Homeນານາສາລະວິທີການປູກ ໝາກມັງກອນ ທີ່ໄດ້ຜົນດີ

ວິທີການປູກ ໝາກມັງກອນ ທີ່ໄດ້ຜົນດີ

Published on

ຕົ້ນ​ໝາກ​ມັງ­ກອນ​ສາ­ມາດ ປູກ​ໄດ້​ໃນ​ທຸກ​ສະ­ພາບ​ດິນ​ເຊັ່ນ:

ດິນປົນ​ຊາຍ, ດິນ​ໜຽວ, ດິນ​ເຮື້ອ​ສຳລັບ​ດິນ​ໜຽວ ແລະ​ດິນ​ເຮື້ອ​ຈຳເປັນ​ຕ້ອງ​ມີ​ການ​ປັບ​ໜ້າ­ດິນ​ດ້ວຍ​ການ​ໃສ່​ຝຸ່ນ​ຄອກ ແລະ​ແກບ​ດຳ, ພ້ອມ​ນັ້ນ​ຕົ້ນ​ມັງ­ກອນ​ເປັນ­ຕົ້ນ​ໄມ້ທີ່​ມັກ​ອາ­ໄສ​ຢູ່​ໃນ​ດິນ​ປອດ­ໂປ່ງ, ບໍ່​ແອ​ອັດ​ຈົນ​ເກີນ​ໄປ ແລະ​ສາ­ມາດລະ­ບາຍ​ນ້ຳ​ໄດ້​ດີຍ້ອນ​ວ່າ​ໝາກມັງ­ກອນ​ເປັນ​ພືດ​ຕະ­ກູນ​ດຽວ​ກັບຕົ້ນ​ກະ­ບອງ​ເພັດ, ຈິ່ງ​ເປັນ​ພືດ​ທີ່ມັກ​ອາ­ກາດ​ຮ້ອນແລະ​ແດດ​ກ້າ, ການ​ປູກ​ໝາກ​ມັງ­ກອນ​ນັ້ນ​ຈິ່ງຄວນ​ກຽມ​ພື້ນ​ທີ່​ໃຫ້​ຢູ່​ໃນ​ບໍ­ລິ­ເວນກາງ­ແຈ້ງ​ບໍ່​ມີ​ຮົ່ມ​ເງົາ​ຈາກ​ຕົ້ນ­ໄມ້ອື່ນ​ມາ​ບັງ, ໝາກ​ມັງ­ກອນ​ຈະ​ສາມາດ​ຈະ­ເລີນ​ເຕີບ​ໂຕ ແລະ​ອອກດອກ, ອອກ​ໝາກ​ໄດ້​ເປັນ​ຢ່າງ​ດີ.

ໝາກ​ມັງ­ກອນ​ສາ­ມາດ​ປູກ​ໄດ້ 2 ຮູບ​ແບບ​ເປັນ­ຕົ້ນ​ແມ່ນ​ປູກ​ໃນ ຖັງ (ໃຊ້​ຕົ້ນ​ມັງ­ກອນ 1-2 ຕົ້ນ​ຕໍ່ໜຶ່ງ​ຫຼັກ) ແລະ​ການ​ປູກ​ໃນ​ພື້ນ​ທີ່ ກວ້າງ (ໃຊ້​ຕົ້ນ​ມັງ­ກອນ 4 ຕົ້ນ​ຕໍ່ ໜຶ່ງ​ຫຼັກ).

ສ່ວນ​ວິ­ທີ​ການ​ປູກ​ແບບ​ຖັງຊຶ່ງເປັນ​ການ​ປູກ​ເພື່ອ​ໄວ້​ປະ­ດັບ​ເທົ່ານັ້ນ, ອຸ­ປະ­ກອນ​ປະ­ກອບ​ມີ​ທໍ່​ນ້ຳຂະ­ໜາດ​ກວ້າງ 4 ນີ້ວ, ຍາວ 1,3 ແມັດ ຫຼື ເສົາ​ໄມ້​ເນື້ອ​ແຂງ​ກໍ​ໄດ້​ແລ້ວແຕ່​ຄວາມ​ສະ­ດວກ, ຖັງ​ກວ້າງ 50 ຊັງ​ຕີ​ແມັດ, ຄ້າງ​ດ້ານ​ເທິງ​ອາດ​ຈະເຮັດ​ຈາກ​ໄມ້ ຫຼື ປູນ​ເປັນ​ຮູບ 4 ລ່ຽມ ຫຼື ຈະ­ຕຸ​ລັດ​ກວ້າງ, ຍາວ 30 ຊັງ​ຕີ​ແມັດ, ໃຍ​ໝາກ­ພ້າວ, ດິນ ແລະ ເຊືອກ​ຟາງ.

