spot_img
Homeຂ່າວພາຍ​ໃນໄຂຂະບວນການຮ່າງບົດລາຍງານແຫ່ງຊາດ ສະບັບທີ 3-6 ໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ

ໄຂຂະບວນການຮ່າງບົດລາຍງານແຫ່ງຊາດ ສະບັບທີ 3-6 ໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ

Published on

ຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ອົງການອຸຍນີເເຊັບ ປະຈໍາ ສປປ.ລາວ ໄດ້ຮ່ວມກັນໄຂຂະບວນການເພື່ອການຂຽນບົດລາຍງານ ສະບັບທີ 3-6 ແຕ່ໄລຍະປີ 1995-2015 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ ຂຶ້ນເມື່ອວັນທີ 25 ມີນາ 2016 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ລີຕູ້ ບົວປ່າວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຮັກສາການປະທານກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ (ຄມດຊ) ທ່ານນາງ ຫົງເຫວີຍ ກາວ ຜູ້ຕາງໜ້າອົງການອຸຍນີເເຊັບ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າສະຖານທູດ ອົງການຈັດຕັ້ງທາງສັງຄົມ ບັນດາຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ກອງເລຂາກໍາມາ ທິການເພື່ອແມ່ ແລະ ເດັກກະຊວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະທານ ຄມດຊ ໄດ້ກ່າວວ່າ ສປປ.ລາວ ເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ອົງການສະຫະປະຊາຊາດ ເມື່ອວັນທີ 08 ພຶດສະພາ 1991 ລັດຖະບານໄດ້ສົ່ງບົດລາຍງານສະບັບທໍາອິດກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ໃຫ້ແກ່ຄະນະກໍາມາທິການສິດທິເດັກຂອງອົງການສະຫະປະຊາຊາດ (ສປຊ) ເມື່ອເດືອນມັງກອນ 1996 ແລະ ສົ່ງບົດລາຍງານສະບັບທີ 2 ເມື່ອເດືອນສິງຫາ 2010 ຄະນະກໍາມະການກໍໄດ້ເຊື້ອເຊີນລັດຖະບານ ສປປ.ລາວ ໃຫ້ສົ່ງບົດລາຍງານສະບັບທີ 3-6 ຮວມກັນໃຫ້ແກ່ຄະນະກໍາມະການພາຍໃນວັນທີ 06 ທັນວາ 2016 ທີ່ຈະມາເຖິງນີ້ ໂດຍການຮ່ວມມື ແລະ ການປະສານງານລະຫວ່າງ ຄມດຊ ແລະ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ໄດ້ຊ່ອຍໃຫ້ ສປປ.ລາວ ສາມາດປະຕິບັດພັນທະຂອງຕົນໃນການລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເຊິ່ງການຮ່ວມມື ແລະ ປະສານງານດັ່ງກ່າວ ເຮັດໃຫ້ລາວມີຄວາມຄືບໜ້າໃນການສະໜັບສະໜູນ ເຊີດຊູສິດທິຂອງເດັກໃນປະເທດ ຜົນສໍາເລັດສໍາຄັນຮວມມີ ແຜນພັດທະນາເສດຖະ ກິດ-ສັງຄົມ ສະບັບທີ 7 (2011-2015) ກໍກໍານົດໃຫ້ມີການສົ່ງເສີມ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຄຽງຄູ່ກັນນັ້ນ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຽດຂອງເດັກ ທີ່ໄດ້ຮັບການປະກາດໃຊ້ໃນປີ 2007 ກໍກໍານົດພາລະບົບບາດ ແລະ ຄວາມຮັບຜິດຊອບຂອງລັດໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກ ເມື່ອປີ 2006 ລັດຖະບານ ສປປ.ລາວ ໄດ້ເຂົ້າຮ່ວມເປັນພາຄິີຂອງອະນຸສັນຍາເພີ່ມຕື່ມຂອງສົນທິສັນຍາວ່າດ້ວຍສິດທິເດັກ ກ່ຽວກັບການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກໍາລັງປະກອບອາວຸດ ແລະ ອະນຸສັນຍາເພີ່ມຕື່ມຂອງສົນທິສັນຍາວ່າດ້ວຍສິດທິເດັກ ກ່ຽວກັບການຄ້າເດັກ ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ.

