ຢາປົວ ໂຣກຕັບອັກເສບ ປະເພດ C ຊະນິດໃໝ່ ມີ ປະສິດທິຜົນສູງ ແຕ່ລາຄາ ຍັງແພງ

0
1777
ຢາປົວ ໂຣກຕັບອັກເສບ ປະເພດ C ຊະນິດໃໝ່ ມີ ປະສິດທິຜົນສູງ ແຕ່ລາຄາ ຍັງແພງ
ຢາປົວ ໂຣກຕັບອັກເສບ ປະເພດ C ຊະນິດໃໝ່ ມີ ປະສິດທິຜົນສູງ ແຕ່ລາຄາ ຍັງແພງ

ບັນດາ​ນາຍ​ແພດ​ທີ່​ປິ່ນປົວ​ໂຣກຕັບ​ອັກ​ເສບ​ ປະ​ເພດ C ​ພາກັນຊົມ​ເຊີຍ​ແລະດີ​ໃຈ​ ນຳ​ການ​ພັດທະນາ​ພວກ​ຢາ​ປົວ
ຫລາຍ​ໆ​ຊະນິດ​ ທີ່​ສາມາດ​ກຳຈັດ​ ການ​ຕິດ​ເຊື້ອ​ໂຣກຕັບ​ອັກ​ເສບ​ໄດ້ ​ຢ່າງ​ມີ​ປະສິດທິ​ຜົນ ຊຶ່ງໂຣກດັ່ງກ່າວ​ນີ້​ແມ່ນ
ສາ​ເຫດ​ຊັ້ນ​ນຳ​ ທີ່​ພາ​ໃຫ້ ເປັນ ໂຣກຕັບ​ແຂງແລະ​ມະ​ເຮັງຕັບ​ຢູ່ໃນ​ທົ່ວ​ໂລກ. ​ບັດ​ນີ້ ຈຸດ​ເພ່ງ​ເລັງ​ຂອງ​ ເຂົາ​ເຈົ້າ​ ​ແມ່ນ
​ແນ​ໃສ່​ການ​ລົດ​ຄ່າ​ປິ່ນປົວ​ພະຍາດ​ນີ້​ລົງ ​ເພື່ອ​ໃຫ້​ພວກ ປະຊາຊົນ​ຢູ່​ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ ສາມາດເຂົ້າ
ເຖິງ​ຢາ​ເຫລົ່າ​ນັ້ນ​ໄດ້. ປະຊາຊົນ​ ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ໃນ​ຈຳນວນ 80 ​ເປີ​ເຊັນ ພາກັນ​ຕິດ​ເຊື້ອ​ໂຣກດັ່ງກ່າວ.

ຢາປົວ ໂຣກຕັບອັກເສບ ປະເພດ C ຊະນິດໃໝ່ ມີ ປະສິດທິຜົນສູງ ແຕ່ລາຄາ ຍັງແພງ
ຢາປົວ ໂຣກຕັບອັກເສບ ປະເພດ C ຊະນິດໃໝ່ ມີ ປະສິດທິຜົນສູງ ແຕ່ລາຄາ ຍັງແພງ

ມີ​ການ​ກະ​ປະມານ​ວ່າ ​ປະຊາກອນ​ໃນ​ທົ່ວໂລກໃນ​ລະຫວ່າງ 150 ຫາ 185ລ້ານຄົນ
​ ຕິດ​ເຊື້ອ​ພະຍາດ​ຕັບ​ອັກ​ເສບ​ ປະ​ເພດ C ​ແລະ​ຫຼາຍ​ຄົນ​ບໍ່​ຮູ້ຈັກ​ວ່າ​ ເຂົາ​ເຈົ້າ​ຕິດ​ເຊື້ອ
​ພະຍາດ​ດັ່ງກ່າວ. ທັ້ງນີ້​ກໍ​ຍ້ອນ​ວ່າ ​ເຊື້ອ​ໄວຣັສນີ້ ສ່ວນ​ໃຫຍ່​ບໍ່​ສະ​ແດງ​ຮ່ອງຮອຍ​ໃດໆ​
ໃຫ້​ຮູ້ ຈົນ​ກວ່າ​ໃນ​ເວລາ​ດົນຕໍ່​ມາ ຈຶ່ງສະ​ແດງ​ອາການ​ໃຫ້​ຮູ້ຈັກ ຊຶ່ງຮວມທັງ​ເກີດ​ຄວາມ​
ອິດ​ເມື່ອຍ​ຢ່າງ​ຫຼວງ​ຫຼາຍ ​ເຈັບ​ປວດ​ຕາມ​ຂໍ້ ​ເຈັບ​ປວດ​ຕາມ​ໜ້າ​ທ້ອງ ​ແລະເປັນ​ໝາກ​
ເຫຼືອງ ພ້ອມ​ທັງ​ຜີວ​ໜັງ​ສີ​ເຫຼືອງ​ແລະ​ຕາ​ສີ​ເຫຼືອງ.

