spot_img
Homeຂ່າວການພັດທະນາເຊື່ອມຕໍ່ແຜ່ນດິນສອງຝັ່ງ ໂຄງການກໍ່ສ້າງຂົວຂ້າມນ້ຳງື່ມ

ເຊື່ອມຕໍ່ແຜ່ນດິນສອງຝັ່ງ ໂຄງການກໍ່ສ້າງຂົວຂ້າມນ້ຳງື່ມ

Published on

ເຊື່ອມຕໍ່ແຜ່ນດິນສອງຝັ່ງ ໂຄງການກໍ່ສ້າງຂົວຂ້າມນ້ຳງື່ມ
ເຊື່ອມຕໍ່ແຜ່ນດິນສອງຝັ່ງ ໂຄງການກໍ່ສ້າງຂົວຂ້າມນ້ຳງື່ມ

ພິທີ​ເທ​ເບ​ຕົງ​ເພື່ອ​ເຊື່ອມ​ຕໍ່​ແຜ່ນດິນ​ສອງ​ຝັ່ງ ຂອງ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ງື່ມ ຈຸດ​ບ້ານ​ເມືອງເກົ່າ-ປາກ​ກະ​ຍຸງ ເມືອງ​ວຽງ​ຄຳ ແຂວງ​ວຽງ​ຈັນ ໄດ້​ມີ​ຂຶ້ນ​ວັນ​ທີ 2 ພຶດສະພາ 2014 ຢູ່​ບໍລິເວນ​ກາງ​ຂົວ​ດັ່ງກ່າວ ໂດຍ​ມີ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ພ້ອມ​ດ້ວຍ​ບັນດາ​ລັດຖະມົນຕີ ຄະນະ​ນຳ​ແຂວງ​ວຽງ​ຈັນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ພຸດ​ສະ​ດຸ ອິນ​ທະ​ວົງ ປະທານ​ກຸ່ມ​ບໍລິສັດ​ມາລີ​ນີ (ຜູ້​ລົງທຶນ​ກໍ່ສ້າງ​ຂົວ​ດັ່ງກ່າວ) ໄດ້​ກ່າວ​ວ່າ: ຂົວ​ແຫ່ງ​ນີ້​ໄດ້​ລົງມື​ກໍ່ສ້າງ​ໃນ​ຕົ້ນ​ປີ 2012 ໂດຍ​ໄດ້​ວ່າ​ຈ້າງ​ບໍລິສັດ​ຈາກ​ຕ່າງປະເທດ​ເຂົ້າ​ລົງມື​ກໍ່ສ້າງ ໃນ​ນີ້ ບໍລິສັດ​ຈາກ​ຫວຽດນາມ​ຮັບຜິດຊອບ​ແຕ່​ເສົາ​ເຂັມ ຂຶ້ນ​ມາ​ຮອດ​ໝອນ​ຮອງ​ຂາງ​ຂົວ ບໍລິສັດ​ຈາກ​ໄທ​ເປັນ​ຜູ້​ຜະລິດ​ຂາງ ບໍລິສັດ​ຈາກ​ຈີນ​ຮັບຜິດຊອບ​ໂຄງ​ເຫຼັກ ສ່ວນ​ເທ​ໜ້າ​ຂົວ​ແມ່ນ​ບໍລິສັດ​ລາວ ຈາກ​ນັ້ນ ໂຄງການ​ກໍ່​ໄດ້​ດຳເນີນ​ກໍ່ສ້າງ​ມາ​ເປັນ​ປົກກະຕິ ຈົນ​ມາ​ຮອດ​ມື້ນີ້ ເຫັນ​ວ່າ​ໂຄງການ​ມີ​ຄວາມ​ຫຼ້າ​ຊ້າ​ໄປ 4 ເດືອນ ປັດຈຸບັນ​ໜ້າ​ວຽກ​ໃນ​ການ​ກໍ່ສ້າງ​ແມ່ນ​ສຳເລັດ​ໂດຍ​ສ່ວນ​ໃຫຍ່ ສ່ວນ​ວຽກ​ທີ່​ຍັງ​ຄ້າງ​ມີ​ທາງ​ຍ່າງ ເສົາ​ໄຟຟ້າ ການ​ປະດັບ​ປະດາ ເທ​ທາງ​ເຂົ້າ​ຂົວ​ເບື້ອງ​ບ້ານ​ເມືອງເກົ່າ ຄາດ​ວ່າ​ອີກ​ປະມານ 1 ເດືອນ​ກວ່າ ຂົວ​ແຫ່ງ​ນີ້​ຈະ​ສຳເລັດ​ສົມບູນ 100% ແລະ ຈະ​ມີ​ການ​ເປີດ​ທົດ​ລອງ​ນຳ​ໃຊ້ 15 ວັນ ໂດຍ​ບໍ່​ເສຍ​ຄ່າ​ຜ່ານ​ຂົວ.

ຂົວ​ຂ້າມ​ນ້ຳ​ງື່ມ ເມືອງເກົ່າ-ປາກ​ກະ​ຍຸງ ເປັນ​ຂົວ​ຂ້າມ​ນ້ຳ​ງື່ມ​ແຫ່ງ​ທີ​ສອງ​ຂອງ​ແຂວງ​ວຽງ​ຈັນ ຖັດ​ຈາກ​ຂົວ​ຂ້າມ​ນ້ຳ​ງື່ມ​ຈຸດ​ທ່າ​ລາດ ເມືອງ​ແກ້ວ​ອຸດົມ ເຊິ່ງ​ຂົວ​ຂ້າມ​ນ້ຳ​ງື່ມ​ຈຸດ​ບ້ານ​ເມືອງເກົ່າ-ປາກ​ກະ​ຍຸງ​ນີ້ ຖືກ​ອອກ​ແບບ​ກໍ່ສ້າງ​ຕາມ​ມາດຖານ​ເຕັກນິກ​ຂອງ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ມີ​ເສົາ 8 ຕົ້ນ ແບ່ງ​ອອກ​ເປັນ 7 ໄລຍະ 6 ໄລຍະ​ຂອບ​ຍາວ​ເທົ່າ​ກັນ ໄລຍະ​ລະ 33 ແມັດ ແລະ ໄລຍະ​ກາງ​ເຄິ່ງ​ທີ່​ເປັນ​ຂາງ​ເຫຼັກ ຍາວ 66 ແມັດ ລວງ​ກວ້າງ​ທັງ​ໝົດ 11 ແມັດ ທາງ​ລົດ​ແລ່ນ 8 ແມັດ ມີ​ສອງ​ຊ່ອງ​ຈະລາຈອນ ພ້ອມ​ທາງ​ຄົນ​ຍ່າງ​ເບື້ອງ​ລະ 1,5 ແມັດ ມູນ​ຄ່າ​ການ​ກໍ່ສ້າງ 16,8 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 134,9 ຕື້​ກີບ ໂດຍ​ແມ່ນ​ກຸ່ມ​ບໍລິສັດ​ມາລີ​ນີ ເປັນ​ຜູ້​ລົງທຶນ​ໃນ​ຮູບ​ແບບ​ກໍ່ສ້າງ​ສຳ​ປະທານ ແລະ ມອບ​ໂອນ ເຊິ່ງ​ມີ​ໄລຍະ​ສຳ​ປະທານ 38 ປີ.

ທີ່ມາ http://www.vientianemai.net/teen/khao/1/11712

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...