Homeຂ່າວການພັດທະນາອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ລາວ​ຝືດ​ຕົວ ປີ​ແລ້ວ​ສົ່ງ​ອອກ​ຫຼຸດ​ລົງ 7,25% ເຫດ​ຂາດ­ແຄນ​ແຮງ​ງານ​ຜະ­ລິດ​ບໍ່​ໄດ້​ຕາມ​ຈຳ­ນວນ​ລູກ​ຄ້າ​ສັ່ງ

ອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ລາວ​ຝືດ​ຕົວ ປີ​ແລ້ວ​ສົ່ງ​ອອກ​ຫຼຸດ​ລົງ 7,25% ເຫດ​ຂາດ­ແຄນ​ແຮງ​ງານ​ຜະ­ລິດ​ບໍ່​ໄດ້​ຕາມ​ຈຳ­ນວນ​ລູກ​ຄ້າ​ສັ່ງ

Published on

ສະ­ພາບ​ບັນ­ຫາ​ຂາດ­ແຄນ​ແຮງງານ​ໃນ​ບັນ­ດາ​ໂຮງ​ຈັກ​ໂຮງ­ງານ​ຕ່າງໆ​ຢູ່​ລາວ​ຍັງ​ຄົງ​ເປັນ​ບັນ­ຫາ​ທີ່​ແກ້​ໄຂ​ບໍ່​ຕົກໂດຍ​ສະ­ເພາະ​ແມ່ນ​ໃນ​ໂຮງ­ງານ​ຕັດ­ຫຍິບ​ທີ່​ຂະ­ນະ​ນີ້​ໄດ້​ປະ​ເຊີນ​ຢ່າງ​ໜ້າ​ເປັນ​ຫ່ວງ ສະ­ເພາະ​ປີ​ແລ້ວ​ມີ​ພະ­ນັກ­ງານ​ຫຼຸດ​ລົງ 2 ພັນ​ຄົນ ສະ­ເທືອນ​ເຖິງ​ການ​ຜະ­ລິດ​ບໍ່​ໄດ້ ຕາມ​ຈຳ­ນວນ​ລູກ​ຄ້າ​ສັ່ງ​ຊື້ ສົ່ງ​ຜົນ​ກະ­ທົບ​ຕໍ່​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໃນ​ຂະ­ແໜງການ​ນີ້​ຫຼຸດ​ລົງ​ຈາກ​ຕົວ​ເລກ​ປີ 2014 ເຖິງ 7,25%.

ວັນ​ທີ 25 ມີ­ນາ 2016 ທີ່​ໂຮງ­ແຮມ ອ່າງ​ຄຳ ນະ­ຄອນ­ຫຼວງ​ວຽງ​ຈັນ ສະ​ມາຄົມ​ອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ລາວ (ສອຕລ) ໄດ້​ໄຂ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ I ສະ­ໄໝປີ 2015-2018 ໂດຍ​ເປັນ​ປະ­ທານ​ຂອງ ທ່ານ ປອ ໄຊ​ບັນ­ດິດ ຣາ​ຊະ​ພົນ ປະທານ ສອຕລ ພ້ອມ​ນີ້​ກໍ​ມີ​ບັນ­ດາ​ແຂກ​ຖືກ​ເຊີນ ແລະ​ສະ­ມາ­ຊິກ​ສະ­ມາ­ຄົມ​ເຂົ້າ​ຮ່ວມ.