ຫຼັງ​ຈາກ​ທີ່​ກຽມ​ອຸ­ປະ­ກອນແລ້ວ​ກໍ​ສາ­ມາດ​ໃຊ້​ເສົາ​ຕັ້ງ​ເປັນ​ຫຼັກ​ໃນ​ຖັງ, ຈາກ​ນັ້ນ​ໃສ່​ໃຍ​ໝາກ­ພ້າວ​ຮອງ​ກົ້ນ​ຖັງ​ເພື່ອ​ໃຫ້​ນ້ຳ​ຖ່າຍ​ເທ​ໄດ້ດີ​ໃນ​ປະ­ລິ­ມານ 1/3 ໃນ​ອັດ­ຕາສ່ວນ​ຂອງ​ກະ​ຖັງ​ຈາກ​ນັ້ນ​ນຳ​ດິນ ປະ­ສົມ​ກັບ​ໃຍ​ໝາກ­ພ້າວ ຫຼື ແກບ​ດຳ(ແກບ​ທີ່​ບົ່ມ​ຈົນ​ດຳ) ໃສ່​ລົງ​ໄປ​ໃນຖັງ​ຈົນ​ຮອດ​ຂອບ​ຖັງ​ຈາກ​ນັ້ນ​ໃຫ້ ນຳ​ເອົາ​ຕົ້ນ​ໝາກ​ມັງ­ກອນ​ມາ​ປູກ ໃຫ້​ໃກ້​ກັບ​ເສົາ​ແລ້ວ​ໃຊ້​ເຊືອກ​ຟາງ ມັດ​ຕົ້ນ​ໝາກ​ມັງ­ກອນ​ໃຫ້​ຕິດ​ກັບເສົາ ແຕ່​ບໍ່​ຕ້ອງ​ມັດ​ແໜ້ນ​ຈົນ​ເກີນໄປ, ຄວນ​ມັດ​ໄວ້​ຈົນ​ກວ່າ​ວ່າ​ຕົ້ນ​ໝາກ​ມັງ­ກອນ​ຈະ­ເລີນ​ເຕີບ​ໂຕ​ຈົນສາ­ມາດ​ພັນ​ຫົວ​ເສົາ, ແລ້ວ​ຈິ່ງ​ນຳ​ດິນ​ມາ​ປົກ​ດ້ານ​ເທິງ​ຂອງ​ຖັງ​ໝາກມັງ­ກອນ​ຈະ​ມີ​ລັກ­ສະ­ນະ​ເປັນ​ລ່ຽມ ແຕ່​ດ້ານ​ໜຶ່ງ​ຂອງ​ຕົ້ນ​ແປ​ດັ່ງ­ນັ້ນເວ­ລາ​ມັດ​ຕົ້ນ​ມັງ­ກອນ​ໃຫ້​ຈັບ​ເອົາດ້ານ​ແປ​ຂອງ​ຕົ້ນ​ເຂົ້າ​ຕິດ​ກັບ​ຫຼັກເພາະ​ດ້ານ​ແປ​ຈະ​ເປັນ​ດ້ານ​ທີ່​ຈະ ອອກ​ຮາກ.

