Homeຂ່າວການພັດທະນາຖອດ​ຖອນ​ບົດ­ຮຽນ​ຕ້ານການ​ຟອກ​ເງິນ

ຖອດ​ຖອນ​ບົດ­ຮຽນ​ຕ້ານການ​ຟອກ​ເງິນ

Published on

    ສຳ­ນັກ­ງານ​ຂໍ້​ມູນ​ຕ້ານ​ການ​ຟອກເງິນ​ທະ­ນາ­ຄານ​ແຫ່ງສປປລາວໄດ້​ຈັດຕັ້ງ​ກອງ​ປະ­ຊຸມ​ເຜີຍ­ແຜ່ແລະ​ຖອດ​ຖອນບົດ­ຮຽນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານວ່າ​ດ້ວຍ​ການ​ຕ້ານ​ການ​ຟອກ​ເງິນແລະການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການຮ້າຍ ( AML/CFT ) ຊຶ່ງ​ໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 16 – 17 ມີ­ນາ 2016 ທີ່ນະ­ຄອນ­ຫຼວງ​ວຽງ​ຈັນໂດຍ​ການ​ໃຫ້ກຽດ​ເປັນ​ປະ­ທານ​ຂອງ​ທ່ານນາງແພງ​ສີແພງ​ເມືອງຮັກ­ສາ​ການຫົວ­ໜ້າ​ສຳ­ນັກງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນແລະ​ມີ​ຄະນະ​ນຳ-ຕົວ​ແທນ​ຈາກ​ບັນ­ດາ​ທະ​ນາ​ຄານທຸ­ລະ​ກິດແລະ​ສະ​ຖາ​ບັນ​ການ​ເງິນ​ເຂົ້າຮ່ວມ.

   ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໄດ້​ມີ​ການ​ຖອດຖອນ​ບົດ­ຮຽນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດວຽກ​ງານ​ການ​ຕ້ານ​ການ​ຟອກ​ເງິນແລະການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍຂອງ​ທະ­ນາ­ຄານ​ທຸ­ລະ​ກິດແລະ​ສະ​ຖາບັນ​ການ​ເງິນ, ກົດ­ໝາຍ​ວ່າ​ດ້ວຍ​ການຕ້ານ​ການ​ຟອກ​ເງິນແລະ​ການ​ສະ­ໜອງທຶນ​ໃຫ ້​ແກ່​ການ​ກໍ່​ການ​ຮ້າຍ, ( ຮ່າງ ) ຂໍ້ຕົກລົງ​ວ່າ​ດ້ວຍ​ມາດ​ຕະ­ການ​ທາງ​ບໍ​ລິຫານຕໍ່​ຜູ້​ທີ່​ລະ­ເມີດ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຕ້ານການ​ຟອກ​ເງິນແລະ​ການ​ສະ­ໜອງ​ທຶນໃຫ້​ແກ່​ການ​ກໍ່​ການ​ຮ້າຍ; ຂໍ້​ຕົກ­ລົງ​ວ່າ​ດ້ວຍການ​ລາຍ​ງານ​ທຸ­ລະ​ກຳ​ເງິນ­ສົດ​ທີ່​ມີ​ມູນຄ່າ​ເກີນ​ກຳ­ນົດ; ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການຊອກ​ຮູ້​ລູກ​ຄ້າແລະ​ເພີ່ມ​ທະ­ວີ​ການ​ເອົາໃຈ​ໃສ່​ລູກ​ຄ້າ; ຄຳ​ແນະ­ນຳ​ວ່າ​ດ້ວຍ​ການລາຍ​ງານ​ທຸ­ລະ​ກຳ​ທີ່​ໜ້າ​ສົງ­ໄສ​ວ່າ​ເປັນການ​ຟອກ​ເງິນຫຼືສະ­ໜອງ​ທຶນ​ໃຫ້​ແກ່ການ​ກໍ່​ການ​ຮ້າຍ; ຄຳ​ແນະ­ນຳ​ວ່າ​ດ້ວຍຕົວ​ຊີ້​ບອກ​ຂອງ​ທຸ­ລະ​ກຳ​ທີ່​ສົງ​ໃສ​ວ່າ​ເປັນການ​ຟອກ​ເງິນຫຼືສະ­ໜອງ​ທຶນ​ໃຫ້​ແກ່ການ​ກໍ່​ການ​ຮ້າຍ; ຂັ້ນ​ຕອນແລະ​ວິ­ທີການ​ລາຍ​ງານ (STR/CTR) ທີ່​ນຳ​ສະເໜີ​ໂດຍ​ທ່ານ ດຣ. ເວີນ​ສະ­ຫວັນສີ​ວິ​ໄຊຮອງ​ຫົວ­ໜ້າ​ສຳ­ນັກ­ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ.