​ແຕ່​ການ​ສຶກສາຂັ້ນ​ ຫົວລ້ຽ​ວຫົວ​ຕໍ່​ ກ່ຽວ​ກັບ​ຢາຫລາຍໆ​ຢ່າງທີ່ຕ້ານ​ເຊື້ອໂຣກນີ້​
ໃນ​ບັນດາ​ປະ​ເທດ​ທີ່ພັດທະນາ​ແລ້ວນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ​ຢາ​ພວກ​ນັ້ນ​ໄດ້​ກຳ
ຈັດ​ການ​ຕິດ​ເຊື້ອພະຍາດ​ຕັບ​ອັກ​ເສບ ​ປະ​ເພດ C ທັງ​ໝົດໄດ້​ ​ເຖິງ 90 ​ເປີ​ເຊັນ​
ແລ້ວ ​ຊຶ່ງ​ເປັນ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຫັນປ່ຽນ​ການ​ປິ່ນປົວ​ພະຍາດ​ດັ່ງ
ກ່າວ​ໄດ້​ໃນ​ບັນດາ​ປະ​ເທດ​ທີ່ມີ​ລາຍ​ໄດ້​ຕໍ່າ   ແລະ​ພໍ​ປານ​ກາງ​.

ທ່ານ Channa Jayasekera ປະຈຳພະ​ແນ​ກກະ​ເພາະ​ອາຫານ​ແລະ​ລຳ​ໄສ້​
ແລະ​ການ​ຮັກສາຕັບ​ແລະ​ໂຣກຕັບ ທີ່​ມະຫາວິທະຍາ​ໄລ Stanford ທີ່​ລັດ​ຄາ​
ລີ​ຟໍ​ເນຍ ​ໃນ​ສະຫະລັດ ​ເວົ້າ​ຜ່ານ​ທາງ Skype ຈາກ​ ​ກອງ​ປະຊຸມນາໆ​ຊາດ​
ວ່າ​ດ້ວຍໂຣກຕັບທີ່ລອນ​ດອນ ນະຄອນຫຼວງ​ຂອງ​ອັງກິດ ບ່ອນ​ທີ່ທາງ​ເລືອກ
ໃໝ່​ໃນການ​ປິ່ນປົວໂຣກຕັບ​ອັກ​ເສບ C ໄດ້​ຮັບຄວາມ​ສົນ​ໃຈຢ່າງ​ຫລວງ​ຫຼາຍ
ນັ້ນ.

ທ່ານ Jayasekera ກ່າວ​ວ່າ “ຂ້າພະເຈົ້າ​ຢາກ​ເວົ້າ​ວ່າ ​ອັນ​ນີ້ແມ່ນເປັນ
ຄວາມ​ສຳ​ເລັດ​ຄັ້ງ​ປະວັດ​ສາດ​ແທ້ໆ ​ກ່ຽວ​ກັບ​ຢາ​ປົວ​ພະຍາດ​ທັງ​ໝົດ
ເພາະວ່າມັນ​ເປັນ​ເທື່ອ​ນຶ່ງ​ໃນ​ບໍ່​ເທົ່າ​ໃດ​ເທື່ອ ​ທີ່​ພວກ​ເຮົາ​ສາມາດ​
ກຳຈັດ​ພະຍາດຊະນິດ​ນຶ່ງໃຫ້​ໝົດ​ໄປ​ຢ່າງ​ເດັດຂາດ ໂດ​ຍການ​ບຳ
ບັດ​ດ້ວຍ​ຢາ​ກິນໃນ​ເວລາ​ອັນ​ສັ້ນໆ.”

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ຢາກິນ​ທີ່​ໃຊ້​ປິ່ນປົວ​ພະຍາດ​ນີ້ ອາດ​ຈະ​ມີປະສິດ
ທິ​ຜົນ​ຫຼາຍ​ຂຶ້ນ​ ​ໃນ​ໂລກ​ກຳລັງ​ພັດທະນາ ​ເພາະວ່າ​ປະຊາຊົນຢູ່ທີ່​ນັ້ນ ຕິດເຊື້ອ
​ໄວຣັສປະ​ເພດ​ທີ່​ແຕກ​ຕ່າງ​ໄປ ທີ່ອາດ​ຈະ​ຕອບ​ຮັບ​ຢາ​ໃໝ່​ນັ້ນ​ໄດ້​ດີກວ່າ​ ຢູ່​ໃນ
ໂລກ​ຕາ​ເວັນ​ຕົກກໍ​ໄດ້.

​ ແຕ່​ວ່າ ຢູ່ໃນ​ໂລກ​ຕາ​ເວັນ​ຕົກ ຢາ​ຕໍ່ຕ້ານ​ເຊື້ອ​ໄວຣັສນີ້ ລຸ້ນ​ທີ​ສອງ​ ສຳ​ຫລັບ​ໃຊ້
ໃນ​ຊ່ວງ​ເວລາ 3 ​ເດືອນ​ນັ້ນ ກໍ​ແມ່ນ​ຈະສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ​ລະຫວ່າງ 85 ພັນ
ຫາ 90 ພັນໂດລາ ອີງ​ຕາມ​ທ່ານ Jayasekera.

