HomeມູມໄອທີລາວMicrosoft ປ່ອຍໃຫ້ອັບເກຣດ Windows 10 Mobile ຢ່າງເປັນທາງການແລ້ວ!!!

Microsoft ປ່ອຍໃຫ້ອັບເກຣດ Windows 10 Mobile ຢ່າງເປັນທາງການແລ້ວ!!!

Published on

ສຸດທ້າຍແລ້ວທາງບໍລິສັດ Microsoft ຍັກໃຫຍ່ແຫ່ງວົງການໄອທີກໍໄດ້ປ່ອຍໃຫ້ ເຄື່ອງລຸ້ນເກົ່າໆຂອງຕົນເອງອັບເກຣດເປັນຊ໋ອບແວຣ ລຸ້ນຫຼ້າສຸດແບບ Windows 10 Mobile ແລ້ວ!!! ຫຼັງຈາກທີ່ປ່ອຍໃຫ້ຜູ້ໃຊ້ຖ້າມາດົນແສນດົນ ແລະມີຂ່າວລືຕ່າງໆອອກມາເລື້ອຍໆວ່າຈະປ່ອຍມື້ໃດ. ຕອນນີ້ເຄື່ອງ Lumia 930 Windows Phone 8.1 ຂອງແອດມິນພ້ອມໃຫ້ອັບເດດແລ້ວ (ແຕ່ອິນເຕີເນັັດບໍ່ເປັນໃຈ TT)

ໂດຍລຸ້ນທີ່ຈະໄດ້ຮັບການອັບເກຣດມີດັ່ງນີ້: Lumia 1520, 930, 640, 640XL, 730, 735, 830, 532, 535, 540, 635 1GB, 636 1GB, 638 1GB, 430, 435, BLU Win HD w510u, BLU Win HD LTE x150q, MCJ Madosma Q501.

ວິທີການອັບເກຣດນັ້ນເຮົາຈຳເປັນຈະຕ້ອງໂຫຼດແອັບພລິເຄຊັ່ນ Microsoft UpdateAdvisor (ກົດທີ່ລິ້ງເພື່ອໂຫຼດ) ຈາກຮ້ານຄ້າມາກ່ອນ ແລະປະຕິິບັດຕາມດັ່ງນີ້:

1. ເປີດແອັບ Microsoft UpdateAdvisor ຂຶ້ນມາ

image

2. ກົດ Next ຖ້າໃຫ້ລະບົບກວດສອບໂຕເຄື່ອງ

image

3. ໃຫ້ກົດຕິກທີ່ຄຳວ່າ “Enable Windows 10 upgrade” ຈາກນັ້ນໃຫ້ກົດ Next
4. ເມື່ອມັນແຈ້ງວ່າເຄື່ອງຂອງເຮົາພ້ອມແລ້ວທີ່ຈະອັບເດດ ໃຫ້ກົດ Done ຖືວ່າສຳເລັດແລ້ວ

image

5. ເລີ່ມຕົ້ນການອັບເກຣດໂດຍການເຂົ້າໄປທີ່ Settings > Phone Update ແລະກວດສອບການອັບເດດ, ເມື່ອຂຶ້ນມາແລ້ວກໍກົດອັບເດດຕາມປົກກະຕິເລີຍ

image

ໝາຍເຫດ: ກ່ອນອັບເດດເຮົົາ ຄວນກວດສອບເບິ່ງກ່ອນວ່າເຄື່ອງເຮົານັ້ນແບັດເຕີຣີກາຍ 50% ຫຼືບໍ່ (ແນະນຳໃຫ້ສາກໄປພ້ອມອັບເດດໄປພ້ອມ) ແລະ ຂໍ້ມູນຕ່າງໆທີ່ສຳຄັນຂອງເຮົາໄດ້ສຳຮອງໄວ້ໝົດແລ້ວ ຖ້າບໍ່ມີຫຍັງຄ້າງຄາກໍອັບເດດໂລດ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...