spot_img
Homeຂ່າວການພັດທະນາສົກ​ນີ້ເສດ­ຖະ­ກິດ ລາວ​ຈະ​ເຕີບ​ໂຕ ລະ­ດັບ 7,7%

ສົກ​ນີ້ເສດ­ຖະ­ກິດ ລາວ​ຈະ​ເຕີບ​ໂຕ ລະ­ດັບ 7,7%

Published on

   ວັນ​ທີ 23 ມີ­ນາ​ຜ່ານ​ມາສະຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ແຫ່ງ​ຊາດໄດ້ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ບົດ​ລາຍ​ງານເສດ­ຖະ­ກິດ​ຂອງສປປລາວປະ­ຈຳ​ສົກ​ປີ 2014Œ2015 ແລະ​ ທ່າ​ອຽງ 2015Œ2016 ທີ່​ໂຮງ­ແຮມ​ແລນ​ມາກນະ­ຄອນຫຼວງ​ວຽງ​ຈັນ, ໂດຍ​ການ​ເປັນ​ປະ­ທານຂອງ​ທ່ານດຣ. ບຸນ​ທະ­ວີ ສີ​ສຸ­ພັນ​ທອງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນການ ແລະ​ການ​ລົງ­ທຶນ, ທ່ານດຣ. ລີ​ເບີລີ​ບົວ​ປາວຫົວ­ໜ້າ​ສະ​ຖາ​ບັນ​ຄົ້ນ­ຄວ້າເສດ­ຖະ­ກິດ​ແຫ່ງ​ຊາດ, ພ້ອມ​ດ້ວຍ​ຄະ­ນະແລະ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

   ທ່ານດຣ. ບຸນ​ທະ­ວີສີ​ສຸ­ພັນ​ທອງກ່າວ​ວ່າ: ກອງ​ປະ­ຊຸມເຜີຍ­ແຜ່​ບົດ​ລາຍ​ງານ​ເສດ­ຖະ­ກິດ​ຂອງສປປລາວປະ­ຈຳ​ສົກ​ປີ 2014Œ2015 ແລະ​ທ່າ​ອ່ຽງ 2015Œ2016 ຊຶ່ງ​ໃນສົກ​ປີ 2014Œ2015 ເສດ­ຖະ­ກິດ​ມະ­ຫາພາກ​ເຕີບ​ໂຕ​ໃນ​ລະ­ດັບ 7,6% ຕ່ຳ​ກວ່າ​ປີຜ່ານ​ມາເລັກ​ນ້ອຍ​ທີ່​ເຕີບ​ໂຕ 7,8% GDP ສະເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ 15,4  ລ້ານ​ກີບ, ສະເພາະ​ສົກ​ປີ 2015Œ2016 ນີ້​ຄາດ​ວ່າເສດ­ຖະ­ກິດ​ຂອງ​ລາວ​ຈະ​ເຕີບ​ໂຕ​ປະ­ມານ7,7%ແລະ​ສົກ2016Œ2017ເສດ​ຖະກິດ​ຈະ​ເຕີບ​ໂຕ​ລະ­ດັບ7,9%ແລະ​ກອງປະ­ຊຸມ​ແມ່ນ​ມີ​ຄວາມ​ສຳ­ຄັນ​ຢ່າງ​ຍິ່ງ​ທີ່ຈະ​ໄດ້​ນຳ​ສະ­ເໜີ​ຜົນ​ການ​ຕິດ­ຕາມ, ວິ­ເຄາະແລະ​ວິ­ໄຈກ່ຽວ​ກັບ​ເສດ­ຖະ­ກິດ​ມະ­ຫາພາກ​ໃນ​ສົກ​ປີ­ຜ່ານ­ມາແລະ​ທ່າ​ອຽງ​ໃນຊຸມ​ປີ​ຕໍ່­ໜ້າ, ຊຶ່ງ​ເປັນ​ວຽກ​ຂອງ​ສະ​ຖາ​ບັນຄົ້ນ­ຄວ້າ​ເສດ­ຖະ­ກິດ​ແຫ່ງ​ຊາດເພື່ອ​ສະໜອງ​ຂໍ້​ມູນ​ປະ­ກອບ­ສ່ວນ​ໃຫ້​ແກ່​ການ​ຕິດ­ຕາມແລະ​ປະ​ເມີນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມຂອງສປປລາວ, ອີກ​ຢ່າງ​ໜຶ່ງ​ກໍ​ເເປັນ​ການ​ປະເມີນ​ເສດ­ຖະ­ກິດ​ໂດຍ​ນຳ​ໃຊ້​ເຄື່ອງ­ມື​ຈຳລອງ​ເສດ­ຖະ­ກິດ​ທີ່​ມີ​ວິ­ທະ­ຍາ­ສາດຊຶ່ງສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດ​ແຫ່ງ​ຊາດ​ໄດ້​ພັດ­ທະ­ນາ​ຂຶ້ນທັງ​ນຳ​ໃຊ້ແລະ​ສືບ­ຕໍ່ພັດ­ທະ­ນາ​ປັບ­ປຸງ​ຢ່າງ​ເປັນ​ປົກ­ກະ­ຕິ.

