Homeຂ່າວການພັດທະນາແຂວງ​ວຽງຈັນ ​ເຂັ້ມ​ງວດສະກັດ​ກັ້ນ​ ການ​ໃຊ້ສານ​ເຄມີ​ໃນ​ສວນ​ກ້ວຍ ພ້ອມຫ້າມຂະຫຍາຍເນື້ອທີ່ເພີ່ມ!

ແຂວງ​ວຽງຈັນ ​ເຂັ້ມ​ງວດສະກັດ​ກັ້ນ​ ການ​ໃຊ້ສານ​ເຄມີ​ໃນ​ສວນ​ກ້ວຍ ພ້ອມຫ້າມຂະຫຍາຍເນື້ອທີ່ເພີ່ມ!

Published on

ຂປລ. ສະພາບ​ການ​ລົງທຶນ​ປູກ​ກ້ວຍ ​ເປັນ​ສິນຄ້າ​ສົ່ງ​ອອກ ຂອງ​ນັກ​ລົງທຶນ ​ຈາກ​ປະ​ເທດ​ເພື່ອນ​ບ້ານ ສປ ຈີນ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ມີ​ຈຳນວນ​ຫລາຍ ​ຢູ່​ພາກ​ເໜືອຂອງ​ລາວ ​ແລະ ​ໄດ້​ຂະຫຍາຍ​ກິດຈະການ​ ລົງ​ສູ່​ພາກ​ກາງ ​ໂດຍ​ສະ​ເພາະ ​​ເມືອງ​ວັງ​ວຽງ ​ແລະ ​ເມືອງ​ຫີນ​ເຫີບ ແຂວງ​ວຽງຈັນ. ​ເຊິ່ງ​ໃນ​ປັດຈຸບັນ ມີ​ທັງໝົດ 177 ​ເຮັກຕາ ​ແຕ່​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ ຂອງ​ເຈົ້າໜ້າທີ່ຂະ​ແໜງປູກ​ຝັງ ​ໃນ​ການ​ຕິດຕາມ​ກວດກາ​ ຢ່າງ​ເຂັ້ມງວດ ​ເຮັດ​ໃຫ້​ສະພາບ​ການ ​ໃຊ້​ສານ​ເຄມີ​ ໃນ​ແຂວງ​ດັ່ງກ່າວ ບໍ່​​ໄດ້ສົ່ງ​ຜົນ​ກະທົບ​ ຕໍ່ສິ່ງ​ແວດ​ລ້ອມ ​ແລະ ສຸຂະພາບ ຂອງ​ປະຊາຊົນ​ ແຕ່​ຢ່າງ​ໃດ.

