spot_img
Homeຂ່າວການສຶກສາສະຫະພາບເອີຣົບ ຮ່ວມກັບ ມ.ຊ ຈັດການແຂ່ງຂັນ​​ໂຕ້​ວາທີ​ ​​“ໂລກ​ທີ່​ພວກ​ເຮົາ​ຢາກ​ຢູ່"

ສະຫະພາບເອີຣົບ ຮ່ວມກັບ ມ.ຊ ຈັດການແຂ່ງຂັນ​​ໂຕ້​ວາທີ​ ​​“ໂລກ​ທີ່​ພວກ​ເຮົາ​ຢາກ​ຢູ່”

Published on

ວັນ​ທີ 1 ​ເມສາ​ນີ້, ​ສະຫະພາບ​ເອີ​ລົບປະຈຳ​ລາວ ​ຮ່ວມ​ກັບ ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ຈັດ​ກິດຈະກຳ​​​ແຂ່ງຂັນ​​ໂຕ້​ວາທີ ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ພາຍ​ໃຕ້​ຫົວ​ຂໍ້: “​ໂລກ​ທີ່​ພວກ​ເຮົາ​ຢາກ​ຢູ່”, ​ໂດຍການ​ເປັນ​ປະທານ​​ຂອງ​ທ່ານ ສຈ.ດຣ ສົມ​ສີ ຢໍ​ພັນ​​ໄຊ ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ແລະ ທ່ານ ມີ​ແຊນ ​ໂກ​ແຟັງ ອຸປະ​ທູດ​ສະຫະພາບ​ເອີຣົບປະຈຳ​ລາວ ​ແລະ ມີ​ນັກ​ສຶກສາ​ເຂົ້າ​ຮ່ວມ​ແຂ່ງຂັນ​ເປັນ​ຈຳນວນ​ຫລາຍ.

ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ກ່າວ​ວ່າ: ການ​ແຂ່ງຂັນ​ດັ່ງກ່າວ ​​ໄດ້ແບ່ງ​ອອກ​ເປັນ 6 ກຸ່ມ, ກຸ່ມ​ລະ 6 ຄົນ ເພື່ອປູກ​ຈິດ​ສຳນຶກ ​ແລະ ຍົກ​ສູງຄວາມ​ຮັບ​ຮູ້​ກ່ຽວກັບ​ ສະພາບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ຜົນ​ກະທົບ​ຂອງ​ມັນ ​ທີ່​ມີ​ຕໍ່​ມວນ​ມະນຸດ​ໃນ​ທົ່ວ​ໂລກ, ພ້ອມ​ນີ້ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ​ຂອງຜູ້ຊ່ຽວຊານຈາກ​ລາວ ​ແລະ ຕ່າງ​ປະ​ເທດ, ກ່ຽວ​ກັບຍຸດ​ທະ​ສາດ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ ຈາກ​ສະພາບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​, ຜົນ​ກະທົບ ​ແລະ ຄວາມ​ເສຍ​ຫາຍ​ທີ່​​ເກີດ​ຈາກ​ ສະພາບ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດ ​ແລະ ບັນດາ​ມາດ​ຕະການ​ທີ່​ນຳ​ໃຊ້ ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບດັ່ງກ່າວ ​ໃນ​ຕອນ​ທ້າຍ ​ໄດ້​ມີ​ການ​ມອບ​ທຶນ​ການ​ສຶກສາ ​ໃຫ້​ກຸ່ມ​ທີ່​ຊະນະ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້​ຄື: ລາງວັນ​ທີ 1 ​ໄດ້​ຮັບ​ເງິນສົດ 2,4 ລ້ານກີບ, ລາງວັນ​ທີສອງ 1,6 ລ້ານກີບ ​ແລະ ລາງວັນ​ທີ 3​ ​ໄດ້​ຮັບ​ເງິນສົດ 8 ​ແສນກີບ.

ທ່ານອຸປະ​ທູດ​ສະຫະພາບ​ເອີຣົບ ປະຈຳ​ລາວກ່າວ​ວ່າ: ສະຫະ​ພາບ​​ເອີຣົບ ​ໄດ້​ໃຫ້​ຄວາມ​ສຳຄັນ​ສູງ​ ​ແລະ ​ມີ​ບົດບາດ​ອັນ​ນຳ​ໜ້າ​ໃນ​ການ​ຕໍ່ສູ້​ ກັບ​ສະພາບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ, ກໍ​ຄື​ໃນ ສປປ ​ລາວ ​ແລະ ​ທ່ານ​​ກ່າວ​ວ່າ: ກິດຈະກຳ​ທີ່​ຈັດ​ຂຶ້ນ​ໃນ​ມື້​ນີ້ ຈະ​ຊ່ວຍ​ໃຫ້​ຜູ້​ເຂົ້າ​ຮ່ວມ ມີ​ຄວາມ​ຮູ້ ​ແລະ ​ເຂົ້າ​ໃຈ​ຍິ່ງ​ຂຶ້ນ​ກ່ຽວ​ກັບ ​ຄວາມ​ສຳຄັນ​ຂອງ​ການ​​ຕໍ່ສູ້​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ຫວັງ​ວ່າ​ນັກ​ສຶກສາ​ ຈະ​ສາມາດ​ປະກອບສ່ວນ​ ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ໃຫ້​ເປັນ​ມິດ ​ແລະ ສາມາດ​ປັບ​ຕົວ​ເຂົ້າ​ກັບ​ ສະພາບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃນ​ປັດຈຸບັນ ​ແລະ ອະນາຄົດ.

ສະຫະພາບ​ເອີຣົບ ມີ​ບົດບາດ​ສຳຄັນ​ໃນ​ການ​ບັນລຸ​ຂໍ້​ຕົກລົງ​ສາກົນ​ດ້ານ​ດິນ​ຟ້າ​ອາກາດ ​ໂດຍ​ສາມາດ​ພັກ​ດັນ​ໃຫ້ 195 ປະ​ເທດ ຮັບຮອງ​ເອົາ​ມະຕິ​ຫລຸດຜ່ອນອຸນຫະພູມ​ໂລກ​ໃຫ້​ໄດ້ 2 ອົງສາ ທີ່​ກອງ​ປະຊຸມ​ສາກົນ​ດ້ານ​ດິນ​ຟ້າ​ອາກາດ ທີ່​ນະຄອນຫລວງ​ປາຣີ ​ໃນ​ປີຜ່ານມາ.

 

ແຫລ່ງຂ່າວ:

ລພນ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...