​ແຕ່​ວ່າ ຍ້ອນ​ມີ​ການ​ອອກຫຼັກຊີ້ນຳຂອງອົງການອະນາໄມໂລກ ສຳຫລັບການວິ
ນິດໄສໂຣກແລະການປິ່ນປົວໂຣກຕັກອັກເສບ ປະ​ເພດ C ດ້ວຍຢາກິນ ໃນບັນ
ດາປະເທດທີ່ມີລາຍໄດ້ຕໍ່າ ແລະພໍປານກາງນັ້ນ ຈຶ່ງກຳລັງມີການເຄື່ອນໄຫວຕ່າງໆ
​ເພື່ອເຮັດໃຫ້ຄ່າປິ່ນປົວຖືກລົງ.

ທ່ານ Jayasekera ກ່າວວ່າ ການແຂ່ງຂັນກັນໃນລະຫວ່າງພວກ ບໍລິສັດຜະລິດ
ຢາ ແລະການເຈລະຈາ ລະຫວ່າງພວກຜະລິດ​ກັບພວກ ລັດຖະບານປະເທດ
ຕ່າງໆ ຕະຫລອດທັງພວກບໍລິສັດປະກັນໄພ ​ໃນ​ທີ່​ສຸດກໍຈະເຮັດໃຫ້ຄ່າປິ່ນປົວຖືກ
ລົງໄດ້ໃນອະນາຄົດ.

ທ່ານ Jayasekera ກ່າວ​ວ່າ ພວກບໍລິສັດຜະລິດຢາດັ່ງກ່າວ ຍັງກຳລັງຮ້ອງ​ຂໍ​
ເອົາໃບອະນຸຍາດ ສຳລັບຜະລິດຢາແບບດຽວ​ກັນ ທີ່​ໃຊ້​ເຄື່ອງ​ປຸງທີ່ລາຄາຖືກກວ່າ
ຫຼື generic ສຳລັບຈຳ​ໜ່າຍ​ໃນ​ລາຄາ​ຖືກ​ກ່ວາ ຢູ່ໃນພວກປະເທດທີ່ຕ້ອງການຢາ
ນີ້ ເປັນທີ່ສຸດນັ້ນ.

ທ່ານ Sayasekera ກ່າວ​ວ່າ “ດັ່ງນັ້ນ ​ຖ້າ​ບໍລິສັດ​ນຶ່ງ​ທີ່​ຂາຍ​ຢາ​ເຫຼົ່າ​ນີ້​ຮູ້ສຶກ​
ວ່າມັນເປັນ​ເລື້ອງ​ຈັນຍາ​ແລະ​ສີນລະ​ທຳ ​ແລະ​ໃນນໍ້າ​ໃຈ​ແຫ່ງ​ຄວາມ​ຮັບ
ຜິດຊອບ​ທາງ​ດ້ານ​ສັງຄົມ​ຂອງ​ບໍລິສັດ ​ແລະ​ເໝາະ​ສົມ​ທີ່​ຈະ
ຮັບປະກັນໃຫ້
ພວກ​ຢາເຫຼົ່າ​ນີ້ ມີ​ໄວ້​ສຳຫລັບ​ປະຊາຊົນ​ຢູ່ນອກ​ພວກປະ​ເທດ​ທີ່​ຮັ່ງມີ ໄດ້​
ຊົມ​ໃຊ້​ນຳ​ແລ້ວ ຄວາມ​ຈຳ​ເປັນ​ມັນ​ກໍຢູ່​ຫັ້ນ​.”

ທ່ານ Jayasekara  ກ່າວ​ຕື່ມ​ວ່າ ມັນ​ຈະ​ເປັນ​ສິ່ງ​ຈຳ​ເປັນ ສຳຫລັບ​ແຕ່ລະ​ປະ​ເທດ
ທີ່​ຈະ​ຕ້ອງ​ຈັດ​ບຸລິມະສິດ​ວ່າ ​ຜູ້​ໃດ​ຄວນຈະ​ໄດ້​ຮັບ​ການ​ປິ່ນປົວ​ກ່ອນ​ເພື່ອ​ຄວບ​ຄຸມ​
ຄ່າປິ່ນປົວ​ໃຫ້​ຢູ່​ໃນ​ລະດັບ​ຕໍ່າ ​ແລະ​ບໍ່ໃຫ້ເປັນ​ພາລະ​ໜັກ ​ແກ່ລະ​ບົບຮັກສາ​ສຸຂະ
ພາບຂອງ​ປະ​ເທດ.

ທ່ານ Jayasekera ​ໄດ້​ໃຫ້​ຂໍ້​ສັງ​ເກດ​ຕ່າງໆ​ຂອງ​ທ່ານ ຢູ່​ໃນ​ບົດ​ຄວາມ​ທີ່​ລົງ​ພິມໃນ​ວາລະສານ New England Journal of Medicine.