spot_img
Homeປະເພນີ-ວັດທະນະທຳປະເພນີ ການຟ້ອນລຳວົງລາວ

ປະເພນີ ການຟ້ອນລຳວົງລາວ

Published on

mqdefault (2)

ສຽງ​ຂັບ​ສຽງ​ລຳ ຫຼື ສຽງ ເພງ​ປະ­ສົມ​ສຽງ​ດົນ­ຕີແລະ​ຖ້າ​ມີການ​ຟ້ອນ​ເປັນ­ຈັງ​ຫວະ​ໄປ​ຕາມ ກັນ​ກໍ​ຍິ່ງ​ຈະ​ມີ​ຄວາມ​ມ່ວນ­ຊື່ນ​ຂຶ້ນຕື່ມ​ອີກ​ສຽງ​ຂັບ​ລຳ ສຽງ​ເພງດົນຕີ

ແລະ​ຟ້ອນ​ໄດ້​ມີ​ບົດ­ບາດ​ທັງ​ມີ​ອິດ ທິ​ພົນ​ສູງ​ໃນ​ວິ­ຖີ​ຊີ­ວິດ​ຈິດ­ໃຈ​ຂອງ ບຸກ­ຄົນ, ການ­ຈັດ­ຕັ້ງ ແລະ​ສັງ­ຄົມ ລາວ​ເຮົາ​ທົ່ວ​ໄປ​ຈົນ​ບໍ່​ສາ­ມາດ​ຂາດ ໄດ້ ຊຶ່ງ​ສິ່ງ​ນັ້ນ​ໄດ້​ຫຼໍ່­ລ້ຽງ​ຈິດ­ໃຈ ຂອງ​ຄົນ​ໃຫ້​ມີ​ເອ­ກະ­ລັກ​ລົດ​ຊາດ ຂອງ​ຊີ­ວິດ​ບັນ­ຍາ­ກາດ​ທີ່​ແຕກ​ຕ່າງ ກັນ​ໄປ​ເຮັດ​ໃຫ້​ຊີ­ວິດ​ອຸ­ດົມ­ສົມ­ບູນ ແລະ​ຂາດ​ບໍ່​ໄດ້​ຈົນ​ກາຍ­ເປັນ​ເອ­ກະ ລັກ​ວັດ­ທະ­ນະ­ທຳ​ການ​ຟ້ອນ​ລຳ ວົງ​ລາວ​ໃນ​ການ​ຈັດ​ງານ​ປະ­ເພ­ນີ ບຸນ​ສິນ​ກິນ​ທານ​ງານ​ລ້ຽງ​ສ້າງ ສັນ​ທີ່​ມີ​ການ​ຟ້ອນ​ລຳ­ວົງ​ລາວ​ເປັນ ປະ­ຈຳ.

