spot_img
Homeຂ່າວການພັດທະນາເອ​ດີ​ບີ ຊີ້​ເສດຖະກິດ​ລາວ​ປີ​ນີ້ ແລະ​ປີໜ້າ ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ, ໄຟຟ້າ-ບໍລິການ​ຄື​ຕົວ​ຂັບ​ເຄື່ອນ​ສຳຄັນ

ເອ​ດີ​ບີ ຊີ້​ເສດຖະກິດ​ລາວ​ປີ​ນີ້ ແລະ​ປີໜ້າ ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ, ໄຟຟ້າ-ບໍລິການ​ຄື​ຕົວ​ຂັບ​ເຄື່ອນ​ສຳຄັນ

Published on

ທະ​ນາ​ຄານ​ພັດ​ທະ​ນາ​ອາ­ຊີ ຫຼື ADB ຄາດ​ວ່າ​ເສດ​ຖະ​ກິດ​ຂອງ ສປປ ລາວ ຈະ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃນ​ປີ 2016 ແລະ​ປີ 2017 ເນື່​ອງ​ການ​ສົ່ງ​ອອກ​ກະ­ແສໄຟ­ຟ້າ ແລະ​ການ​ບໍ­ລິ­ການ​ຕ່າງໆ​ທີ່​ສືບ­ຕໍ່ມີ​ທ່າ​ເຕີບ​ໂຕ​ເພີ່ມ​ຂຶ້ນ.

ວັນ​ທີ 30 ມີ­ນາ ຜ່ານ​ມາ​ທີ່​ສຳ­ນັກງານທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ ປະ­ຈຳລາວ ໄດ້​ມີ​ກອງ​ປະ­ຊຸມເຜີຍ­ແຜ່​ບົດ​ລາຍງານ​ຄາດ​ຄະ­ເນ​ການ​ພັດ­ທະ­ນາ​ຂອງ​ອາຊີ 2016 ໂດຍ​ມີ​ທ່ານ ນາງ ແຊນ​ດຣ້າ ນິໂຄຣ ຜູ້­ຕາງ­ໜ້າ​ສຳ­ນັກ­ງານ​ທະ­ນາ­ຄານພັດ­ທະ­ນາ​ອາ­ຊີ ປະ­ຈຳ​ລາວ ພ້ອມ​ດ້ວຍບັນ­ດາ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ຕາມ​ບົດ​ລາຍ​ງານ​ຂອງ​ເອ​ດີ​ບີສະ­ບັບໃໝ່ ລະ­ບຸວ່າ: ອຸປະ​ສົງ​ທີ່ຈະ​ເຮັດ​ໃຫ້ເສດຖະ​ກິດ​ຂອງ​ລາວ ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ ນໃນ​ປີ 2016 ແລະ​ປີ 2017 ນັ້ ນ​ແມ່ນເນື່ອງ​ຈາກ​ວ່າ­ການ​ສົ່ງ​ອອກ​ກະ­ແສ​ໄຟຟ້າ, ທຸ­ລະ​ກິດ​ກໍ່­ສ້າງ ແລະ​ການ​ບໍ­ລິ­ການຕ່າງໆ​ມີ​ທ່າ­ແຮງ​ຂະ­ຫຍາຍ­ຕົວ​ເພີ່ມ​ຂຶ້ນ, ດຸນ​ການ​ຄ້າ​ດີ​ຂຶ້ນ ແລະ​ການ​ລົງ­ທຶນ​ຕ່າງປະ­ເທດ​ເຂົ້າ​ມາ​ລາວ​ເພີ່ມ​ຂຶ້ນ​ບວກ​ກັບ​ລາຄາ​ນ້ຳ­ມັນ​ຕ່ຳ​ຈະ​ຊ່ວຍ​ບັນ­ເທົາ​ການ​ຂາດດຸນ​ການ​ຊຳ­ລະຕ່າງ­ປະ­ເທດ ແລະ​ພາ­ວະ​ເງິນ​ເຟີ້.

