Homeວິທະຍາສາດ-ວິທະຍາການໂຣກມັກໃຊ້ຄວາມຮຸນແຮງ (Rage)

ໂຣກມັກໃຊ້ຄວາມຮຸນແຮງ (Rage)

Published on

ວັນນີ້ເຮົາຈະມາຮູ້ຈັກກ່ຽວກັບ ໂຣກມັກໃຊ້ຄວາມຮຸນແຮງ ເຊິ່ງໂຣກນີ້ແມ່ນໜຶ່ງໃນອາການທາງຈິດ ທີ່ຄວນໄດ້ຮັບການຮັກສາຢ່າງຖືກວິທີ.

ສຳລັບຫົວຂໍ້ນີ້ທາງທີມງານລາວໂພສຕ໌ ບໍ່ໄດ້ມີເຈດຕະນາທີ່ຈະເວົ້າໃຫ້ພາກສ່ວນ ຫຼື ກຸ່ມຄົນທີ່ມັກໃຊ້ຄວາມຮຸນແຮງຕັດສິນບັນຫາໃນເລື່ອງຕ່າງໆຫຼາຍກ່ວາການໃຊ້ເຫດຜົນ ແຕ່ພວກເຮົາຢາກສື່ໃຫ້ເຫັນເຖິງອາການ, ສາເຫດ ແລະ ວິທີຮັກສາຂອງໂຣກນີ້ ໃຫ້ທຸກທ່ານໄດ້ຮູ້ ຖ້າຫົວຂໍດັ່ງກ່າວເກີດສ້າງຄວາມບໍ່ພໍໃຈກັບບຸກຄົນໃດທາງພວກເຮົາກໍ່ຂໍອະໄພດ້ວຍ.

ສາເຫດຂອງໂຣກນີ້

ອີງຕາມສາດສະດາຈານ ສີລິໄຊ ຫົງສະຫງວນສິຣິ ພາກວິໄຈຈິດເວນຕະສາດ ຄະນະແພດສາດໂຮງໝໍ ຣາມາທິບໍດີ ປະເທດໄທ ລະບຸວ່າ ບັນຫາຄວາມຮຸນແຮງເກີດຈາກຫຼາຍໆສາເຫດ ຕັ້ງແຕ່ການລ້ຽງດູຂອງພໍ່ແມ່ ພຶດຕິກຳການຮຽນແບບຂອງຕົວເອງ ພັດທະນາການສະໝອງຕັ້ງແຕ່ຢູ່ໃນທ້ອງ, ບັນຫາຕ່າງທີ່ຜ່ານເຂົ້າມາໃນຊີວິດ ຫຼື ຄວາມຜິດປົກກະຕິທາງຈິດ ເຊັ່ນ: ເປັນໂຣກຊຶມເສົ້າ, ໂຣກໄພລາສ໌ ເຮັດໃຫ້ການຄວບຄຸມອາລົມບົກຜ່ອງ ເຊິ່ງອາດກໍ່ໃຫ້ເກີດໂຣກມັກໃຊ້ຄວາມຮຸນແຮງໄດ້.

ອາການຂອງໂຣກນີ້

        ມັກຈະເປັນຄົນງຸດງິດງ່າຍ ມັກລຳຄານງ່າຍ ອາລົມເສຍໄດ້ງ່າຍ ໂວຍວາຍໄດ້ກັບທຸກຢ່າງ ຫຼື ຖ້າຖືກຂັດໃຈ ຖືກໃຜເຮັດໃຫ້ບໍ່ພໍໃຈ ຖືກກະທຳ ອາດລະເບີດຢ່າງຮຸນແຮງ ເໝືອນບໍ່ສາມາດຄວບຄຸມຕົວເອງໄດ້.

ການຮັກສາ

          ສຳລັບເດັກນ້ອຍ ການລ້ຽງດູຕັ້ງແຕ່ເກີດທຳອິດສຳຄັນຫຼາຍ ຄວາມຜູກພັນການເອົາໃຈໃສ່ຈະຊ່ວຍໃຫ້ເດັກນ້ອຍມີສຸຂະພາບຈິດທີ່ດີ ແລະ ມີຄວາມພ້ອມໃນທຸກໆດ້ານທີ່ສຳຄັນຍັງຊ່ວຍໃຫ້ລູກສາມາດຄຸມຕົວເອງໄດ້ອີກ. 

          ສ່ວນໃນການຮັກສາໄວໜຸ່ມທີ່ມັກໃຊ້ຄວາມຮຸນແຮງ ຜູ້ປົກຄອງຄວນທຳຄວາມເຂົ້າໃຈເຂົາໃຫ້ຫຼາຍ ພ້ອມກັນນັ້ນກໍ່ຄວນເອົາໃຈໃສ່ຢ່າງພໍເໝາະພໍຄວນ ຫຼື ໃນກໍລະນີທີ່ອາການໜັກຄົນທີ່ເຮືອນເອົາບໍ່ຢູ່ ຄວນພາໄປປຶກສາແພດສະເພາະທາງເພື່ອການຮັກສາ.

          ຢ່າງໃດກໍ່ຕາມ ຄົນທີ່ມີບັນຫາ ຫຼື ມີອາການທາງຈິດບໍ່ໄດ້ໝາຍຄວາມວ່າບໍ່ແມ່ນຄົນດີ ພວກເຂົາຄວນໄດ້ຮັບການຮັກສາດ້ວຍຄວາມຮັກ ຄວາມເຂົ້າໃຈຈາກຄອບຄົວ, ໝູ່ເພື່ອນ ແລະ ຄົນໃນສັງຄົມ.

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...