ດັ່ງ­ນັ້ນ ຄໍ​ລຳ​ວັດ­ທະ­ນະ­ທຳ​ບັນ ເທີງ​ໃນ​ມື້­ນີ້​ຈິ່ງ​ຂໍ​ກ່າວ​ເຖິງ​ວັດ​ທະ ນະ​ທຳ​ການ​ຟ້ອນ “ລຳ­ວົງ​ລາວ” ເພາະ​ການ​ຟ້ອນ​ລຳ­ວົງ​ໄດ້​ກາຍ ເປັນ​ປະ­ເພ­ນີ​ທີ່​ຄູ່​ກັບ​ຊີ­ວິດ ແລະ​ວັດ ທະ­ນະ​ທຳ​ຂອງ​ສັງ­ຄົມ​ລາວ​ມາ ແຕ່​ບູ­ຮານ​ຫາກ​ຈະ​ກ່າວ​ເຖິງ​ການ ຟ້ອນ​ນັ້ນ​ຄົງ​ມີ​ມາ​ຕັ້ງ­ແຕ່​ດົນ​ນານ ມາ​ພ້ອມ​ກັບ​ການ​ເກີດ​ມີ​ການ​ຂັບ ລຳ ແລະ​ອຸ­ປະ­ກອນ​ເຄື່ອງ­ເສບ​ດົນ ຕີ​ທີ່​ມີ​ຂຶ້ນ​ມາ​ການ​ຟ້ອນ​ລຳ­ວົງ​ມີ ມາ​ແຕ່​ສະ­ຕະ­ວັດ​ໃດ​ກໍ​ບໍ່​ທັນ​ແຈ້ງ ເຫດ­ຜົນ​ກໍ​ເພາະ­ວ່າ​ໃນ​ປະ­ຫວັດ ສາດ​ບໍ່​ມີ​ເອ­ກະ­ສານ​ໃດ​ເອີ່ຍ​ເຖິງ. ຟ້ອນ​ລຳ­ວົງ​ແມ່ນ​ຄຳ​ສັບ​ທີ່​ໃຊ້​ໄປ ຕາມ​ຮູບ​ການ 3 ຢ່າງ​ປະ­ສົມ​ປະ ສານ​ກັນ​ຄື: ຟ້ອນ, ສຽງ​ຂັບ​ລຳ, ສຽງ​ດົນ­ຕີ ແລະ​ຮູບ​ແບບ​ການ ເຄື່ອນ​ຍ້າຍ​ເວ­ລາ​ຟ້ອນ​ນັ້ນ​ເປັນ​ວົງ ດັ່ງ­ນັ້ນ​ເພິ່ນ​ຈິ່ງ​ຮ້ອງ​ວ່າ “ຟ້ອນ ລຳ­ວົງ” ຊຶ່ງ​ບາງ​ຄົນ​ກໍ​ມັກ​ຮ້ອງ​ວ່າ “ລຳ­ວົງ” ເທົ່າ​ນັ້ນ, ການ​ຟ້ອນ​ລຳ ວົງ, ມີ​ມູນ​ເຫດ​ເກີດ​ຈາກ​ການ​ຟ້ອນ ດ້ວຍ​ຄວາມ​ສະ­ໝັກ​ໃຈ​ຂອງ​ຜູ້​ໃດ ຜູ້​ໜຶ່ງ​ໃນ​ຕອນ​ມີ​ສຽງ​ອອນ­ຊອນ ຈາກ​ສຽງ​ເພງ ແລະ​ດົນ­ຕີ ຈາກ​ນັ້ນ ຈິ່ງ​ມີ​ຜູ້​ສະ­ໝັກ ຫຼື ມີ​ສະ­ເໜີ​ຕື່ມ​ເປັນ ຄູ່​ຍິງ​ຊາຍ​ໂຍກ​ໄປ​ເປັນ​ວົງ ແຕ່​ການ ຟ້ອນ​ລຳ­ວົງ​ເກີດ​ຂຶ້ນ​ຈາກ​ພິ­ທີ­ການ ໃດ​ກ່ອນ ແລະ​ປີ ຄສ ເທົ່າ­ໃດ​ນັ້ນ ຍັງ​ບໍ່​ໄດ້​ກ່າວ​ລະ­ອຽດ​ແຕ່​ມັນ​ໄດ້ ປາ­ກົດ​ຕົວ​ຢູ່​ໃນ​ງານ​ບຸນ​ວັດ ໂດຍ ມີ​ສັງ­ຄົມ​ຮັບ​ຮູ້​ເລີ່ມ​ແຕ່​ຊຸມ​ປີ 1940 ເປັນ­ຕົ້ນ​ມາ ເບື້ອງ​ຕົ້ນ​ຝ່າຍ​ຍິງ​ຈະ ຟ້ອນ​ໄດ້​ແຕ່​ຜູ້​ເປັນ​ສາວ​ໂສດ​ເທົ່າ ນັ້ນ ສຳ­ລັບ​ຄູ່​ຟ້ອນ​ຄື​ຜູ້​ຊາຍ​ບໍ່​ຈຳ ກັດ ສະ­ຖາ­ນະ​ໂສດ ຫຼື ມີ​ເມຍ​ແລ້ວ, ອີກ​ປະ­ມານ 20 ປີ​ຕໍ່​ມາ​ບໍ່​ໄດ້​ຈຳ­ກັດ ວ່າ​ຝ່າຍ​ໃດ​ຈະ​ໂສດ ຫຼື ມີ​ຜົວ​ແລ້ວ ກໍ​ໂຄ້ງ​ເປັນ​ຄູ່​ກັນ​ຟ້ອນ, ມາ​ຮອດ ປະ­ຈຸ​ບັນ​ການ​ຟ້ອນ​ລຳ­ວົງ​ມີ​ສະ ພາບ​ປ່ຽນ­ແປງ​ປັບ­ປຸງ​ບາງ​ອັນ​ໄປ ແດ່ ທັງ​ຮູບ­ຊົງ​ການ​ຍ່າງ​ຍ້າຍ​ໂດຍ ອີງ​ຕາມ​ສະ­ຖານ­ທີ່ ແລະ​ຈັງ­ຫວະ ບາງ​ບ່ອນ​ຈິ່ງ​ຟ້ອນ​ບໍ່​ເປັນ​ວົງ​ກໍ​ມີ.

