Home​ຂ່າວບັນເທິງກະແສດີເກີນຄາດ ສຳລັບຜົນງານເພງ " ຂ້ອຍບໍ່ແມ່ນນາງຟ້າ"ຂອງສາວໜ້າຫວານ ມິນິ ເອັງເຈີ

ກະແສດີເກີນຄາດ ສຳລັບຜົນງານເພງ ” ຂ້ອຍບໍ່ແມ່ນນາງຟ້າ”ຂອງສາວໜ້າຫວານ ມິນິ ເອັງເຈີ

Published on

ຫຼັງຈາກທີ່ ສາວໜ້າຫວານ ມິນິ ເອັງເຈີ ໄດ້ປ່ອຍຜົນງານເພງ ” ຂ້ອຍບໍ່ແມ່ນນາງຟ້າ” ອອກສູ້ຄົນຟັງໃນວັນທີ 14 ມັງກອນ 2016 ແລະ ປ່ອຍ MV ໃນວັນທີ 1 ກຸມພາ 2016 ທີ່ຜ່ານມາ ກະແສຕອບຮັບເພງນີ້ຍັງຄົງຮິດຕິດຫູແບບບໍ່ມີລຸດລົງ ແລະ ນັບມື້ກະແສເພງນີ້ມີທ່າທີດັງຂຶ້ນເລື່ອຍໆ

ຕ້ອງບອກໄດ້ເລີຍວ່າ ປັດຈຸບັນນີ້ ” ຂ້ອຍບໍ່ແມ່ນນາງຟ້າ” ຂອງສາວໜ້າຫວານ ມິນິ ເອັງເຈີ ກະແສດີເກີນຄາດ ເພາະເນື້ອຫາຂອງເພງທີ່ສະທ້ອນເຂົ້າໄປເຖິງຈິດໃຈຂອງໃຜຫຼາຍໆຄົນທີ່ໄດ້ຟັງ ແລະ ເນື້ອຫາຂອງ MV ທີ່ຖ່າຍທອດອາລົມເພງອອກມາຢ່າງສົມບູນແບບ ຈິ່ງເຮັດໃຫ້ເພງນີ້ສາມາດກ້າວຂື້ນໄປຕິດຊາສໃນຫລາຍໆລາຍການ ບໍ່ວ່າຈະເປັນທາງຄື້ນວີທະຍຸ ແລະ ໂທລະພາບ ທີ່ມີສຽງມະຫາຊົນຂໍຫລາຍທີ່ສຸດ. 

ສາວໜ້າຫວານ ມິນິ ເອັງເຈີ ສັງກັດຢູ່ໃນຄ້າຍເພງ ທີເຄ ຊາວລາວ ເພງນີ້ຖືວ່າເປັນເພງເປີດໂຕອາລະບ້ຳຂອງສາວ ມິນິ ເອັງເຈີ ແລະ ກໍ່ໄດ້ຮັບຜົນຕອບຮັບທີ່ດີເກີນຄາດ

ສ່ວນເພງໃໝ່ທີ່ເພິ່ນຈະປ່ອຍອອກມານັ້ນຈະເປັນເພງໃດ ແລະ ຈະອອກໃນຊ່ວງເວລາໃດນັ້ນ ຫາກທາງລາວໂພສຕ໌ມີຂ່າວການເຄື່ອນໄຫວແນວໃດນັ້ນຈະຟ້າວນຳມາລາຍງານໃຫ້ແຟນໆໄດ້ຮູ້ທັນທີ.

 

ຂຽນຂ່າວໂດຍ: ປັອກເລັກ ລາວໂພສຕ໌
ແຫລ່ງທີ່ມາ:ທີເຄ ຊາວລາວ ແລະ ວ້າວດາລາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...