Homeຂ່າວທ້ອງຖິ່ນຕົວແບບ ການປູກພືດລະດູແລ້ງ ຢູ່ເມືອງສິງ ແຂວງຫຼວງນໍ້າທາ

ຕົວແບບ ການປູກພືດລະດູແລ້ງ ຢູ່ເມືອງສິງ ແຂວງຫຼວງນໍ້າທາ

Published on

ໃນ​ສັງ­ຄົມ​ປະ­ຈຸ​ບັນ ການສ້າງ​ລາຍ​ຮັບ​ທີ່​ແນ່­ນອນ​ໃຫ້​ຄອບຄົວ​ແມ່ນ​ປັດ​ໄຈ​ສຳ­ຄັນ​ຂອງ​ການພັດ­ທະ­ນາ​ຄຸນ​ນະ​ພາບ​ຊີ­ວິດ​ບາງຄົນ​ຄິດ​ວ່າ:

ຕ້ອງ​ຮຽນ​ດີ​ມີ​ຄວາມ​ຮູ້ສູງ ຫຼື ມີ​ທຶນ­ຮອນ​ກ້ອນ​ໃຫຍ່ ຈິ່ງ​ຈະມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ແຕ່​ສຳ­ຄັນຄອບ­ຄົວ ທ່ານ ໂຫ​ຍີ່​ແສງ ອິນ​ແສງແພງ ຢູ່​ບ້ານ​ທົ່ງ​ໃໝ່ ເມືອງ​ສິງ ແຂວງ​ຫຼວງ​ນ້ຳ​ທາ ບໍ່​ໄດ້​ຄິດ​ເລີ່ມ ຕົ້ນ​ດ້ວຍ​ປັດ​ໄຈ​ພື້ນ­ຖານ​ດັ່ງ­ກ່າວ ພຽງ​ແຕ່​ເອົາ​ເຫື່ອ­ແຮງ, ສະຕິ​ປັນຍາ ແລະ​ເຮັດ​ແທ້​ທຳ​ຈິງ​ກໍ​ມີ​ຜົນ​ສຳເລັດ​ຂອງ​ຊີ­ວິດ​ໄດ້.