ທ່ານ ປອ ໄຊ​ບັນ­ດິດ ຣາ​ຊະ​ພົນ ໄດ້ກ່າວ​ວ່າ: ອຸດ​ສະ­ຫະ​ກຳ​ຕັດ­ຫຍິບ​ລາວ ເປັນ​ຂະ­ແໜງ­ການ​ໜຶ່ງ​ທີ່​ທາງ​ພາກ​ລັດໄດ້​ໃຫ້​ຄວາມ​ສຳ­ຄັນນອນ​ຢູ່​ໃນ​ແຜນ​ບຸ​ລິມະ​ສິດ​ຂອງ​ລັດໃນ​ການ​ພັດ­ທະ­ນາ​ໃຫ້ ສປປ ລາວ ຫຼຸດພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ທັງ​ເປັນຂະ­ແໜງ­ການ​ທີ່​ສາ­ມາດ​ສ້າງ​ວຽກ​ເຮັດງານ​ທຳ​ໄດ້​ຢ່າງ​ຫຼວງ­ຫຼາຍ ໂດຍ​ບໍ່​ຈຳ­ກັດຄວາມ​ຮູ້​ຄວາມ​ສາ­ມາດ​ຂອງ​ແຮງ​ງານ.

ນັບ​ແຕ່​ປີ 2003-2011 ອຸດ​ສາ​ຫະກຳ​ຕັດ­ຫຍິບ​ລາວ​ແມ່ນ​ມີ​ການ​ຂະ­ຫຍາຍຕົວ​ຕໍ່​ເນຶ່ອງ ແຕ່​ຕົກ​ມາ​ຮອດ​ປີ 2012 ທ່ານ​ປະ­ທານ ສອຕລ ໃຫ້​ຮູ້​ວ່າ: ໄດ້​ມີ​ທ່າອຽງ​ຫຼຸດ​ລົງເນື່ອງ​ມາ​ຈາກ​ສະ­ພາບ​ການຂາດ­ແຄນ​ແຮງ​ງານ​ການ​ຍາດ​ແຍ່ງ​ແຮງງານ​ກັນ​ເອງ​ຢູ່​ພາຍ​ໃນ ແລະ​ເຄື່ອນ​ຍ້າຍໄປ​ຕ່າງ­ປະ­ເທດ ຊຶ່ງ​ບັນ­ຫາ​ດັ່ງ­ກ່າວ​ແມ່ນໄດ້­ແກ່​ຍາວ​ຈົນ​ມາ​ເຖິງ​ປະ­ຈຸ​ບັນ ໂດຍການ​ສົ່ງ​ອອກ​ປີ 2015 ຫຼຸດ​ລົງ 7,25% ທຽບ­ໃສ່​ປີ 2014 ໃນ​ມູນ​ຄ່າ 174,2 ລ້ານ​ໂດ​ລາ​ຈາກ​ຈຳ­ນວນ​ທັງ​ໝົດ 39,86 ລ້ານ​ຜືນ.

ໃນ​ນັ້ນ ​ມູນ​ຄ່າ​ສົ່ງ​ອອກ​ໄປ​ຕະ­ຫຼາດ​ອີ​ຢູ​ມີ 157 ລ້ານ​ກວ່າ​ໂດ​ລາ​ຫຼຸດ​ລົງ 8,4%, ສະ­ຫະ­ລັດ​ອາ​ເມ​ຣິ​ກາ 5,4 ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 52,38%, ກາ​ນາ​ດາ 8,4 ແສນ​ໂດ​ລາຫຼຸດ​ລົງ​ເກືອບ 4 ເທົ່າ, ຍີ່­ປຸ່ນ 10 ລ້ານ​ກວ່າ​ໂດ​ລາ​ເພີ່ມ​ຂຶ້ນ 31,75% ແລະ​ສົ່ງ​ອອກ​ໄປ​ຕະ­ຫຼາດ​ອື່ນໆ​ມີ​ມູນ​ຄ່າ 6,4 ລ້ານ​ໂດ​ລາ​ຫຼຸດ​ລົງ 80,16% ຖ້າທຽບ­ໃສ່​ປີ 2014 ຜ່ານ​ມາ.