ສຳ­ລັບ​ວິ­ທີ​ການ​ປູກ​ໃນ​ພື້ນ​ທີ່ກວ້າງ​ກໍ​ສາ­ມາດ​ປະ­ຕິ­ບັດ​ຄື​ກັບການ​ປູກ​ໃນ​ຖັງ, ແຕ່​ຈະ​ແຕກ​ຕ່າງເລັກ​ນ້ອຍ​ເປັນ­ຕົ້ນ​ແມ່ນ​ການ​ຕັ້ງເສົາ​ເປັນ​ຫຼັກ​ດ້ວຍ​ທໍ່​ນ້ຳ​ກວ້າງ 6 ນີ້ວ, ຍາວ 2 ແມັດ ຫຼື ເສົາ​ໄມ້​ເນື້ອ ແຂງ​ນັ້ນ​ຈະ​ຂຸດ​ດິນ​ເລິກ​ລົງ​ໄປ 30 ຊັງ​ຕີ​ແມັດ, ໃຊ້​ໄມ້​ສົນ ຫຼື ໄມ້­ໄຜ່ລຳ​ປ້ອງ​ໃຫຍ່​ເປັນ​ເສົາ​ເຂັມ​ຍາວ 60 ຊັງ​ຕີ​ແມັດ, ຕອກ​ເລິກ​ລົງ​ໄປໃນ​ດິນ 30 ຊັງ​ຕີ​ແມັດ, ພົ້ນ​ຈາກດິນ 30 ຊັງ​ຕີ​ແມັດ, ຈາກ​ນັ້ນ​ນຳຫຼັກ​ມາ​ຕັ້ງ​ເທິງ​ເສົາ​ເຂັມ​ທີ່​ພົ້ນແລ້ວ​ເທ​ປູນ​ລົງ​ໃນ​ເສົາ​ປະ­ມານ 1 ກະ​ປ໋ອງ​ປູນເພື່ອ​ໃຫ້​ປູນ​ຕິດ​ກັບ​ຫຼັກ ແລະ​ເສົາ​ເຂັມ​ເຂົ້າ​ໃສ່​ກັນ, ຈາກນັ້ນ​ຟັນ​ໃຫ້​ເປັນ​ຂອດ​ຮອບ​ຫຼັກ​ລັກສະ​ນະ​ຄ້າຍ­ຄື​ຝາ­ຊີ, ຫຼັງ​ຈາກນັ້ນ​ກໍ​ນຳ​ຕົ້ນ​ມັງ­ກອນ 4  ຕົ້ນ​ມາປູກ​ລົງ 4 ດ້ານ​ຂອງ​ຫຼັກ ໂດຍ ໃຊ້​ເຊືອກ​ຟາງ​ມັດ​ແບບ​ຫຼວມໆ ແລະ​ຕ້ອງ​ມັດ​ຈົນ​ກວ່າ​ຈະ​ພົ້ນ​ຫົວ ຫຼັກ, ຈາກ​ນັ້ນ​ນຳ​ດິນ​ບໍ­ລິ­ເວນ​ຂ້າງໆ ຂອບ​ມາ​ປົກ​ເທິງ​ຕົ້ນ​ທີ່​ປູກແຕ່​ລັກ­ສະ­ນະ​ຍັງ​ຄົງ​ຄ້າຍ­ຄື​ຝາ­ຊີ​ການ​ເຮັດແບບ​ຝາ­ຊີເພື່ອ​ໃຫ້​ນ້ຳ​ສາ­ມາດ​ໄຫຼ​ຜ່ານ​ໂດຍ​ບໍ່​ຂັງ​ຢູ່​ບໍ­ລິ­ເວນ​ຕົ້ນ ຊຶ່ງ ອາດ​ຈະ​ເປັນ​ສາ­ເຫດ​ເຮັດ​ໃຫ້​ເກີດ ໂລກ​ເນົ່າ, ຫຼັງ​ຈາກ​ນັ້ນ​ໃຊ້​ເຊືອກ​ຟາງ​ປິດ​ອ້ອມ​ຮອບ​ຂອດ​ຖື​ວ່າ​ສຳ­ເລັດ.