ການ​ຟ້ອນ​ລຳ­ວົງ​ເຖິງ​ຈະ​ມີ ການ​ປ່ຽນ­ແປງ​ໄປ​ຕາມ​ສະ­ພາບ ຂອງ​ຍຸກ​ສະ­ໄໝ​ກໍ​ຕາມ ແຕ່​ກໍ​ຍັງ ຮັກ­ສາ​ຄວາມ​ສາ­ມັກ­ຄີ​ໄດ້​ດີ​ຕະ ຫຼອດ​ມາ ແລະ​ກາຍ­ເປັນ​ປະ­ເພ­ນີ ອັນ​ດີ­ງາມ​ທັງ​ເປັນ​ລາຍ­ການ​ມ່ວນ ຊື່ນ​ໃນ​ງານ​ຕ່າງໆ​ຂອງ​ຄົນ​ລາວ ເຮົາ​ເກືອບ​ວ່າ​ຂາດ​ບໍ່​ໄດ້​ຈົນ​ກາຍ ເປັນ​ເອ­ກະ­ລັກ​ຂອງ​ຄວາມ​ມ່ວນ ຊື່ນ​ຕາມ​ປະ­ເພ­ນີ​ລຳ­ວົງ​ລາວ.

ແຫລ່ງຂໍ້ມູນຈາກ: 

ບົດຄວາມຫຼ້າສຸດ

ຜົນສໍາເລັດໃນການພັດທະນາຂົງເຂດການພັດທະນາຊົນນະບົດຢູ່ແຂວງອຸດົມໄຊ

ໃນໂອກາດຂຶ້ນລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ໃນຕອນເຊົ້າວັນທີ 14 ມັງກອນ 2025 ທີ່ສະໂມສອນແຂວງ, ທ່ານ ບຸນຄົງ...

ສະຕາບັກຊ໌ ກຽມຍົກເລີກນະໂຍບາຍຫ້າມຄົນທົ່ວໄປເຂົ້າໄປນັ່ງ ຫຼື ເຂົ້າຫ້ອງນ້ຳ ຖ້າບໍ່ຊື້ເຄື່ອງພາຍໃນຮ້ານ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ມັງກອນ 2025 ນີ້ວ່າ: ສະຕາບັກຊ໌ ກຽມຍົກເລີກນະໂຍບາຍສຳລັບຮ້ານກາເຟໃນອາເມຣິກາເໜືອ ທີ່ອະນຸຍາດໃຫ້ຄົນທົ່ວໄປເຂົ້າມານັ່ງໃນຮ້ານໄດ້ຕາມສະດວກ ເຊິ່ງໃຊ້ມາເກືອບ 7 ປີ ໂດຍຈະກຳນົດໃຫ້ລູກຄ້າຕ້ອງຊື້ເຄື່ອງກ່ອນຫາກຕ້ອງການເຂົ້າມານັ່ງຫຼິ້ນ ຫຼື ໃຊ້ຫ້ອງນ້ຳ. ໂດຍການປ່ຽນແປງນະໂຍບາຍດັ່ງກ່າວຈະເລີ່ມໃຊ້ໃນວັນທີ...

ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025

ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ 2 ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ...

ຍີ່ປຸ່ນຊ່ວຍເຫຼືອລ້າ ກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ

ວັນທີ 13 ມັງກອນ 2025, ຢູ່ຫ້ອງວ່າການແຂວງວຽງຈັນ,ທ່ານ ໂຄອິສຶມິ ສຶໂຕມຶ ເອກອັກຄະຣັດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ແຂວງວຽງຈັນ...