Homeຂ່າວການພັດທະນາລາວ ວາງແຜນຈະເພີ່ມແຮງງານ ທີ່ມີສີມືໃຫ້ໄດ້ຫຼາຍກວ່າ 6 ແສນຄົນແຕ່ນີ້ຫາ 2020

ລາວ ວາງແຜນຈະເພີ່ມແຮງງານ ທີ່ມີສີມືໃຫ້ໄດ້ຫຼາຍກວ່າ 6 ແສນຄົນແຕ່ນີ້ຫາ 2020

Published on

ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ແຮງງານແລະ​ສະ­ຫວັດ­ດີ​ການ​ສັງ­ຄົມ ໃຫ້​ຮູ້​ວ່າ: ແຜນ­ການ​ພັດ­ທະ­ນາ​ດ້ານ

ແຮງ​ງານ​ໃນ​ຊ່ວງ​ປີ  2016-2020   ທີ່​ລັດ­ຖະ­ບານ​ລາວ ໄດ້​ໃຫ້​ຄວາມ ສຳ­ຄັນ​ເປັນ​ພິ­ເສດ​ກໍ​ຄື​ການ​ພັດ­ທະ­ນາ​ຫຼັກ­ສູດ ແລະ​ການ​ຝຶກ​ອົບ­ຮົມ ເພື່ອ​ເພີ່ມ​ຈຳ­ນວນ​ແຮງ​ງານ​ທີ່​ມີ​ສີ ມື​ໃຫ້​ໄດ້​ຫຼາຍ​ກວ່າ 6 ແສນ​ຄົນ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ຕອບ​ສະ ໜອງ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ ໃຫ້​ແກ່​ບັນ­ດາ​ບໍ­ລິ­ສັດ​ຕ່າງ​ຊາດ​ທີ່​ລົງ­ທຶນ​ຢູ່​ໃນ​ລາວ​ໃຫ້​ໄດ້​ຢ່າງ​ສອດ ຄ່ອງ ແລະ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ທີ່​ເປັນ​ຈິງ.

ພ້ອມ​ກັນ​ນີ້ ລັດ­ຖະ­ບານ​ລາວ ຍັງ​ໄດ້​ວາງ​ເປົ້າ​ໝາຍ ທີ່​ຈະ​ສ້າງ ມາດ­ຕະ­ຖານ​ສີ­ມື​ແຮງ​ງານ​ໃໝ່​ໃຫ້ ໄດ້​ໃນ 25 ສາ­ຂາ​ອາ­ຊີບ​ດຳ­ເນີນ ການ​ທົດ​ສອບ ແລະ ອອກ​ໃບ​ຢັ້ງ ຢືນ​ມາດ­ຕະ­ຖານ​ສີ­ມື​ແຮງ​ງານ 27  ສາ­ຂາ​ອາ­ຊີບ​ໃຫ້​ກັບ​ແຮງ​ງານ ລາວ​ຈຳ­ນວນ 12.500 ຄົນ ທີ່​ມີ ລະ­ດັບ​ສີ­ມື​ແຮງ​ງານ ທີ່​ໄດ້​ມາດ​ຕະ ຖານ ແລະ​ສາ­ມາດ​ໄປ​ທຳ​ງານ​ໄດ້ ໃນ​ທຸກ​ປະ­ເທດ​ໃນ​ກຸ່ມ​ອາ​ຊຽນ ດ້ວຍ​ກັນ.