ທ່ານ ກູ່ຄຳ ​ແສງ​ດາລາ ວິຊາ​ການ​ ຂະ​ແໜງປູກຝັງ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ວຽງຈັນ, ​ໄດ້​ຢືນຢັນ​ຕໍ່ນັກ​ຂ່າວ​ ສຳນັກ​ຂ່າວສານ​ປະ​ເທດ​ລາວວ່າ: ​ການ​ລົງທຶນ​ປູກ​ກ້ວຍ ຢູ່​ແຂວງ​ວຽງຈັນ ມີ 2 ບໍລິສັດ ​ຄື: ບໍລິສັດ ຂິນຊຸນ ​ແລະ ບໍລິສັດ ຊຸນ​ຟານ ​​ເຊິ່ງ​ຍັງ​ດຳ​ເນີນ​ການ​ປູກ ​ໃນ​ສະພາບ​ປົກກະຕິຕາມ​ເນື້ອ​ທີ່​ ລັດຖະບານ​ອະນຸຍາດ,  ສະ​ເພາະ​ ຢູ່​ເມືອງ​ວັງ​ວຽງ (ບ້ານ​ນາ​ແຄ) ​ເປັນ​ການ​ສຳ​ປະທານ ​ທີ່​ດິນ​ຂອງ​ລັດ ຈຳນວນ 36 ​ເຮັກຕາ. ສ່ວນ​ຢູ່​ເມືອງ​ຫີນ​ເຫີບ (​ເຂດບ້ານ​ມຸກ-ນາ​ຫວາຍ-ວັງໝ້ຽງ) ​ເປັນ​ການ​ສຳ​ປະທານ ດິນ​ຂອງ​ປະຊາຊົນ 141 ​ເຮັກຕາ. 2-3 ປີຜ່ານມາ ​ເຫັນ​ວ່າ​ການ​ຜະລິດ​ກ້ວຍ ​ແມ່ນ​ໄດ້​ຮັບໝາກຜົນ ​ເປັນ​ຢ່າງ​ດີ ຂະ​ບວນການ​ສົ່ງ​ອອກ ​ໄປຕ່າງປະ​ເທດ (ຈີນ)​ ແມ່ນ​ຄຶກຄື້ນ​ດີ. ຢ່າງ​ໃດ​ກໍ​ຕາມ ​ໃນ​ປັດຈຸບັນ ​ແມ່ນ​ມີ​ຫລາຍ​ບໍລິສັດ ​ໄດ້​ສະ​ແດງ​ເຈດ​ຈຳນົງ ຂໍ​ເຂົ້າ​ມາ​ລົງທຶນ​ ປູກ​ກ້ວຍ​ຢູ່​ແຂວງ​ວຽງຈັນ ​ໃນ​ຂະນະ​ທີ່ ບໍລິສັດ​ເດີມ ກໍ​ມີ​ຄວາມ​ປະສົງ​ ຂໍ​ຂະຫຍາຍ​ກິດ​ຈະ​ການ ​ດັ່ງກ່າວ​ອອກ​ຕື່ມ​ອີກ, ​ແຕ່​ກໍບໍ່​ໄດ້ອະນຸຍາດ ​ເນື່ອງ​ຈາກ​ລັດຖະບານ ​ສັ່ງ​ຫ້າມ​ເດັດຂາດ ບໍ່​ໃຫ້​ມີ​ການ​ລົງທຶນ​ປູກ​ກ້ວຍ ​ແລະ ຂະຫຍາຍ​ກິດຈະການ​ ປູກ​ກ້ວຍ​ຕື່ມ​ອີກ ​ໃນ​ທົ່ວ​ປະ​ເທດ. ພ້ອມ​ສັ່ງ​ໃຫ້ ໜ່ວຍງານ​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ ຕິດຕມກວດກາ​ ຢ່າງ​ເຂັ້ມ​ງວດ ການ​ນຳ​ໃຊ້​ສານ​ເຄມີ ​ໃນ​ສວນ​ກ້ວຍ ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ ຕໍ່ສິ່ງ​ແວດ​ລ້ອມ.

ທ່ານ ກູ່​ຄຳ ​ແສງ​ດາລາ ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ​ທາງ​ວິຊາ​ການ ​ຂະ​ແໜງປູກຝັງ ​ໄດ້​ເອົາ​ໃຈ​ໃສ່​ ລົງ​ຕິດຕາມ​ກວດກາ ​ແລະ ​ແນະນຳ ​ໃຫ້​ທັງ​ສອງ​ບໍລິສັດ ຈົ່ງ​ເຄົາລົບ​ລະບຽບກົດໝາຍຂອງ ສປປ ລາວ ​ໂດຍ​ສະ​ເພາະ​ ການ​ນຳ​ໃຊ້​ສານ​ເຄມີ​ ກຳຈັດ​ພືດໃນ​ສວນ​ກ້ວຍ (ຢາຂ້າ​ຫຍ້າ) ​ໃຫ້​ຖືກຕ້ອງ​ ຕາມ​ຫລັກວິຊາການ ​ແລະ ມີ​ຄວາມ​ລະມັດລະວັງ ບໍ່​ໃຫ້​ໃຊ້​ເກີນ​ຂະໜາດ ​ເພາະຢ້ານ​ວ່າ ຈະ​ສົ່ງ​ຜົນ​ກະທົບ ​ຕໍ່ສິ່ງ​ແວດ​ລ້ອມ ​ແລະ ສຸຂະພາບ​ຂອງ​ປະ​ຊາ​ຊົນ. ຫາກ​ເຈົ້າໜ້າທີ່ ກວດ​ພົບ​​ເຫັນການ​ນຳ​ໃຊ້​ ສານ​ເຄມີທີ່​ບໍ່ຖືກຕ້ອງ ​ແລະ ​ເກີນ​ກຳນົດ ກໍ​ຈະ​ດຳ​ເນີນ​ການ​ ທາງ​ກົດໝາຍ ຫລື ອາດ​ປິດ​ກິດຈະການ ຕາມຄວາມ​ເໝາະສົມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...