spot_img
HomeມູມໄອທີລາວOppo ເປີດໂຕ R9 ແລະ R9 Plus ຢ່າງເປັັນທາງການ

Oppo ເປີດໂຕ R9 ແລະ R9 Plus ຢ່າງເປັັນທາງການ

Published on

ໃນຊ່ວງໄລຍະທີ່ຜ່ານມານີ້ມີຂ່າວຫຼຸດກ່ຽວກັບ ສະມາດໂຟນລຸ້ນໃໝ່ຈາກ Oppo  ອອກມາເລື້ອຍໆ ບໍ່ວ່າຈະເປັນ ລະບົບສະແກນລາຍນິ້ວມືທີ່ມີຄວາມໄວສູງ 0.2 ວິນາທີ ແລະຫຼ້າສຸດກໍມີເຈ້ຍກ່ຽວກັບສະເປັກແລະລາຄາຂອງ R9 ແລະ R9 Plus. ມາຕອນນີ້ເອງສະມາດໂຟນທັງ 2 ລຸ້ນນັ້ນກໍໄດ້ເປີດໂຕຢ່າງເປັນທາງການແລ້ວທີ່ປະເທດຈີນ.

image

Oppo R9

ສຳລັບ R9 ນັ້ນໃຊ້ໜ້າຈໍ AMOLED ຂະໜາດ 5.5 ນິ້ວ, ຄວາມລະອຽດ 1080 x 1920 ພິກເຊວ (FullHD), ມາພ້ອມກັບຊິບປະມວນຜົນ Mediatek Helio P10 (4 ຄໍ Cortex-A53 ຄວາມໄວ 2.0GHz ແລະອີກ 4 ຄໍຄວາມໄວ 1.0GHz). RAM 4GB, ROM 64GB (ຮອງຮັບ MicroSD ສູງສຸດ 128GB). ຂະໜາດຂອງໂຕເຄື່ອງແມ່ນ 151.8 x 74.3 x 6.6 ມມ ແລະນ້ຳໜັກ 145 ກຣາມ

image

ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ ພ້ອມກັບຮູຮັບແສງ f/2.0 ແລະຄວາມກວ້າງໃນການເບິ່ງເຫັັນແມ່ນ 78.1 ອົງສາ, ກ້ອງໜ້າຄວາມລະອຽດ 13 ລ້ານພິກເຊວ ຮູຮັບແສງ f/2.2 ແລະຄວາມກວ້າງໃນການເບິ່ງເຫັນແມ່ນ 80.6 ອົງສາ

ໃຊ້ງານລະບົບ Android 5.1.1 Lollipop ແລະ ຄອບທັບດ້ວຍ Color OS 3.0, ແບັດເຕີຣີໃຫ້ມາ 2,850 mAh ຮອງຮັບເທັກໂນໂລຢີ VOOC Flash Charge

Oppo R9 Plus

image

R9 Plus ມາພ້ອມກັບຈໍ AMOLED ຂະໜາດ 6 ນິ້ວ, ຄວາມລະອຽດ 1080 x 1920 ພິກເຊວ (FullHD). ໃຊ້ງານຊິບປະມວນຜົນຄອດຄໍ Snapdragon 652 (4 ຄໍຄວາມໄວທີ່ 1.8GHz Cortex-A72 ແລະ 4 ຄໍຄວາມໄວທີ່ 1.2GHz Cortex-A53), RAM 4GB, ROM 64/128GB (ຮອງຮັບ MicroSD ສູງສຸດ 128GB).

ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ ໃຊ້ເຊັນເຊີຂອງ Sony IMX 298 ຮູຮັບແສງ f/2.0 ແລະ ກ້ອງໜ້າຄວາມລະອຽດ 16 ລ້ານພິກເຊວ. ຂະໜາດຂອງໂຕເຄື່ອງ 163.1 x 80.8 x 7.4 ມມ ແລະ 185 ກຣາມ

image

ໃຊ້ງານລະບົບ Android 5.1.1 Lollipop ແລະ ຄອບທັບດ້ວຍ Color OS 3.0, ແບັດເຕີຣີໃຫ້ມາ 4,120 mAh ຮອງຮັບເທັກໂນໂລຢີ VOOC Flash Charge

Oppo R9 ແລະ R9 Plus

image

Oppo R9 ແລະ R9 Plus ທັງສອງມາພ້ອມກັບລະບົບສະແກນລາຍນິ້ວມືທີ່ດ້ານໜ້າໂຕເຄື່ອງ. ຮອງຮັບ 4G LTE, ສ່ວນ AC Wi-Fi 802.11 ນັ້ນມີພຽງແຕ່ R9 Plus ທີ່ຮອງຮັບ. ໃນສ່ວນຂອງການເຊື່ອມຕໍ່ອື່ນໆເຊັ່ນ: R9 ມາພ້ອມກັບ Bluetooth v4.0 ແລະ R9 Plus ມາພ້ອມກັບ v4.1 (v4.1 ຈະດີກວ່າເພາະມັນສາມາດຫຼຸດຜ່ອນສັນຍານລົບກວນໄດ້ດີ).

ໃນດ້ານຂອງລາຄາແລ້ວ Oppo R9 ມີລາຄາຢູ່ທີ່ 2,799 ຢວນ (3.515.000 ກີບ) ແລະຕອນນີ້ແມ່ນເປີດໃຫ້ສັ່ງຈອງແລ້ວ, ໂຕເຄື່ອງຈະເລີ່ມຈັດສົ່ງໃນວັັນທີ 24 ເດືອນມີນານີ້.

R9 Plus ມີລາຄາຢູ່ທີ່ 3,299 ຢວນ (4.140.000 ກີບ) ສຳລັັບລຸ້ນ 64GB ແລະຈະວາງຂາຍທີ່ປະເທດຈີນໃນວັນທີ 4 ເມສານີ້. ສ່ວນລຸ້ນສຳລັບຂາຍທົົ່ວໂລກນັ້ນຍັງບໍ່ມີລາຍລະອຽດໃດໆ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...