ສ່ວນ​ການ​ຮັກ­ສາ ແລະ​ການ ໃສ່​ປຸ໋ຍ​ຄວນ​ໃສ່​ທຸກ 15 ວັນ, ໃສ່ ເທື່ອ​ລະ 2-4 ບ່ວງ ຖ້າ​ເປັນ​ປຸ໋ຍ​ເຄມີ, ຫຼັງ​ຈາກ​ໃສ່​ປຸ໋ຍ​ແລ້ວ​ຕ້ອງ​ຫົດນ້ຳ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ 3 ວັນ, ແຕ່ຖ້າ​ມີ​ຝຸ່ນ​ຄອກ​ເຊັ່ນ ຂີ້​ໄກ່ ຫຼື ຂີ້​ງົວກໍ​ໃຊ້​ໄດ້ ແລະ​ໃຫ້​ໃສ່​ເດືອນ​ລະ 1 ຄັ້ງ, ສ່ວນ​ການ​ໃຫ້​ນ້ຳ​ແມ່ນ​ສາມາດ​ໃຫ້ 1 ຄັ້ງ​ພາຍ​ໃນ 2-3 ວັນ ແລະ​ບໍ່​ຄວນ​ຫົດ​ຫຼາຍ​ເກີນ​ໄປ ເພາະ​ອາດ​ເຮັດ​ໃຫ້​ເປັນ​ໂລກ​ຮາກ ເນົ່າ​ໄດ້.

ເມື່ອ​ປູກ​ໝາກ​ມັງ­ກອນ​ໄດ້ 8 ເດືອນ ຫາ 1 ປີ, ກໍ່​ຈະ​ເລີ່ມ​ໃຫ້ ຜົນ​ຜະ­ລິດ​ປະ­ມານ 30 ໝາກ​ຕໍ່ ໜຶ່ງ​ຄ້າງ, ສ່ວນ​ປີ​ທີ 2 ປະ­ມານ 50 ຫມາກ​ຕໍ່​ໜຶ່ງ​ຄ້າງ ແລະ​ປີ​ທີ 3 ປະ­ມານ 100-200 ໝາກ​ຕໍ່ ຄ້າງ, ສຳ­ລັບ ປີ​ທີ 4-5 ປະ­ມານ 300 ໝາກ​ຕໍ່​ໜຶ່ງ​ຄ້າງ​ຂຶ້ນ​ໄປ ສ່ວນຂະ­ໜາດ​ຂອງ ໝາກ​ໂດຍ​ສະ­ເລ່ຍ ປະ­ມານ 3-4 ໜ່ວຍ​ຕໍ່​ກິ​ໂລ, ຫາກຕ້ອງ­ການ​ໃຫ້​ໝາກ​ຜະ­ລິດ​ອອກ​ມາ ຕະ­ຫຼອດ​ປີ​ກໍ​ສາ­ມາດ​ເຮັດ​ໄດ້​ໂດຍ ໃຊ້​ດອກ­ໄຟ​ຂະ­ໜາດ 200 ວັດໜຶ່ງ​ດອກ​ຕໍ່​ເສົາ​ສີ່​ເສົາ​ເປີດ​ໄຟ​ຕັ້ງແຕ່ 19:00 ໂມງ​ແລງ ຫາ 5:00 ໂມງ​ເຊົ້າ​ຕິດ­ຕໍ່​ກັນ​ທຸກ​ຄືນ​ເປັນ​ເວ ລາ 15 ຄືນ, ຕາ​ດອກ​ກໍ່​ຈະ​ເລີ່ມ​ສ້າງ ຂຶ້ນ​ມາ, ຈັບ​ເບິ່ງ​ບ່ອນ​ຕາ​ດ້ານ​ລຸ່ມ ຂອງ​ໜາມ​ຈະ​ຮູ້­ສຶກ​ໄດ້​ຫຼັງ ຈາກ ນັ້ນ​ອີກ​ປະ­ມານ 5 ວັນ ດອກ​ກໍ່​ຈະ ພັດ­ທະ­ນາ​ເຕີບ​ໂຕ​ຂຶ້ນ​ເລື້ອຍໆຈົນ​ໄດ້ 15 ວັນ​ກໍ​ຈະ​ບານ ແລະ ປະ­ສົມ​ຕິດ​ອີກ 30 ວັນ ກໍ​ຈະ​ເລີ່ມ ສຸກ ແລະ​ເກັບ​ໝາກ​ໄດ້.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...