ ໄປຮອດທົ່ງພຽງປາກແມ່ນ້ຳຂອງແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ເມສາຜ່ານມານີ້ວ່າ ນ້ຳໃນແມ່ນ້ຳຂອງທີ່ປ່ອຍຈາກເຂື່ອນຢູ່ຈີນ ແລະ ນ້ຳຈາກເຂື່ອນຂອງ ສປປ ລາວ ປະລິມານມະຫາສານໃນແຕ່ລະວັນ ໄດ້ເຄື່ອນຍ້າຍລົງໄປຮອດ ເຂດທົ່ງພຽງປາກແມ່ນ້ຳຂອງ ໃນພາກໃຕ້ຂອງຫວຽດນາມແລ້ວ ໃນທ້າຍອາທິດທີ່ຜ່ານມາ ຊຶ່ງໄດ້ສ້າງຄວາມຍິນດີ ໃຫ້ແກ່ຊາວກະສິກອນ ທີ່ອາໄສນ້ຳຈາກແມ່ນ້ຳຂອງເພື່ອດຳເນີນການຜະລິດ ເນື່ອງຈາກສະພາບຄວາມແຫ້ງແລ້ງ ທີ່ຮຸນແຮງທີ່ສຸດໃນຮອບ 100 ປີຢູ່ເຂດດັ່ງກ່າວ ໄດ້ເຮັດໃຫ້ນ້ຳເຄັມຈາກທະເລ ໄຫລບ່າເຂົ້າຖ້ວມແທນນ້ຳຈືດ ບໍ່ສາມາດນຳໃຊ້ເຂົ້າໃນການປູກຝັງ ແລະ ບໍລິໂພກໄດ້, ແນວໃດກໍຕາມ ພໍເຂົ້າຮອດເດືອນເມສາມານີ້ ລະດັບນ້ຳຂອງໄດ້ເພີ່ມຂຶ້ນ ແລະ ເຮັດໃຫ້ນ້ຳທີ່ເຄີຍເຄັມ ກັບຄືນມາເປັນນ້ຳຈືດປົກກະຕິອີກເທື່ອໜຶ່ງ ສາມາດນຳໃຊ້ປະໂຫຍດໄດ້.

ຕາມການຄາດການຂອງ ສູນອຸຕຸນິຍົມວິທະຍາ ແລະ ອຸທົກກະສາດປະຈຳພາກໃຕ້ຂອງຫວຽດນາມ ໄດ້ໃຫ້ຮູ້ວ່າ ບັນດາພື້ນທີ່ຕ່າງໆທີ່ຢູ່ຫ່າງຈາກຊາຍຝັ່ງທະເລ 25-40 ກິໂລແມັດ ທົ່ວເຂດທົ່ງພຽງປາກແມ່ນ້ຳຂອງ ຈະໄດ້ຮັບນ້ຳຈືດຈາກແມ່ນ້ຳຂອງຢ່າງທົ່ວເຖິງ ພາຍໃນເດືອນເມສານີ້ ໂດຍອາໄສຕົວເລກປະລິມານນ້ຳ ທີ່ປ່ອຍຈາກເຂື່ອນນ້ຳຂອງຈິ່ງຫົງ ຢູ່ກິ່ງແຂວງສິບສອງພັນນາຂອງຈີນ ຈຳນວນ 2,254 ແມັດກ້ອນຕໍ່ວິນາທີ ຕັ້ງແຕ່ຕົ້ນເດືອນມີນາຜ່ານມາ ແລະ ຈະສືບຕໍ່ປ່ອຍນ້ຳໃນລະດັບດັ່ງກ່າວ ໄປຈົນຮອດຕົ້ນເດືອນໜ້າ, ພ້ອມກັນນັ້ນ ໃນວັນທີ 23 ມີນາ ທາງການລາວ ຍັງໄດ້ປ່ອຍນ້ຳຈາກເຂື່ອນ 4 ແຫ່ງ ລົງສູ່ສາຂາແມ່ນ້ຳຂອງ ເພື່ອຊ່ວຍເຫລືອໄພແຫ້ງແລ້ງ ຢູ່ເຂດທົ່ງພຽງປາກແມ່ນ້ຳຂອງຫວຽດນາມອີກ ລວມກັນປະລິມານ 1,136 ແມັດກ້ອນຕໍ່ວິນາທີ ແລະ ຍັງມີນ້ຳທີ່ໄຫລຈາກແມ່ນ້ຳມູນ ບວກກັບແມ່ນ້ຳສາຍອື່ນໆຂອງໄທ ອີກປະມານ 220 ແມັດກ້ອນຕໍ່ວິນາທີ ເມື່ອລວມກັນທັງໝົດແລ້ວ ຈະມີນ້ຳລົງສູ່ແມ່ນ້ຳຂອງທັງໝົດ 3,611 ແມັດກ້ອນຕໍ່ວິນາທີ ຊຶ່ງນ້ຳປະລິມານດັ່ງກ່າວນີ້ ໄດ້ໄຫລຜ່ານດິນແດນຂອງ ສປປ ລາວ, ກຳປູເຈຍ ແລະ ໄປຮອດເຂດທົ່ງພຽງ ປາກແມ່ນ້ຳຂອງ ທາງພາກໃຕ້ຂອງຫວຍດນາມ ໃນວັນທີ 2 ເມສາຜ່ານມາ ຕາມການຄາດໝາຍຂອງທຸກຝ່າຍ.

559000003517202

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...