ທ່ານ​ໄດ້​ກ່າວ​ກັບ​ຜູ້​ຂຽນ​ວ່າ: ຂ້າ­ພະ­ເຈົ້າ ຊື່ ໂຫ​ຍີ່​ແສງ ອິນ​ແສງແພງ ບ້ານ​ທົ່ງ​ໃໝ່ ເມືອງ​ສິງ ແຂວງຫຼວງ​ນ້ຳ​ທາ ອາ­ຍຸ 29 ປີ​ອາ­ຊີບ ເຮັດ​ນາ ແລະ​ປູກ​ພືດ​ລະ­ດູ­ແລ້ງ ແຕ່ກ່ອນ​ຄອບ­ຄົວ​ຂອງ​ຂ້າ­ພະ­ເຈົ້າ​ແມ່ນເຮັດ​ແຕ່​ນາ­ປີ ເບິ່ງ​ແລ້ວ​ພໍ​ກຸ້ມ​ຢູ່ ກຸ້ມ​ກິນ​ບໍ່​ໄດ້​ເຮັດ​ໃຫ້​ຄອບ­ຄົວ​ຂອງ ຂ້າ­ພະ­ເຈົ້າ​ຈະ­ເລີນ​ກ້າວ­ໜ້າ ຈິ່ງ​ຫັນປ່ຽນ​ປູກ​ພືດ​ລະ­ດູ­ແລ້ງ​ເພີ່ມ​ເຕີມ ປູກ​ໄດ້ 7Œ8 ປີ​ແລ້ວ ໃນ​ເນື້ອ­ທີ່ 2,5 ເຮັກ­ຕາ ໂດຍ​ເລີ່ມ​ແຕ່​ປີ 2006 ເປັນຕົ້ນ​ມາ​ໃນ​ແຕ່​ລະ​ປີ​ສ້າງ​ລາຍ​ຮັບ ເຂົ້າ​ຄອບ­ຄົວ 195 ລ້ານ​ກີບ ສ່ວນແນວ​ພັນ​ພືດ​ຊື້​ມາ​ແຕ່​ປະ­ເທດ​ຈີນ, ຊື້​ເອງ, ບໍ່​ໄດ້​ເອົາ​ນຳ​ບໍ­ລິ­ສັດ​ຂັ້ນຕອນ​ໃນ​ການ​ປູກ​ໝາກ­ແຕງ­ໂມ ໃນ​ເມື່ອ​ກ່ອນ​ເລີ່ມ​ຕົ້ນ​ເຮັດ​ໃໝ່ໆ ເຮົາ​ຈະ​ເອົາ​ໝາກ­ແຕງ­ໂມ​ລົງ​ເລີຍ ບໍ່​ໄດ້​ຕໍ່​ເຕົ້າ​ເຮັດ​ໄດ້​ປະ­ມານ 2 ປີ ເຮັດ​ໃຫ້​ແຕງ​ໂມ​ບໍ່​ງາມ ຕໍ່​ມາ​ກໍ​ຫັນປ່ຽນ​ມາ​ຕໍ່​ເຕົ້າ ໃນ​ປີ 2010 ໂດຍ ໄດ້​ເພີ່ມ​ຕົ້ນ​ທຶນ​ຕື່ມ​ແຕ່​ກ່ອນ​ເຮັກຕາ​ໜຶ່ງ 10 ລ້ານ​ກີບ, ປີ​ທຳ​ອິດ​ເຮັດ 9 ພັນ­ຕາ​ແມັດ ປີ​ຕໍ່​ມາ​ປູກ​ປະ­ມານ 2 ເຮັກ­ຕາ ໃນ​ໄລ­ຍະ​ການ​ປູກ​ແມ່ນ 4 ເດືອນ ກໍ​ເກັບ​ຂາຍ​ໄດ້ ວິ­ທີ​ການ ບົວ­ລະ­ບັດ​ຮັກ­ສາ​ແຕງ​ໂມ​ມີ​ຫຼາຍຂັ້ນ​ຕອນ​ເປັນ­ຕົ້ນ ຕ້ອງ​ໄດ້​ຮັກ­ສາ ຢ່າງ​ໃກ້­ຊິດ­ຕິດ­ແທດ​ດີ​ທີ່​ສຸດ​ເວ­ລາກ້າ​ເບ້ຍ ຫຼັງ​ຈາກ​ລົງ​ແກ່ນ​ແລ້ວ​ກໍ ໄດ້​ໃກ້­ຊິດ, ໄດ້​ເບິ່ງ­ແຍງ​ມັນ​ຕະຫຼອດ​ໜຶ່ງ​ອາ­ທິດ ອີກ​ປະ­ມານ​ໜຶ່ງອາ­ທິດ​ເຮົາ​ກໍ​ເອົາ​ແກ່ນ​ແຕງ​ຫວ່ານ ລົງ​ດິນ​ຕື່ມ ຫຼັງ​ຈາກ​ນັ້ນ ຖ້າ​ຟ້າແດດ 3 ມື້ ກໍ​ໄດ້​ຕໍ່​ແລ້ວ ຖ້າ​ຟ້າ​ບໍ່ ແດດ​ມັນ​ກໍ​ໃຊ້​ເວ­ລາ​ຍາວ ຫຼັງ​ຈາກ ນັ້ນ, ປະ­ມານ 15Œ-20 ວັນ ເຮົາ​ຈະໄດ້​ປູກ​ຕ້ອງ​ໄດ້​ໃກ້­ຊິດ​ເບິ່ງ­ແຍງ​ຈຸດສັດ­ຕູ​ພືດ​ມັນ​ມາ​ລົບ​ກວນ, ພະ­ຍາດກໍ​ຫຼາຍ​ມີ​ພະ­ຍາດ​ໃບ​ແຫ້ງ, ເຄືອ​ງໍ ຖ້າ­ວ່າ​ເປັນ​ແນວ​ນີ້​ແລ້ວ​ເຮົາ​ຕ້ອງ ໄດ້​ສີດ​ຢາ, ຕ້ອງ​ໄດ້​ເບິ່ງ​ໄປ​ທຸກ ໜານ, ແຖວ​ໃດ​ເປັນ​ພະ­ຍາດ​ຈະ​ໄດ້ ເອົາ​ຢາ​ໄປ​ກັນ​ໄວ້ສຳ­ລັບ​ການ​ຂາຍ ໃນ​ແຕ່​ລະ​ປີ ແມ່ນ​ລາ­ຄາ​ບໍ່​ຄື​ກັນ ບາງ​ປີ​ກໍ​ແພງ, ບາງ​ປີ​ກໍ​ຖືກ, ບາງ​ປີປະ­ມານ 2.500Œ2.600 ກີບ​ຕໍ່​ກິໂລ ໂດຍ​ແມ່ນ​ພໍ່­ຄ້າ​ຈາກ​ປະ­ເທດຈີນ​ເຂົາ­ເຈົ້າ​ມາ​ຊື້​ຢູ່​ສວນ​ເລີຍ​ບາງ ປີ​ກໍ​ໄດ້ 70Œ80 ລ້ານ​ກີບ ຖ້າ​ເຮົາເຮັດ 2 ເຮັກ­ຕາ ຈະ​ມີ​ລາຍ​ໄດ້​ຮອດ 195 ລ້ານ​ກີບ​ຕໍ່​ປີ ພາຍ­ຫຼັງ​ທີ່​ໄດ້ ຫັນ­ປ່ຽນ​ອາ­ຊີບເຮັດ​ໃຫ້​ຄອບ­ຄົວ ດີ​ຂຶ້ນ ສາ­ມາດ​ຊື້​ໄດ້​ລົດ​ຕູ້ 1 ຄັນ, ຊື້ເຄື່ອງ​ຈັກ​ປັ່ນ​ເຂົ້າ­ປຸ້ນ, ຊື້​ໂຮງ​ກະແລັມ ແລະ​ກໍ​ມີ​ເງິນ​ໃຊ້​ຈ່າຍ​ໃນ​ຄອບຄົວ ນອກ­ຈາກ​ປູກ​ໝາກ­ແຕງ­ໂມ, ລະ­ດູ­ຝົນ​ຍັງ​ປູກ​ໝາກ­ສາ­ລີ, ໝາກຖົ່ວ­ເຫຼືອງ ແລະ​ຜັກ ເພື່ອ​ໃຊ້​ສອຍ ໃນ​ຄອບ­ຄົວ ອະ­ນາ­ຄົດ​ຂ້າ­ພະ­ເຈົ້າຈະ​ປູກ​ໝາກ­ບວບ​ລອຍ, ໝາກ​ນ້ອຍລ່ຽມ, ໝາກ­ເຂືອ.