ແນວ­ໃດ​ກໍ​ດີ ສຳ­ລັບ​ທິດ​ທາງ​ໃນ­ຕໍ່­ໜ້າ ທ່ານ ປອ ໄຊ​ບັນ­ດິດ ຣາ​ຊະ​ພົນ ຄາດ​ວ່າ ສະ­ພາບ​ເສດ­ຖະ­ກິດ​ຂອງ​ລາວ ແລະ​ບັນດາ​ປະ­ເທດ​ໃນ​ໂລກ​ຈະ​ມີ​ທ່າ​ອຽງ​ທີ່​ດີ​ຂຶ້ນ ໂດຍ​ສະ­ເພາະ​ແມ່ນ​ເສດ­ຖະ­ກິດ​ຂອງ​ປະເທດ​ຄູ່​ຄ້າ​ເຊັ່ນ: ສະ­ຫະ­ລັດ​ອາ​ເມ​ຣິ​ກາ, ອີ​ຢູ ແລະ​ຍີ່­ປຸ່ນ ທີ່​ອາດ​ຈະ​ສົ່ງ​ຜົນ​ດີ​ຕໍ່​ສິນຄ້າ​ປະ­ເພດ​ເຄື່ອງ­ນຸ່ງ​ຫົ່ມ​ຈະ​ໄດ້​ຮັບ​ອະ​ນິສົງ​ໄປ​ນຳ.

ທັງ​ນີ້​ ເພື່ອ​ເປັນ​ການ​ຮອງ​ຮັບ​ຕະ­ຫຼາດທີ່​ຈະ​ມີ​ການ​ຂະ­ຫຍາຍ­ຕົວ ແລະ​ມີ​ຄວາມຕ້ອງ­ການ​ແບບ​ໃໝ່​ທາງ​ສະ­ມາ­ຄົມ​ແມ່ນຈະ​ໄດ້​ສືບ­ຕໍ່​ຮັກ­ສາ​ແຮງ​ງານ​ທີ່​ມີ​ຢູ່​ແຕ່​ຈະໄດ້​ເພີ່ມ​ປະ­ສິດ­ທິ­ພາບ ແລະ​ຄຸນ​ນະ​ພາບ, ປັບ­ປຸງ​ພາຍ​ໃນ​ຕະ­ຫຼອດ​ຮອດ​ການ​ຂົນຂວາຍ​ໂຮງ­ງານ ລວມ​ທັງ​ຫ້າງ​ຮ້ານ​ທຸລະ​ກິດ​ຕັດ­ຫຍິບ​ເຂົ້າ​ມາ​ເປັນ​ສະ­ມາ­ຊິກ​ໃຫ້ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ໂດຍ​ປະ­ຈຸ​ບັນ ທ່ານ ປະ­ທານ ສອຕລ ເປີດ­ເຜີຍ​ຕື່ມ​ວ່າ: ສປປ ລາວ ມີ​ໂຮງ­ງານຕັດ­ຫຍິບ​ທັງ​ໝົດ 92 ແຫ່ງ ທຽບ­ໃສ່​ປີ 2014 ຫຼຸດ​ລົງ 6 ແຫ່ງ ສ່ວນ​ໃຫຍ່​ແມ່ນໂຮງ­ງານ​ຂະ­ໜາດ​ນ້ອຍ​ທີ່​ມີ​ກຳ­ລັງ​ແຮງງານ​ຕ່ຳ​ກວ່າ 50 ຄົນ ໃນ​ນັ້ນ​ ມີ​ໂຮງ­ງານທີ່​ຜະ­ລິດ​ເພື່ອ​ສົ່ງ​ອອກ​ມີ 60 ແຫ່ງ ເຫຼືອນັ້ນ​ແມ່ນ​ໂຮງ­ງານ​ທີ່​ເຮັດ​ການ​ຜະ­ລິດ​ໃຫ້ຜູ້​ສົ່ງ​ອອກ ນອກ­ຈາກ​ນັ້ນ​ຍັງ​ມີ​ໂຮງ­ງານປັກ​ແສ່ວ, ພິມ​ຜ້າ, ຊັກ​ຟອກ ແລະ​ແກັດ ເຈ້ຍ​ຈຳ­ນວນ​ທັງ​ໝົດ 33 ແຫ່ງ​ທີ່​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ ລວມ​ມີທັງ​ໝົດ 28 ພັນ​ຄົນ​ຫຼຸດ​ລົງ 2 ພັນ​ຄົນ ຈາກ​ປີ 2014.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...