spot_img
Homeຂ່າວພາຍ​ໃນມະຫາວິທະຍາໄລແຫ່ງຊາດ ປຸກຈິດສໍານຶກກ່ຽວກັບສະພາບການປ່ຽນແປງດິນຟ້າ ອາກາດ ໃຫ້ນັກສຶກສາ

ມະຫາວິທະຍາໄລແຫ່ງຊາດ ປຸກຈິດສໍານຶກກ່ຽວກັບສະພາບການປ່ຽນແປງດິນຟ້າ ອາກາດ ໃຫ້ນັກສຶກສາ

Published on

ສໍານັກງານຕາງໜ້າສະຫະພາບເອີຣົບ (ອີຢູ) ປະຈໍາ ສປປ.ລາວ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮ່ວມກັນຈັັດກິດຈະກໍາປຸກຈິດສໍານຶກ ແລະ ຍົກສູງຄວາມຮັບຮູ້ ຄວາມເຂົ້າໃຈໃຫ້ແກ່ນັກສຶກສາກ່ຽວກັບສະພາບການປ່ຽນແປງດິນ ຟ້າ ອາກາດ ແລະ ຜົນກະທົບທີ່ມີຕໍ່ມວນມະນຸດໂລກ ກໍຄືໃນ ສປປ.ລາວ ຂຶ້ນໃນຕອນເຊົ້າວັນທີ 01 ເມສາ 2016 ທີ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສີ ຍໍພັນໄຊ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທ່ານ ມີແຊນ ໂກແຟັງ ອຸປະທູດສໍານັກງານຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ.ລາວ ມີຊ່ຽວຊານດ້ານການປ່ຽນແປງດິນ ຟ້າ ອາກາດ ຄູ-ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຫຼາຍກວ່າ 300 ຄົນ.

3650

ທ່ານ ມີແຊນໂກແຟັງ ອຸດປະທູດສໍານັກງານຕາງໜ້າ ອີຢູ ປະຈໍາລາວ ໄດ້ກ່າວວ່າ ສະຫະພາບເອີຣົບ ໃຫ້ຄວາມສໍາຄັນ ແລະ ຍົກສູງບົດບາດການນໍາໜ້າໃນການຕໍ່ສູ້ກັບສະພາບປ່ຽນແປງດິນ ຟ້າ ອາກາດ ໃນທົ່ວໂລກ ກໍຄືໃນ ສປປ.ລາວ ເຊິ່ງຜ່ານການຈັດກິດຈະກໍາໃນເທື່ອນີ້ ຈະຊ່ອຍໃຫ້ຜູ້ເຂົ້າຮ່ວມໂດຍສະເພາະບັນດານັກສຶກສາ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບຄວາມສໍາຄັນຂອງວຽກງານການຕໍ່ສູ້ກັບການປ່ຽນແປງດິນ ຟ້າ ອາກາດ ແລະ ຫັວງວ່ານັກສຶກສາຈະສາມາດປະກອບສ່ວນໃນການສ້າງປະເທດໃຫ້ເປັນມິດ ແລະ ປັບໂຕເຂົ້າກັບສະພາບການປ່ຽນແປງດິນ ຟ້າ ອາກາດ ທັງນີ້ ສະຫະພາບເອີຣົບ ມີບົດບາດສໍາຄັນໃນການບັນລຸຂໍ້ຕົກລົງສາກົນດ້ານ ດິນ ຟ້າ ອາກາດ ເຊິ່ງຊຸກຍູ້ໃຫ້ 195 ປະເທດທົ່ວໂລກ ຮັບຮອງເອົາມະຕິຫຼຸດຜ່ອນອຸນນະພາບໂລກໃຫ້ໄດ້ 2 ອົງສາ ທີ່ກອງປະຊຸມສາກົນດ້ານ ດິນ ຟ້າ ອາກາດ ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອປີທີ່ຜ່ານມາ
ກິດຈະກໍາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຂອງຊ່ຽວຊານຈາກຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສະຫະພາບເອີຣົບ ກ່ຽວກັບຍຸດທະສາດເພື່ອຫຼຸດຜ່ອນຜົນກະທົບຈາກສະພາບການປ່ຽນແປງ ດິນ ຟ້າ ອາກາດ ຂອງ ສປປ.ລາວ ຜົນກະທົບ ແລະ ຄວາມເສຍຫາຍທີ່ກໍ່ໃຫ້ເກີດຂຶ້ນຈາກການປ່ຽນແປງສະພາບດິນ ຟ້າ ອາກາດ ແລະ ບັນດາມາດຕະການທີ່ນໍາໃຊ້ເພື່ອຫຼຸດຜ່ອນຜົນກະທົບ ນອກນີ້ ຍັງມີກິດຈະກໍາແຂ່ງຂັນ ນໍາສະເໜີມາດຕະການທີ່ສາມາດນໍາໃຊ້ໄດ້ໂຕຈິງ ເພື່ອສ້າງສະພາບແວດລ້ອມ ແລະ ສັງຄົມ ທີ່ເປັນມິດຕໍ່ສິ່ງແວດລອມທີ່ຍືນຍົງ ເຊິ່ງສາມາດປັບໂຕເຂົ້າກັບການປ່ຽນແປງດິນ ຟ້າ ອາ ກາດ ໄດ້ໂດຍນັກສຶກສາ ພາຍໃຕ້ຫົວຂໍ້ ໂລກທີ່ພວກເຮົາຢາກຢູ່.

ການແຂ່ງຂັນດັ່ງກ່າວ ແບ່ງອອກເປັນ 6 ກຸ່ມ ກຸ່ມລະ 6 ຄົນ ເຊິ່ງໃຫ້ນັກສຶກສາສະເໜີວິໄສທັດຂອງຕົນ ແນໃສ່ເຮັດໃຫ້ ສປປ.ລາວ ມີຄວາມສາມາດຫຼຸດຜ່ອນ ແລະ ປັບໂຕໃຫ້ແທດເໝາະກັບສະພາບການປ່ຽນແປງດິນ ຟ້າ ອາກາດ ໃນທິດທາງທີ່ເປັນການສົ່ງເສີມການພັດທະນາເສດຖະກິດແບບຍືນຍົງ ຫຼຸດຜ່ອນຄວາມທຸກຍາກ ເພີ່ມທະວີວຽກງານສາທາລະນະສຸກ ແລະ ຄວາມປອດໄພ ຍົກສູງສະພາບແວດລ້ອມທາງທໍາມະຊາດ ແລະ ສ້າງຄຸນະພາບຊີວິດທີ່ດີກວ່າ ສໍາລັບຄົນລາວທຸກໆຄົນ.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...