ປີ 2016 ນີ້ ເປັນປີຄົບຮອບ 25 ປີ ທີ່ລັດຖະບານ ສປປ.ລາວ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ລັດຖະບານກໍຍັງຄົງສືບຕໍ່ຄວາມມຸ່ງໝັ້ນໃນການປະຕິບັດພັນທະຂອງຕົນໃນການສົ່ງເສີມ ແລະ ປະຕິບັດສິດທິຂອງເດັກທຸກຄົນ ໂດຍຜ່ານການສືບຕໍ່ຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ການສົ່ງບົດລາຍງານກ່ຽວກັບການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ສະບັບທີ 3-6 ໃຫ້ແກ່ຄະນະກໍາມະການສິດທິເດັກຂອງ ສປຊ ໃຫ້ທັນເວລາ ເຊິ່ງ ຄມດຊ ເປັນເຈົ້າການໃນການຊີ້ນໍາຂະບວນການ ເພື່ອຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ສະບັບທີ 3-6 ຂອງລັດຖະບານ ເພື່ອສົ່ງໃຫ້ແກ່ຄະນະກໍາມະການສິດທິເດັກຂອງ ສປຊ ແລ ະມີການປຶກສາຫາລືກັບອົງການສະຫະປະຊາຊາດສໍາລັບເດັກ ຮວມທັງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອໃຫ້ການສະໜັບສະໜູນທັງທາງດ້ານງົບປະມານ ແລະ ດ້ານວິຊາການໃນການຮ່າງບົດລາຍງານດັ່ງກ່າວ.
ຂະນະທີ່ທ່ານຜູ້ຕາງໜ້າອົງການອຸຍນີເເຊັບ ປະຈໍາລາວ ກໍກ່າວວ່າ ຂະບວນການໃນການຂຽນບົດລາຍງານກ່ຽວກັບການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ມີຄວາມສໍາຄັນຫຼາຍ ເນື່ອງຈາກເປັນໂອກາດສໍາຄັນໃນການທົບທວນຄືນກ່ຽວກັບຄໍາໝັ້ນສັນຍາຕ່າງໆ ແລະ ເປັນການໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບສິດທິເດັກໃນ ສປປ.ລາວ ນອກນີ້ ຍັງເປັນການເບິ່ງຄືນກ່ຽວກັບບັນຫາ ແລະ ແຜນງານຕ່າງໆ ເພື່ອວາງແຜນໃນການປະຕິບັດໃນຊຸມປີຕໍ່ໜ້າ ເຊິ່ງໃນໄລຍະ 25 ປີຜ່ານມາ ນັບແຕ່ ສປປ.ລາວ ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍສິດທິເດັກ ກໍມີຄວາມຄືບໜ້າສໍາຄັນ ແລະ ຜົນສໍາເລັດຫຼາຍຢ່າງໃນການປະຕິບັດສິດທິຂອງເດັກພາຍໃນປະເທດ ພ້ອມນີ້ ສປປ.ລາວ ກໍໄດ້ບັນລຸເປົ້າໝາຍສະຫັດສະວັດກ່ຽວກັບການຫຼຸດຜ່ອນອັດຕາສ່ວນການຕາຍຂອງແມ່ ການເຂົ້າຮຽນຊັ້ນປະຖົມຢ່າງສະເໝີພາບ ແລະ ການເຂົ້າເຖິງນໍ້າດື່ມທີ່ສະອາດ ເຖິງຢ່າງໃດກໍຕາມ ສປປ.ລາວ ຍັງມີສິ່ງທ້າທາຍຫຼາຍຢ່າງເຊັ່ນ ບັນຫາການລະບາດຂອງພະຍາດໂປລິໂອ ບັນຫາກ່ຽວກັບເດັກເຕ້ຍ ແລະ ບັນຫາກ່ຽວກັບການສຶກສາກ່ອນຊັ້ນປະຖົມສຶກສາ.

ອົງການສະຫະປະຊາຊາດສໍາລັບເດັກ ໄດ້ເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມງານອື່ນໆໃນ ສປປ.ລາວ ນັບແຕ່ປີ 1972 ເປັນຕົ້ນມາ ແລະ ຍັງຄົງສືບຕໍຄວາມມຸ່ງໝັ້ນຂອງຕົນໃນການສະໜັບສະໜູນລັດຖະບານ ເພື່ອສົ່ງເສີມ ແລະ ປະຕິບັດສິດທິຂອງເດັກທຸກຄົນ ໂດຍຜ່ານການສືບຕໍ່ປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ການຕິດຕາມກວດກາ ແລະ ການລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...