ແຕ່​ຢ່າງ­ໃດ​ກໍ​ຕາມ ທ່ານ ສົມ ພຽນ ໄຊ​ຍະ​ເດດ ຮອງ​ປະ­ທານ​ສະ ມາ​ຄົມ​ອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ລາວ ຍອມ­ຮັບ​ວ່າ­ການ​ຂາດ­ແຄນ​ແຮງ ງານ​ທີ່​ມີ​ສີ­ມື​ກຳ­ລັງ​ເປັນ​ບັນ­ຫາ ແລະ​ເປັນ​ອຸ­ປະ­ສັກ​ສຳ­ຄັນ​ຕໍ່​ການ ພັດ­ທະ­ນາ ອຸດ­ສາ­ຫະ­ກຳ​ການ​ຜະ ລິດ​ເສື້ອ​ຜ້າ​ສຳ­ເລັດ​ຮູບ​ໃນ​ລາວ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ຈຳ­ນວນ​ໂຮງ ງານ​ຕັດ­ຫຍິບ​ທີ່​ຫຼຸດ​ລົງ​ຈາກ 110  ໂຮງ­ງານ​ໃນ​ເດືອນ​ກຸມ­ພາ 2015 ມາ​ເປັນ 99 ໂຮງ­ງານ​ໃນ ປະ­ຈຸ ບັນ, ທັງ​ນີ້ ໂດຍ​ຄາດ­ໝາຍ​ວ່າ​ບັນ ດາ​ໂຮງ­ງານ​ຕັດ­ຫຍິບ​ໃນ​ລາວ​ມີ ຄວາມ​ຕ້ອງ­ການ​ແຮງ​ງານ​ທີ່​ມີ​ສີ ມື​ເກີນ​ກວ່າ 60 ພັນ​ຄົນ ໃນ​ໄລ­ຍະນີ້ ຈົນ​ເຖິງ​ປີ 2017 ແຕ່​ໃນ​ຄວາມ​ເປັນ​ຈິງ ກໍ​ປາ­ກົດ​ວ່າ​ຢູ່​ໃນ​ລາວ​ມີ ແຮງ​ງານ​ທີ່​ສະ­ໜອງ​ໄດ້​ພຽງ​ແຕ່ 31 ພັນ​ກວ່າ​ຄົນ​ເທົ່າ​ນັ້ນ, ດ້ວຍ​ສະ ພາບ​ການ​ດັ່ງ­ກ່າວ​ນີ້​ແມ່ນ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ ເສື້ອ​ຜ້າ​ສຳ­ເລັດ​ຮູບ​ຂອງ​ລາວ​ລົດ ຈາກ​ຫຼາຍ​ກວ່າ 201 ລ້ານ​ໂດ​ລາ ໃນ​ປີ 2013 ລົງ​ມາ​ເປັນ 186 ລ້ານ​ໂດ​ລາ ໃນ​ປີ 2014 ແລະ​ຄາດ​ວ່າ​ຈະ​ລົດ​ລົງ​ອີກ​ໃນ​ປີ 2015.

ທ່ານ ນາງ ສຸ­ວັນ​ແພງ ບຸບ­ຜາ ນຸ​ວົງ ຫົວ­ໜ້າ​ຄະ­ນະ​ກຳ­ມາ​ທິ​ການ ເສດ­ຖະ­ກິດ​ແຜນ­ການ ແລະ​ການ​ລົງ­ທຶນ​ໄດ້​ໃຫ້­ການ​ຍອມ­ຮັບ​ວ່າ ການ​ພັດ­ທະ­ນາ​ດ້ານ​ສີ­ມື​ແຮງ ງານ​ໃນ​ລາວ​ທີ່​ບໍ່​ມີ​ປະ­ສິດ­ທິ­ພາບ ກໍ​ຄື​ສາ­ເຫດ​ສຳ­ຄັນ​ທີ່​ເຮັດ​ໃຫ້​ເກີດ ບັນ­ຫາ​ຂາດ­ແຄນ​ແຮງ​ງານ​ມີ​ສີ­ມື ໃນ​ລາວ​ດັ່ງ​ທີ່​ທ່ານ​ນາງ​ຢືນ­ຢັນ   ວ່າ: ຄື​ດັ່ງ​ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ ແລ້ວ​ວ່າ​ໃນ​ຊຸມ​ປີ­ຜ່ານ­ມາ​ໂຄງ ການ​ລົງ­ທຶນ​ເພື່ອ​ການ​ພັດ­ທະ­ນາ ເສດ­ຖະ­ກິດ​ສັງ­ຄົມ​ຂອງ​ປະ­ເທດ ຊາດ​ຂອງ​ພວກ​ເຮົາ​ນີ້ ໃນ​ທຸກ​ລະ ດັບ ແມ່ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເລື້ອຍໆ ແຕ່​ຄວາມ​ສາ­ມາດ​ໃນ​ການ​ສ້າງ ພັດ­ທະ­ນາ​ສີ­ມື​ແຮງ​ງານ ແລະ ຄວາມ​ສາ­ມາດ​ຕອບ​ສະ­ໜອງ​ກຳ ລັງ​ແຮງ​ງານ ໂດຍ​ສະ­ເພາະ​ແມ່ນ ແຮງ​ງານ​ທີ່​ມີ​ສີ­ມື​ໃຫ້​ແກ່​ຕະ­ຫຼາດ ແຮງ​ງານ ຍັງ​ບໍ່​ທັນ​ພຽງ­ພໍ​ກັບ ຄວາມ​ຕ້ອງ­ການ ຈິ່ງ​ເຮັດ​ໃຫ້​ເກີດ ມີ​ສະ­ພາບ​ຂາດ­ແຄນ​ແຮງ​ງານ, ໂດຍ​ໃນ​ໄລ­ຍະ​ທີ່​ຜ່ານ​ມາ​ບັນ­ດາ ບໍ­ລິ­ສັດ​ຕ່າງ​ຊາດ ທີ່​ລົງ­ທຶນ​ໃນ​ລາວ  ໄດ້​ນຳ​ເຂົ້າ​ແຮງ​ງານ​ທີ່​ມີ​ສີ­ມື​ຈາກ ຕ່າງ­ປະ­ເທດ​ແລ້ວ 50 ພັນ​ກວ່າ​ຄົນ ຈິ່ງ​ຈະ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ທີ່​ເປັນ​ຈິງ​ໃນ​ປະ­ຈຸ​ບັນ.

