Homeຂ່າວພາຍ​ໃນຊາວສວນຢາງພາລາແຂວງບໍ່ແກ້ວ ຫັນໄປປູກພືດອື່ນທົດແທນ ຍ້ອນລາຄາຕົກຕ່ຳ!

ຊາວສວນຢາງພາລາແຂວງບໍ່ແກ້ວ ຫັນໄປປູກພືດອື່ນທົດແທນ ຍ້ອນລາຄາຕົກຕ່ຳ!

Published on

ຂປລ. ໃນຊຸມປີຜ່ານມາ ທາງພາກລັດ ໄດ້ມີການສົ່ງເສີມ ປະຊາຊົນລາວບັນດາເຜົ່າ ກໍ​ຄື ຜູ້​ປະກອບ​ການ ​ລວມທັງນັກ​ລົງທຶນ ພາຍ​ໃນ ​ແລະ ຕ່າງປະ​ເທດ ​ປູກ​ພືດ​ອຸດສາຫະກຳ​ ເພື່ອ​ເປັນ​ສິນ​ຄ້າ​ສົ່ງ​ອອກ ຢ່າງຫລວງ​ຫລາຍ​ ໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະ ​ຢູ່​​ແຂວງພາກ​ເໜືອຂອງ​ລາວ ບໍ່ວ່າ​ຈະ​ເປັນການ​ປູກ​ ຕົ້ນຢາງພາລາ, ​ໄມ້​ເກດສະໜາ, ​ໄມ້​ສັກ ​ແລະ ອື່ນໆ ​​ເຊິ່ງມາ​ຮອດ​ປັດຈຸບັນ ​ເຫັນ​ວ່າ​ລາຄາ​ຢາງພາລາ​​ ຕົກ​ຕ່ຳລົງ​ໃນ​ແຕ່ລະ​ປີ ​ເຮັດ​ໃຫ້ປະຊາຊົນ​​​ ໃນ​ແຂວງ​ບໍ່​ແກ້ວ ພົບ​ຄວາມ​ຫຍຸ້ງຍາກ ​ແລະ ​ໄດ້​ຫັນ​ໄປ​ປູກ​ພືດ​ຊະນິດ​ອື່ນ​ທົດ​ແທນ ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່, ພ້ອມ​ທັງ​ ຮຽກຮ້ອງ​ໃຫ້​ພາກ​ລັດ ​ເຂົ້າ​ໄປ​ຊ່ວຍ​ຫາ​ວິທີ​​ແກ້​ໄຂ​.

ທ່ານ ຄໍາແພງ ໃຈຍະສັກ ຮອງຫົວໜ້າຂະແໜງປ່າໄມ້ ແຂວງບໍ່​ແກ້ວ ​ໄດ້​ໃຫ້​ສຳພາດ​ ໃນ​ວັນ​ທີ 29 ມີນາ ນີ້ວ່າ: ໃນປີ 2001-2012 ທາງພະແນກກະສິກໍາປ່າໄມ້ ກໍຄື ຂະແໜງປ່າໄມ້ ໄດ້ລົງລະດົມຊຸກຍູ້ປະຊາຊົນ ເປີດກວ້າງໃຫ້ນັກລົງທຶນເຂົ້າມາລົງທຶນ, ໃຫ້ປະຊາຊົນປູກຕົ້ນຢາງພາລາ ແລະ ໄມ້ອຸດສາຫະກໍາ ເພື່ອໃຫ້ປະຊາຊົນຢຸດຕິການຖາງປ່າ ເຮັດໄຮ່ເລື
່ອນລອຍ ຫັນມາປູກຕົ້ນຢາງພາລາ ເປັນອາຊີບຄົງທີ່ສ້າງລາຍຮັບເຂົ້າຄອບຄົວ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກ. ​ເຊິ່ງໄດ້ມີນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ, ໃນນີ້ມີ ບໍລິສັດພາຍໃນ 2 ບໍລິສັດ ໃນເນື້ອທີ 2.069 ເຮັກຕາ, ບໍລິສັດຕ່າງປະເທດ 9 ບໍລິສັດ ໃນເນື້ອທີ 13.209 ເຮັກຕາ ຮູບແບບການລົງທຶນ ໃຫ້ປະຊາຊົນແມ່ນ 2+3 ແລະ ມີປະຊາຊົນປູກເອງອີກ 10.968 ເຮັກຕາ ລວມເນື້ອທີ່ທັງໝົດ 26.246 ເຮັກຕາ.

ຜົນໄດ້ຮັບ ຈາກການຂາຍຢາງພາລາ ຂອງປະຊາຊົນໃນເບື້ອງຕົ້ນ ລາຄາຢາງພາລາສູງເຖິງ 13.800 ກີບ/ກິໂລ. ຈາກ​ນັ້ນ ໄດ້ຫລຸດລົງເປັນ 9.200 ກີບ/ກິໂລ, ມາຮອດປັດຈຸບັນ ຍັງເຫລືອພຽງແຕ່ 4.000 ກີບ/ກິໂລ ເຮັດໃຫ້ປະຊາຊົນກໍ​ຄື ​ເຈົ້າ​ຂອງ​ສວນ​ຢາງ​ຈຳນວນໜຶ່ງ ຢຸດຕິ​ການ​ປາດ​ຢາງ​ຂາຍ, ຈຳນວນໜຶ່ງຕັດອອກ​ເພື່ອຫັນເອົາເນື້ອທີ່ດັ່ງກ່າວ ໄປປູກພືດອື່ນທົດແທນທີ່ມີລາຍຮັບດີກວ່າ ແລະ ມີຕະຫລາດຮອງຮັບ. ສໍາລັບເນື້ອທີ່ໆຫັນເອົາ ສວນຢາງພາລາ ໄປປູກພືດ ແນວອື່ນນັ້ນ ຍັງບໍ່ທັນມີຕົວເລກທີ່ຊັດເຈນເທື່ອ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...