ພຣະທາດສີສອງຮັກ
ໃນຂະນະທີ່ພະເຈົ້າເມືອງຫົງສາວະດີກຳລັງປາບປາມເສີກທີ່ທາງເມືອງຣາມັນຢູ່ ພະເຈົ້າໄຊຍະເສດຖາທິຣາຊມີແນວຄິດທີ່ຈະຜູກສາຍສຳພັນໄມຕຣີກັບພະເຈົ້າກຸງສີອະຍຸທທະຍາ ເພື່ອຈະໄດ້ຮ່ວມກຳລັງກັນຕໍ່ຕ້ານພະມ້າເຊິ່ງເປັນຂ້າເສີກ ຈຶ່ງໄດ້ພ້ອມກັນເຮັດພິທີປັກປັນເຂດແດນກັນຂຶ້ນ ແລະ ຊົງຮ່ວມກັນສັດຕະຍະສາບານຕໍ່ກັນໄວ້ວ່າ ຈະບໍ່ຮຸກຮານເຊິ່ງກັນແລະກັນ ແລະ ເພື່ອເປັນສັກຂີພິຍານໃນການນີ້ຈຶ່ງໄດ້ພ້ອມກັນສ້າງພຣະທາຕຸອົງຫນຶ່ງຂຶ້ນ ເພື່ອໃຫ້ເປັນສູນກາງແຫ່ງຫລັກສັດທັມລະຫວ່າງສອງອານາຈັກຂຶ້ນ ເຊິ່ງປະຈຸບັນພຣະທາຕຸນີ້ຢູ່ລະຫວ່າງປາກນ້ຳອູ້ (ນ້ຳອູ້ ເປັນລຳນ້ຳນ້ອຍໆ ເກີດຈາກພູນ້ຳລາງ ເຊິ່ງຢູ່ລະຫວ່າງເຂດແດນອຳເພີນະຄອນໄທ ຈັງຫວັດພິສະນຸໂລກ ກັບເຂດແດນອຳເພີດ່ານຊ້າຍ ຈັງຫວັດເລຍ) ແລະ ນ້ຳອູ້ໄຫລມາຕົກນ້ຳຫມັນ ຫ່າງຈາກຕົວເມືອງດ່ານຊ້າຍປະມານ 50 ເສັ້ນ ປີ ພສ 2103 ແລະ ສ້າງແລ້ວໃນປີກຸນ ພສ 2106 ເດືອນ 6 ຂຶ້ນ 14 ຄ່ຳ ໂດຍມີຖານພື້ນຂະໜາດສີຫລ່ຽມຈັດຕຸລັດ ດ້ານລະ 8 ແມັດ ມີຍອດສູງ 28 ແມັດ ສ້າງດ້ວຍດິນຈີ່ໂບກດ້ວຍປະທາຍເພັດ ໂດຍມີການຕັ້ງຊື່ວ່າ : ພຣະເຈດີສີສອງຮັກ (ສີ=ມາຈາກ ສຼີສັຕຕະນະຫຸດ…. ແລະ ສຼີອະຍຸທທະຍາ… ສອງ= ມາຈາກສອງອານາຈັກ ແລະ ຮັກ = ກໍ່ຫມາຍວ່າສ້າງຂຶ້ນເພື່ອເປັນສັກຂີພະຍານໃນຄວາມຮັກຂອງສອງອານາຈັກ)
ຫລັງຈາກທີ່ສ້າງພຣະທາດສີສອງຮັກແລ້ວບໍ່ດົນ ເພື່ອຈະຜູກສັມພັນໄມຕຣີກັບກຣຸງສີອະຍຸທທະຍາໃຫ້ແໜ້ນແຟ້ນຍິ່ງຂຶ້ນ ພະເຈົ້າໄຊຍະເຊດຖາທິຣາຊຈຶ່ງໄດ້ມີພຣະຣາຊສານ ຂໍພຣະເທພກະສັດຕຣີ ພຣະຣາຊທິດາອົງທີ່ສອງ ຂອງສົມເດັດພຣະມະຫາຈັກກະພັດ ເຊິ່ງປະສູດກັບສົມເດັດພຣະສີສຸຣິໂຍທັຍໄປເປັນມະເຫສີ ໂດຍໃຫ້ຣາຊທູດນຳຣາຊສານພ້ອມດ້ວຍເຄື່ອງບັນນາການນຳໄປຖວາຍສົມເດັດພຣະມະຫາຈັກກະພັດ ທີ່ກຣຸງສຼີອະຍຸທທະຍາ ໃນປາຍປີ ພສ 2106.
