Homeມູມໄອທີລາວຫຼັງຈາກການຊື້ຂາຍບໍລິສັດ Nokia ເຮັດໃຫ້ Stephen Elop ລວຍຂື້ນກວ່າເກົ່າ

ຫຼັງຈາກການຊື້ຂາຍບໍລິສັດ Nokia ເຮັດໃຫ້ Stephen Elop ລວຍຂື້ນກວ່າເກົ່າ

Published on

elopinterviewlead011-500x281

ຫຼັງຈາກທີ່ຍັກໃຫຍ່ທັງສອງບໍລິສັດ Nokia ແລະ Microsoft ສາມາດປິດດີວຂໍ້ສະເໜີເຂົ້າຊື້ກິດຈະການຜະລິດໂທລະສັບມືຖືໄດ້ດ້ວຍມູນຄ່າ 7.5 ພັນລ້ານຫຼຽນສະຫະລັດ ເຊິ່ງຫຼັງຈາກໄດ້ດຳເນີນການສົ່ງມອບທຸກຢ່າງໃນຊ່ວງອາທິດທີ່ຜ່ານມາ ກໍໄດ້ເຮັດໃຫ້ຂໍ້ຕົກລົງໃນການຮັບເງິນເດືອນໂບນັດຂອງອະດີດເຈົ້າໜ້າທີ່ປະທານບໍລິຫານ (CEO) Stephen Elop ນັ້ນເກີດຂື້ນຕາມຂໍ້ຕົກລົງ Golden Parachute

ເຮັດໃຫ້ເຂົາມີລາຍຮັບເພີ່ມຂື້ນເຖິງ 26 ລ້ານຫຼຽນສະຫະລັດ ໂດຍທາງ Microsoft ຈະເປັນຝ່າຍຮັບຜິດຊອບ 70% ຂອງວົງເງິນທັງໝົດ ແລະອີກ 30% ແມ່ນ Nokia ແລະເນື່ອງຈາກມູນຄ່າຂອງຮຸ້ນີ່ເພີ່ມຂື້ນເຮັດໃຫ້ເຂົາຈະໄດ້ເງິນເພີ່ມຂື້ນເປັນ 33 ລ້ານຫຼຽນສະຫະລັດ ເຊິ່ງຈະແບ່ງເປັນເງິນສົດຈຳນວນ 5.5 ລ້ານຫຼຽນສະຫະລັດແລະສິດໃນການຄອງຮຸ້ນຕ່າງໆ ໂດຍຫຼັງຈາກນີ້ນັ້ນ Elop ຈະເຂົ້າໄປຢູ່ໃນຕຳແໜ່ງຮອງປະທານຂອງຝ່າຍ Microsoft’s Devices and Services

ຖືໄດ້ວ່າ Stephen Elop ຖ້າຫາກບໍ່ເວົ້າຄຳວ່າລວຍຈັກຊິໃຫ້ເວົ້າຄຳໃດລະ (ຄົນຂຽນແອບຄິດໜ້ອຍໜຶ່ງຖ້າຫາກວ່າໄດ້ເງິນຈຳນວນນີ້ມາຈະເອົາມາເຮັດຫຍັງດີນໍ້ ^^ ຊາດນີ້ຄົງຈະເປັນໄປບໍ່ໄດ້ຕິເບາະ)

ສະຫຼຸບຂ່າວ
– Nokia ແລະ Microsoft ຕ້ອງຈ່າຍເງິນໃຫ້ກັບ Stephen Elop ຕາມຂໍ້ຕົກລົງ Golden Parachute
– Stephen Elop ໄດ້ຮັບເງິນທັງໝົດ 33 ລ້ານຫຼຽນສະຫະລັດ (ເງິນສົດ 5.5 ລ້ານ)
– Stephen Elop ເຂົ້າໄປເປັນຮອງປະທານຝ່າຍ Microsoft’s Devices and Services

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...