Homeຂ່າວພາຍ​ໃນກະຊວງ ອຄ ອອກຄຳສັ່ງ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ

ກະຊວງ ອຄ ອອກຄຳສັ່ງ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ

Published on

ເລີ່ມ​ແຕ່​ວັນ​ທີ 8 ມັງ­ກອນ 2015 ເປັນ­ຕົ້ນ​ມາທຸກໆ​ສິນ­ຄ້າ ທີ່​ຜະ­ລິດ​ຜະ­ລິດ​ຢູ່​ພາຍ​ໃນແລະສິນ­ຄ້າ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດຕ້ອງ​ໄດ້​ຮັບ​ການ​ຕິດ​ສະ­ຫຼາກ​ເປັນພາ­ສາ​ລາວ​ກ່ອນ​ຈິ່ງ

​ສາ­ມາດ​ຈຳ ໜ່າຍ​ໄດ້ ເພື່ອ​ເປັນ​ການ​ປົກ​ປ້ອງ ຜູ່​ຊົມ­ໃຊ້​ຕາມ​ຄຳ​ສັ່ງ​ກ່ຽວ​ກັບ​ການ ຕິດ​ສະ­ຫຼາກ​ເປັນ​ພາ­ສາ​ລາວ, ສະ­ບັບ​ເລກ​ທີ 2501/ອຄ. ຄພນ ລົງ​ວັນ​ທີ 16 ທັນ­ວາ 2015 ຂອງ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ ຄ້າ (ວັນ​ທີ​ປັບ­ປຸງ 2 ກຸມ­ພາ 2016).

ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ໄດ້ ອອກ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ຕິດ​ສະ ຫຼາກ​ສິນ­ຄ້າ ເປັນ​ພາ­ສາ​ລາວ ສະບັບ​ເລກ​ທີ 2501/ອຄ. ຄພນ ລົງວັນ​ທີ 16 ທັນ­ວາ 2015 ເພື່ອ​ຜັນ ຂະ­ຫຍາຍ​ເນື້ອ​ໃນ​ຂອງ​ກົດ­ໝາຍ ວ່າ​ດ້ວຍ​ການ​ປົກ​ປ້ອງ​ຜູ້​ຊົມ­ໃຊ້, ສະ­ບັບ​ເລກ​ທີ 02/ສພຊ, ລົງ​ວັນ ທີ 30 ມິ­ຖຸ­ນາ 2010 ໃຫ້​ຜູ້​ຈັດ​ຕັ້ງ​ປະ ຕິ​ບັດ​ຢູ່​ຂັ້ນ​ທ້ອງ­ຖິ່ນ​ເຂົ້າ­ໃຈ​ແຈ້ງ ກ່ຽວ​ກັບ​ພາ­ລະ​ບົດ­ບາດ​ຂອງ​ຕົນ ໃນ​ວຽກ​ງານ​ການ​ຄຸ້ມ​ຄອງ ແລະຕິດ­ຕາມ​ການ​ຕິດ​ສະ­ຫຼາກ​ສິນ­ຄ້າ ເປັນ​ພາ­ສາ​ລາວ, ແນ­ໃສ່​ເຮັດ​ໃຫ້​ຜູ້ ຜະ­ລິດ​ຢູ່​ພາຍ​ໃນ ແລະ​ນຳ​ເຂົ້າ​ຈາກ ຕ່າງ­ປະ­ເທດ ຕ້ອງ​ຕິດ​ສະ­ຫຼາກ​ເປັນ ພາ­ສາ​ລາວ​ກ່ອນ​ຈິ່ງ​ຈຳ­ໜ່າຍ, ເຮັດໃຫ້​ຜູ້​ຊົມ­ໃຊ້​ເຂົ້າ­ໃຈ​ກ່ຽວ​ກັບ​ສັບ ພະ​ຄຸນ ແລະ​ຄຸນ​ນະ​ພາບ​ຂອງ​ສິນ ຄ້າ​ກ່ອນ​ຈະ​ເລືອກ​ຊື້ ແລະ​ຊົມ­ໃຊ້ ເພື່ອ​ຫຼີກ­ເວັ້ນ​ການ​ຊົມ­ໃຊ້​ສິນ­ຄ້າ​ທີ່ ບໍ່​ໄດ້​ຄຸນ​ນະ​ພາບ, ເສຍ​ຄຸນ ຫຼື ສັບ ພະ​ຄຸນ ບໍ່​ຖືກ­ຕ້ອງ​ຕາມ​ຈຸດ­ປະ­ສົງ ຂອງ​ຜູ້​ຊົມ­ໃຊ້, ປ້ອງ​ກັນ​ບໍ່​ໃຫ້​ມີ​ຜົນ ກະ­ທົບ​ທີ່​ບໍ່​ດີ​ຕໍ່​ສຸ­ຂະ­ພາບ, ຊັບ​ສິນ ຂອງ​ຜູ້​ຊົມ­ໃຊ້ ແລະ​ສິ່ງ­ແວ­ດລ້ອມ​ໂດຍ​ໄດ້​ກຳ­ນົດ​ໃຫ້​ສະ­ຫຼາກ​ຂອງ​ສິນ­ຄ້າ ຕ້ອງ​ຕິດ​ເປັນ​ພາ­ສາ​ລາວ ແລະ ປະ­ກອບ​ມີ​ເນື້ອ​ໃນ​ຕົ້ນ­ຕໍ​ດັ່ງ­ນີ້​ຄື:

  1. ປະ­ເພດ ຫຼື ຊະ­ນິດ​ສິນ­ຄ້າ
  2. ເຄື່ອງ­ໝາຍ​ການ​ຄ້າ​ທີ່​ໄດ້​ຈົດ ທະ­ບຽນ​ຂອງ​ຜູ້​ຜະ­ລິດ ແລະ​ຜູ້­ນຳ ເຂົ້າ ເພື່ອ​ຈຳ­ໜ່າຍ,
  3. ສະ­ຖານ­ທີ່ ຜະ­ລິດ ແລະ​ຜູ້­ນຳ​ເຂົ້າ​ເພື່ອ​ຈຳ­ໜ່າຍ, ຊື່​ປະ­ເທດ​ຜະ­ລິດ​ສິນ­ຄ້າ,
  4. ລາ­ຄາ,ຈຳ­ນວນ, ປະ­ລິ­ມານ, ຄຸນ​ນະ​ພາບ, ບໍ​ລິ​ມາດ, ສ່ວນ​ປະ­ກອບ​ທີ່​ກຳ­ນົດ ແຈ້ງ​ອັດ­ຕາ​ສ່ວນ​ປະ­ກອບ, ຂໍ້​ແນະນຳ​ວິ­ທີ​ນຳ​ໃຊ້, ຄຳ­ເຕືອນ, ວັນ​ເດືອນ ປີ ຜະ­ລິດ ແລະ​ວັນ​ໝົດ​ອາ­ຍຸ​ນຳ​ໃຊ້.

ສຳ­ລັບ​ສິນ­ຄ້າ​ທີ່​ໄດ້​ຜະ­ລິດ ຫຼື ນຳ​ເຂົ້າ​ມາ​ຈຳ­ໜ່າຍ​ຢູ່ ສປປ ລາວ ກ່ອນ​ປະ­ກາດ​ໃຊ້​ຄຳ​ສັ່ງ​ສະ­ບັບ​ນີ້ ຜູ້​ຂາຍ­ຍ່ອຍ​ຕ້ອງ​ປະ­ສານ​ເອົາ​ສະ ຫຼາກ​ທີ່​ເປັນ​ພາ­ສາ​ລາວ​ນຳ​ຜູ້​ທີ່​ສະ ໜອງ​ສິນ­ຄ້າ​ໃຫ້​ຕົນ, ຄຳ​ສັ່ງ​ສະ­ບັບ ນີ້​ໄດ້​ເອົາ​ລົງ​ໃນ​ຈົດ­ໝາຍ­ເຫດ​ທາງ ລັດ​ຖະ​ການ ວັນ​ທີ 24 ທັນ­ວາ2015 ແລະ​ມີ​ຜົນ​ບັງ­ຄັບ​ໃຊ້​ເລີ່ມ ແຕ່​ວັນ​ທີ 8 ມັງ­ກອນ 2015  ເປັນ ຕົ້ນ​ມາ.

ນອກ­ຈາກ​ນັ້ນ ກໍ​ຍັງ​ໄດ້​ອອກ ແຈ້ງ​ການ, ການ​ກຳ­ນົດ​ລາ­ຄາ ເກັບ​ຊື້​ເຂົ້າ­ເປືອກ​ໜຽວ (ນາ­ປີ ແລະ​ນາ­ແຊງ) ປະ­ຈຳ​ສົກ​ປີ 2015- 2016, ອີງ​ຕາມ​ແຈ້ງ​ການ​ຂອງ ກົມ​ການ​ຄ້າ​ພາຍ​ໃນ​ກະ­ຊວງ​ອຸດ ສາ​ຫະ​ກຳ ແລະ​ການ​ຄ້າ ສະ­ບັບ ເລກ​ທີ 1785/ອຄ.ຄພນ ລົງ​ວັນ​ທີ 02/09/2015ໃນ​ລະ­ຫວ່າງ​ປີ 2015-2016 ໃຫ້​ຮູ້​ວ່າ: 1. ກຸ່ມໂຮງ­ສີ​ເຂົ້າ, ບໍ­ລິ­ສັດ​ເກັບ​ຊື້​ເຂົ້າ​ຕ້ອງ​ເກັບ​ຊື້​ເຂົ້າ​ຈາກ​ກຸ່ມ​ຊາວ­ນາ​ຜະ­ລິດ ເຂົ້າ, ປະ­ຊາ­ຊົນ ຢ່າງ​ນ້ອຍ​ສຸດ​ບໍ່​ໃຫ້ ຫຼຸດ ລາ­ຄາ 2.500 ກີບ​ຕໍ່​ກິ​ໂລ, 2.ກຸ່ມ​ໂຮງ­ສີ​ເຂົ້າ, ບໍ­ລິ­ສັດ​ຜູ້​ສົ່ງ ອອກ, ສະ­ມາ­ຄົມ ຕ້ອງ​ເກັບ​ຊື້​ເຂົ້າ ຈາກ​ກຸ່ມ​ໂຮງ­ສີ​ເຂົ້າ, ກຸ່ມ​ຜະ­ລິດ​ເຂົ້າ  ສູງ​ສຸດ​ບໍ່​ໃຫ້​ເກີນ​ລາ­ຄາ 3.000 ກີບ ຕໍ່​ກິ​ໂລ, ເພື່ອ​ໃຫ້​ສາ­ມາດ​ດຸນ​ດຽງ ທາງ​ການ​ຄ້າ​ເຂົ້າ​ພາຍ​ໃນ​ປະ­ເທດ ແລະ​ຄຸມ​ລາ­ຄາ​ໄດ້​ໃນ​ການ​ຂາຍ ໃຫ້​ຕ່າງ­ປະ­ເທດ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...