ເມື່ອສົມເດັດພຣະມະຫາຈັກກະພັດໄດ້ຮັບພຣະຣາຊສານແລ້ວ ໂປຣດໃຫ້ປະຊຸມບັນດາເສນາອາມາດຜູ້ໃຫຍ່ເພື່ອປືກສາຫາລືກັນ ແລະບັນດາເສນາອາມາດເຫັນພ້ອມກັນວ່າ ສົມຄວນທີ່ຈະເປັນຣາຊໄມຕຣີດ້ວຍ ເພາະຫາກວ່າມີພະມ້າຂ້າເສີກບຸກມາເຖິງບ້ານເມືອງ ກໍ່ຈະໄດ້ເປັນກຳລັງຊ່ວຍກັນຕໍ່ຕ້ານ ສົມເດັດພຣະມະຫາຈັກກະພັດຊົງເຫັນຊອບດ້ວຍ ຈຶ່ງຊົງດຳຣັດໃຫ້ມີພຣະຣາຊສານເຖິງພຣະເຈົ້າໄຊຍະເຊດຖາທິຣາຊ.
ຝ່າຍພຣະເຈົ້າໄຊຍະເສດຖາທິຣາຊເມື່ອໄດ້ຮັບສານຕອບແລ້ວ ກໍ່ດີພຣະທັຍ ຈຶ່ງໄດ້ຈັດແຕ່ງທຸຕານຸທູດພ້ອມດ້ວຍພະຍາເຖົ້າແກ່ ຈຳນວນ 500 ຄົນ ລົງໄປກຣຸງສີອະຍຸທທະຍາ ແຕ່ບັງເອີນພຣະເທພກະສັຕຕຣີ ກຳລັງປະຊວນຫນັກ ສົມເດັດພຣະມະຫາຈັກກະພັດ ຈຶ່ງຍົກນາງແກ້ວຟ້າ ຣາຊະທິດາອີກອົງຫນຶ່ງໄປແທນພຣະເທພກະສັຕຕຣີ ພ້ອມດ້ວຍເຄື່ອງຣາຊຊູປະໂພກ ສຳລັບມະເຫສີນາງສະໜົມແລະຜູ້ຮັບໃຊ້ຊາຍຍິງ ຈຳນວນ 500 ຄົນ ໃຫ້ໄປກັບທູດທີ່ສົ່ງມາ.
ເມື່ອພຣະເຈົ້າໄຊຍະເສດຖາທິຣາຊ ຮັບຊາບວ່າ ບໍ່ແມ່ນອົງພຣະເທພກະສັຕຕຣີ ກໍ່ຊົງເສຍພຣະທັຍ ຈິ່ງມີພຣະຣາຊສານໃຫ້ທູຕນຳມາຖວາຍ ແລະສົ່ງພຣະນາງແກ້ວຟ້າກັບຄືນ ເຊິ່ງໃນພຣະຣາຊສານມີໃຈຄວາມວ່າ: ເດີມພຣະອົງໄດ້ປຣະສາທພຣະເທພກະສັຕຕຣີ ໃຫ້ຂ້າພຣະອົງ ກິຕິສັພໄດ້ຮັບຮູ້ໄປແລ້ວທົ່ວ ຕ່າງນິຍົມຊົມຊອບຂອບຂັນສີມາ ບັດນີ້ ພຣະອົງສົ່ງພຣະແກ້ວຟ້າປ່ຽນມາໃຫ້ແທນນັ້ນ ແມ່ນວ່າພຣະແກ້ວຟ້າຣາຊບຸຕຕຣີ ຈະມີກິຕຕິລັກສະນະໂສມທີ່ໂສພາຍິ່ງກວ່າ ພຣະເທພກະສັຕຕຣີ ຮ້ອຍພັນທະວີກໍ່ດີ ກໍ່ຍັງຫາໄດ້ລຶບກິຕິສັພພຣະເທພກະສັຕຕຣີເສຍໄດ້ ຈະເປັນທີ່ອົດສູຊົ່ວກັບປາວະສານ ຂ້າພຣະອົງຈຶ່ງຂໍສົ່ງພຣະແກ້ວຟ້າຄືນ ຂໍໃຫ້ພຣະອົງຈົ່ງຊົງເມດຕາພຣະຣາຊທານພຣະເທພກະສັຕຕຣີແກ່ຂ້າພຣະອົງ ດັ່ງມີພຣະຣາຊສານອະນຸຍາດຕາມແຕ່ກ່ອນເກີດສົມເດັດພຣະມະຫາຈັກກະພັດແຈ້ງຂໍ້ຄວາມໃນພຣະຣາຊສານນັ້ນແລ້ວ ຈຶ່ງຮູ້ສຶກລະອາຍພຣະທັຍ ເມື່ອພຣະເທພກະສັຕຕຣີຫາຍປຣະຊວນແລ້ວ ກໍ່ຊົງຈັດເຄື່ອງຣາຊຊູປະໂພກ ພ້ອມດ້ວຍຜູ້ຄົນຈຳນວນ 500 ຄົນ ໃຫ້ພຣະຍາແມນ ນຳເອົາພຣະເທພກະສັຕຕຣີ ສົ່ງມາໃຫ້ ໃນເດືອນ 5 ປີຊວດ ສັກກະຣາຊ 926* (ພສ 2107) ( ພົງສາວະດານພາສາລາວກວ່າວ່າ ຈຸລະສັກກະຣາຊ 913 ພສ 2094)
ຝ່າຍພຣະມະຫາທັມມະຣາຊາ ຜູ້ຝັກໄຝ່ຝ່າຍພະມ້າຢູ່ກ່ອນແລ້ວ ເມື່ອຄັ້ງເສີກຊ້າງເຜືອກ ເຊິ່ງຕອນນັ້ນກຣຸງສີອະ ຍຸທທະຍາປຽບສະເຫມືອນຫນຶ່ງເປັນເມືອງອອກຂອງພະມ້າ ພຣະເຈົ້າກຣຸງຫົງສາວະດີໄດ້ແຕ່ງຕັ້ງໃຫ້ພຣະມະຫາທັມມະຣາຊາຢູ່ຄອງເມືອງພິດສະນຸໂລກຕາມເດີມ ແລະໃຫ້ຄວາມສະໜິດສະໜົມຫລາຍກວ່າທາງສົມເດັດພຣະມະຫາຈັກກະພັດ ເພາະເປັນອຸບາຍຂອງພະມ້າທີ່ຈະເຮັດໃຫ້ກຣຸງສຼີອະຍຸທທະຍາແຕກຄວາມສາມັກຄີ ແລະເມື່ອທາງພຣະມະຫາທັມມະຣາຊາຮູ້ຂ່າວວ່າ ຈະມີການສົ່ງພຣະເທພກະສັຕຕຣີໄປທີ່ເມືອງສຼີສັຕຕະນາກລ້ານຊ້າງ ຈຶ່ງມີໜັງສືແຈ້ງໄປໃຫ້ພຣະເຈົ້າບຸເຣງນອງຮັບຊາບ ຝ່າຍພະມ້າຄິດຈະຕັດໄມຕຣີລະຫວ່າງສຼີສັຕຕະນາກແລະກຣຸງສີອະຍຸທທະຍາ ຢູ່ແລ້ວ ຈຶ່ງແຕ່ງຕັ້ງໃຫ້ພຣະຕະບະເປັນຫົວຫນ້າຍົກທັບ 5,000 ມາລັດດັກຕາແສງມະເຣິງ ນອກດ່ານເມືອງເພັດສະບູນ ແລ້ວສະກັດຕີທັບສຼີສັຕຕະນາກລ້ານຊ້າງ ເຊິ່ງມາຮັບພຣະເທພກະສັຕຕຣີຈົນແຕກໄປ ແລະໄດ້ອົງພຣະເທພກະສັຕຕຣີແລ້ວນຳໄປຖວາຍພຣະເຈົ້າບຸເຣງນອງ
ສົມເດັດພຣະມະຫາຈັກກະພັດຊົງຊາບຂ່າວ ແລະໄດ້ແຄ້ນພະທັຍນັກໜາ ເຊັ່ນດຽວກັນກັບພຣະເຈົ້າໄຊຍະເຊດຖາທິຣາຊນັ້ນກໍ່ຊົງພຣະພິໂຣດຫລາຍກວ່າ ເຊິ່ງການທີ່ພະມ້າຍົກທັບມາລັກແລະຍາດເອົາພຣະເທພກະສັຕຕຣີໄປໃນຄັ້ງນີ້ ເຊິ່ງເປັນເພາະພຣະມະຫາທັມມະຣາຊາເຈົ້າເມືອງພິສະນຸໂລກ ແຕ່ສົມເດັດພຣະມາຫາຈັກກະພັດມີພຣະຣາຊສານຫ້າມໄວ້ຈຶ່ງການເກີດສົງຄາມໃນຄັ້ງນັ້ນ…
ຂໍ້ມູນຈາກ Art and Culture of Laos