ທ່ານ​ຮອງ​ຫົວ­ໜ້າ​ສຳ­ນັກ­ງານ​ຂໍ້​ມູນຕ້ານ​ການ​ຟອກ​ເງິນໄດ້​ຢືນ­ຢັນ​ວ່າ: ກອງປະ­ຊຸມ​ດັ່ງ­ກ່າວເພື່ອ​ທົບ​ທວນແລະ​ຖອດຖອນ​ບົດ­ຮຽນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ວ່າ​ດ້ວຍ​ການ​ຕ້ານ​ການ​ຟອກ​ເງິນແລະ​ການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່ການ​ຮ້າຍ​ຂອງ​ທະ­ນາ­ຄານ​ທຸ­ລະ​ກິດແລະສະ​ຖາ​ບັນ​ການ​ເງິນ​ໃນ​ໄລ­ຍະ​ຜ່ານ​ມາ, ຄືດັ່ງ​ທີ່​ຮູ້​ແລ້ວ​ວ່າ: ກົດ­ໝາຍ​ວ່າ​ດ້ວຍ​ການຕ້ານ​ການ​ຟອກ​ເງິນແລະ​ການ​ສະ­ໜອງທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ໄດ້​ຖືກ​ຮັບ­ຮອງແລະ​ປະ­ກາດ​ໃຊ້​ໃນ 1 ປີ­ຜ່ານ­ມາເຫັນໄດ້​ວ່າ: ໂດຍ​ພື້ນ­ຖານ​ທະ­ນາ­ຄານ​ທຸ­ລະກິດແລະ​ສະ​ຖາ​ບັນ​ການ​ເງິນ​ໄດ້​ເອົາ­ໃຈໃສ່​ຢ່າງ​ຈິງ​ຈັງ​ໃນ​ການ​ຕ້ານແລະ​ສະ­ກັດກັ້ນ​ການ​ຟອກ​ເງິນແລະ​ການ​ສະ­ໜອງທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍໂດຍ​ສະເພາະ​ບັນ­ດາ​ທະ­ນາ­ຄານ​ທຸ­ລະ​ກິດ​ໄດ້​ມີນະ­ໂຍ­ບາຍ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການຟອກ​ເງິນແລະ​ການ​ສະ­ໜອງ​ທຶນ​ໃຫ້​ແກ່ການ​ກໍ່​ການ​ຮ້າຍ, ມີ​ລະ­ບຽບ​ຄູ່​ມື​ກ່ຽວກັບ​ການ​ຊອກ​ຮູ້​ລູກ​ຄ້າ, ການ​ເພີ່ມ​ທະວີ​ເອົາ­ໃຈ­ໃສ່​ລູກ​ຄ້າ, ມີ​ການ​ແຕ່ງ­ຕັ້ງ​ເຈົ້າໜ້າ­ທີ່​ທີ່​ມີ­ໜ້າ​ທີ່​ລາຍ​ງານ, ມີ​ການ​ທົບທວນ​ລູກ​ຄ້າ, ມີ​ການ​ປະ​ເມີນ​ຄວາມ​ສ່ຽງຂອງ​ຕົນ, ມີ​ການ​ກວດ­ກາ​ພາຍ​ໃນ, ມີການ​ລາຍ​ງານ​ທຸ­ລະ​ກຳ​ທີ່​ສົງ­ໄສ​ວ່າ​ເປັນການ​ຟອກ​ເງິນແລະ​ມີ​ລະ­ບົບ IT ກ່ຽວກັບ​ການ​ຕ້ານ​ການ​ຟອກ​ເງິນແລະ​ການສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ.

ທ່ານ ດຣ. ເວີນ​ສະ­ຫວັນ ສີ​ວິ​ໄຊ ໄດ້ສະ­ຫຼຸບ​ເບື້ອງ​ມະ­ຫາ​ພາກຊຶ່ງ​ຜ່ານ​ມາແມ່ນ​ໄດ້​ອອກ​ກົດ­ໝາຍ 1 ສະ­ບັບແລະນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ 18 ສະ­ບັບຊຶ່ງ​ບັນດາ​ນິ­ຕິ​ກຳ​ຕ່າງໆ​ແມ່ນ​ຖືກ­ຕ້ອງ​ສອດ­ຄ່ອງກັບ​ມາດ­ຕະ­ຖານ​ສາ­ກົນແລະ​ສະ­ພາບແວດ​ລ້ອມ​ຂອງ​ປະ­ເທດ​ເຮົາ, ນອກ­ຈາກນັ້ນບັນ­ດາ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ກໍ​ໄດ້ເອົາ­ໃຈ­ໃສ່​ເປັນ​ຢ່າງ​ດີ​ໃນ​ການ​ປະ­ສານງານແລະ​ຮ່ວມ​ມື​ກັບ​ສຳ­ນັກ­ງານ​ຂໍ້​ມູນຕ້ານ​ການ​ຟອກ​ເງິນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິບັດ​ກົດ­ໝາຍແລະ​ນິ­ຕິ​ກໍ​ກົດ­ໝາຍ​ ວ່າ​ດ້ວຍການ​ຕ້ານ​ການ​ຟອກ​ເງິນ ແລະ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...