ທ່ານ ຈານ​ແກ້ວ ໂຄດ​ອິນ​ແປງ ເລ­ຂາ​ພັກ​ບ້ານ, ນາຍ­ບ້ານໆ​ທົ່ງ ໃໝ່ ໃຫ້​ຮູ້​ວ່າ: ບ້ານ​ທົ່ງ​ໃໝ່​ມີ 70 ຫຼັງ­ຄາ​ເຮືອນ, 105 ຄອບ­ຄົວ, ພົນລະ​ເມືອງ​ມີ 366 ຄົນ, ຍິງ 170 ຄົນ, ມີ​ເນື້ອ­ທີ່​ລວມ​ບ້ານ 111 ເຮັກ­ຕາ, ເນື້ອ­ທີ່​ນາ 81 ເຮັກ­ຕາ, ເນື້ອ­ທີ່ ລ້ຽງ­ສັດ​ປະ­ມານ 15 ເຮັກ­ຕາ, ອາ ຊີບ​ຕົ້ນ­ຕໍ​ແມ່ນ​ເຮັດ​ນາ, ລ້ຽງ­ສັດ, ຄ້າ­ຂາຍ​ອື່ນໆ​ເປັນ​ອາ­ຊີບ​ສຳ­ຮອງ ບ້ານ​ທົ່ງ​ໃໝ່​ແມ່ນ​ໜຶ່ງ​ໃນ​ຈຳ­ນວນ ບ້ານ 3 ສ້າງ ທີ່​ພັກŒລັດ­ຖະ­ບານ ໄດ້​ກຳ­ນົດ​ເປັນ​ບ້ານ​ທີ່​ຕ້ອງ​ໄດ້​ສ້າງ ສາ​ພັດ­ທະ­ນາ, ໃນ​ຫຼາຍ​ປີ­ຜ່ານ­ມາ ໄດ້​ມີ​ໜໍ່​ແໜງ​ຂອງ​ການ​ສ້າງ­ສາ ພັດ­ທະ­ນາ​ຫຼາຍ​ດ້ານ​ຂຶ້ນ​ມາ ເປັນ ຕົ້ນ​ແມ່ນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ດັ່ງ​ຄອບ­ຄົວ​ທ່ານ ໂຫ​ຍີ່​ແສງ ທີ່​ໄດ້ເຮັດ​ສວນ​ໝາກ­ອຶ ເປັນ​ສິນ­ຄ້າ​ກາຍເປັນ​ຄອບ­ຄົວ​ຕົວ​ແບບ​ຢູ່​ບ້ານ​ທົ່ງໃໝ່ ນີ້​ແລະ​ເພິ່ນ​ວ່າ “ສິບ​ສະ­ຫຼຶງ​ຢູ່ຟາກ​ຟ້າ ຢ່າ​ໄດ້​ອ່າວ​ຄະ­ນິງ​ຫາ ມີກີບ​ດຽວ​ໃນ​ມື ໃຫ້​ຮີບ​ໂຮມ​ກຳ​ໄວ້” ບໍ່​ມີ​ຜົນ­ສຳ­ເລັດ​ໃດ​ທີ່​ໄດ້​ມາ​ໂດຍງ່າຍ ແຕ່​ມັນ​ຕ້ອງ​ໄດ້​ມາ​ຈາກ​ຄວາມດຸ­ໝັ່ນ, ຄວາມ​ປະ­ຢັດ ແລະ​ຄວາມອົດ­ທົນ​ຄື​ດັ່ງ​ຄອບ­ຄົວ​ທ່ານ ໂຫ​ຍີ່ ແສງ ອິນ​ແສງ​ແພງ ທີ່​ເຮັດ​ແທ້​ທຳ ຈິງມີ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ໜັກ​ເອົາ​ເບົາ​ສູ້​ຫັນ​ຈາກ​ຜະ­ລິດແບບ​ກຸ້ມ​ຢູ່​ກຸ້ມ​ກິນ​ໄປ​ສູ່​ການ​ຜະ­ລິດ ເປັນ​ສິນ­ຄ້າ​ຕາມ​ນະ­ໂຍ­ບາຍ​ຂອງພັກŒລັດ­ຖະ­ບານ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...