spot_img
Homeຂ່າວຕ່າງປະເທດຄະນະ ສັງເກດການ ຢູໂຣບ ຖືກປ່ອຍແລ້ວ ໃນຢູເຄຣນ (ສະໄລດ໌/ວີດີໂອ)

ຄະນະ ສັງເກດການ ຢູໂຣບ ຖືກປ່ອຍແລ້ວ ໃນຢູເຄຣນ (ສະໄລດ໌/ວີດີໂອ)

Published on

ຫົວໜ້າຄະນະສັງເກດການທະຫານຢູໂຣບ ພັນເອກ Axel Schneider ຈາກເຢຍຣະມັນ (ຊ້າຍ) ພວມໂອ້ລົມກັບທ່ານ Vacheslav Ponomarev ທີ່ໄດ້ປະກາດໂຕເປັນເຈົ້າເມືອງໆ Slovyansk ຫລັງຈາກໄດ້ຖືກປ່ອຍ (3 ພຶດສະພາ 2014)
ຫົວໜ້າຄະນະສັງເກດການທະຫານຢູໂຣບ ພັນເອກ Axel Schneider ຈາກເຢຍຣະມັນ (ຊ້າຍ) ພວມໂອ້ລົມກັບທ່ານ Vacheslav Ponomarev ທີ່ໄດ້ປະກາດໂຕເປັນເຈົ້າເມືອງໆ Slovyansk ຫລັງຈາກໄດ້ຖືກປ່ອຍ (3 ພຶດສະພາ 2014)

ພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍໃນພາກຕາເວັນອອກຂອງຢູເຄຣນ ໄດ້ປ່ອຍຄະນະສັງເກດການຢູໂຣບ ທີ່ພວກເຂົາ
ເຈົ້າໄດ້ຈັບໂຕໄປໃນເດືອນແລ້ວ. ຄະນະສັງເກດການດັ່ງກ່າວໄດ້ຖືກຄວບຄຸມໂຕໄວ້ ເປັນເວລາດົນກວ່ານຶ່ງອາທິດຢູ່ທີ່ເມືອງ
Slavyansk ຊຶ່ງເປັນຈຸດຮ້ອນແຮງ ໃນບັນຫາຂັດແຍ້ງ ໄດ້ຖືກປ່ອຍໃນວັນເສົາມື້ນີ້.

ຄະນະສັງເກດການພາຍໃຕ້ການນຳພາຂອງເຢຍຣະມັນໄດ້ປະຕິບັດໜ້າທີ່ໂດຍ ໄດ້ຮັບການມອບໝາຍ ຈາກການຕົກລົງຂອງ
4 ພັກຝ່າຍຕາມຄຳສັ່ງຂອງອົງການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບຫຼື OSCE ທີ່ມີສຳນັກ ງານຢູ່ນະຄອນວຽນນາ ເພື່ອຕິດຕາມເບິ່ງ ສະ ຖານະການດ້ານຄວາມໝັ້ນຄົງແລະການນັບຖືສິດທິມະນຸດ ໃນພາກຕາເວັນອອກແລະໃນ ພາກໃຕ້ຂອງຢູເຄຣນ ທີ່ປາກພາສາຣັດເຊຍນັ້ນ.

ຂໍ້ຕົກລົງ ທີ່ບັນລຸກັນ ຢູ່ນະຄອນເຈນີວາດັ່ງກ່າວນີ້ ແມ່ນໄດ້ລົງນາມໂດຍ ຣັດເຊຍ ຢູເຄຣນ ສະຫະລັດ ແລະສະຫະພາບຢູໂຣບ.

ສຳລັບເຫດການຢູ່ຢູເຄຣນໃນວັນສຸກວານນີ້ຕຳຫຼວດທີ່ເມືອງທ່າ Odessa ກ່າວວ່າ ມີຢ່າງ ໜ້ອຍ 31 ຄົນ ເສຍຊີວິດຍ້ອນອັກຄີໄພ ທີ່ຕຶກໂຮງການຫລັງນຶ່ງ ທີ່ເກີດຂຶ້ນໃນເວລາມີການ ຕໍ່ສູ້ກັນ ລະຫວ່າງພວກແບ່ງແຍກດິນແດນ ນິຍົມຣັດເຊຍ ແລະພວກສະໜັບສະໜຸນລັດຖະ ບານກາງຂອງຢູເຄຣນ ທີ່ນະຄອນ Kyiv. ປາກົດວ່າ ພວກເຄາະຮ້າຍສ່ວນໃຫຍ່ ແມ່ນເປັນ ສະມາຊິກຂອງກຸ່ມນິຍົມຣັດເຊຍ.

ເມືອງ Odessa ຊຶ່ງເປັນເມືອງທ່າສຳຄັນ ໃນທະເລດຳນັ້ນ ສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ປະ ສົບກັບຄວາມຮຸນແຮງ ທີ່ກໍ່ຂຶ້ນໂດຍພວກແບ່ງແຍກດິນແດນ ນິຍົມຣັດເຊຍ ທີ່ເກີດຂຶ້ນ ຢູ່ ໃນຫລາຍໆເຂດ ສ່ວນໃຫຍ່ຂອງພາກຕາເວັນອອກຢູເຄຣນ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...