ຂະ­ນະ​ທີ່​ທ່ານດຣ. ລີ​ເບີລີ​ບົວ​ປາວກ່າວ​ວ່າ: ເພື່ອ​ເປັນ​ການ​ເຜີຍ­ແຜ່​ບົດ​ລາຍງານ​ເສດ­ຖະ­ກິດ​ຂອງ​ລາວແລະ​ເພື່ອ​ເປັນໃຈ­ກາງ​ໃນ​ການ​ສ້າງ​ປື້ມ​ບົດ​ລາຍ​ງານຫົວ​ນີ້​ຈະ​ລວມ​ມີ​ເນື້ອ​ໃນ 5 ພາກ​ຄື: 1. ກ່ຽວ​ກ​ກັບ​ສະ­ພາບ​ເສດ­ຖະ­ກິດ​ຂອງ​ສາກົນ​ໃນ​ສົກ​ປີ 2014Œ2015, 2. ກ່ຽວ​ກັບເສດ­ຖະ­ກິດ​ມະ­ຫາ​ພາກ​ຂອງສປປລາວ, 3. ການ​ເຕີບ​ໂຕແລະ​ສະ­ຖຽນ​ລະ​ພາບຂອງ​ເສດ­ຖະ­ກິດ​ມະ­ຫາ​ພາກ, 4. ສະ­ເໜີ​ຄວາມ​ຄືບ​ໜ້າ​ໃນ​ການ​ພັດ­ທະ­ນາ​ທີ່​ພົ້ນເດັ່ນ ແລະພາກ​ສຸດ​ທ້າຍການ​ສະ­ເໜີ​ທ່າອ່ຽງ​ຂອງ​ເສດ­ຖະ­ກິດ​ສາ­ກົນແລະ​ຜົນ​ການ​ພະ­ຍາ­ກອນ​ກ່ຽວ​ກັບ​ທ່າ​ອ່ຽງ​ເສດ­ຖະ­ກິດ​ລາວໃນ​ສົກ​ປີ 2015Œ2016 ແລະ 2016Œ2017 ວ່າ​ຍັງ​ມີ​ປັດ​ໄຈ​ໃດແດ່​ທີ່​ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດŒສັງຄົມ​ປະ­ເທດ​ພວກ​ເຮົາ, ລວມ​ທັງ​ປັດ​ໄຈສິ່ງ­ແວ­ດລ້ອມ​ທີ່​ສາ­ມາດ​ກະ­ທົບ​ຕໍ່​ເສດ​ຖະກິດ​ພວກ​ເຮົາ​ເປັນ­ຕົ້ນ​ໂຄງ­ການ​ໃຫຍ່ເຊັ່ນ: ໂຄງ­ການ​ລົດ­ໄຟ, ໂຄງ­ການ​ດາວທຽມ, ບັນ­ດາ​ເຂື່ອນ​ໄຟ­ຟ້າ​ທີ່​ຈະ​ສົ່ງ​ຜົນ​ຕໍ່ເສດ­ຖະ­ກິດ​ໃນ​ປີ 2015Œ2016, ພ້ອມທັງ​ເບິ່ງ​ຄືນ​ປັດ​ໄຈ​ທີ່​ພົ້ນ​ເດັ່ນ​ບໍ່​ວ່າ​ຈະເປັນ​ການ​ປະ­ຕິ­ບັດ​ບັນ­ດາ​ເປົ້າ​ໝາຍ​ສະ­ຫັດສະ​ວັດ​ດ້ານ​ການ​ພັດ­ທະ­ນາ, ຄວາມ​ຄືບໜ້າ​ເປົ້າ​ໝາຍ​ເພື່ອ​ຫຼຸດ​ພົ້ນ​ສະ­ຖາ­ນະ​ພາບປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ສະ­ນັ້ນ​ພວກ​ເຮົາ​ຕ້ອງ​ຮູ້​ວ່າ​ພວກ​ເຮົາ​ປະຕິບັດ​ຮອດ​ໃສ, ຄວາມ​ຄືບ​ໜ້າ​ບາງ​ຂົງເຂດ​ເສດ­ຖະ­ກິດ​ທີ່​ເປັນ​ປັດ​ໄຈ​ທີ່​ສຳ­ຄັນ​ຕໍ່ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ເຊັ່ນ: ບັນ­ດາເຂດ​ເສດ­ຖະ­ກິດ​ພິ­ເສດແລະ​ເຂດ​ເສດ​ຖະກິດ​ສະ­ເພາະ​ທີ່​ເປັນ​ໂຄງ­ການ​ຂະ­ໜາດ​ໃຫຍ່ແລະ​ຈະ​ເປັນ​ໂຕ​ຂັບ​ເຄື່ອນ​ເສດ­ຖະ­ກິດຕ້ອງ​ມີ​ການ​ປະ​ເມີນ​ຄືນແລະ​ໃນ​ເງື່ອນໄຂ​ຂອງ​ການ​ເຊື່ອມ​ໂຍງ​ກັບ​ປະ­ຊາ​ຄົມເສດ­ຖະ­ກິດ​ອາ​ຊຽນ​ໃນ​ການ​ກຽມ­ພ້ອມດ້ານ​ຕ່າງໆ​ທີ່​ມີ​ຄວາມ​ຈຳ­ເປັນອັນ​ພື້ນຖານ​ວ່າ​ມີ​ຫຍັງ​ແດ່​ເປັນ­ຕົ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...