ໂດຍ​ທັງ​ນີ້ ຍອດ​ມູນ​ຄ່າ​ຜະ­ລິດ​ຕະ​ພັນພາຍ​ໃນ (ຈີ​ດີ​ພີ) ຈະ​ຂະ­ຫຍາຍ­ຕົວ​ປະມານ 6,8% ໃນ​ປີ 2016 ຊຶ່ງ​ເພີ່ມ​ຂຶ້ນເລັກ​ນ້ອຍ​ເມື່ອ​ທຽບ​ກັບ​ປີ 2015 ຢູ່​ໃນລະ­ດັບ 6,7% ແລະ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນອີກ​ເປັນ 7% ໃນ​ປີ 2017 ໂດຍ​ຜົນ​ກະທົບ​ຈາກ​ການ​ຂະ­ຫຍາຍ­ຕົວ​ທີ່​ຊ້າ​ລົງຂອງ​ປະ­ເທດ​ຈີນຕໍ່​ກັບ​ການ​ຄ້າ ແລະການ​ລົງ­ທຶນ​ຂອງ​ລາວ ຄາດ​ວ່າ​ຈະ​ບໍ່​ຮ້າຍແຮງ ຍ້ອນ​ຜົນ​ຂອງ​ການ​ທີ່​ເສດ­ຖະ­ກິດຂອງ​ປະ­ເທດ​ໄທ​ຄ່ອຍໆ​ດີ​ຂຶ້ນ ແລະ​ການຂະ­ຫຍາຍ­ຕົວທີ່​ເຂັ້ມ­ແຂງ​ຂອງ​ປະ­ເທດຫວຽດ­ນາມ ສະ­ພາບ​ດັ່ງ­ກ່າວ​ຈະ​ສົ່ງ​ຜົນດີ​ໃຫ້​ແກ່​ການ​ສົ່ງ​ອອກ, ການ­ທ່ອງ­ທ່ຽວ ແລະ​ການ​ໂອນ​ເງິນ​ກັບ­ເຂົ້າ​ປະ­ເທດ​ເພີ່ມຂຶ້ນ​ໃຫ້​ແກ່ ສປປ ລາວ.

ທ່ານ ນາງ ແຊນ​ດຣ້າ ນິ​ໂຄຣ ກ່າວວ່າ: ທ່າ­ແຮງ​ທີ່​ມີ​ຕໍ່​ເນື່ອງ​ໃນ​ຂະ­ແໜງ​ພະລັງ​ງານ ແລະ​ກໍ່­ສ້າງ​ພ້ອມ​ທັງ​ການ​ຂະຫຍາຍ​ຕົວ­ຢ່າງ​ເຂັ້ມ­ແຂງ​ຂອງ​ຂະ­ແໜງການ​ບໍ­ລິ­ການ​ຕ່າງໆ ຈະ​ຊ່ວຍ​ຮັກ­ສາ​ອັດຕາ​ການ​ຂະ­ຫຍາຍ­ຕົວ​ໄວ້​ຢ່າງ​ແຂງ­ແຮງຕະ­ຫຼອດ​ໄລ­ຍະ​ສອງ​ປີ​ຕໍ່­ໜ້າ ແລະ​ຮັບ​ປະກັນ​ໃຫ້​ເສດ­ຖະ­ກິດ​ຮັກ­ສາ​ການ​ຂະ­ຫຍາຍຕົວ​ໄປ​ຕາມ​ແຜນ­ທີ່​ວາງ​ໄວ້​ທີ່​ຈະ​ເຮັດ​ໃຫ້ ສປປ ລາວ ສາ­ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ພາຍໃນ​ປີ 2020, ພ້ອມ​ດຽວ​ກັນ​ນີ້ ສປປ ລາວ ຕ້ອງ​ໄດ້​ເພີ່ມ​ທະ­ວີ​ຄວາມ​ເຂັ້ມ­ແຂງ​ໃຫ້ແກ່​ສະ­ຖາ­ນະ​ພາບ​ທາງ​ດ້ານ​ຄັງ​ສຳ­ຮອງເງິນ­ຕາ​ຕ່າງ­ປະ­ເທດ​ຂອງ​ຕົນ ໂດຍ​ປະ­ຕິບັດ​ນະ­ໂຍ­ບາຍ​ຕ່າງໆ​ທາງ​ດ້ານ​ງົບ​ປະມານ ແລະ​ການ​ເງິນ​ຫຼຸດ­ຜ່ອນ​ຜົນ​ກະ­ທົບຈາກ​ຄວາມ​ສ່ຽງ​ຕ່າງໆ​ທີ່​ມາ​ຈາກ​ພາຍນອກ ພ້ອມ​ທັງ​ການ​ຂະ­ຫຍາຍ​ພື້ນ­ຖານການ​ສົ່ງ​ອອກ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ ແລະ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ພາຍໃນ​ທີ່​ອຳ­ນວຍ​ໃຫ້​ແກ່​ການ​ດຳ­ເນີນ​ທຸ­ລະກິດ​ເພື່ອ​ເພີ່ມ​ການ​ຜະ­ລິດ.

