spot_img
Homeຂ່າວຕ່າງປະເທດບຣູ​ໄນ ​ສົ່ງ​ເສີມ​ທ່ອງ​ທ່ຽວ​ທຳມະຊາດສ້າງ​ລາຍ​ຮັບເພີ່ມ

ບຣູ​ໄນ ​ສົ່ງ​ເສີມ​ທ່ອງ​ທ່ຽວ​ທຳມະຊາດສ້າງ​ລາຍ​ຮັບເພີ່ມ

Published on

ບຣູ​ໄນ​​ປະ​ເທດ​ນ້ອຍໆ​ໃນ​ອາ​ຊຽນທີ່​ມີ​ຄວາມ​ມັ່ງ​ຄັ່ງ​ທາງ​ເສດຖະກິດ​ສູງ ອຸດົມສົມບູນ​ດ້ວຍ​ນ້ຳມັນ​ດິບ ​ແລະ ​ແກ໊ສທຳ​ມະ​ຊາດ ພ້ອມ​ທັງ​ປະຊາຊົນ​ຍັງ​ມີ​ລາຍ​ໄດ້​ຕໍ່​ຫົວ​ຄົນ​ສູງ ​ແລະ ມີ​ຄວາມ​ເປັນ​ຢູ່​ທີ່​ດີ​ໃນ​ອັນ​ດັບ​ຕົ້ນໆ​ຂອງ​ໂລກ.

ນັກວິ​ເຄາະ​ຄາດ​ວ່າ ປະລິມາ​ນ້ຳມັນ​ສຳຮອງ​ບຣູ​ໄນ​ຈະ​ໝົດ​​ໄປ​ພາຍ​ໃນ​ປີ 2018 ຖ້າ​ຫາບຣູ​ໄນ​ຍັງ​ເດີນ​ໜ້າ​ສຳ​ຫຼວດ ​ແລະ ສູບ​ນ້ຳມັນ​ດິບ​ດ້ວຍ​ອັດຕາ​ສະ​ເລ່ຍ 2 ​ແສນ​ບາ​ເຣລຕໍ່​ມື້​​ໃນ​ປະຈຸ​ບັນ ໂດຍ​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ພະລັງງານ​ຄິດ​ເປັນ​ອັດຕາ​ສ່ວນ 40% ຂອງ​ຈີ​ດີ​ພີ ຊຶ່ງລາຍ​ຮັບ​ຂອງ​ພາກ​ລັດ 80% ມາ​ຈາກ​ອຸດສາຫະກຳ​ນ້ຳມັນ ​ແລະ ​ແກ໊ສທຳ​ມະ​ຊາດການວາງ​ແຜນ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ໃຫ້​ສາມາ​ດ​ກ້າວຂ້າມຮອຍ​ຕໍ່​ຂອງ​ຄວາມ​ຮັ່ງມີເດີມ ຈິ່ງ​ເປັນ​ສິ່ງ​ທ້າ​ທາຍ​ລັດຖະບານ​ບຣູ​ໄນ.

ຫຼ້າ​ສຸດ​ລັດຖະບານ​ກຳລັງ​ເລັ່ງ​ໄປ​ທີ່​ການທ່ອງທ່ຽວນິ​ເວດ​ສ້າງ​ລາຍ​ໄດ້​ແທນ​ນ້ຳມັນ ໂດຍ​ລັດຖະບານ​ໄດ້​ຈັດ​ສັນ​ງົບປະມານ 250 ພັນ​ໂດ​ລາ​ສະຫະລັດ ສຳລັບ​ສົ່ງ​ເສີມ​ການທ່ອງທ່ຽວ​ໃນ​ປີ​ງົບປະມານ​ທີ່​ຈະ​ມາ​ເຖິງ​ນີ້ ​ເຊື່ອ​ວ່າ​ຈະ​ພຽງພໍ​ເນື່ອງ​ຈາກ​ທາງ​ກະຊວງ​ມີ​ແຜນ​ຈະ​ໃຊ້​ເຄື່ອງມື​ດ້ານ​ໄອ​ທີ​ເປັນ​ຫຼັກ​ເຊັ່ນ ​ເວັບ​​ໄຊ ​ແລະ ​ແອັບ​ພລິ​ເຄຊັນ​ໃນ​ສະມາດ​ໂຟ ທັງ​ນີ້​ບັນຫາ​ທີ່​ບຣູ​ໄນ​ຍັງ​ປະສົບ​ບັນຫາ​ມາ​ໂດຍ​ຕະຫຼອດ​ຄື​ການ​ຫຼ້າ​ຊ້າ​ຂອງ​ການ​ເຕີບ​ໂຕ​ໃນ​ດ້ານ​ການທ່ອງທ່ຽວ ​ເນື່ອງ​ຈາກ​ຂາດການ​ສົ່ງ​ເສີມ​ທີ່​ມີ​ປະ​ສິດທິ​ພາບຊຶ່ງ​ບຣູ​ໄນ​ຢູ່​ອັນ​ດັບ​ທີ່ 148 ຈາກ 180 ປະ​ເທດ​ທີ່​ມີ​ຜູ້​ເດີນທາງ​ມາ​ທ່ຽວ​ໜ້ອຍ​ທີ່​ສຸດບຣູ​ໄນ​ມີ​ລາຍ​ໄດ້​ຈາກ​ການທ່ອງທ່ຽວ​ພຽງ 3,2% ຈາກ​ລາຍ​ໄດ້​ທັງ​ໝົດ​ຂອງ​ປະ​ເທດ.

ບຣູ​ໄນ​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຈາກ​ກາ​ນປ່ຽນ​ຜ່ານ​ໂຄງ​ສ້າງ​ເສດຖະກິດ​ທີ່​ອາໄສນໍ້າມັນ​ເປັນ​ຫຼັກ ສູ່​ລະບົບ​ເສ​ດຖະກິດ​ແບບ​ໃໝ່​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ຂຶ້ນ ວິ​ໄສ​ທັດ​ຂອງ​ລັດຖະບານ​ທີ່​ໄດ້​ວາງ​ຮາກ​ຖານ​ສຳລັບ​ການ​ພັດທະນາ​ປະ​ເທດ​ໃນ​ອະນາຄົດ​ບໍ່​ແມ່ນ​ສິ່ງ​ທີ່​ຕ້ອງ​ກັງວົນ ຫາກ​ເປັນ​ການ​ປັບ​ປ່ຽນ​ທັດ​ສະ​ນະ​ຄະຕິ​ຂອງ​ປະຊາຊົນ​ໃຫ້​ຍອມຮັບ ​ແລະ ກຽມພ້ອມ​ກັບ​ການ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ​ໄດ້​.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...