Homeຂ່າວພາຍ​ໃນໂດຍສານ​ສາຍ​ໃຕ້​ກຽມປັບ​ລົງ​ລາຄາຄ່າ​ໂດຍສານ​ໃນ​ໄວໆ​ນີ້ຕາມການຫລຸດລົງຂອງລາຄານ້ຳມັນ

ໂດຍສານ​ສາຍ​ໃຕ້​ກຽມປັບ​ລົງ​ລາຄາຄ່າ​ໂດຍສານ​ໃນ​ໄວໆ​ນີ້ຕາມການຫລຸດລົງຂອງລາຄານ້ຳມັນ

Published on

ປັດຈຸບັນ​ທົ່ວ​ສັງຄົມ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ບັນຫາ​ລາຄາ​ສິນຄ້າ ​ແລະບໍລິການ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການນຳ​ໃຊ້​ນ້ຳມັນ​ໃນ​ການ​ຂັບ​ເຄື່ອນ ​ແລະ ໜຶ່ງ​ໃນ​ນັ້ນ​ກໍ​ແມ່ນ​ບັນຫາລາຄາ​ຄ່າ​ລົດ​ໂດຍສານ, ຕຸ​ກໆ, ຈຳ​ໂບ, ລົດ​ເມສາ​ຍ​ໃຕ້, ​ສາຍ​ເໜືອ​ຕ່າງໆວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ການ​ປັບ​ຫລຸດ​ລາຄາລົງ, ທັງໆ​ທີ່​ລາຄາ​ນ້ຳມັນ​ຫຼຸດ​ລົງ​ເກືອບ​ເຄິ່ງ, ຊຶ່ງ​ຕໍ່​ບັນຫາ​ດັ່ງກ່າວ​ທາງ​ໜັງສື​ພິມ​ລາວ​ພັດທະນາ​ຂອງ​ພວກ​ເຮົາ​ກໍ​ໄດ້​ລົງ​​​ໄປ​ສອບ​ຖາມ​ຄະນະ​ບໍລິຫານ​ສະຖານີ​ຂົນ​ສົ່ງ​​ໂດຍສານ​ສາຍ​ໃຕ້​ໃຫ້​ຮູ້​ວ່າ: ຜ່ານ​ມາສະ​ຖາ​ນີ້​ໂດ​ຍສານ​ສາຍ​ໃຕ້​​ກໍ​ໄດ້​​ເຂົ້າຮ່ວມ​ປຶກສາ​ຫາລືກັບ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ມາ​ແລ້ວ​ກ່ຽວ​ກັບ​ການ​ກະກຽມປັບ​ລົງ​ລາຄາຄ່າ​ໂດຍສານຕ່າງໆ,ຕາມກົນໄກຫຼຸດລົງຂອງລາຄານ້ຳມັນ​ໃນ​ປັດຈຸບັນ ​ແລະ ທາງ​ພາກສ່ວນ​ກ່ຽວຂ້ອງ​ເອງ​ກໍ​ມີ​​ແຜນ​ຈະ​ປັບ​ລົງ​ລາຄາ​ຄ່າ​ເຊັ່ນກັນ ແລະ ຄາດວ່າຈະມີຂຶ້ນໃນໄວ້ນີ້ຢ່າງແນ່ນອນ ເຊິ່ງປັດຈຸບັນແມ່ນພຽງແຕ່ລໍຖ້າແຈ້ງການຈາກພາກສ່ວນກ່ຽວຂ້ອງວ່າຈະປັບລົງໜ້ອຍຫຼາຍສຳໃດ ແລະ ຂໍຢືນຢັງວ່າເມື່ອຮັບແຈ້ງການ ຈາກພາກສ່ວນກ່ຽວຂ້ອງທາງໂດຍສານສາຍໃຕ້ກໍຈະປັບຮອບປີລົງລາຄາຄ່າ ໂດຍສານໃນທັນທີທັງນີ້ກໍເພື່ອອຳ ນວຍຄວາມສະດວກໃຫ້ຜູ້ໂດຍສານໄດ້ໄປມາຫາສູ່ກັນດີຂຶ້ນກວ່າເກ່ົາ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...