ນອກ­ຈາກ​ນີ້ ແຮງ​ງານ​ລາວ ສ່ວນ​ຫຼາຍ​ເປັນ​ແຮງ​ງານ​ທີ່​ບໍ່​ມີ​ສີ ມື ແລະ​ກໍ​ຍັງ​ເປັນ​ເງື່ອນ­ໄຂ​ທີ່​ເຮັດ ໃຫ້​ມີ​ການ​ເອົາ​ລັດ​ເອົາ​ປຽບ​ແຮງ ງານ ໂດຍ​ບັນ­ດາ​ນາຍ​ຈ້າງ​ທັງ​ທີ່ ເປັນ​ຄົນ​ລາວ ແລະ​ຕ່າງ​ຊາດ ໂດຍ ເຖິງ​ແມ່ນ​ວ່າ​ລັດ­ຖະ­ບານ​ລາວ​ຈະ ໄດ້​ອະ­ນຸ­ມັດ​ໃຫ້​ປັບ​ຂຶ້ນ​ອັດ­ຕາ​ຄ່າ ຈ້າງ​ຂັ້ນ​ຕ່ຳ​ສຳ­ລັບ​ຜູ້​ອອກ­ແຮງ ງານ​ໃນ​ລາວ ແລະ​ມີ​ຜົນ​ບັງ­ຄັບ​ນັບ ແຕ່​ວັນ​ທີ 1 ເມ­ສາ 2015 ເປັນ­ຕົ້ນ ມາ ຊຶ່ງ​ກໍ​ເຮັດ​ໃຫ້​ອັດ­ຕາ​ຄ່າ​ຈ້າງ ຂັ້ນ​ຕ່ຳ​ປັບ​ຂຶ້ນ​ຈາກ 6,26 ແສນ ກີບ ເປັນ 9 ແສນ​ກີບ​ຕໍ່​ເດືອນ​ແຕ່​ວ່າ ອັດ­ຕາ​ລາ­ຄາ​ຈ້າງ​ຂັ້ນ​ຕ່ຳ​ດັ່ງ­ກ່າວ ນີ້​ກໍ​ບໍ່​ມີ​ຜົນ​ບັງ­ຄັບ​ໃຊ້​ກັບ​ລູກ­ຈ້າງ ຂອງ​ພາກ­ສ່ວນ​ທີ່​ເປັນ​ຄູ່​ສັນ­ຍາ​ກັບ ລັດ­ຖະ­ບານ​ລາວ​ແຕ່​ຢ່າງ­ໃດ.

 

ແຫລ່ງຂ່າວຈາກ: ເສດຖະກິດສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...