ແນວ­ໃດ​ກໍ​ດີ ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າຄາດ​ວ່າ​ຈະ​ຍັງ​ຮັກ­ສາ​ການ​ຂະ­ຫຍາຍ­ຕົວຢ່າງ​ເຂັ້ມ­ແຂງ ເນື່ອງ​ຈາ​ກວ່າ​ມີ​ຫຼາຍ​ໂຄງການ​ໄຟ­ຟ້າ​ໃໝ່​ໄດ້​ເລີ່ມ​ທຳ​ການ​ຜະ­ລິດພາຍ​ໃນ​ປີ​ນີ້ ພ້ອມ​ທັງ ໂຄງ­ການ​ໄຟ­ຟ້າຄວາມ​ຮ້ອນ​ຫົງ​ສາ​ທີ່​ມີ​ກຳ­ລັງ​ການ​ຜະລິດ 1,9 ກິກ​ກາ​ວັດ ໄດ້​ປະ­ກອບ­ສ່ວນເຕັມ​ຄວາມ​ສາ­ມາດ​ໃຫ້​ແກ່ ຈີ​ດີ​ພີ ຕະຫຼອດ​ປີ​ຄັ້ງ​ທຳ​ອິດ ນອກ​ນັ້ນ ຂະ­ແໜງ​ກໍ່ສ້າງ​ທີ່​ມີ​ເພີ່ມ​ຂຶ້ນ​ໃນ​ບັນ­ດາ​ໂຄງ­ການ​ໄຟຟ້າ​ຕ່າງໆ, ການ​ປຸກ​ສ້າງ ແລະ​ພັດ­ທະ­ນາອາ­ຄານ​ພາ­ນິດ ແລະ​ອຸດ­ສາ­ຫະ­ກຳ, ປຸກສ້າງ​ທີ່­ຢູ່​ອາ­ໄສ​ໃໝ່ ແລະ​ການ​ຂະ­ຫຍາຍຕົວ​ທີ່ເຂັ້ມ​ແຂງ​ຂອງ​ຂະ­ແໜງ​ບໍລິການຕ່າງໆ​ທີ່​ໄດ້​ຮັບ​ແຮງ​ຊຸກ­ຍູ້​ຈາກ​ການ​ທ່ອງທ່ຽວ, ການ​ເງິນ ແລະ​ໂທລະ​ຄົມ­ມະ­ນາ­ຄົມ ແລະ​ການ​ສື່­ສານ​ທີ່​ມີ​ການ​ຂະ­ຫຍາຍ­ຕົວກໍ​ຍັງ​ຈະ​ຊ່ວຍ​ຍູ້​ໜູນ​ໃຫ້​ຈີ​ດີ​ພີ​ຂະ­ຫຍາຍ­ຕົວ.

ທັງ​ນີ້ ເຖິງ​ວ່າ​ມາດ​ຕະ­ການ​ເກັບ​ພາ­ສີ ແລະ​ການ​ຄວບ​ຄຸມ​ລາຍ​ຈ່າຍ​ຂອງ​ລັດ​ມີຄວາມ​ຮັດ­ກຸມ​ຂຶ້ນ ກໍ​ຕາມ​ແຕ່​ການ​ຂາດດຸນ​ງົບ­ປະ­ມານ​ຍັງ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນຈາກ 4,7% ໃນ​ປີ 2015 ມາ​ເປັນ 5% ໃນ​ປີ 2016 ເນື່ອງ​ຈາ​ກວ່າ ປະ­ລິ­ມານຄວາມ​ຕ້ອງ­ການ​ບໍ­ລິ­ໂພກ​ຂອງ​ໂລກ​ຈະຫຼຸດ​ລົງ ພ້ອມ​ທັງ​ການ​ອ່ອນ​ຄ່າ​ລົງ​ຂອງລາ­ຄາ​ທອງ ແລະ​ຄຳ ຊຶ່ງ​ຈະ​ເຮັດ​ໃຫ້­ການເກັບ​ພາ­ສີ​ລາຍ​ຮັບ​ງົບ­ປະ­ມານ​ໄດ້​ໜ້ອຍລົງ, ການ​ສົ່ງ​ອອກ ຂອງ​ລາວ​ຈະ​ເພີ່ມ​ຂຶ້ນໂດຍ​ສະ­ເພາະການ​ເພີ່ມ​ຂຶ້ນ​ຂອງ​ປະ­ລິມານ​ການ​ຂາຍ​ໄຟ­ຟ້າ​ໃຫ້​ປະ­ເທດ​ໄທ, ພາວະ​ເງິນ​ເຟີ້ ຈະ​ຍັງ​ຢູ່​ໃນ​ລະ­ດັບ​ທີ່​ຕ່ຳ​ເນື່ອງຈາກ​ລາ­ຄາ​ນໍ້້​າ​ມັນ​ຂອງ​ໂລກ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ ຊຶ່ງ​ອັດ­ຕາ​ເງິນ ເຟີ້​ໃນ​ປີ 2015 ຢູ່​ທີ່ 1,3% ແລະ​ຈະ​ເພີ່ມ​ສູງ​ຂຶ້ນ​ມາ​ຢູ່​ທີ່ 1,8% ໃນ​ປີ 2016.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...